ໄຂງານມະໂຫລານຮູບເງົາອາຊຽນຢູ່ສຳນັກງານສະຫະປະຊາຊາດຢູ່ເຊີແນວ

ໄຂງານມະໂຫລານຮູບເງົາອາຊຽນຢູ່ສຳນັກງານສະຫະປະຊາຊາດຢູ່ເຊີແນວ - ảnh 1
ພາບປະກອບ

(vovworld)- ງານມະໂຫລານຮູບເງົາ ອາຊຽນ ໄດ້ໄຂຂຶ້ນໃນວັນທີ 27/3/2017 ຢູ່ ສຳນັກງານ ສປຊ ຢູ່ ນະຄອນ ເຊີແນວ ປະເທດ ສະວິດ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ Evan P. Garcia, ເອກອັກຄະລັດຖະທູດ ຫົວຫນ້າຄະນະຜູ້ຕາງຫນ້າ ຟີລີບປີນ ປະຈຳ ສປຊ ແລະ ບັນດາອົງການຈັດຕັ້ງສາກົນອື່ນ ຢູ່ ເຊີແນວ ໄດ້ເນັ້ນຫນັກວ່າ: ພື້ນຖານຮູບເງົາຂອງບັນດາປະເທດ ອາຊຽນ ພວມມີຫລາຍກາລະໂອກາດອອກສູ່ໂລກ. ບັນດາປະເທດ ອາຊຽນ ພວມແມ່ນຈຸດນັດພົບດູດດື່ມບັນດານັກຜະລິດຮູບເງົາໂລກ ດ້ວຍທັດສະນີຍະພາບເປັນຫນ້າປະທັບໃຈຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ກໍຄື ພື້ນຖານເສດຖະກິດວັດທະນາຖາວອນ. ງານມະໂຫລານຮູບເງົາຄັ້ງນີ້ ໄດ້ສາຍຮູບເງົາຂອງ 10 ປະເທດສະມາຊິກ ອາຊຽນ ເພື່ອແນໃສ່ພັນລະນາໃຫ້ເຫັນສະພາບການພື້ນຖານຮູບເງົາບັນດາປະເທດ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ