ໂຄສະນາມໍລະດົກພາກເຫນືອເຖິງບັນດາບໍລິສັດທ່ອງທ່ຽວອິນໂດເນເຊຍ

(vovworld)- ໃນ​ທ້າຍ​ເດືອນ 10 ຜ່ານ​ມາ, 15 ບໍ​ລິ​ສັດທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ແຖວ​ຫນ້າ ຢູ່ ອິນ​ໂດ​ເນ​ເຊຍ ຄື: Res Tour, Korea Indonesia, Cipa Tour & Travel … ພ້ອມ​ກັບ​ສື່ມວນ​ຊົນ ອິນ​ໂດ​ເນ​ເຊຍ ໄດ້​ໄປ​ທັດ​ສະ​ນະ​ສຶກ​ສາ​ ໃນ​ເວ​ລາ 6 ວັນ 5 ຄືນ ​ຢູ່ 4 ແຂວງ, ນະ​ຄອນ ​ທາງພາ​ກ​ເຫນືອ​ຫວຽດ​ນາມ​ຄື: ຟູ​ທໍ້, ຊາ​ປາ, ຮ່າ​ໂນ້ຍ ແລະ ນິງ​ບີງ. ການ​ຢ້ຽມ​ຢາມ​ແມ່ນນອນ​ໃນ​ລາຍ​ການ​ທ່ອງ​ທ່ຽວ​ເພື່ອ​ຊອກ​ຮູ້, ສຳ​ຫລວດ, marketting ຫລື ເອີ້ນ​ວ່າ Famtrip ທີ່​ມີ​ຫົວ​ຂໍ້​ວ່າ: “ມ​ໍ​ລະ​ດົກ​ພາກ​ເຫນືອ ຫວຽດ​ນາມ - ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃຫມ່ 2016 -2017”. ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງ​ທ່ຽວ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ, ພິ​ເສດ ແມ່ນ​ເພີ່ມ​ທະ​ວີ​ການ​ແນະ​ນຳ​ບັນ​ດາ​ມໍ​ລະ​ດົກ​​ຢູ່ພາກ​ເຫນືອ​ຫວຽດ​ນາມ.

ໂຄສະນາມໍລະດົກພາກເຫນືອເຖິງບັນດາບໍລິສັດທ່ອງທ່ຽວອິນໂດເນເຊຍ - ảnh 1
ຄະ​ນະFamtrip ອິນ​ໂດ​ເນ​ເຊຍ ຢ້ຽມ​ຢາມ​ວິ​ຫາ​ນ​ຮຸ່ງ
ພາບ:Golden Tour


        ເມ​ື່ອ​ໄປ​ຢ້ຽມ​ຢາມ ນະ​ຄອນ ຫວຽດ​ຈີ ແຂວງ ຟູ​ທໍ້ ໃນ​ຕອນ​ເຊົ້າ​ວັນ​ທີ 21/10, ຄະ​ນະ Famtrip ອິນ​ໂດ​ເນ​ເຊຍ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ​ຢູ່​ວິ​ຫານ​ຮຸ່ງ ຊື່ງ​ແມ່ນ​ແຫ່ງ​ບູ​ຊາ ຄຸນ​ງາມ​ຄວາມ​ດີ​ຂອງ​ບັນ​ດາ​ເຈົ້າ​ຊີ​ວິດ​ທຳ​ອິດ​ຂອງ​ຊາດ​ຫວຽດ​ນາມ, ໄປ​ຢ້ຽມ​ຢາມ​ວິ​ຫານ​ບູ​ຮານ ຮຸ່ງ​ໂລ ແລະ ຊົມ​ສິ​ລະ​ປະ ຂັບ​ຊວານ. ໃນ​ການ​ຕ້ອນ​ຮັບ​ຄະ​ນະ Famtrip ອິນ​ໂດ​ເນ​ເຊຍ ທ່ານ​ນາງ ຫງວຽນ​ຮ​ວາ​ເລ, ຜູ້​ອຳ​ນວຍ​ການ​ສູນ​ຖະ​ແຫລງ​ຂ່າວ ແລະ ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ຟູ​ທໍ້ ແບ່ງ​ປັນ​ວ່າ:  

“ບັນ​ດາ​ລາຍ​ການ Famtrip ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ໄດ້​ມີ​ໂອ​ກາດສຳ​ຜັດ​ໂດຍ​ກົງ​ກັບ​ຊັບ​ພະ​ຍ​າ​ກອນ, ຜະ​ລິດຕະ​ພັນ ແລະ ບໍ​ລິ​ການ​ທ່ອງ​ທ່ຽວ​ຂອງ​ແຂວງ ຟູ​ທໍ້. ຜ່ານນັ້ນ ເຫັນ​ໄດ້​ທ່າ​ແຮງ, ສິ່ງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ເພື່ອ​ຄົ້ນ​ຄ້​ວາ​ການ​ຮ່ວມ​ສຳ​ພັນ​ສ້າງ​ລາຍ​ການ​ທ່ອງ​ທ່ຽວ, ສາຍ​ທ່ອງ​ທ່ຽວ​ຕິດ​ພັນ​ກັບ ແຂວງ ຟູ​ທ​ໍ້. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ສ້າງ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ຢ່າງ​ແຫນ້ນ​ແຟ້ນ ແລະ ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ລະ​ຫວ່າງ​ແຂວງ ຟູ​ທໍ້ ກັບ​ບັນ​ດາ​ທ້ອງ​ຖິ່ນ, ຈາກນັ້ນ ຊຸກ​ຍູ້​ການ​ທ່ອງ​ທ່ຽວຂອງ​ແຂວງ”.

ໂຄສະນາມໍລະດົກພາກເຫນືອເຖິງບັນດາບໍລິສັດທ່ອງທ່ຽວອິນໂດເນເຊຍ - ảnh 2
ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະFamtrip ອິນ​ໂດ​ເນ​ເຊຍ ຂີ່​ລົດ 3 ລໍ້ ຢ້ຽມ​ຢາມ
ຮ່າ​ໂນ້ຍ
ພາບ:Golden Tour

        ເມື່ອ​ເດີນ​ທາງ​ອອກ​ຈາກ ແຂວງ ຟູ​ທໍ້, ຄະ​ນະ Famtrip ອິນ​ໂດ​ເນ​ເຊຍ ສືບ​ຕໍ່​ ເດີນ​ທາງ​ໄປ​ເຖິງ​ແຂວງ ລາວ​ກາຍ ເພື່ອ​ຢ້ຽມ​ຢາມ​ບັນ​ດາ​ແຂວງ​ພູ​ດອຍ​ທາງ​ພາກ​ເຫນືອ ຫວຽດ​ນາມ ແລະ ​ເມືອງຊາ​ປາ ຊື່ງ​ແມ່ນ​ສະ​ຖານ​ທີ​ທ່ອງ​ທ່ຽວ​ທີ່​ລື​ຊື່. ຮູ​ບ​ພາບ​ພູ​ຜາ​ປ່າ​ໄມ້​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ບັນ​ດາ​ເສັ້ນ​ທາງ​ລະ​ອິດ​ລະ​ອ້ຽວ ແລະ ຄວາມ​ງາມ​ຂອງ​ນາ​ຂັ້ນ​ໄດ​​ພວມ​ສຸກ​ເຫລືອງ​, ການຄົ້​ນ​ຫາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຄົມ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ຢາວ​ດໍ໋  ແລະ ຊົນ​ເຜົ່າ​ໄຢ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ແຮງ​ໃຫ້​​ແກ່ນັກ​ທ່ອງ​ທ່ຽວ​ອິນ​ໂດ​ເນ​ເຊຍ. ທ່ານ​ນາງ Herlinah Djono, ຜູ້​ອຳ​ນວຍ​ການ​ຄຸ້ມ​ຄອງ ບໍ​ລິ​ສັດ​ທ່ອງ​ທ່ຽວ Pangsud ປະ​ເທດ ອິນ​ໂດ​ເນ​ເຊຍ ແບ່ງ​ປັນ​ວ່າ:

        “​ ການ​ຢ້ຽມ​ຢາມ​ຫວຽດ​ນາມຄັ້ງ​ນີ້​ຂອງພວກ​ຂ້າ​ພະ​ເຈົ້າແມ່ນ​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ. ພ​ວກ​ຂ້າ​ພະ​ເຈົ້າ ໄດ້​ໄປ​ຢ​້ຽມ​ຢາມ​ບ້ານ​ຊົນ​ເຜົ່າ​ຕ່າງໆ ຢູ່ ຊາ​ປາ, ​ໄດ້ພົບ​ປະ​ກັບ​​ຊາວ​ເຜົ່າສ່ວນ​ຫນ້ອຍ​ທີ່​ພວມ​ຂາຍ​ຜະ​ລິດ​ຕະ​ພັນ​ແພພື້ນ​ເມືອງ ແລະ ໄດ້​ຂີ່​ກະ​ເຊົ້າ​ລອຍ​ຟ້າ​ຂຶ້ນ​ຈອມ​ພູ Fanxipang. ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ນີ້ ພວກ​ຂ້າ​ພະ​ເຈົ້າ ຖອດ​ຖອ​ນ​ໄດ້ບົດ​ຮ​ຽ​ນ​ຫລາຍ​ຢ່າງ ບໍ່​ພຽງ​ແຕ່​ຂາຍບ​ໍ​ລິ​ການ​ທ່ອງ​ທ່ຽວ ເຖິງ ຮ່າ​ໂນ້ຍ, ໄຊ​ງ່ອນ, ດາ​ຫນັງ ໃຫ້​ນັກ​ທ່ອງ​ທ່ຽວ ອິນ​ໂດ​ເນ​ເຊຍ ເທົ່າ​ນັ້ນ ຫາກ​ພວກ​ຂ້າ​ພະ​ເຈົ້າ​ຍັງ​ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​​ໃຫມ່ຫລາຍ​ແຫ່ງ​ຕື່ມ​ອີ​ກ​ຄື ຊາ​ປາ ເພື່ອ​ແນະ​ນຳ​ໃຫ້​ນັກ​ທ່ອງ​ທ່ຽວ.”

        ເດີນ​ທາງ​ອອກ​ຈາກ​ເຂດ​ພູ​ດອຍ, ຄະ​ນະ Famtrip ກັບ​ຄື​ນຢ​້ຽ​ມ​ຢາມ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ. ພາ​ຍ​ຫລັງ​ຂີ່​ລົດ 3 ລໍ້ ຢ້ຽມ​ຢາມ​ຖະ​ຫນົນ​ສາຍ​ຕ່າງໆ​ຢູ່​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ແລະ  ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຄື: ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ, ຫນອງ​ໂຮ່​ເກືອມ, ຄຸ້ມ​ຖະ​ຫນົນ​ເກົ່າ ຮ່າ​ໂນ້ຍ ແລ້ວ, ຄະ​ນະ Famtrip ສືບ​ຕໍ່​ໄປ​ຢ້ຽມ​ຢາມ ນິງ​ບີງ. ຢູ່​ທີ່ນີ້, ບັນ​ດາ​ນັກ​ທ່ອງ​ທ່ຽວ​ໄດ້​ເຂົ້າ​ຮ່ວ​ມ​ລາຍ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ, ທ່ອງ​ທ່ຽວ​ຈິດ​ວີນ​ຍານ ແລະ ປະ​ຫວັດ​ສາດ ດ້ວຍ​ເຮືອ, ຊົມ​ຄວາ​ມ​ງາມ​ຂອງ​ກຸ່ມ​ທັດ​ສະ​ນີ​ຍະ​ພາບ ຈາງ​ອານ ຊື່ງ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ວ່າ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແລະ ທຳ​ມະ​ຊາດ​ຂອງ​ໂລກ​ປີ 2014. ຄວາມ​ງາມ​ຂອງພູ​ຜາ​ປ່າ​ໄມ້​​ທີ່ໃຫຍ່​ໂຕ​ມະ​ໂຫ​ຖານ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຫລາຍ​ຢ່າງ​ໃຫ້​ແກ່​ແຂກ​ທີ່ມາ​ຈາກ ອິນ​ໂດ​ເນ​ເຊຍ. Baban Ganda Purnama, ​ແມ່ນຫນຶ່ງ​ໃນ​ບັນ​ດາ​ນັກ​ຂ່າວ Detik.com ໄດ້​ຖ່າຍ​​ເອົາ​ບັນ​ດາ​ຮູບ​ພາບ​ທີ່​ສວຍ​ງາມ​ຂອງ​ເຂດ​ທັດ​ສະ​ນີ​ຍະ​ພາບນີ້.

        “ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຕ່​ລະ​ແຫ່ງ ລ້ວນ​ແຕ່​ມີ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ພິ​ເສດ. ໃນ​ໄລ​ຍະ​ຢູ່ຢ້ຽມ​ຢາມ ຫວຽດ​ນາມ ແລະ ຕິດ​ຕາມຄະ​ນະ Famtrip ອິນ​ໂດ​ເນ​ເຊຍ, ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ສ່ອງ​ແສງ​ບັນ​ຍາ​ກາດ​ຢູ່​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ ແລະ ຂຽນ​ບົດ​ສາ​ລະ​ຄະ​ດີ. ໃນ​ເວ​ລາ 3 ມື້, ຂ້າ​ພະ​ເຈົ້າ​ຂຽນ​ໄດ້ 3 ບົດ​ກ່ຽວ​ກັບ​ບັນ​ດາ​ນາງ​ສາວ​ ຂັ​ບ​ຊວານ ຢູ່ ວິ​ຫານ​ຮຸ່ງ, ນ້ອງ​ນ້ອຍ​ຊາວ​ຊົນ​ເຜົ່າ, ​ລາຍ​ການ​ທ່ອງ​ທ່ຽວ Fanxipang..ແລະ ຍັງ​ມີ​ຫລາຍ​ສິ່ງ​ທີ່​ປະ​ທັບ​ໃຈ​ຂ້າ​ພະ​ເຈົ້າ​ຢາກ​ຂຽນເປັ​ນບົດ.”

        ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຈາກ​ກົມ​ທ່ອງ​ທ່ຽວ​ຫວຽດ​ນາມ​ແລ້ວ, ຄາດ​ວ່າ ແຕ່​ລະ​ປີ ມີ​ນັກ​ທ່ອ​ງ​ທ່ຽວ ອິນ​ໂດ​ເນ​ເຊຍ 80.000 ຄົນ​​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ແລະ ນັກ​ທ່ອງ​ທ່ຽວ ຫວຽດ​ນາມ 50.000 ຄົນ​ໄປ​ຢ້ຽມ​ຢາມ​ອິນ​ໂດ​ເນ​ເຊຍ, ເປີດ​ຂົງ​ເຂດ​ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ສອ​ງ​ປະ​ເທດ, ພ້ອມ​ທັງ​ເພີ່ມ​ທະ​ວີ​ກາ​ລະ​ໂອ​ກາດ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ແລະ ປະ​ກອບ​ສ່ວນ​ເຂົ້າ​ຮ່ວມ​ປະ​ຊາ​ຄົມ ອາ​ຊຽນ ຢ່າ​ງ​ຕັ້ງ​ຫນ້າກວ່າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ໃນ​ຊຸມ​ປີ​ຜ່ານ​ມາ ຍັງ​ບໍ່​ທັນ​ສົມ​ກັບ​ຄວາມ​ສາ​ມາດບົ່ມ​ຊ້ອນ​ດ້ານ​ການທ່ອງ​ທ່ຽວ​ຂອງ​ສອງ​ປະ​ເທດ. ທ່ານ ຮ່າ​ວັນ​ຊຽວ, ຮອງ​ຫົວ​ຫນ້າ​ກົມ​​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ອິນ​ໂດ​ເນ​ເຊຍ ແມ່ນ​ປະ​ເທດ ມີ​ພົນ​ລະ​ເມືອງ​ຫລາຍກວ່າ​ໝູ່​ເມື່​ອ​ທຽບ​ໃສ່​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊຽນ, ໃນ​ຊຸມ​ປີ​ຜ່ານມ​ຮາ, ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ການ​ຫັນ​ປ່ຽນ, ເຖິງວ່າ ຈຳ​ນວນ​ແຂກ​ທ່ອງ​ທ່ຽວ ອິນ​ໂດ​ເນ​ເຊຍ ມາ​ຢ້ຽມ​ຢາມ​ ຫວຽດ​ນາມ ແລະ ກົງ​ກັນ​ຂ້າມ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ ຫວຽດ​ນາມ ໄປ​ຢ້ຽມ​ຢາມ ອິນ​ໂດ​ເນ​ເຊຍ ຍັງ​ຈຳ​ກັດ​ຢູ່. ລັດ​ຖະ​ບານ​ສອງ​ປະ​ເທດ ກໍ​ຄື​ກົມ​ທ່ອງ​ທ່ຽວ ຄວ​ນ​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງ​ທ່ຽວລະ​ຫວ່າງ​ສອງ​ຝ່າຍ. ຕົວ​ຢ່າງ​ຄື ຄະ​ນະ Famtrip​ໃນ​ຄັ້ງ​ນີ້”

        ໃນ​ຂອບ​ເຂດ​ລາຍ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຍັງ​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ​ການ​ທ່ອງ​ທ່ຽວ ລະ​ຫວ່າງ ບໍ​ລິ​ສັດ​ທ່ອງ​ທ່ຽວ​ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ໂດຍ​ມີ​ກາ​ນ​ເຂົ້າ​ຮ່ວມ​ຂອງ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ແລະ ສະ​ຖານ​ທູດ ອິນ​ໂດ​ເນ​ເຊຍ ປະ​ຈຳ​ຫວຽດ​ນາມ ເພື່ອ​ແບ່ງ​ປັນ​ໝາກ​ຜົນ​ກ່ຽວ​ກັບ​ການ​ໄປສຳ​ຫລວດ ແລະ ຊອກ​ຮູ້​ບັນ​ດາ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ກວ່າ​ອີກ.

        ຄາດ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກົມ​ໃຫຍ່ ທ່ອງ​ທ່ຽວ ຫວຽດ​ນາມ ຈະ​ສົມ​ທົບ​ກັບ​ບໍ​ລິ​ສັດ​ການ​ບິນ ແລະ ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ ອິນ​ໂດ​ເນ​ເຊຍ ເພ​ື່ອ​ສ້າງ​ສາຍ​ທ່ອງ​ທ່ຽວ​ໃຫມ່​ທາງ​ພາກ​ເຫນືອ​ຫວຽດ​ນາມ ແລະ ຈັດ​ຕັ້ງ Roadshow ໃຫ້​ແກ່​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ ຫວຽດ​ນາມ ໄປ​ຢ້ຽມ​ຢາມ ອິນ​ໂດ​ເນ​ເຊຍ ໃນ​ເດືອນ 12/2016.


ຕອບກັບ

ຂ່າວ/ບົດ​ອື່ນ