ເພື່ອໃຫ້ປະຊາຄົມອາຊຽນແມ່ນຂອງປະຊາຊົນຢ່າງແທ້ຈິງ

ເພື່ອໃຫ້ປະຊາຄົມອາຊຽນແມ່ນຂອງປະຊາຊົນຢ່າງແທ້ຈິງ - ảnh 1
(ພາບປະກອບ)

(vovworld) - ​ແນວ​ຄວາມ​ຄິດ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ​ແມ່ນ​ຄາດໝາຍ​ທີ່​ມີ​ມາ​ ນັບ​ແຕ່​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ມາ​ຮອດ​ປະຈຸ​ບັນ, ດ້ວຍ​ຄວາມ​ຕັດສິນ​ໃຈ​ສຸງສຸດ​ຂອງການ​ນຳ 10 ປະ​ເທດ​ອາ​ຊຽນ, ວິວັດ​​ແຫ່ງການ​ສ້າງ​ຕັ້ງປະຊາ​ຄົມ​​ໃກ້​ຈະ​ປະກົດ​ຜົນ​ເປັນ​ຈິງ. ​​ແຕ່ເຖິງ​ຢ່າງ​​ໃດ​ກໍ່ຕາມ, ​ສຳລັບ​ປະຊາຊົນ, ປະຊາ​ຄົມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃດ​ໃຫ້​ແກ່​ເຂົາ​ເຈົ້າ, ​ແລະ ​ເລື່ອງ​ຫັນ​ຈາກ​ສະມາຄົມ​ປະຊາ​ຊາດ​ເປັນ​ປະຊາ​ຄົມ​ແມ່ນ​ມີ​ຄວາມ​ໝາຍ​ຄື​ແນວ​ໃດ, ບໍ່​ແມ່ນ​ວ່າ​ຜູ້​ໃດ​ກໍ່​ສາມາດ​ເຂົ້າ​ໃຈ​ຢ່າງ​ຄົບ​ຖ້ວນ​ໄດ້. ຍ້ອນ​ເຫດ​ນັ້ນ, ​ເພື່ອ​ກະກຽມ​ໃຫ້​ຈຸດ​ເວລາ​ທີ່​ປະຊາ​ຄົມ​ອາ​ຊຽນ​ໃກ້​ຈະ​ປະກົດ​ຜົນ​ເປັນ​ຈິງ​ນັ້ນ, ບັນດາ​ປະ​ເທດ​ອາ​ຊຽນ ພວມ​ຍູ້​ແຮງການ​ໂຄສະນາ, ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ປະຊາຊົນ.

        “ຂ້າພະ​ເຈົ້າກໍ່​ຍີ​ນ​ກ່ຽວ​ກັບການເຊື່ອມ​ໂຍງ​ອາ​ຊຽນ, ​ແຕ່​ມັນ​ຄື​ແນວ​ໃດ,​ບາດກ້າວ​ສຳຜັດ​ຄື​ແນວ​ໃດ ຫຼື​ວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ຄື​ແນວ​ໃດ​ພວກ​ຂ້າພະ​ເຈົ້າ​ບໍ່​ທັນ​ຮູ້​ຢ່າງ​ຄົບ​ຖ້ວນ“.

        “​ໂດຍ​ແມ່ນ​ພົນລະ​ເມືອງ​ອາຊຽນ, ຂ້າພະ​ເຈົ້າ​ມີ​ແຕ່​ເຂົ້າ​ໃຈ​ໄດ້​ວ່າ, ​ເມື່ອ​ປະຊາ​ຄົມ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ຢູ່​ຫວຽດນາມ ຂ້າພະ​ເຈົ້າ​ສາມາດ​ຊື້​ຜະລິດ​ຕະພັນ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ຢ່າງ​ງ່າຍດາຍ ​ແລະ ກົງກັນຂ້າມ​ປະຊາຊົນ​ບັນດາ​ປະ​ເທດ​ອາ​ຊຽນອື່ນໆ​ ກໍ່​ສາມາດ​ຊື້​ບັນດາ​ຜະລິດ​ຕະພັນ​ຂອງ​ຫວຽດນາມ​ ທີ່​ນຳ​ເຂົ້າປະ​ເທດ​ຂອງ​ເຂົາ​ເຈົ້າ​ໄດ້​ຢ່າງ​ງ່າຍດາຍ. ຜ່ານ​ຜະລິດ​ຕະພັນ​ເຫຼົ່າ​ນັ້ນ, ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ ຈະ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຂຶ້ນ“.

        ຄຳ​ເຫັນ​ຂອງ​ປະຊາຊົນ​ສອງ​ຄົນ, ​ໃນ​ນັ້ນ​ມີ​ຜູ້​ຕາງ​ໜ້າວິ​ສາ​ຫະກິດ​ຫວຽດນາມ, ​ໄດ້​ສະ​ແດງ​ໃຫ້​ເຫັນສ່ວນ​ໃດ​ສ່ວນ​ໜຶ່ງ​ກ່ຽວ​ກັບ​ຄວາມ​ຮູ້​ ກ່ຽວ​ກັບ​ປະຊາ​ຄົມຂອງປະຊາຊົນ​ໃນ​ແຕ່ລະ​ປະ​ເທດ​ອາ​ຊຽນ. ບໍ່​ພຽງ​ແຕ່​ຢູ່​ຫວຽດນາມ, ໝາກຜົນ​ແຫ່ງ​ການ​ສຳ​ຫຼວດຫວ່າງ​ແລ້ວ​ນີ້​ຂອງ​ຄະນະ​ເລຂາ​ອາ​ຊຽນ ກໍ່​ໃຫ້​ຮູ້​ວ່າ 80% ຈຳນວນ​ພົນລະ​ເມືອງ​ໃນ​ຕົວ​ເມືອງ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ ແມ່ນ​ໄດ້ຍີ​ນກ່ຽວ​ກັບ​ປະຊາ​ຄົມ​ອາ​ຊຽນ, ​ໃນ​ນັ້ນ 76% ຈຳນວນ​ຜູ້​ທີ່​ໄດ້​ຮັບ​ການ​ສຳ​ຫຼວດ​ ແມ່ນ​ບໍ່​ຮູ້ຈັກ​ເຖິງ​ບົດບາດ​ໜ້າ​ທີ່​ຂອງ​ກຸ່ມ. ​ເປັນ​ອັນວ່າ​ມີ​ເກືອບ 1/3 ຈຳນວນ​ພົນລະ​ເມືອງ​ອາ​ຊຽນ​ເຂົ້າ​ໃຈ​ໄດ້ຜົນ​ປະ​ໂຫຍ​ດຈາກ​ປະຊາ​ຄົມ​ອາ​ຊຽນ, ນັ້ນ​ແມ່ນ​ສິ່ງ​ທີ່​ໜ້າ​ວິຕົກ​ກັງວົນ. ທ່ານ​ອະດີດ​ລັດຖະມົນຕີ​ຊ່ວຍ​ວາ​ການ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ​ເລ​ກົງ​ຟຸ້ງ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ອາ​ຊຽນ, ​ແບ່ງປັນ​ວ່າ:

        “ປະຊາ​ຄົມ​ອາ​ຊຽນ ບໍ່​ແມ່ນ​ຂອງ​ສະ​ເພາະ​ບັນດາ​ການ​ນຳ, ບັນດາ​ນັກ​ການ​ເມືອງ, ຫາກ​ປະຊາ​ຄົມ​ອາ​ຊຽນ​ ແມ່ນ​ຂອງ​ປະຊາຊົນ​ອາ​ຊຽນ. ປະຊາຊົນ​ແມ່ນ​ຜູ້​ປະຕິບັດ, ຊຸກຍູ້ ​ແລະ ປັບປຸງ​ມັນ. ດັ່ງ​ນັ້ນ​ປະຊາ​ຄົມ​ນີ້​ຕ້ອງ​ເພື່ອ​ປະຊາຊົນ, ມຸ່ງ​ໄປ​ສູ່​ປະຊາຊົນ ​ແລະ ຖ້າ​ຫາກ​ປະຊາຊົນ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ປະຊາຊົນ​ປະຕິບັດ​ ມັນ​ຈຶ່ງ​ມີ​ປະສິດທິ​ຜົນ. ​ໃນ​ຊຸມ​ປີຜ່ານມາ, ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ແລ​ກປ່ຽນ​ປະຊາຊົນ​ແມ່ນ​ຟົດ​ຟື້ນ​ທີ່​ສຸດ ​ແຕ່​ຕາມ​ຂ້າພະ​ເຈົ້າ ​ແມ່ນ​ບໍ່​ທັນ​ຄົບ​ຖ້ວນ​ເທື່ອ. ​ເພື່ອ​ມີ​ຄວາມ​ສະໜິດ​ຕິດ​ພັນ, ລັດຖະບານ​ປະ​ເທດ​ຕ່າງໆ​ຕ້ອງ​ເພີ່ມ​ທະວີ​ການ​ໂຄສະນາ​ກ່ຽວ​ກັບ​ປະຊາ​ຄົມ“.

        ຍ້ອນ​ເຫດ​ນັ້ນ, ພ້ອມ​ກັບ​ການ​ກະກຽມ​ກົນ​ໄກ​ເໝາະ​ສົມ​ໃຫ້​ບັນດາສະມາຊິກ​ຂອງ​ປະຊາ​ຄົມ, ບັນດາ​ປະ​ເທດ​ອາ​ຊຽນພວມ​ຮີບ​ເຮັ່ງ​ກະກຽມ​ໃຫ້​ຄວາມ “ຕື່ນ​ຕົວ“ ຂອງ​ປະຊາຊົນ​ກ່ຽວ​ກັບ​ປະຊາ​ຄົມ​ກ່ອນ​ໄລຍະ​ແຫ່ງ​ການ​ສ້າງ​ຕັ້ງ. ບັນດາ​ການ​ເຄື່ອນ​ໄຫວ​ຄື: ການ​ໂອ້​ລົມ​ສົນທະນາ, ງານ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ກອງ​ປະຊຸມ​ສຳ​ມະ​ນາ, ງານ​ວາງສະ​ແດງ, ການ​ສ້າງ​ຕັ້ງ​ຫໍສະໝຸດ​ຮູບພາບ ​ແລະ ສື່​ມວນ​ຊົນ, ການ​ເປີດ​ສະຫຼອງ​ເວັບ​ໄຊ, ການ​ສ້າງ​ຫໍສະໝຸດ​ອາ​ຊຽນ ຢູ່​ບັນດາ​ໂຮງຮຽນ​ໃຫ້​ນັກ​ສຶກສາ… ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ​ຢູ່​ບັນດາ​ປະ​ເທດ​ອາ​ຊຽນ. ​ແຕ່ລະ​ປະ​ເທດ​ກໍ່​ ມີ​ລາຍການ​ຮູບ​ເງົາ​ເອກະສານ, ​ໂທລະພາບ​ກ່ຽວ​ກັບ​ປະຫວັດ​ແຫ່ງ​ການ​ສ້າງ​ຕັ້ງ, ພັດທະນາ​ຂອງ​ອາ​ຊຽນ ​ແລະ 10 ປະ​ເທດ​ສະມາຊິກ, ​ແນະນຳ​ບັນດາ​ຈຸດ​ທີ່​ຄ້າຍຄື​ກັນ​ຂອງ​ອາ​ຊຽນ​ໃນ​ຂົງ​ເຂດ​ດົນຕີ, ຟ້ອນ, ​ເຄື່ອງນຸ່ງ​ປະຈຳ​ຊາດ, ​ເຄື່ອງ​ຫັດຖະກຳ​ສິລະ​ປະ… ທ່ານ​ເອກ​ອັກຄະ​ລັດຖະທູດ ອິນ​ໂດ​ເນ​ເຊຍ​ປະຈຳ​ຫວຽດນາມ Mayerfas, ຢືນຢັນ​ວ່າ:

        “ບັນດາ​ລາຍການ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຂຸ້ນຂ້ຽວ​ຢູ່​ແຕ່ລະ​ປະ​ເທດ, ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນຄວາມ​ຕັດສິນ​ໃຈ​ຂອງ​ອາ​ຊຽນ​ ໃນ​ບັນຫາ​ກໍ່ສ້າງ​ປະຊາ​ຄົມ​ລວມ, ຖື​ປະຊາຊົນ​ເປັນ​ໃຈກາງ. ບັນດາ​ປະ​ເທດ​ອາ​ຊຽນ ພວມ​ມານະ​ພະຍາຍາມ​ເພື່ອ​ປະກອບສ່ວນ​ໃຫ້​ປະຊາ​ຄົມ​ລວມອາ​ຊຽນ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ປະຊາຊົນ​ອິນ​ໂດ​ເນ​ເຊຍ​ ເວົ້າ​ສະ​ເພາະ, ອາ​ຊຽນ​ເວົ້າ​ລວມ ຮູ້ສຶກ​ໄດ້​ວ່າ, ​ເຂົາ​ເຈົ້າ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ອາ​ຊຽນ“.

        ​ໃນ​ປີ​ນີ້, ອາ​ຊຽນ​ ເຫັນ​ດີ​ຜັນ​ຂະຫຍາຍ​ໂຄງການກໍ່​ສ້າງສູນວັດທະນະ ທຳ​ອາ​ຊຽນ​ ໃນ​ແຕ່ລະ​ປະ​ເທດ​ອາ​ຊຽນ ​ແລະ ວັນ​ທີ 8/8, ສູນວັທະນະ​ທຳ​ແຫ່ງ​ທຳ​ອິດ ຈະ​ໄດ້​ຮັບ​ການ​ເປີດ​ສະຫຼອງ​ຢູ່​ໄທ. ​​ເມື່ອໂຄງການ​ນີ້​ປະຕິບັດສຳ​ເລັດ​ ຈະ​ປະກອບສ່ວນ​ເພີ່ມຄວາມ​ຮູ້ກ່ຽວ​ກັບ​ປະຊາ​ຄົມ​ໃຫ້​ແກ່​ປະຊາຊົນ​ແຕ່ລະ​ປະ​ເທດ.

    ປະຈຸ​ບັນ, ​ໃນ​ຈຳນວນ​ຊາວ​ອາ​ຊຽນ 10 ຄົນ​ນັ້ນ, ມີ 6 ຄົນ​ອາຍຸ​ຕຳ່​ກວ່າ 30 ປີ, ໝາຍ​ຄວາມ​ວ່າ​ຈຳນວນ​ຜູ້​ອາຍຸໜຸ່ມ​ຂອງ​ພາກ​ພື້ນ​ກວມ​ກວ່າ 320 ລ້ານ​ຄົນ. ນີ້​ແມ່ນ​ກຳລັງ​ທີ່​ຈະ​ສ້າງ​ບາດກ້າວ​ຫັນປ່ຽນ​ສຳຄັນ​ຈາກ​ສະມາຄົມ​ປະຊາ​ຊາດ​ ເປັນ​ປະຊາ​ຄົມໃຫ້​ອາ​ຊຽນ. ຄວາມ​ຈິງ​ແລ້ວ, ​ໄວ​ໜຸ່ມ​ຫວຽດນາມ​ ຫຼາຍ​ຄົນ ​ໄດ້​ມີ​ສະຕິ​ຢ່າງ​ຈະ​ແຈ້ງ ​ແລະ ​ມີບັນດາ​ທັກ​ສະ​ທີ່​ຈຳ​ເປັນ, ​ເພື່ອຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​​ເຊື່ອມ​ໂຍງ. ​ເຟືອງ​ລິງ, ປະລິ​ນຍາ​​ໂທ ມະຫາວິທະຍາ​ໄລ​ເສດຖະກິດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ, ​ແບ່ງປັນ​ວ່າ:

    “ນ້ອງ​ຄິດ​ວ່າ, ຄວາມ​ສາມາດ​ຂອງ​ຕົນ​ກໍ່​ສາມາດຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ແຮງ​ງານ​ຢູ່​ໃນ​ໂລກ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ. ​ໃນ​ລາຍການ​ຮຽນ​ທັງ​ໝົດ, ນ້ອງ​ລ້ວນ​ແຕ່​ໄດ້​ຮັບ​ການຝຶກ​ຝົນທັກ​ສະ​ນຳ​ໃຊ້ຊອບ​ແວ, ພາສາ​ຕ່າງປະ​ເທດ, ພາສາ​ອັງກິດ​ “.

    ​ເພື່ອ​ໃຫ້​ປະຊາຊົນ​ສະໜິດ​ຕິດ​ພັນ​ນຳ​ກັນ, ກໍ່ສ້າງ​ສັງຄົມ​ຮັບ​ໃຊ້​ປະຊາຊົນ​ໃຫ້​ດີ​ທີ່​ສຸດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄາດໝາຍ​ສຳຄັນ ​ເຊິ່ງບັນດາ​ປະ​ເທດ​ອາ​ຊຽນ ພວມ​ມຸ່ງ​ໄປ​ເຖິງ. ດ້ວຍ​ບັນດາ​ການ​ກະທຳ​ລະອຽດ​ຈາກ​ລັດຖະບານ​ແຕ່ລະ​ປະ​ເທດ, ສະຕິ​ຂອງ​ປະຊາຊົນ​ແຕ່ລະຄົນ, ປະຊາ​ຄົມ​ອາ​ຊຽນທີ່​ຮັ່ງມີດ້ວຍ​ສີສັນ​ວັດທະນະທຳ, ​ເປັນ​ເອກະ​ພາບ​ໃນ​ຫຼາຍ​ຮູບ​ຫຼາຍ​ແບບ​ພວມ​ຄ່ອຍໆ​ປະກົດ​ຜົນ​ເປັນ​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ