ແມ່ຂອງ ຫວຽດນາມ - ລາວ, ນຳຫນ້າໃນການບໍລິການສົ່ງຄົນລາວມາກວດແລະປິ່ນປົວພະຍາດຢູ່ຫວຽດນາມ

(vovworld)- ໃນ​ໄລ​ຍະພຽງ​ເຄິ່ງຕົ້ນ​ປີ 2016 ​ເທົ່າ​ນັ້ນ​ໄດ້ມີ​​ຄົນລາວ ເກືອບ 200 ຄົນ​ມາ​ ຮ່າ​ໂນ້ຍ ກວດ​ ແລະ ປິ່ນ​ປົວ​ພະ​ຍາດ. ຈຳ​ນວນ​ຄົນລາວ​ມາ​ກວດ​ ແລະ ປິ່ນ​ປົວ​ພະ​ຍາດ​ຢູ່​ບັນ​ດາ​ແຂວງ ​ທາງພາກ​ກາງ​ ຫວຽດ​ນາມ ຍັງ​ຫລາຍກວ່າອີກ ຍ້ອນ​ສາຍ​ເຫດ​ດ້ານ​​ພູມ​ສາດ. ເຂົາ​ເຈົ້າລ້ວນ​ແຕ່ມາ​ຫວຽດ​ນາມ​ເອງ​ຫລື​ໂດຍບັນ​ດາ​ຫ້ອງກວດ​ພະ​ຍາດ​ພາກ​ເອ​ກະ​ຊົນ​ຂອງ​ຫວຽດ​ນາມ ແນະ​ນຳ. ຄວາມ​ມຸ້ງ​ຫວັງຂອງປະ​ຊາ​ຊົນ​ລາວ​ຫລາຍ​ຄົນ​ແມ່ນ​ໄດ້​ມາກວດ ແລະ ປິ່ນ​ປົວ​ພະ​ຍາດ​ຢູ່​ ຫວຽດ​ນາມ, ​ແຕ່ບໍ່​ປະ​ຕິ​ບັດ​ໄດ້, ຍ້ອນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ດ້ານພາ​ສາ ແລະ ​ການ​ເງິນ, ໂດຍ​ກຳ​ໄດ້​ສະ​ພາບ​ຕົວ​ຈິງນີ້, ບໍ​ລິ​ສັດ​ທ່ອງ​ທ່ຽວ ແລະ ການ​ຄ້າ ແມ່​ຂອງ ຫວຽດ​ນາມ - ລາວ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເພື່ອ​ນຳ​ເອົາການ​ບໍ​ລິ​ການກວດ ແລະ ປິ່ນ​ປົວ​ພະ​ຍາດ​​ມາໃຫ້​​ປະ​ຊາ​ຊົນ​ລາວ ອ້າຍ​ນ້ອງ.

ແມ່ຂອງ ຫວຽດນາມ - ລາວ, ນຳຫນ້າໃນການບໍລິການສົ່ງຄົນລາວມາກວດແລະປິ່ນປົວພະຍາດຢູ່ຫວຽດນາມ - ảnh 1
ພິ​ທີ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈ​ຳ​ລາຍ​ການ​ກຸ​ສົນ "ສະ​ບາຍ​ດີ ວຽງ​ຈັນ"

        ​ເມ​ື່ອພົບ​ປະ​ກັບ​ເອື້ອຍ​ລານ ໃນ​ຮ້ານ​ກາ​ເຟໜຶ່ງ ຢູ່ ຮ່າ​ໂນ້ຍ, ເຖິງວ່າ​ມີ​ອາ​ຍຸພຽງ 30 ປີ ແລະ ເອື້ອຍ​ລານ​​ໄດ້ມີ​ປະ​ສົບ​ການ​​ໃນ​ຂົງ​ເຂດ​​ການ​ຢາເປັນ​ເວ​ລາ 10 ປີ ແລ້ວ, ປະ​ຈຸ​ບັນລາວເປັນຜູ້​ອຳ​ນວ​ຍ​ການ​ບໍ​ລິ​ສັດ​ທ່ອງ​ທ່ຽວ ແລະ ການ​ຄ້າ ແມ່​ຂອງ ຫວຽດ​ -  ລາວ. ເຊິ່ງ​ແມ່ນ​ບໍ​ລິ​ສັດ​ທຳ​ອິດ, ທັງ​ແມ່ນ​ບໍ​ລິ​ສັດ​ຫນຶ່ງ​ດຽວ​​ທີ່ເຮັດ​ການ​ບໍ​ລິ​ການ​ສົ່ງ​ຄົນ​ລາວ ມາ​ກວດ ແລະ ປິ່ນ​ປົວ​ພະ​ຍາດ​ຢູ່​ບັນ​ດາ​ໂຮງ​ໝ​ໍ​ມີ​ອິດ​ທິ​ພົນ​ຊື່​ສຽງ​ຢູ່​ຫວຽດ​ນາມ. ເອື້ອຍ​ລານໄດ້​ຮຽນ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ​ແລະ​ການ​ຢາ ເຫ້ວ ແລ້ວ. ກ່ອນ​ທີ່​ຈະສ້າງ​ຕັ້ງ​ບໍ​ລິ​ສັດ​ແມ່​ຂອງ ຫວຽດ​​ນາມ - ລາວ, ເອື້ອຍ​​ເຄີຍເປັນ​ພະ​ນັກ​ງານ​ວິ​ຊາ​ການ​ໃຫ້ບໍ​ລິ​ສັດ​ນຳ​ເຂົ້າ​ສົ່ງ​ອອກ​​ຢຸກຢາ​ຂອງ​ຕ່າງ​ປະ​ເທດ ດ້ວຍ​ເງິນ​ເດືອນ​ນັບ​ພັນ​ໂດ​ລາ​ສະ​ຫະ​ລັດ, ແຕ່​ເອື້ອຍ​ບໍ່​ເຮັດ​ອີກ ຍ້ອນບໍ່​ຢາກເປັນ​ຄົນ​​ຮັບ​ຈ້າງ. ສິ່ງ​ພິ​ເສດ ນັ້ນ​ແມ່ນ, ​ກ່ອນ​ທີ່​ສ້າງ​ຕັ້ງ​ບໍ​ລິ​ສັດ​ ກ່ອນນີ້ 7 ເດືອນ, ເອື້ອຍ​ ລານ ​ບໍ່​ທັນ​ຮູ້ຫຼາຍ​ກ່ຽວ​ກັບ​ປະ​ເທດ​ລາວ.

        “ມີ​ເທື່ອ​ຫນຶ່ງ, ເມື່ອໂອ້​ລົມ​ກັບເພື່ອນລາວ​ຜູ້​ຫນຶ່ງ ແລະ ​ເພື່ອນຫວຽດ​​ຜູ້ຫນຶ່ງ​ທີ່​ພວມ​ປະ​ຕິ​ບັດ​ງານ​ຢູ່​ລາວ. ​ຂ້າ​ພະ​ເຈົ້າ​ກໍ່ຮູ້​ວ່າ: ມີ​ຊາວ​ລາວ​ຫລາຍ​ຄົນ​ຢາກ​​ມາ​ກວດ ແລະ ປິ່ນ​ປົວ​ພະ​ຍາດ​ຢູ່​ຫວຽດ​ນາມ ແຕ່​ບໍ່​ມີ​ຄົນ​ຊ່ວຍ​ພາ​ໄປ. ໃນ​ທັນ​ທີ​ນັ້ນ, ຂ້າ​ພະ​ເຈົ້າ​ກໍ່ຄິດ​​ເຖິງ​ເລື່ອງສ້າງ​ຕັ້ງ​ບໍ​ລິ​ສັດ, ເພາະ​ວ່າ ນີ້​ແມ່ນ​ວິ​ຊາ​ສະ​ເພາະ​ຂອງ​ຕົນ.”

        ເອື້ອຍ​ລານ​ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ທຳ​ອິດທີ່​ເຮັດ​​ການບໍ​ລິ​ການ, ເອື້ອຍ​ລານ ບໍ່​ຄິດ​ເຖິງ​ເລື່ອງ​ສ້າງ​ກຳ​ໄລ​ໃຫ້ຫຼາຍ, ຫາກ​ພຽງແຕ່​ຢາກ​ສ້າງ​ອິດ​ທິ​ພົນ​ຊື່​ສຽງ​ໃຫ້​ແກ່​ບໍ​ລິ​ສັດ​ເທົ່າ​ນັ້ນ. ປະ​ຈຸ​ບັນ, ເງິນ​ທີ່​ເບີກ​ຈ່າຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ທັງ​ໝົດ​ຂອງ​ບໍ​ລິ​ສັດ​ແມ່ນ​ມາຈາກ​ລາຍ​ຮັບ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ການ​ຢາ​ຂອງ​ເອື້ອຍ​.  ແມ່​ຂອງ ຫວຽດ​ນາມ - ລາວ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ກັບ​ບັນ​ດາ​ໂຮງ​ໝໍ​ໃຫຍ່​ຢູ່​ພາກ​ເຫນືອ​ຄື: ໂຮງ​ໝໍ​ແບກ​ມາຍ, ໂຮງ​ໝໍ​ກອງ​ທັບ 108, ໂຮງ​ໝໍ​ຮ່າ​ແທ່ງ, ໂຮງ​ໝໍ​ມະ​ເຮັງ​ຄໍ​ໜຽງ ຮຶງ​ຫວຽດ ເພື່ອ​ໃຫ້​ຄົນ​ເຈັບ​ເມື່ອ​ມາ​ກວດ ແລະ ປິ່ນ​ປົວ​ພະ​ຍາດ ຈະ​ໄດ້​ຮັບ​ການ​ກໍ​ລິ​ການ​ດີ​ທີ່​ສຸດ. ອ້າຍ ຫງວຽນ​ດຶກວັນ, ຫົວ​ໜ້າ​ຫ້ອງ​ບຸກ​ຄະ​ລາ​ກອນ ໂຮງ​ໝໍ ​ມະ​ເຮັງ​ຄໍ​ໜຽງ ຮຶງ​ຫວຽດ, ແຫ່ງ​ທີ່​ໄດ້​ຮັບ​ຄົນ​ເຈັບ​ລາວ​ມາ​ກວດ ແລະ ປິ່ນ​ປົວ​ພະ​ຍາດ 2 ຄັ້ງ, ໂດຍ ແມ່​ຂອງ ຫວຽດ - ລາວ​ສະ​ເໜີ, ໃຫ້​ຮູ້​ວ່າ:

        “ພວກຂ້າ​ພະ​ເຈົ້າ ແລະ ບໍ​ລິ​ສັດ ແມ່​ຂອງ ຫວຽດ - ລາວ ໄດ້​ມີ​ຂໍ້​ຕົກ​ລົງ​ເຜີຍ​ແຜ່​ຄວາມ​ຮູ້​ກ່ຽວ​ກັບ​ການ​ສົ່ງ​ເສີມ​ສຸ​ຂະ​ພາບໃຫ້​ແກ່​ປະ​ຊາ​ຊົນ ລາວ. ໃນ​ນັ້ນ​ພວກ​ເຮົາ​ຈະ​ຮັບ​ເອົາ​ຄົນ​ເຈັບ​ໂດຍ​ບໍ​ລິ​ສັດ ແມ່​ຂອງ ຫວຽດ - ລາວ ສະ​ເໜີ ແລະ ຈະ​ສະ​ໜອງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ເຂົາ​ເຈົ້າ. ພວກ​ຂ້າ​ພະ​ເຈົ້າ​ຈະ​ເກັບ​ຄ່າ​ກວດ ແລະ ປິ່ນ​ປົວ​ພະ​ຍາດ​ໃຫ້​ຄົນ​ລາວ​ຄື​ດັ່ງ​ຄົນ ຫວຽດ​ນາມ. ນອກ​ນັ້ນ, ໂດຍ​ອີງ​ໃສ່​ເງື່ອນ​ໄຂ​ຕົວ​ຈິງຂອງ​ຄົນ​ເຈັບ, ພວກ​ຂ້າ​ພະ​ເຈົ້າ​ຈະຫຼຸດ​ຄ່າ​ກວດ ແລະ ປິ່ນ​ປົວ​ພະ​ຍາດ​ລົງ​ແຕ່ 10 – 20%. ທາງ​ໂຮງ​ໝໍ​ຍັງ​ສົມ​ທົບ​ກັບ​ບໍ​ລິ​ສັດ ແມ່​ຂອງ ຫວຽດ - ລາວ ແລະ ສະ​ໂມ​ສອນ ”​ທ່ານ​ໝໍ​ບັນ​ດາ​ເພື່ອນ​ມິດ” ຈັດ​ຕັ້ງ​ການກວດ ແລະ ປິ່ນ​ປົວ​ພະ​ຍາດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ນັກ​ຮົບ​ເກົ່າ​ລາວ 350 ຄົນ​ໃນ​ເດືອນ 12/2016 ຜ່ານ​ມາ​ອີກ”.

ແມ່ຂອງ ຫວຽດນາມ - ລາວ, ນຳຫນ້າໃນການບໍລິການສົ່ງຄົນລາວມາກວດແລະປິ່ນປົວພະຍາດຢູ່ຫວຽດນາມ - ảnh 2
ຄະ​ນະ​ທ່ານ​ໝໍ ແລະ ພະ​ນັກ​ງານ ບໍ​ລິ​ສັດ ໄປ​ກ​ວ​ດ ແລະ ປິນ​ປ​ົວ​ພະ​ຍາດ​ໂດຍບໍ່​ເສຍ​ຄ່າ​ຢູ່​ລາວ

        ປະ​ຈຸ​ບັນ, ບໍ​ລິ​ສັດ ແມ່​ຂອງ ຫວຽດ - ລາວ ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ ວຽງ​ຈັນ ແລະ ຮ່າ​ໂນ້ຍ, ເຖິງວ່າ​ມີ​ພາ​ລະ​ກອນ​ພຽງ 5 ຄົນ​ເທົ່າ​ນັ້ນ, ແຕ່​ທາງ​ບໍ​ລິ​ສັດ​ຍັງ​ມີຜູ້​ຮ່ວມ​ງານກວ່າ 10 ຄົນ​ອີກ. ​ຖ້າຄົນ​ເຈັບມີ​ຄວາມ​ຕ້ອງ​ການກວດ ແລະ ປິ່ນ​ປົວ​ພະ​ຍາດ ຈະ​ຕິດ​ຕໍ່​ກັບ​ບໍ​ລິ​ສັດ​ ແມ່​ຂອງ ຫວຽດ - ລາວ ຢູ່​ລາວ, ພາ​ລະ​ກອນຢູ່​ທີ່ນີ້​ຈະ​ຮັບ​ເອົາ​ຂໍ້​ມູນ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຄົນ​ເຈັບ, ແລະ ອີງ​ຕາມ​ພະ​ຍາດ​ຈະຈັດ​ໃຫ້​ເຂົາເຈົ້າ​ປິ່ນ​ປົວ​ຢູ່​​​ໂຮງ​ໝໍ​ທີ່​ເໝາະ​ສົມ. ເມື່ອ​ຄົນ​ເຈັບ ​ລາວ ມາ ຫວຽດ​ນາມ, ບັນ​ດາ​ຜູ້​ຮ່ວມ​ງານ​ຂອງ​ບໍ​ລິ​ສັດ​ຈະ​ຮັບ​ຜິດ​ຊອບ​ພາ​ຄົນ​ເຈັບ​ໄປໂຮງ​ໝໍ, ທັງ​ເປັນ​ຜູ້​ແປ​ພາ​ສາ​ໃຫ້​​ເຂົາ​ເຈົ້າ​​ເລີຍ. ອ້າຍ ຄຳ​ໄຊ, ຢູ່​ນະ​ຄອນຫຼວງ ວຽງ​ຈັນ ມີ​ຄວາມ​ເພິ່ງ​ພໍ​ໃຈ​ເມື່ອ​ມາ​ກວດ​ພະ​ຍາດ​ສັງ​ລວມ​ຢູ່​ໂຮງ​ໝໍມະ​ເຮັງ​ຄໍ​ໜັງຮຶງ​ຫວຽດ,  ແລະ ໄດ້​ຮັບການ​ບໍ​ລິ​ການ, ການ​ໜູນ​ຊ່ວຍ​ດີ​ທີ່​ສຸດ, ດ້ວຍ​ຄ່າ​ທັງ​ໝົດ​ແມ່ນ 6,5 ລ້ານ​ດົ່ງ.

ເທບ​ສຽງ​ ຄຳ​ໄຊ

        ໃນ​ເດືອນ 2 ນີ້, ເອື້ອຍ​ ລານ ຈະ​ໄປ​ເຮັດ​ວຽກ​ກັບ​ຝ່າຍ ​ລາວ ເພື່ອ​ຈັດ​ຕັ້ງ​ຊຸດ​ແລກ​ປ່ຽນ​ບົດ​ຮຽນ​ລະ​ຫວ່າງ​ທ່ານ​ໝໍ ຫວຽດ​ນາມ ແລະ ທ່ານ​ໝໍ​ ລາວ. ​ຫວັງ​ວ່າ​ແຜນ​ການ​ຂອງ​ບໍ​ລິ​ສດ ແມ່​ຂອງ ຫວຽດ - ລາວ ຈະ​ປະ​ສົບ​ຜົນ​ສຳ​ເລັດ ແລະ ບໍ​ລິ​ສັດ​ຈະ​ເປັນ​ຂົວ​ຕໍ່​ນຳ​ມາ​ເຊິ່ງ​ການ​ບໍ​ລິ​ການກວດ ແລະ ປິ່ນ​ປົວ​ພະ​ຍາດ​ດີ​ທີ່​ສຸດ​ໃຫ້​ບັນ​ດາ​ຄົນ​ເຈັບ​ລາວ ທີ່​ມີ​ຄວາມ​ຕ້ອງ​ການ​ມາ​ກວດ ແລະ ປິ່ນ​ປົວ​ພະ​ຍາດ​ຢູ່ ຫວຽດ​ນາມ.

 


ຂ່າວ/ບົດ​ອື່ນ