ໄວໜຸ່ມ ຫວຽດນາມ ກັບພາສາ ອິນໂດເນເຊຍ

(VOVWORLD) - ອິນໂດເນເຊຍ ແມ່ນປະເທດມີເນື້ອທີ່ ແລະ ປະຊາກອນຫລາຍທີ່ສຸດໃນ ອາຊຽນ ດ້ວຍພື້ນຖານວັດທະນະທຳຫລາຍຮູບຫລາຍສີ ແລະ ອຸດົມສົມບຸນທີ່ສຸດ. ປັດຈຸບັນ ອາຊຽນ ນັບມື້ນັບຮ່ວມສຳພັນ, ຄວາມຕ້ອງການຢາກຊອກຮູ້ກ່ຽວກັບວັດທະນະທຳ ແລະ ປະຊາຊົນບັນດາປະເທດສະມາຊິກ ອາຊຽນ, ໃນນັ້ນ ມີປະເທດ ອິນໂດເນເຊຍ ນັບມື້ນັບໃຫຍ່ຫລວງ. 

ສະນັ້ນ ພາສາອາດຈະແມ່ນເຄື່ອງມືທີ່ເປັນຜົນປະໂຫຍດ ເພື່ອຊອກຮູ້ກ່ຽວກັບວັດທະນະທຳຂອງປະເທດໜຶ່ງຢ່າງວ່ອງໄວທີ່ສຸດ. ບົດຂຽນຂອງ ຫງວຽນຮ່າ ສ່ອງແສງເຖິງຄວາມຕ້ອງການຮຽນພາສາ ອິນໂດເນເຊຍຂອງໄວໜຸ່ມ ຫວຽດນາມ

ໄວໜຸ່ມ ຫວຽດນາມ ກັບພາສາ ອິນໂດເນເຊຍ - ảnh 1ບັນດານັກສຶກສາພາກວິຊາ ອິນໂດເນເຊຍ ວິທະຍາ ຢູ່ ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ນະຄອນ ໂຮ່ຈີມິນ

ນັ້ນແມ່ນບັນຍາກາດໃນຊົ່ວໂມງຮຽນພາສາ ອິນໂດເນເຊຍ ໂດຍສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ຈັດຕັ້ງໃນໄລຍະມໍ່ໆມານີ້ ດ້ວຍຈຸດປະສົງນຳພາສາ ແລະ ວັດທະນະທຳ ອິນໂດເນເຊຍ ຫຍັບເຂົ້າໃກ້ກັບໄວໜຸ່ມ ຫວຽດນາມ ຫລາຍກ່ວາ. ໃນສະພາບຕົວຈິງແລ້ວ, ການສອນ ແລະ ການຮຽນພາສາ ອິນໂດເນເຊຍ ໄດ້ຢູ່ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ນະຄອນ ໂຮ່ຈີມິນ, ມະຫາວິທະຍາໄລ ຮົ່ງບ່າງ (ນະຄອນ ໂຮ່ຈີມິນ), ມະຫາວິທະຍາໄລເປີດ (ນະຄອນ ໂຮ່ຈີມິນ) ໄດ້ເຄີຍ ເປີດການສອນຢ່າງເປັນທາງການ. ແຕ່ຍ້ອນບາງສາຍເຫດ, ປັດຈຸບັນພຽງແຕ່ມີມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ນະຄອນ ໂຮ່ຈີມິນ ຍັງຮັກສາການສອນພາສາ ອິນໂດເນເຊຍ ໄວ້ໄດ້ເທົ່ານັ້ນ. ໂດຍໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 1992, ຂຶ້ນກັບພະແນກຝ່າຍຕາເວັນອອກວິທະຍາ, ພາກວິຊາ ອິນໂດເນເຊຍ ວິທະຍາ, ແມ່ນສະຖານທີ່ມີຄວາມໄວ້ເນື້ອເຊື່ອໃຈສຳລັບເພື່ອນໜຸ່ມທີ່ມີຄວາມນິຍົມດ້ານພາສາ ແລະ ວັດທະນະທຳ ອິນໂດເນເຊຍ. ແຕ່ລະປີ, ພາກວິຊາພາສາ ອິນໂດເນເຊຍ ວິທະຍາ ໄດ້ບຳລຸງສ້າງນັກສຶກສາປະມານ 15 – 20 ຄົນ. ພາຍຫລັງນັກສຶກສາຮຽນຈົບແມ່ນ ມີລະດັບພາສາຕ່າງປະເທດ, ຄວາມຮູ້ສັງລວມກ່ຽວກັບປະເທດ ອິນໂດເນເຊຍ, ສາມາດເຮັດວຽກຢູ່ບັນດາບໍລິສັດ, ອົງການຂອງລັດທີ່ກ່ຽວຂ້ອງເຖິງ ອິນໂດເນເຊຍ, ນາຍແປພາສາ, ຜູ້ນຳທ່ຽວໄດ້…ອາຈານ ວັນກິມຮ່ວາງຮ່າ, ຮອງຫົວໜ້າພາກວິຊາອິນໂດເນເຊຍ ວິທະຍາແບ່ງປັນວ່າ:

ແຕ່ພາກຮຽນ 1 ຈົນຮອດພາກຮຽນທີ 6 ພວກເພື່ອນຈະໄດ້ຮຽນ 4 ທັກສະ, ຟັງເວົ້າອ່ານຂຽນ ກໍ່ຄືແມ່ນໄວຍະກອນ. ລະດັບຄວາມຮູ້ແຕ່ຊັ້ນຕົ້ນ, ຊັ້ນກາງຈົນເຖິງສູງ. ໄປຄຽງຄູ່ກັນນັ້ນ ພວກເພື່ອນຈະໄດ້ບຳລຸງສ້າງບັນດາທັກສະຄື: ແປພາສາ ອິນໂດເນເຊຍ ໃນຂະແໜງການທ່ອງທ່ຽວ, ນຳໃຊ້ໃນຫ້ອງການ, ການທູດ…ນອກນັ້ນ ພວກເພື່ອນຍັງໄດ້ພົບປະແລກປ່ຽນກັບບັນດາຄະນະນັກສຶກສາ ອິນໂດເນເຊຍ ເປັນປະຈຳ. ແຕ່ລະປີ ພວກເພື່ອນຈະມີໂອກາດໄດ້ຮັບທຶນການສຶກສາ Darmasiswa ຮຽນຢູ່ ອິນໂດເນເຊຍ ພາຍໃນ 1 ປີ ຫຼື ທຶນການສຶກສາ KNB ສະຫງວນໃຫ້ແກ່ລະດັບປະລິນຍາໂທ

ໂດຍເປັນອະດີດນັກສຶກສາເຄີຍຮຽນຢູ່ພະແນກຝ່າຍຕາເວັນອອກວິທະຍາ, ພາກວິຊາ ອິນໂດເນເຊຍ ວິທະຍາ, ເພື່ອນ ຫງວຽນທິເດື້ອກ ຍາມໃດກໍ່ຮູ້ສຶກມີຄວາມໂຊກດີ ເມື່ອໄດ້ຮຽນພາສາ ອິນໂດເນເຊຍ. ພາຍຫລັງຮຽນຢູ່ ຫວຽດນາມ ເປັນເວລາ 4 ປີ ແລະ ຮຽນຢູ່ ອິນໂດເນເຊຍ ເປັນເວລາ 1 ປີ, ເພື່ອນ ຫງວຽນທິເດື້ອກ ໃຫ້ຮູ້ວ່າ:

ຂ້າພະເຈົ້າມີຄວາມພາກພູມໃຈຍ້ອນການເລືອກເຟັ້ນຂອງຕົນ. ກ່ອນນີ້ປະມານ 10 ປີ, ເມື່ອຂ້າພະເຈົ້າຈົດຊື່ຂໍຮຽນພາສາ ອິນໂດເນເຊຍ ນັ້ນ, ຄອບຄົວຂອງຂ້າພະເຈົ້າໃຜກໍ່ລ້ວນແຕ່ຄັດຄ້ານ ຍ້ອນວ່າໃນຄາວນັ້ນ ພາສາອິນໂດເນເຊຍ ບໍ່ມີຄົນຮູ້ຫລາຍ. ຊຸດຮຽນຂອງຂ້າພະເຈົ້າມີພຽງແຕ່ 7 ຄົນເທົ່ານັ້ນ. ແຕ່ຕາມທີ່ຂ້າພະເຈົ້າໄດ້ຮູ້ແລ້ວ, ໃນ 2, 3 ປີມໍ່ໆມານີ້, ຈຳນວນນັກສຶກສາພາກວິຊາ ອິນໂດເນເຊຍ ພວມເພີ່ມຂຶ້ນຢ່າງແຮງ. ປັດຈຸບັນ, ເພື່ອນຮ່ວມຫ້ອງຮຽນທັງໝົດຂອງຂ້າພະເຈົ້າ ລ້ວນແຕ່ມີວຽກເຮັດງານທຳເປັນປົກກະຕິ ແລະ ລ້ວນແຕ່ນຳໃຊ້ພາສາ ອິນໂດເນເຊຍ.

ໃນ 2, 3 ປີມໍ່ໆມານີ້, ຄວາມຕ້ອງການຮຽນພາສາ ອິນໂດເນເຊຍ ຢູ່ ຫວຽດນາມ ນັບມື້ນັບເພີ່ມຂຶ້ນ. ເຖິງຢ່າງໃດກໍ່ຕາມ ເລື່ອງຮຽນພາສາ ອິນໂດເນເຊຍ ພຽງແຕ່ໄດ້ເປີດການສອນຢ່າງເປັນທາງການຢູ່ມະຫາວິທະຍາໄລ ວິທະຍາສາດສັງຄົມ - ມະນຸດສາດນະຄອນ ໂຮ່ຈີມິນ ເທົ່ານັ້ນ ຫາກຍັງບໍ່ທັນຕອບສະໜອງຄວາມຕ້ອງການຮຽນຂອງບັນດາເພື່ອນໜຸ່ມໄດ້ເທື່ອ ພິເສດແມ່ນບັນດາຜູ້ທີ່ໄດ້ໄປເຮັດວຽກແລ້ວ. ດັ່ງນັ້ນ, ເຂົາເຈົ້າຈຶ່ງໄປຮຽນຢູ່ສູນພາສາຕ່າງປະເທດ. ອ້າຍ ຕ໋ວນ, ຜູ້ນຳທ່ຽວພວມຮຽນພາສາ ອິນໂດເນເຊຍ ທີ່ສູນພາສາຕ່າງປະເທດຢູ່ ຮ່າໂນ້ຍ ໄດ້ເກືອບ 2 ປີແບ່ງປັນວ່າ:

ໂດຍຜ່ານການຊອກຮູ້ ຂ້າພະເຈົ້າເຫັນວ່າພາສາ ອິນໂດເນເຊຍ ມີຄວາມດູດດື່ມ ຍ້ອນມັນກໍ່ໃກ້ຊິດກັບພາສາ ຫວຽດນາມ ຂອງຕົນສົມຄວນ, ມັນກໍ່ບໍ່ຍາກປານໃດ. ຮຽນພາສາ ອິນໂດເນເຊຍ ກໍ່ນຳມາເຊິ່ງຜົນປະໂຫຍດຫລາຍຢ່າງໃຫ້ແກ່ຕົນເອງ. ທີ 1 ແມ່ນຮັບໃຊ້ວຽກງານ, ທີ 2 ແມ່ນໄດ້ຮູ້ພາສາຕ່າງປະເທດໜຶ່ງອີກ ນອກຈາກພາສາ ອັງກິດ, ຜ່ານນັ້ນ ຂ້າພະເຈົ້າກໍ່ຊອກຮູ້ໄດ້ກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ປະຊາຊົນ ອິນໂດເນເຊຍ ຕື່ມອີກ.

ຕາມເອື້ອຍ ໂງທູຮ່າ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນການສຶກສາ ຫວຽດນາມ (Vietnam Education JSC) ແລ້ວ, ເຖິງວ່າໃນປັດຈຸບັນຢູ່ ຮ່າໂນ້ຍ, ພາສາ ອິນໂດເນເຊຍ ບໍ່ນິຍົມຄືດັ່ງບັນດາພາສາຕ່າງປະເທດອື່ນຄືພາສາ ອັງກິດ, ພາສາ ຍີ່ປຸ່ນ, ພາສາ ສ.ເກົາຫຼີ, ພາສາ ຈີນ…ແຕ່ 2, 3 ປີມໍ່ໆມານີ້ ບໍລິສັດຂອງເອື້ອຍ ໂງທິຮ່າ ຍັງເປີດຊຸດຮຽນພາສາ ອິນໂດເນເຊຍ ປະມານ 1 – 2 ຊຸດ/ປີ.

ໄວໜຸ່ມ ຫວຽດນາມ ກັບພາສາ ອິນໂດເນເຊຍ - ảnh 2ບັນດານັກສຶກສາພາກວິຊາ ອິນໂດເນເຊຍ ວິທະຍາກັບຄູອາຈານ

ໂດຍສືບຕໍ່ຈາກຜົນສຳເລັດຂອງການຮຽນພາສາ ອິນໂດເນເຊຍ ຊຶ່ງໄດ້ຈັດຕັ້ງໃນໄລຍະຜ່ານມາ ເມື່ອໄດ້ຮັບຕາມການຕອບສະໜອງ ແລະ ການເຂົ້າຮ່ວມຢ່າງສຸດຈິດສຸດໃຈຂອງພວກເພື່ອນໜຸ່ມ, ໃນໄລຍະຈະມາເຖິງ ສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ຈະສືບຕໍ່ຜັນຂະຫຍາຍຊຸດຮຽນພາສາ ອິນໂດເນເຊຍ ໂດຍບໍ່ເສຍຄ່າທີ່ສະຫງວນໃຫ້ທຸກຄົນ ດ້ວຍການໜູນຊ່ວຍຈາກກະຊວງສຶກສາ ແລະ ວັດທະນະທຳ ອິນໂດເນເຊຍ. ຫວັງວ່າ: ພາສາ ແລະ ວັດທະນະທຳ ອິນໂດເນເຊຍ ຈະນັບມື້ນັບກາຍເປັນສິ່ງທີ່ລື້ງເຄີຍກັບເພື່ອນໜຸ່ມ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ