ໄມຕິຈິດມິດຕະພາບຫວຽດນາມ - ລາວ ນັບມື້ນັບໄດ້ຮັບການຮັດແຫນ້ນ

(vovworld)- ການ​ຢ້ຽມ​ຢາມ ສ​ປ​ປ ລາວ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ ແຕ່​ວັນ​ທີ 24-26/11/2016 ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບງາມ. ການ​ເຄື່ອນ​ໄຫວຕ່າງໆ​ໃນການ​ຢ້ຽມ​ຢາມ​, ພິ​ເສດ​ແມ່ນ​ການ​ໂອ້​ລົມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ​ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໃນ​ດວງ​ໃຈ​ຂອງວົງ​ການ​ໄວ​ຫນຸ່ມ​ລາວ ເວົ້າສະ​ເພາະ ແລະ ປະ​ຊາ​ຊົນ​ລາວ ເວົ້າ​ລວມ.

ໄມຕິຈິດມິດຕະພາບຫວຽດນາມ - ລາວ ນັບມື້ນັບໄດ້ຮັບການຮັດແຫນ້ນ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ

ທີ່​ຫໍ​ປະ​ຊຸມ​ຮູບວົງ​ມົນ​ດ້ວຍ​ເນື້ອ​ທີ່ກວ້າງກວ່າ 500 ຕາ​ແມັດ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ, ພະ​ນັກ​ງານ​ຂັ້ນ​ສູງ ສ​ປ​ປ ລາວ ພ້ອມ​ກັບ ພະ​ນັກ​ງານ, ຄູ​ອາ​ຈານ, ນັກ​ສຶກ​ສາ​ລາວກວ່າ 1.800 ຄົນໄດ້​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ. ນີ້​ເປັນ​ຄັ້ງ​ທຳ​ອິດ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ໂອ້​ລົມ​ອັນ​ອົ​ບ​ອຸ່ນ​ກັບ​ຜູ້​ຕາງ​ຫນ້າ​ໄວ​ຫນຸ່ມ​ລາວ. ເປີດ​ສາກ​ບົດ​ກ່າວ​ປາ​ໄສ, ທ່ານ​ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ຕ້ອນ​ຮັບ​ຢ່າງ​ສະ​ຫນິດ​ສະ​ຫນົມ​ຂອງ​ຄ​ະ​ນະ​ອຳ​ນວຍ​ການ​ໂຮງ​ຮຽນ​ ແລະ ​ຄູ​ອາ​ຈານ, ນັກ​ສຶກ​ສາ​ທັງ​ໝົດ​ ກໍ​ຄື​ບັນ​ດາ​ຜົນ​ງານ, ການ​ປ່ຽນ​ແປງ​ຂອງ​ລາວ​ໃນ​ຊຸມ​ປີມໍ່ໆ​ມານີ້.

ເພື່ອນ ໄດມອນ​ ວິ​ລະ​ນົນ, ນັກ​ສຶກ​ສາ​ລາວ ພວມ​ຮ່ຳ​ຮຽນ​ຢູ່ ສະ​ຖາ​ບັນ​​ການ​ປົກ​ຄອງ​ແຫ່ງ​ຊາດ​ ທີ່ ສ​ສ ຫວຽດ​ນາມ ໃຫ້​ຮູ້​ວ່າ: ເຖິງວ່າ ​ຂ້າ​ພະ​ເຈົ້າໄດ້​ຕິດ​ຕາມ​ການ​ໂອ້​ລົມ​ ຂອງ​ທ່ານ​ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ທີ່​ຖ່າຍ​ທອດ​ສົດ​ທາງ​ໂທ​ລະ​ພາບ​ ພຽງ​ເກືອບ 1 ຊົ່ວ​ໂມງ ກໍ​ຕາມ ແຕ່​ກໍ​ມີ​ຄວາມ​ຮູ້​ສຶກ​​ປະ​ທັບ​ໃຈ​ທີ່​ສຸດ​ເມືື່ອ​ໄດ້​ຮັບ​ຟັງ​ບັນ​ດາ​ເລື່ອງ​​ສັ້ນ​ກ່ຽວ​ກັບ​ອາ​ລົມ​ຈິດ​ສະ​ຫນິດ​ຕິດ​ພັນ​ລະ​ຫວ່າງ​ປະ​ທານ​ໂຮ່​ຈິ​ມີນ ແລະ ສະ​ເດັດ​ເຈົ້າ ສ​ຸ​ພາ ນຸ​ວົງ ເມື່ອ “ຢູ່​ຮ່ວມ​ກັນໃນ ​​ຕຸບ​ດຽວ, ກິນ​ເຂົ້າ​ກັບ​ຜັກ​ປ່ານຳ​ກັນ, ພ້ອມ​ກັນ​ປູກ​ຜັກ, ປູກ​ມັ​ນ​ດ້າງ​ເພີ່ມ​ພູນ​ຜະ​ລິດ​ຜົນ.”

ສຽງ​ເພື່ອນ ໄດ​ມອນ


ເມື່ອ​ໂອ້​ລົມ​ກັບ​ພະ​ນັກ​ງານ, ຄູ​ອາ​ຈານ ແລະ ນັກ​ສຶກ​ສາ​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ, ທ່ານເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ພະ​ນັກ​ງານ, ຄູ​ອາ​ຈານ ແລະ ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ  ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ກ່ຽວ​ກັບ​ທຸກ​ດ້ານ​ເພື່ອ​ເບິ່ງ​ແຍງ, ບຳ​ລຸງ​ສ້າງ​ນັກ​ສຶກ​ສາ​ຫວຽດ​ນາມ ລຸ້ນ​ຕ່າງໆ ​ໃນ​ທຸກ​ດ້ານ ແລະ ປາດ​ຖະ​ຫນາ​ວ່າ ການ​ຮ່ວມ​ມື​ດ້ານການ​ສຶກ​ສາ​ບຳ​ລຸງ​ສ້າງ ແມ່ນ​ຂົງ​ເຂດສຳ​ຄັນ​ຍິ່ງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ​ທີ່ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ​ສູງກວ່າ, ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ແລະ ຄວາ​ມມ​ຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ສອງ​ພັກ, ສອງ​ລັດ ແລະ ປ​ະ​ຊາ​ຊົນ​ສອງ​ປະ​ເທດ. ເອື້ອຍ​ຄູ ລັນ​ນີ ຊື່ງ​ແມ່ນ​ອາ​ຈານ ສອນ​ພາ​ສາ​ຫວຽດ ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ ເວົ້າ​ວ່າ:

ສຽງ​ເພື່ອນ ລັນ​ນີ


ຄວາມ​ປະ​ທັບ​ໃຈຢ່າງ​ເລິກ​ເຊິ່ງ​​ໃນການ​ໂອ້​ລົມຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ, ທ່ານ​ນາງ ທອງ​ມີ ດວນສັກ​ດາ, ຮອງ​​ຫົວ​ຫນ້າຫ້ອງ​ການທີ່​ປຶກ​ສາ​​ດ້ານ ການ​ສຶກ​ສາ ວັດ​ທະ​ນະ​ທຳ ສະ​ຖານ​ທູດ​ລາວ ປະ​ຈຳ ຫວຽດ​ນາມ​ໃຫ້​ຮູ້​ວ່າ:

ສຽງ​ທ່ານ​ນາງ

        

ການ​ໂອ້​ລົມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຟູ​ຈ້ອງ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຟັງ, ພິ​ເສດ ແມ່ນລຸ້ນ​ຫນຸ່ມ​ຂອງ​ສອງ​ປະ​ເທດ. ໃນ​ການ​ໂອ້​ລົມ​ນັ້ນ, ທ່ານ​ເລ​ຂາ​ທ​ິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງວ່າ: ໃນ​ສະ​ພາບ​ການ​ໂລກ​ພວມ​ຜັນ​ແປ​ໄປ​ຢ່າງ​ສ​ັບ​ສົນ​ຄື​ປະ​ຈຸ​ບັນ, ການ​ພົວ​ພັນ​ສ​າ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ ຫວຽດ​ນາມ ແລະ​ລາວ ນັບ​ມື້​ນັບມີ​ຄວາມສຳ​ຄັນ​ຍິ່ງກວ່າ​ເວ​ລາ​ໃດ​ໝົດ​ສຳ​ລັບ​ສອງ​ປະ​ເທດ; ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ລຸ້ນ​ຫນຸ່ມ​ສອງ​ປະ​ເທດ​ປະ​ຈຸ​ບັນ ແລະ ​ລຸ້ນ​ຫລັງ ຍາມ​ໃດ​ກໍ​ເຄົາ​ລົບ, ຮັກ​ສາ ແລະ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ​ສາ​ຍ​ພົວ​ພັນ​ບໍ​ລິ​ສຸດ​ຜຸດ​ຜ່ອງ​ລະ​ຫວ່າງ​ຫວຽດ​ນາມ ແລະ​ລາວ. 


ຕອບກັບ

ຂ່າວ/ບົດ​ອື່ນ