ເກາະ Penang ສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງມາເລເຊຍ


(vovworld)- ​​ໂດຍ​ຕັ້ງ​ຢູ່​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເຫນືອ​ຂອງ ປະ​ເທດ ມາ​ເລ​ເຊຍ, ເກາະ Penang ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເກາະ​ງາມ​ທີ່​ສຸດ​ຂອງ ມາ​ເລ​ເຊຍ, ຢືນ​ອັນ​ດັບ 2 ​ໃນ​ບັນຊີ​ລາຍ​ຊື່ສະຖາ​ນທີ່​ທ່ອງ​ທ່ຽວ​ທີ່ພົ້ນ​ເດັ່ນ​  44 ​ແຫ່ງ ​ໂດຍ ວາລະສານ New York Times ປີ 2009 ​ຄັດ​ເລືອກ. ມາ​ຢ້ຽມຢາມ​ເກາະ​ແຫ່ງ​ນີ້ ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ໄດ້​ອາບ​ນ້ຳ​ທະ​ເລ​ທີ່​ຂຽວ​ສະອາດເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຄົ້ນ​ຫາ​ນະຄອນ Geoge Town ທີ່​ເກົ່າ​ແກ່ ຫລື ​ໄປ​ຢາມສວນສາທາລະນະ​ແຫ່ງ​ຊາດ Penang- ດ້ວຍ​ສັດ​ອັນ​ລ້ຳ​ຄ່າ​ຫລາຍ​ປະ​ເພດ. ​ໃນ​ລາຍການ​ຊາຍ​ຄາ​ອາ​ຊຽນພາກ​ນີ້, ​ພວກ​ເຮົາ​ຂໍ​​ແນະນຳ​ບົດ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ເກາະ Penang ສະຖານ​ທີ່​ທ່ອງ​ທ່ຽວ​ອັນ​ດູດ​ດື່ມ​ຂອງ​ມາ​ເລ​ເຊຍ.

ເກາະ Penang ສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງມາເລເຊຍ - ảnh 1
ເກາະ Penang
photo:internet

        ​ເກາະ Penang ຫ່າງ​ຈາກ​ນະຄອນຫລວງ ກົວ​ລາ​ລຳ​ເປີ ປະມານ 330 ກິ​ໂລ​ແມັດ. ​  ​ເພ່ືອ​ໄປ​​ເຖິງ​ເກາະ​ແຫ່ງ​ນີ້ ນັກ​ທ່ອງ​ທ່ຽວສາມາດຂີ່​ຍົນ ຫລື ຂີ່​ລົດ​ໂອ​ໂຕກໍ່​ໄດ້. ຖ້າ​​ຂີ່​ລົດ​ໂອ​ໂຕ ນັກ​ທ່ອງ​ທ່ຽວ​ຈະ​ໄປ​ຜ່ານ​ຂົວ Penang 2 ຊື່​ງ​ແມ່ນ​ຂົວ​ຍາວ​ກວ່າ​ໝູ່​ຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ດ້ວຍ​ຄວາມ​ຍາວ 24 ກິ​ໂລ​ແມັດທີ່ ​ເຊື່ອມ​ຕໍ່​ລະຫວ່າງ ​ເກາະ ​ແລະ ​ເຂດ​ດິນ​ຕໍ່​ແຜ່ນ. ຖ້າ​ຂີ່​​ເຮືອ​ບີນຈາກ ກົວ​ລາ​ລຳ​ເປີ ​ໄປ​​ເກາະ Penang ນັກ​ທ່ອງ​ທ່ຽວ​ມີ​ແຕ່​ເສຍ​​ເວລາ​ພຽງ 50 ນາ​ທີ​ເທົ່າ​ນັ້ນ. ຢູ່​ເທິງ​ເຮືອບິນ, ທ່ານ​ຈະ​ເຫັນ​​ເກາະ​ແຫ່ງ​ນີ້​​ເໝືອນ​ດັ່ງ​​ເຕົາ​ໂຕ​ຫນຶ່ງ​ທີ່​ໃຫຍ່​ໂຕ​ພວມ​ອ່ວາຍ​ຫນ້າ​ສູ່​ທະ​ເລ​ທີ່​ກວ້າງ​ໃຫຍ່. ​​ເກາະ Penang  ມີ​ເນື້ອ​ທີ່ 285 ກິ​ໂລຕາລາງ​​ແມັດ. ມາ​ແຫ່ງ​ນີ້ ນັກ​ທ່ອງ​ທ່ຽວ​ຈະ​​ໄດ້​ສູບ​ອາກາດທີ່​ປອດ​ໂປ່​ງ​ແລະ​ເຢັນ​ສະບາຍ ຕ່າງ​ກັບ​ອາກາດ​​ທີ່​ເຕັມ​ໄປ​ດ້ວຍ​ຄວັນ​ລົດໃນ​ເຂດ​​ຕົວ​ເມືອງ .

        ​ໃຈກາງ​ເກາະ Penang ​ແມ່ນ​ເຂດ George Town. ​ເມື່ອ​ປີ 2008, George Town ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ອົງການ UNESCO ວ່າ ​ແມ່ນ​ນະ​ຄອນ​ມໍລະດົກ​ໂລກ ​ໃນ​ສັດຕະວັດ​ທີ 15, ຊາວ ປອກ​ຕຸຍການ ​ໄດ້​ມາ​ເຂດ​ດິນ​ແດນ​ນີ້. ດ້ວຍວັດທະນະທຳ​ຝ່າຍ​ຕາ​ເວັນ​ຕົກ​ປະສານ​ສົມທົບ​ກັບ​ວັດທະນະທຳ​ທ້ອງ​ຖິ່ນ ​ໄດ້​ສ້າງ​ເປັນ​ນະ​ຄອນ​ ​ເອີ​ລົບ - ອາຊີ ທີ່​ເປັນ​ເອກະລັກ​ສະ​ເພາະ. ​​ໂດຍຕັ້ງ​ສະຫຼັບ​ກັນ​ຢູ່​ຖະຫນົນ​ຂອງ​ຝ່າຍ​ຕາ​ເວັນ​ຕົກ, ດ້ວຍບັນດາ​ວີນລາ​ເກົ່າ​, ​ໂບດ ​ແລະ ​ເຂດ​ສຸສານ​ຂອງ​ບາດ​ຫລວງ​ຝ່າຍ​ຕາ​ເວັນ​ຕົກ ​ແມ່ນ​ຄຸ້ມຖະຫນົນ​ຂອງ​ຊາວ ຈີນ ດ້ວຍ​ເຮືອນ​ມຸ່ງ​ດິນ​ຂໍ​ທີ່​ເປັນ​ເອກະລັກ​ສະ​ເພາ​ະ, ບັນດາ​ວັດວາອາ​ຮາມ​ຂອງ​ຊາວ​ຈີນ, ພິ​ເສດ ມີວັດ Kek Lok Si ​ແມ່ນ​ວັດ​ໃຫຍ່​ກວ່າ​ໝູ່​ຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ​ເພື່ອນ ຫງວຽນມາ​ຍ​ແອງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ຢູ່ George Town, ມີ​ຖະຫນົນ​ນ້ອຍ​ ​ແລະ ​ເກົ່າ​ແກ່ບາງ​ສາຍ. ຂ້າພະ​ເຈົ້າ​ຢາກ​ຍ່າງ​ຕາມຖະຫນົນ​​ສາຍ​ຕ່າງໆໃນ​ຍາມ​ຄຳ່ຄ້ອຍ.​ ເພາະ ວ່າ ບັນ​ຍາ​ກາດ​ໃນ​ຍາມ​ນີ້ຄ້າຍຄືກັນ​ກັບບັນດາ ຖະຫນົນຢູ່ ​ໂຮ້ຍອານ ຂອງຫວຽດນາມ.”

        ​ໂດຍ​ຫ່າງ​ຈາກ​ວັດ Kek Lok Si ປະມານ 2 ກິ​ໂລ​ແມດແມ່ນໂນນພູ Penang ຊື່ງແມ່ນບອ່ນສູງກວ່າໝູ່ໃນເກາະ Penang ດ້ວຍຄວາມສູງ 821 ແມັດ. ກ່ອນນີ້ ຊາວອັງກິດ ໄດ້ກໍ່ສ້າງເສັ້ນທາງລົດໄຟໄປຍັງ ໂນນພູ ປະຈຸບັນ ​ເສັ້ນທາງ​ນີ້ຍັງຄົງໄດ້ຮັບການ​ຮັກສາ​ໄວ້. ນັກ​ທ່ອງ​ທ່ຽວ ຈະ​ຮູ້ສຶກ​ປະ​ທັບ​ໃຈ​ເມື່ອ​ໄດ້​ນັ່ງ​​ເທິງ​ລົດ​​ໄຟ​ຊົມ​ທິວ​ທັດ​ທຳ​ມະ​ຊາດທີ່​ສວຍ​ງາມ​ຢູ່​​ເກາະ Penang.

ເກາະ Penang ສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງມາເລເຊຍ - ảnh 2

ຂົວ Penang 2 ຊື່​ງ​ແມ່ນ​ຂົວ​ຍາວ​ກວ່າ​ໝູ່​ຢູ່
ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
photo:kientruc.vn

        ເກາະ Penang ມີ​ຫາດ​ຊາຍ​ທະ​ເລ​ສວຍ​ງາມ​ຫລາຍ​ແຫ່ງ​ຄື: Tanjung Buga, Batu Ferringhi, Teluk Bahang. ​ໃນ​ນັ້ນ ພົ້ນ​ເດັ່ນ​ແມ່ນ​ຫາດ​ຊາຍ​ທະ​ເລ Batu Ferringhi. ​ ຖ້າຂີ່​ລົດ​ໂອ​​ໂຕ ຈາກ​ໃຈກາງ George Town ​​ໄປຫາດ​ຊາຍ​ທະ​ເລ​ແຫ່ງ​ນີ້​ແມ່ນ​ເສຍ​ເວລາ​ປະມານ 20 ນາທີ. ​ເຖິງ​ວ່າ ​ເສັ້ນທາງ​ໄປ​ຈະລະອຽດ​ລະ​ອ້ຽວກໍ່ຕາມ​ແຕ່​ທິວ​ທັດ​ທຳ​ມະ​ຊາດ​​ຢູ່​ທີ່​ນີ້​ພັດສວຍ​ງາມ​ຫລາຍ, ​ເບື້ອງ​ຫນຶ່ງ​ແມ່ນ​ພູ, ​ເບື້ອງ​ຫນຶ່ງ​ແມ່ນ​ທະ​ເລ.  ອ້າຍ ຊານ ​ໂນ​ບູຣີ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ໄທ ​ໃຫ້​ຮູ້​ວ່າ:

        ສຽງເພື່ອນ​ຊານ ​ໂນ​ບູຣີ

        ​ໃນ​ ເກາະ Penang ຍັງ​ມີ​ສະຖານ​ທີ່​ສວຍ​ງາມອີກ​ແຫ່ງ​ຫນຶ່ງ ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວມາ​ຢ້ຽມ​ຊົມ​ເປັນ​ຈຳນວນ​ຫລວງຫລາຍ. ນັ້ນ​ແມ່ນ ສວນສາທາລະນະ​ແຫ່ງ​ຊາດ Penang. ດ້ວຍເນື້ອ​ທີ່​ພຽງ 2,5 ​ເຮັກຕາ, ສວນສາທາລະນະ  Penang ​ແມ່ນ​ເຂດ​ອະນຸລັກ​ຮັກສາ​ສັດ​ອັນ​ລຳ້​ຄ່າ​ຫາ​ຍາກນັບ​ຮ້ອຍ​ປະ​ເພດ. ນີ້​ກໍ​ແມ່ນ​ແຫ່ງ​ຫນຶ່ງ​ດຽວ​ຢູ່ ມາ​ເລ​ເຊຍ ມີ​ພູມ​ສັນຖານ​ທຳ​ມະ​ຊາດ​ຢ່າງ​ຄົບ​ຖ້ວນ​ຄື: ຫນອງ, ບື​ງ, ຫາດ​ຊາຍ​ທະ​ເລ…ພ​ິ​ເສດ ຫາດ​ຊາຍ​ທ​ະ​ເລ​ໃນ​ສວນສາທາລະນະ​ແຫ່ງ​ຊາດ​ແມ່ນ​ສະຫງວນ​ສະ​ເພາະ​ເພື່ອ​ໃຫ້​​​ເຕົາ​ຂຽວ​ແຜ່ພັນ. ນັກ​ທ່ອງ​ທ່ຽວ ສາມາດ​ເລືອກ​ເຟັ້ນ​ໃຫ້​ຕົນ​​ຮູບ​ການທ່ອງທ່ຽວ​ທີ່​ເໝາະ​ສົມ​ຄື: ຕັ້ງ​ຄ້າຍ, ຍ່າງ​ຂ້າມ​ປ່າ, ຕືກປາ… ​ຮູບ​ການ​ທັງ​ໝົດ​​ເຫລົ່ານັ້ນ ຕ້ອງ​ປະຕິບັດ​ຕາມ​​ຂໍ​້ກຳນົດ​ທີ່​ເຄັ່ງ​ຄັດ ​ເພື່ອ​ຈຳກັດ​ການ​ກະທົບ​ຂອງມະນຸດ ​ເຖິງ ທຳ​ມະ​ຊາດ. ​ເພ່ືອນ ຫງວຽນມາ​ຍ​ແອ​ງ ​ໃຫ້​ຮູ້​ວ່າ:

        “​​ໄປ​ຢ້ຽມຢາມ ເກາະ Penang ຂ້າພະ​ເຈົ້າ​ຮູ້ສຶກ​ປະ​ທັບ​ໃຈ​ຫລາຍ​ຢ່າງ. ພິ​ເສດ ​ ມີ​ໂອກາດ​ໄດ້​ຄົ້ນ​ຫາ​ທຳ​ມະ​ຊາດ​ຢູ່​ທີ່​ນີ້. ອຳນາດ​ການ​ປົກຄອງ ​ໄດ້​ຮັກສາທີ​ວທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງຫາດ​ຊາຍ​ທະ​ເລ ​ແລະ ປ່າດົງ​ດີບ​ໄວ້ ເປັນ​ຢ່າງ​ດີ, ​ເຊິ່ງຢູ່​ແຫ່ງ​ອື່ນ​ພັດບໍ່​ມີ.”

        ຟາ​ມລ້ຽງ​​ແມງກະ​ເບື້ອ ກໍ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ ​ນັກ​ທ່ອງ​ທ່ຽວ​ຜູ້​ທີ່​ມັກ​ຄົ້ນ​ຫາ​ທຳ​ມະ​ຊາດ​ເປັນ​ຈຳນວນ​ຫລວງຫລາຍ. ດ້ວຍ​ເນື້ອ​ທີ່ 0,8 ​ເຮັກຕາ, ​ແຫ່ງ​ນີ້​ແມ່ນ​ບ່ອນ​ດຳລົງ​ຊີວິດ​ຂອງ​ແມງກະ​ເບື້ອ​​ແລະ ​ແມງ​ໄມ້ກວ່າ 120 ຊະນິດ ​ເມື່ອ​ມາ​ຢ້ຽມຢາມ​ຟາ​ມລ້ຽງ ​ແມງກະ​ເບື້ອ, ຖ້າ​ຜູ້​ໃດ​ນຸ່ງ​ເສື້ອມີ​ສີຫລາກ​ຫລາຍ, ​ແມງກະ​ເບື້ອ​​​ຈະ​ຈັບ​ເທິງ​ບ່າ, ​​ເທິງເສື້ອ​ຍ້ອນຄິດ​ວ່າ ຜູ້​ນັ້ນ​ແມ່ນ​ດອກ​ໄມ້. ນັ້ນ​ແມ່ນ​​ຄວາມປະ​ທັບ​ໃຈບໍ່​ອາດ​​ຫລົງ​ລືມ​ໄດ້​ຂອງ​ນັກ​ທ່ອງ​ທ່ຽວ​ແຕ່ລະຄົນ​ເມື່ອ​ໄປ​ທ່ອງ​ທ່ຽວ​​ ເກາະ Penang.

ຕອບກັບ

ຂ່າວ/ບົດ​ອື່ນ