ເວທີປາໄສຕຳຫລວດຈາລະຈອນ ອາຊຽນ- ການເຊື່ອມຕໍ່ ແລະ ແບ່ງປັນບົດຮຽນ

(vovworld)- ການຄົມ​ມະ​ນາ​ຄົມ​ຢູ່​ນະ​ຄອນ​ຫລວງ ມາ​ນີ​ລາ ອາດ​ຈະ​ຖືກ​ ຈັດ​ຂາດໃນ​ໄລ​ຍະ 3-5 ປີ​ຈະ​ມາ​ເຖິງ. ຢູ່ ກຳ​ປູ​ເຈຍ, ອຸ​ປະ​ຕິ​ເຫດ​​ທາງຄົມ​ມະ​ນາ​ຄົມ​ແມ່ນ​ສາຍ​ເຫດ​ຕົ້ນ​ຕໍຂອງ​ການ​ເສຍ​ຊີ​ວິດ. ໃນ​ຂະ​ນະ​ນັ້ນ ຢູ່​ຫວຽດ​ນາມ ໃນແຕ່​ລະ​ປີ ມີ​ຜູ້​ເສຍ​ຊີ​ວິດຍ້ອນ​ອຸ​ປະ​ຕິ​ເຫດ​ທາງຄົມ​ມະ​ນາ​ຄົມກວ່າ 8000 ຄົນ. ​ຈຳ​ນວນພົນ​ລະ​ເມືອງກວ່າ 600 ລ້ານ​ຄົນ​ຂອງ​ປະ​ຊາ​ຄົມ ອາ​ຊຽນ ຕ້ອງ​ຮັບ​ມື​ກັບ​ບັນ​ດາ​ບັນ​ຫາ​ລວມ​ຄື: ລົດ​ຕິດ, ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ຄົມ​ມະ​ນາ​ຄົ​ມ​ມີ​ຄວາມ​ຈຳ​ກັດ, ອຸ​ປະ​ຕິ​ເຫ​ດ​ຄົມ​ມະ​ນາ​ຄົມ. ນັ້ນ​ແມ່ນ​ບັນ​ດາ​ຂ່າວ​ຄາວ​ທີ່​ເປັ​ນ​ຫນ້າ​ວິ​ຕົກ​ກັງ​ວົນ​ຊື່ງ​ຖືກ​ຍົກ​ອອກ​ທີ່​ເວ​ທີ​ປາ​ໄສ​ຕຳ​ຫລວດ​ຈະ​ລາ​ຈອນ ອາ​ຊຽນ ຄັ້ງ​ທີ 1 ຄຽງ​ຄູ່​ກັບບັນ​ດາ​ເນື້ອ​ໃນ​ການ​ຮ່ວມ​ມື, ​ການຄຸ້ມ​ຄອງ, ບຳ​ລຸງ​ສ້າ​ງ​ຕຳ​ຫລວດ​ຈະ​ລາ​ຈອນ​ບັນ​ດາ​ປະ​ເທດ​ອາ​ຊຽນ. ບົດ​ຂຽນ​ຂອ​ງ​ນັ​ກ​ຂ່າວ ຫງວຽນ​ອຽນ.

ເວທີປາໄສຕຳຫລວດຈາລະຈອນ ອາຊຽນ- ການເຊື່ອມຕໍ່ ແລະ ແບ່ງປັນບົດຮຽນ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ເວທີປາໄສຕຳຫລວດຈາລະຈອນ ອາຊຽນ
ພາບ:csgt.vn

        ມີ​ຜູ້​ແທນ​ເກືອບ 100 ຄົນ​ມາ​ຈາກ 9 ປ​ະ​ເທດ​ອາ​ຊຽນ (​ເວັ້ນ​ເສຍ​ແຕ່ ບ​ຣູ​ໄນ) ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເຊິ່ງ​ໄດ້​ດຳ​ເນີນ​ໃນ​ທ້າຍ​ເດືອນ 11/2016 ຜ່ານ​ມາ ຢູ່ ຮ່າ​ໂນ້ຍ ລ້ວນ​ແຕ່​ເປັນ​ເອກ​ະ​ພາບ​​ກັນວ່າ: ສະ​ພາບ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ຄົມ​ມະ​ນາ​ຄົມ​ບັນ​ດາ​ປະ​ເທດ ອາ​ຊຽນ ມີ​ຫລາຍ​ຈຸດ​ທີ່​ຄ້າຍ​ຄື​ກັນ, ອຸ​ປະ​ຕິ​ເຫ​ດ​ທາງ​ຄົມ​ມະ​ນາ​ຄົມ​ຍັງ​ເກີດ​ຂຶ້ນ​ຫລາຍ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ ຜູ້​ຮັບ​ບາດ​ເຈັບ​ຍັງ​ຢູ່​ໃນ​ລະ​ດັບ​ສູງ, ສະ​ພາບ​ລົດ​ຕິດ​ຍັງ​ເກີດ​ຂຶ້ນ, ເຮັດ​ໃຫ້​ເສ​ຍ​ເວ​ລາ ແລະ ເງິນ​ຄຳ, ຂັດ​ໃຈ​ຕໍ່​ຜູ້​ເຂົ້າ​ຮ່ວມ​ຄົມ​ມະ​ນາ​ຄົມ. ຈາກ​ບົດ​ຮຽນ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຄວາມ​ປອດ​ໄພ​ທາງ​ຄົມ​ມະ​ນາ​ຄົມ​ຢູ່ ສິງ​ກະ​ໂປ, ພັນ​ໂທ Ruilin Zheng, ພະ​ແນກ​ບຳ​ລຸງ​ສ້າງ ແລະ ແຜນ​ການ, ຕຳ​ຫລວດ​ຈະ​ລາ​ຈອນ ໄດ້​ແບ່ງ​ປັນ​ວ່າ:

        “​ສ່ວນ​ສຳ​ຄັນ​ຫນຶ່ງແມ່ນ ໂຄ​ສະ​ນາ​ສຶກ​ສາ​ອົບ​ຮົມໃຫ້​ຜູ້​ເຂົ້າ​ຮ່ວມ​ຄົມ​ມະ​ນາ​ຄົມ​ໃນ​ທຸກ​ເກນ​ອາ​ຍຸ. ຖ້າ​ສັງ​ເກດ​ສະ​ພາບ​ການ​ຄົມ​ມະ​ນາ​ຄົມ​ຂອງ​ສິງ​ກະ​ໂປ​ເມື່ອ​ປີ 2015 ອາດ​ຈະ​ເຫັນ​ໄດ້​ວ່າ ອັດ​ຕາ​ສ່ວນ​ຜູ້ເສຍ​ຊີ​ວິດຍ້ອນ​ອຸປະ​ຕິ​ເຫ​ດ​ທາງ​ຄົມ​ມະ​ນາ​ຄົມແມ່ນ​ຢູ່​ໃນ​ລະ​ດັບ​ຕ່ຳ​ທີ່​ສຸດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ຂ້າ​ພະ​ເຈົ້າ​ຍັງ​ຖື​ວ່າ ເຖິງວ່າ​ມີ​ຜູ້​ຫນຶ່ງ​ເສຍ​ຊີ​ວິດ​ຍ້ອນ​ອຸ​ປະ​ຕິ​ເຫ​ດ​ທາງ​ຄົມ​ມະ​ນາ​ຄົມນັ້ນ​ກໍ​ແມ່ນ​ສິ່ງ​ທີ່​ເປັນ​ຫນ້າ​ເອົາ​ໃຈ​ໃສ່.  ພ້ອມ​ກັບ​ການ​ສຶກ​ສາ​ອົບ​ຮົມ ຄວນ​ມີ​ມາດ​ຕະ​ການ​ແກ້​ໄຂ​ຕາມ​​ລະ​ບຽບ​ກົດ​ໝາຍ.”

        ເພື່ອ​ຫລຸດ​ຜ່ອນ​ອຸ​ປະ​ຕິ​ເຫ​ດ​ທາງ​ຄົມ​ມະ​ນາ​ຄົມ, ນອກ​ຈາກ​ການ​ໂຄ​ສະ​ນາ ສຶກ​ສາ​ອົມ​ຮົມ​ໃຫ້​ປະ​ຊາ​ຊົນ​ແລ້ວ ຕ້ອງ​ມີ​ການ​ປັບ​ໄຫມ​ລົງ​ໂທດ​ຢ່າງ​ເຂັ້​ມງວດ​ສຳ​ລັບ​ຜູ້​ລະ​ເມີດຄົມ​ມະ​ນາ​ຄົມ, ພ້ອມ​ກັນ​ນັ້ນ, ລັດ​ຖະ​ບານ​ຄວນ​ມີ​ມາດ​ຕະ​ການ​ທັງ​ໄລ​ຍ​ະ​ສັ້ນ ແລະ ໄລ​ຍະ​ຍາວ​ເພື່ອ​ແກ້​ໄຂ​ສະ​ພາບ​ການ​ລົດ​ຕິດ. ​ຄຳ​ແບ່ງ​ປັນ​ຂອງພົນ​ໂທ ວິດ​ທະ​ຍາ ປະ​ຢອງ​ພັນ, ຜູ້​ຊ່ວຍ​ ຜູ້​ບັນ​ຊາ​ການ​ຕຳ​ຫລວດ​ແຫ່ງ​ຊາດ​ໄທ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ ແລະ ເຫັນ​ດີ​ເຫັນ​ພ້ອມ​ຈາກ​ຜູ້​ແທນ​.

        ສຽງ​ທ່ານ ວິດ​ທະ​ຍາ


        ບົດ​ປະ​ກອບ​ຄວາມ​ເຫັນ​ທີ່​ເວ​ທີ​ປາ​ໄສ​ກໍ​ສະ​ແດງເຫັນ​ຄວາມ​ແຕກ​ຕ່າງ​ຂອງ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ບັນ​ດາ​ປະ​ເທດ​ອາ​ຊຽນ ໃນ​ການ​ປະ​ກາດ​ໃຊ້​ຂໍ້​ກຳ​ນົດ, ການ​ຄຸ້ມ​ຄອງ ແລະ ອອກ​ໃບ​ຂັບ​ຂີ່: ບາງ​ປະ​ເທດ​ຄື ອິນ​ໂດ​ເນ​ເຊຍ, ສິງ​ກະ​ໂປ, ຕຳ​ຫລວດ​ຈະ​ລາ​ຈອນ​ອອກ​ໃບ​ຂັບ​ຂີ່ ແລະ ຄຸ້ມ​ຄອງ​ຜູ້​ຂັບ​ລົດ. ຢູ່​ຫວຽດ​ນາມ ຂົງ​ເຂດນີ້ ໂດຍ​ຂະ​ແຫນງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ຮັບ​ຜິດ​ຊອບ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ດາ​ປະ​ເທດ​ລ້ວນ​ແຕ່​ມີ​ຈຸດ​ລວມນັ້ນ​ແມ່ນ​ວຽກ​ງານ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ທາງ​ຄົມ​ມະ​ນາ​ຄົມ ລ້ວນ​ແຕ່​ອີງ​ໃສ່​ບົນ​ພື້ນ​ຖານ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ຄົມ​ມະ​ນາ​ຄົມ. ພົນ​ຕີ Rathveasna Run, ຫົວ​ຫນ້າ​ຕຳ​ຫລວດ​ຈະ​ລາ​ຈອນ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ສາ​ທ​າ​ລະ​ນະ, ກົມ​ຕຳ​ຫລວດ​ແຫ່ງ​ຊາດ, ກ​ະ​ຊວງ​ພາຍ​ໃນ ກຳ​ປູ​ເຈຍ ໃຫ້​ຮູ້​ວ່າ:

        “ກຳ​ປູ​ເຈຍ ຢາ​ກ​ມີ​ເວ​ທີ​ປາ​ໄສ​ຄື​ແນວ​ນີ້​ຫລາຍກວ່າ ແລະ ຖ້າ​ຫາກ​ພວກ​ເຮົາ​ມີ​ກົດ​ໝາຍ​ຄົມ​ມະ​ນາ​ຄົມ ອາ​ຊຽນ, ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ການ​ຂົນ​ສົ່ງ​ຂ້າມ​ຊາຍ​ແດນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊຽນ. ນີ້​ແມ່ນ​ເວ​ທີ​ປາ​ໄສ​ເພື່ອ​ໃຫ້​ພວກ​ເຮົາ​ແລກ​ປ່ຽນ ແລະ ແບ່ງ​ປັນ​ບົດ​ຮຽນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຄົມ​ມະ​ນາ​ຄົມ. ຜ່ານ​ເວ​ທີ​ປາ​ໄສ​ນີ້, ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ຫວຽດ​ນາມ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ເລື່ອງ ນຳ​ບັນ​ດາ​ປະ​ເທດ ອາຊຽນ ຫຍັບ​ມໍ່​ເຂົ້າ​ກັນ​ກວ່າ. ຫວັງ​ວ່າ​ໃນ​ອະ​ນາ​ຄົດ ສະ​ພາບ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພທາງ​ຄົມ​ມະ​ນາ​ຄົມ​ຢູ່​ບັນ​ດາ​ປະ​ເທດ ອາ​ຊຽນ ຈະ​ບັນ​ລຸ​​ໄດ້ໝາກ​ຜົນ​ຕັ້ງ​ຫນ້າ​ຫລາຍ​ຢ່າງ.”

ເວທີປາໄສຕຳຫລວດຈາລະຈອນ ອາຊຽນ- ການເຊື່ອມຕໍ່ ແລະ ແບ່ງປັນບົດຮຽນ - ảnh 2
ສະ​ພາບ​ລົດ​ຕິດ​ຢູ່​ບັນ​ດາ​ປະ​ເທດ​ອາ​ຊຽນ​ເປັນ​ຫນ້າ​ວິ​ຕົກ​ກັງ​ວົນ​ປະ​ຈຸ​ບັນ
ພາບ:internet


        ​ສິ້ນ​ສຸດ​ເວ​ທີ​ປາ​ໄສ, ບັນ​ດາຜູ້​ແທນມາ​ຈາກ​ບັນ​ດາ​ປະ​ເທດ​ປະ​ເທດ ອາ​ຊຽນ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ. ບັນ​ດາ​ຜູ້​ແທນ​ໄດ້​ເປັນ​ເອ​ກະ​ພາບນຳ​ກັນ​ວ່າ ບັນ​ດາ​ປະ​ເທດ​ອາຊຽນ ຜັດ​ປ່ຽນ​ກັນ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ຕຳ​ຫລວດ​​ຈະ​ລາ​ຈອນ ອາ​ຊຽນ ປີ​ລະ​ເທື່ອ​ຫນຶ່ງ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ໃນ​ການ​ຄຸ້ມ​ຄອງ​ຄວາ​ມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ຄົມ​ມະ​ນາ​ຄົມ, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ ແລະ​ບົດ​ຮຽນ​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຄວາ​ມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ຄົມ​ມະ​ນາ​ຄົມ ແລະ ບັນ​ດາ​ເນື້ອ​ໃນ​ກ່ຽວ​ຂ້ອງ. ຖະ​ແຫລງ​ການ​ຮ່ວມກໍ່​ເຕື້ອງ​ເຖິງ​ການ​ສົ່ງ​ເສີມ​ລັດ​ຖະ​ບານບັນ​ດາ​ປະ​ເທດ​ຮັບ​ຮອງ​​ເອົາໃບ​ຂັບ​ຂີ່​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ; ເປັນ​ເອກ​ະ​ພາບ​ລາຍ​ງານ​ຕໍ່​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ ມອບ​ຫນ້າ​ທີ່​ໃຫ້​ກຳ​ລັງ​ຕຳ​ຫລວດ​​ຈະ​ລາ​ຈອນຈັດ​ຕັ້ງ​ການ​​ສອບເສັງ, ອອກ​ໃບ​ຂັບ​ຂີ່ ແລະ ຄຸ້ມ​ຄອງ​ຜູ້​ຂັບ​ລົດ, ກ້າວ​ໄປ​ເຖິງ​​ຄວາມ​ເປັນເອ​ກະ​ພາບຕໍ່​ວິ​ທີ​ການ​ສະ​ຖິ​ຕິ ແລະ ​ຕີ​ລາ​ຄາ​ສະ​ພາບ​ອຸປະ​ຕິ​ເຫດໃນ​ພາກ​ພື້ນ ເພື່ອ​ຈຸດ​ໝາຍ​ຫລຸດ​ຜ່ອນ​ການ​ເກີດອຸ​ປະ​ຕິ​ເຫດ​​ທາງຄົມ​ມະ​ນາ​ຄົມ, ສະ​ພາບ​ລົດ​ຕິດ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຄວາມ​ປອດ​ໄພ​ທາງ​ຄົມ​ມະ​ນາ​ຄົມ​ຢູ່​ແຕ່​ລະ​ປະ​ເທດ​ກໍ​ຄືໃນພາກ​ພື້ນ ອາ​ຊຽນ.


ຕອບກັບ

ຂ່າວ/ບົດ​ອື່ນ