ແນວຄວາມຄິດກິນເຂົ້າເຊົ້າຢູ່ຫວຽດນາມ, ກິນເຂົ້າສວາຍຢູ່ໄທຈະເປັນໄປໄດ້ໃນໃກ້ໆນີ້


(vovworld)- “ບໍ່​ຕ້ອງ​ການ​ຂີ່​ຍົນ, ພຽງ​ແຕ່​ຂີ່​ລົດ​ເມ​ທ່ານ​ກໍ່ສາ​ມາດ​ກິນ​ເຂົ້າ​ເຊົ້າ​ຢູ່ ຫວຽດ​ນາມ ແລະ ກິນ​ເຂົ້າ​ສວາຍ​ຢູ່​ໄທ​ໄດ້”. ນັ້ນ​ແມ່ນ​ຄຳ​ແບ່ງ​ປັນ​ຂອງ​ທ່ານ ຫງວຽນ​ເຕີ​ດ​ແທ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄທ ປະ​ຈຳ​ຫວຽດ​ນາມ​ກັບ​ນັກ​ຂ່າວ ເນື່ອງ​ໃນ​ໂອ​ກາດ​ທ່ານ​ກັບ​ຄືນ​ເມືອ​ປະ​ເທດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ການ​ທູດ​ຄັ້ງ​ທີ 29 ຊື່ງ​ຫາກໍ່​ດຳ​ເນີນ​ ຫວ່າງ​ແລ້ວນີ້​ຢູ່​ຮ່າ​ໂນ້ຍ. ພາຍ​ຫລັງ 40 ປີ​ແຫ່ງ​ການ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ໄທ ໄດ້​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ, ພິ​ເສດ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ.

ແນວຄວາມຄິດກິນເຂົ້າເຊົ້າຢູ່ຫວຽດນາມ, ກິນເຂົ້າສວາຍຢູ່ໄທຈະເປັນໄປໄດ້ໃນໃກ້ໆນີ້ - ảnh 1
ນັບ​ມື້​ນັບ​ມີ​ຊາວ​ຫວຽດ​ນາມ​ຫລາຍ​ຄົນ​ໄປ​ຢ້ຽມ​ຢາມ​ໄທ
ພາບ:internet

        ບັນ​ດາ​ຄວາມ​ຄືບ​ຫນ້າ​ຂອງ​ສາຍ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ໄທ ໃນ​ໄລ​ຍະ​ຜ່ານ​ມາ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ ສອງ​ປະ​ເທດບໍ່​ແມ່ນ​ຄູ່​ແຂ່ງ​​ແກ້ງ​ແຍ້ງ​ເທົ່າ​ນັ້ນ ຫາກ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ຫນູນ​ຊ່ວຍ​ເຊິ່ງ​ກັນ ແລະ​ກັນ, ພ້ອມ​ກັນ​ພັດ​ທະ​ນາ. ສອງ​ປະ​ເທດ​ລ້ວນ​ແຕ່​ມີ​ຄວາມ​ຕ້ອງ​ການ​ນຳ​ເຂົ້າ​ສົ່ງ​ອອກ​ສິນ​ຄ້າ​ຫລາຍ​ປະ​ເພດ. ວົງ​ເງິນ​ການ​ຄ້​າ​ສອງ​ສົ້​ນ​ເພີ່ມ​ຂຶ້ນ​ແຕ່ 509 ລ້ານ USD ໃນ​ປີ 1995 ໃຫ້​ຂຶ້ນ​ເຖິງ​ປະ​ມານ 13 ຕື້ USD ໃນ​ປີ 2015 ແລະ ສູ້​ຊົນ​ບັນ​ລຸ 20 ຕື້ USD ໃນ​ປີ 2020. ທ່ານ ຫງວຽນ​ເຕີ​ດ​ແທ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ໄທ  ໃຫ້​ຮູ້​ວ່າ:

        “ຫວຽດ​ນາມ ມີ​ທ່າ​ໄດ້​ປຽບ​ໃຫຍ່​ສົມ​ຄວນ ເພາະ​ແມ່ນ​ປະ​ເທດ​ຫນຶ່ງ​ດຽວ​ໃນ​ໂລກ ໄດ້​ລົງ​ນາມ​ໃນ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ບັນ​ດາປະ​ເທດປະ​ຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ. ໄທ ພວມ​ປາດ​ຖະ​ຫນາ​ຢາກ​ມີສິ່ງນັ້ນ. ສະ​ນັ້ນ ເຂົາ​ເຈົ້າ​ຊອກວິ​ທີ​ເພື່ອ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ຈາກ​ຫວຽດ​ນາມ.  ປີ 2015, ປະ​ຊາ​ຊົນ​ຫວຽດ​ນາມ ແລະ ໄທ ໄປ​ທ່ອງ​ທ່ຽວ​ເຊິ່ງ​ກັນ ແລະ​ກັນ​ປະ​ມານ 750.000 ເທື່ອ​ຄົນ ແລະ ກວ່າ 210.000 ເທື່ອ​ຄົ​ນ​ຕາມ​ລຳ​ດັບ. ຖ້າ​ຫາກ​ສັງ​ເກດ​ຈຳ​ນວນ​ຖ້ຽວ​ບິນ​ໄປ​ມາ​ລະ​ຫວ່າງ​ສອງ​ປະ​ເທດ ພວກ​ເຮົາ​ຈະ​ເຫັນ​ວ່າ ກ່ອນນີ້ 1 ປີ, ມີ​ພຽງ​ປະ​ມານກວ່າ 100 ຖ້ຽວ​ບິນ/ອາ​ທິດ ແຕ່​ມາ​ຮອດ​ປະ​ຈຸ​ບັນ ມີ 210 ຖ້ຽວ​ບິນ/ອາ​ທິດ. ຕົວ​ເລກນີ້​​ສະ​ແດງໃຫ້​ເຫັນ​ວ່າ ແຕ່​ລະ​ມື້​ມີ​ປະ​ມານ 30 ຖ້ຽວ​ບິນ​ໄປ​ກັບ​ລະ​ຫວ່າງ ໄທ ແລະ ຫວຽດ​ນາມ.”

        ຕາມ​ທ່ານ ຫງວຽນ​ເຕີ​ດ​ແທ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ໄທ​ແລ້ວ, ເພື່ອ​ບັນ​ລຸ​ຜົນ​ປະ​ໂຫຍດ​ຢ່າງ​ສຸດ​ຂີດ, ຫນຶ່ງ​ໃນ​ບັນ​ດາ​ຈຸດ​ສຸມນັ້ນ​ແມ່ນ ພັດ​ທະ​ນາ​ການ​ເຊື່ອມ​ຕໍ່ຄົມ​ມະ​ນາ​ຄົມ​ຂ​ົນ​ສົ່ງ ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກກວ່າ​ອີກ​ໃຫ້​ແກ່​ຂ​ົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ ແລະ ທ່ອງ​ທ່ຽວ. ໄທ ປາດຖະ​ຫນາ​ວ່າ ສອ​ງ​ປະ​ເທດ​ອາດ​ຈະ​ເປີດ​ບໍ​ລິ​ການລົດ​ໂດຍ​ສານ​​ຜ່ານລາວ ແລະ ກຳ​ປັ່ນ​ໂດຍ​ສານ​​ທາງ​ທະ​ເລ​ຜ່ານ​ກຳ​ປູ​ເຈຍ ເຂົ້າ​ເຄື່ອນ​ໄຫວ​ໂດຍ​ໄວ.

        “ປະ​ຈຸ​ບັນ, ສອງ​ຝ່າຍ​ກໍ​ພວມ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ທາງ​ທະ​ເລ, ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ ແລະ ການ​ຄ້າ. ພິ​ເສດ, ສອງ​ຝ່າຍ​ພວມ​ຍູ້​ແຮງ​ການ​ເຊື່ອມ​ຕໍ່​ທາງ​ບົກ. ປະ​ຈຸ​ບັນ, ບັນ​ດາ​ລັດ​ຖະ​ບານ​ກ່ຽວ​ຂ້ອງ ນັ້ນ​ແມ່ນ ຫວຽດ​ນາມ, ລາວ, ໄທ, ກ​ຳ​ປູ​ເຈຍ ພວມ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ຜ່ານທາງ​ລົດ​ເມ​ປະ​ຈຳ​ວັນ. ຫວັງ​ວ່າ ແຕ່​ລະ​ມື້​ຈະ​ມີ​ສາຍ​ລົດ​ເມ​ທ່ອງ​ທ່ຽວນັບ​ສີບໆ​ສາຍ​ລະ​ຫວ່າງ​ບັນ​ດາ​ແຂວງ, ນະ​ຄອນ​ຂອງ​ຫວຽດ​ນາມ ແລະ​ໄທ. ປີນີ້ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົ​ວ​ພັນ​ທາ​ງ​ການ​ທູດ ລະ​ຫວ່າງ​ຫວຽດ​ນາມ ແລະ​ໄທ, ສອ​ງ​ຝ່າຍ​ພວມ​ຊຸກ​ຍູ້​ການ​ເປີດ​ສະ​ຫລອງ​ສາຍ​ທາງ​ຕົ້ນ​ຕໍ​ເພື່ອ​ໃຫ້​ໄລ​ຍະ​ຈະ​ມາ​ເຖິງ ລົດ​ເມ​​ຂອງຫວຽດ​ນາມ ບໍ່​ພຽງ​ແຕ່​ໄປ​ຍັງ​ລາວ​ເທົ່າ​ນັ້ນ ຫາກ​ໄປ​ຍັງ​ໄທ​ອີກ​ດ້ວຍ, ຈາກນັ້ນ ຊຸກ​ຍູ້​ການ​ເຊື່ອມ​ຕໍ່ ແລະ ແມ່ນ​ພື້ນ​ຖານ​ເພື່ອ​ຊຸກ​ຍູ້​ດ້ານ​ການ​ຄ້າ ການ​ລົງ​ທຶນ ແລະ ພົວ​ພັນ​ແລກ​ປ່ຽນ​ປ​ະ​ຊາ​ຊົນ​ລະ​ຫວ່າງ​ສອງ​ປະ​ເທດ. ແນວ​ຄວາມ​ຄິດ​ກິນ​ເຂົ້າ​ເຊົ້າ​ຢູ່​ຫວຽດ​ນາມ, ກິນ​ເຂົ້າ​ສວາຍ​ຢູ່​ໄທ​​ແມ່ນຈະ​ ເປັ​ນ​ໄປ​ໄດ້ໃນ​ໄລ​ຍະ​ໃກ້ໆ​ນີ້.”

ແນວຄວາມຄິດກິນເຂົ້າເຊົ້າຢູ່ຫວຽດນາມ, ກິນເຂົ້າສວາຍຢູ່ໄທຈະເປັນໄປໄດ້ໃນໃກ້ໆນີ້ - ảnh 2
ທ່ານ ຫງວຽນ​ເຕີ​ດ​ແທ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ໄທ

        ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ດີ​ພໍ​ສົມ​ຄວນ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ ​ຮ່ວມ​ມື ລະ​ຫວ່າງ​ຫວຽດ​ນາມ ແລະ ໄທ ຍັງ​ໃຫຍ່​ຫລວງ​ຢູ່, ພິ​ເສດ​ໃນ​ສະ​ພາບ​ປະ​ຊາ​ຄົມ ອາ​ຊຽນ ຫາກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້​ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ທ່ານ ຫງວຽນ​ເຕີ​ດ​ແທ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ໄທ ແລ້ວ ,ໃນ​ຂະ​ນະ​ບັນ​ດາ​ວິ​ສາ​ຫະ​ກິດ ໄທ ​ມີ​ຄວາມສົນ​ໃຈ​ເຖິງ​ຕະ​ຫລາດ ອາ​ຊຽນ ແລະ ​ຕະ​ຫລາດ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກໃນ​ອາ​ຊຽນ, ເຂົາ​ເຈົ້າ​​ມີ​ຄວາມສົນ​ໃຈ​ທີ່​ສຸດ​ເຖິງ​ຕະ​ຫລາດ​ຫວຽດ​ນາມ, ແຕ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຍັງ​ບໍ່​ທັນ​ມີ​ຄວາມ​ສົນ​ໃຈ​ ເຖິງ​ຕະ​ຫລາດ ໄທ ປານ​ໃດ​. ບັນ​ດາ​ວິ​ສາ​ຫະ​ກິດ​ໄທ ໄດ້​ຊອກ​ທຸກວິ​ທີ​ເພື່ອ​ພົບ​ປະ​ກັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ, ເຊື້ອ​ເຊີນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ ເຂົ້າ​ຮ່ວມ​ບັນ​ດາ​ເຫດ​ການ​ກ່ຽວ​ຂ້ອງ​ເຖິງ​ດ້ານ​ເສດ​ຖະ​ກິດ ການ​ຄ້າ, ພິ​ເສດ ແມ່ນ​ບັນ​ດ​າ​ການ​ເຄື່ອນ​ໄຫວ​ກ່ຽວ​ຂ້ອງ​ເຖິງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ. ໃນ​ຂະ​ນະ​ນັ້ນບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຍັງ​ບໍ່​ທັນ​ຍາດ​ແຍ່ງ​ການ​ຊ່ວຍ​ເຫລືອ​ຈາກ​ອົງ​ການ​ຜູ້​ຕາງ​ຫນ້າ​ຫວຽດ​ນາມ ຢູ່ ຕ່າງ​ປະ​ເທດ ໃຫ້​ມີ​ປະ​ສິດ​ທິ​ຜົນ. ທ່ານ ຫງວຽນ​ເຕີ​ດ​ແທ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ໄທ ໃຫ້​ຮູ້​ວ່າ:

        “ໄທ​ແມ່ນ​ຕະ​ຫລາດ​ໃຫຍ່​ພໍ​ສົມ​ຄວນ ດ້ວຍ​ພົນ​ລະ​ເມືອງ​ປະ​ມານ 70 ລ້ານ​ຄົນ. ໃນ​ຍອດ​ວົງ​ເງິນ​ນຳ​ເຂົ້າ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ຫວຽດ​ນາມ ມີ​ພຽງ​ປະ​ມານ 20% ແມ່ນ ນຳ​ເຂົ້າ​ສົ່ງ​ອອກ​ສິນ​ຄ້າ​ໃນ ອາ​ຊຽນ. ຫວຽດ​ນາມ ສົນ​ໃຈ​ເຖິງ​ຕະ​ຫລາດ​ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ຄື: ອາ​ເມ​ລິ​ກາ, ບັນ​ດາ​ປະ​ເທດ ເອີ​ລົບ, ແຕ່​ພວກ​ເຮົາ​ຍັງ​ບໍ່​ທັນ​ຂຸດ​ຄົ້ນ​ຕະ​ຫລາດ ອາ​ຊຽນ ຢ່າງ​ເຂັ້ມ​ງວດ. ປະ​ຈຸ​ບັນ, ໃນ​ຂົງ​ເຂດ​ຄ​້າ​ຂາຍ​ສິນ​ຄ້າ, ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຍັງ​ບໍ່​ທັນ​ສົນ​ໃຈ​ເຖິງ​ຕະ​ຫລາດ​ໄທ. ຈຳ​ນວນ​ບໍ​ລິ​ສັດ​ຫວຽດ​ນາມ ໄປ​ລົງ​ທຶນ​ຢູ່​ໄທ​ບໍ່​ມີ​ຫລາຍ. ອີກດ້ານ​ຫນຶ່ງ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ ພວມ​ພັດ​ທະ​ນາ​ຕາມ​ຍຸດ​ທະ​ສາດ​ສະ​ເພາະ ຫາກ​ຍັງ​ບໍ່​ທັນ​ຕິດ​​ພັນກັບ​ຕະ​ຫລາດ​ພາກ​ພື້ນ ແລະ ທົ່ວ​ໂລກ​ຢ່າງ​ແຫນ້ນ​ແຟ້ນ. ອົງ​ການ​​ຕາງ​ຫນ້າ​ຂອງ​ຫວຽດ​ນາມ ຢູ່ ຕ່າງ​ປະ​ເທດ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ອົງ​ການ ຊື່ງ​ບັນ​ດາ​ວິ​ສາ​ຫະ​ກິດ​ສາ​ມາດ​ຍາກ​ແຍ່ງ​ການ​ຊ່ວຍ​ເຫລືອ​ໄດ້ ແຕ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ພັດ​ບໍ່​ທັນ​ຊອກວິ​ທີ​ຍາດ​ແຍ່ງ​ໃຫ້​ມີ​ປະ​ສິດ​ທິ​ຜົນ.”

        ປະ​ຈຸ​ບັນ​, ໄທ ຢືນ​ອັນ​ດັບ​ທີ 11 ກ່ຽວ​ກັບ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດ​ນາມ. ປີ 2015, ໄທ ລົງ​ທຶນ​ໃນ 415 ໂຄງ​ການ ດ້ວຍ​ຈຳ​ນວນ​ທຶນກວ່າ 7,36 ຕື້ USD. ຕາມ​ທ່ານ​ ຫງວຽນ​ເຕີ​ດ​ແທ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ໄທ ແລ້ວ, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ໄທ ພວມ​ມາ​ນະ​ພະ​ຍາ​ຍາມ​ສົ່ງ​ເສີມ​ການ​ໂຄ​ສະ​ນາ​ການ​ລົງ​ທຶນ​ຢູ່​ໄທ. ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ໄທ ແລະ ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ນັ້ນ​ ພວກ​ເຮົາ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ຄາດ​ໝາຍ​ຍົກ​ວົງ​ເງິນ​​ການ​ຄ້າ​ສອງ​ສົ້ນ​ໃຫ້​ຂຶ້ນ​ເຖິງ 20 ຕື້ USD ໃນ​ປີ 2020 ຈະ​ປະ​ກົດ​ຜົນ​ເປັນ​ຈິງ​ໂດຍ​ໄວ.

ຕອບກັບ

ຂ່າວ/ບົດ​ອື່ນ