ໜັງຕຸກກະຕາເງົາ ກຳປູເຈຍ - ໄດ້ຖ່າຍທອດສິລະປະ ແລະ ສົ່ງສານຈາກບັນດາຄວາມລຽບງ່າຍ

(VOVWORLD) - ໂດຍແມ່ນໜຶ່ງໃນຈຳນວນ 10 ກອງສິລະປະທີ່ມາຈາກ 7 ປະເທດ ເຂົ້າຮ່ວມງານມະໂຫລານຟ້ອນຕຸກກະຕາສາກົນ 2018 ເຊິ່ງຫາກໍ່ດຳເນີນໃນກາງເດືອນ ຕຸລາ ຢູ່ ຮ່າໂນ້ຍ, 

ກອງສິລະປະຟ້ອນຕຸກກະຕາລາຊະອານາຈັກ ກຳປູເຈຍ ໄດ້ດຶງດູດໃຈຜູ້ຊົມດ້ວຍສິລະປະເວທີການສະແດງ Sbek Thom ຫຼື ຍັງເອີ້ນວ່າ ໜັງຕຸກກະຕາເງົາ, ແມ່ນມໍລະດົກວັດທະນະທຳຂອງ “ປະເທດ ກຳປູເຈຍ” ເຊິ່ງ UNESCO ຮັບຮອງເອົາເປັນມໍລະດົກເລົ່າຂານປາກຕໍ່ປາກ ແລະ ບໍ່ເປັນວັດຖຸຂອງມວນມະນຸດ.

ໜັງຕຸກກະຕາເງົາ ກຳປູເຈຍ - ໄດ້ຖ່າຍທອດສິລະປະ ແລະ ສົ່ງສານຈາກບັນດາຄວາມລຽບງ່າຍ - ảnh 1 ກອງສິລະປະຟ້ອນຕຸກກະຕາລາຊະອານາຈັກ ກຳປູເຈຍ

ສຽງຮ້ອງເພງຟົດຟື້ນມ່ວນຊື່ນຂອງຊາວກະສິກອນ ກຳປູເຈຍ ໃນຍາມໄປເຮັດໄຮ່ໄຖນາ ໄດ້ສ້າງຄວາມດຶງດູດໃຈຕໍ່ຜູ້ຊົມທັງຫລາຍໃນຫໍການສະແດງຕັ້ງແຕ່ວິນາທີທຳອິດ. ຢູ່ເທິງເວທີ, ນັກສິລະປະການ 6 ຄົນຂອງກອງສິລະປະລາຊະອານາຈັກ ກຳປູເຈຍ ນັ່ງຢູ່ທາງຫລັງຜ້າແພສີດຳຢູ່ທາງລຸ່ມໜ້າຈໍ, ປາກຮ້ອງເພງໃນຂະນະທີ່ມືບັນຊາໂຕຕຸກກະຕາຂອງຕົນຢ່າງຄ່ອງແຄ້ວ. ໂດຍມີແສງໄຟສາຍມາຈາກທາງຫລັງ, ຮູບພາບທີ່ເປັນເອກະລັກສະເພາະກ່ຽວກັບໝູ່ບ້ານທີ່ສະຫງົບສຸກຂອງ ກຳປູເຈຍ ໄດ້ປະກົດຂຶ້ນ ຢ່າງມີຊີວິດຊີວາຕໍ່ໜ້າຜູ້ຊົມ, ດ້ວຍບັນດາເຮືອນຮ້ານ, ແຖວຕົ້ນໝາກຕານ ແລະ ຊາວນາລ້ຽງຄວາຍເຮັດໄຮ່ໄຖນາ…ລາຍການສະແດງລວມມີ 2 ພາກ, ເຊິ່ງແມ່ນເລື່ອງລາວ 2 ເລື່ອງທີ່ແຕກຕາງກັນ, ພາກໜຶ່ງມີຊື່ວ່າ “ຊົນຄວາຍ”, ພາກທີສອງມີຊື່ວ່າ “ຄົນເຮັດສວນ ແລະ ນາຍຈ້າງ”. ນັກສິລະປະການ Saran, ທີ່ປຶກສາກະຊວງວັດທະນະທຳ ແລະ ສິລະປະ ລາຊະອານາຈັກ ກຳປູເຈຍ, ແມ່ນໜຶ່ງໃນ ນັກສິລະປະການ 6 ຄົນຂອງ ກຳປູເຈຍ ທີ່ເຂົ້າຮ່ວມການສະແດງໂດຍກົງ ໄດ້ແບ່ງປັນວ່າ: ນີ້ແມ່ນບັນດາເລື່ອງລາວທີ່ສະໜິດຕິດພັນ ແລະ ລຶ້ງເຄີຍສຳລັບປະຊາຊົນ ກຳປູເຈຍ.

ກ່ອນນີ້ ສິລະປະຟ້ອນຕຸກກະຕາ ເຄີຍໄດ້ນຳໃຊ້ເພື່ອພັນລະນາຄືນຜົນງານດີເດັ່ນໃດໜຶ່ງໃນກອນລຳຂະແມ, ແຕ່ໃນຊຸມປີມໍ່ໆມານີ້, ພວກຂ້າພະເຈົ້າເອົາໃຈໃສ່ເຖິງເລື່ອງນຳເອົາບັນດາເລື່ອງລາວທີ່ມີລັກສະນະຍຸກສະໄໝເຂົ້າໃນການຟ້ອນຕຸກກະຕາກ່ວາ, ຕົວຢ່າງຄື: ກ່ຽວກັບບັນຫາຄອບຄົວ, ອຸບັດຕິເຫດການສັນຈອນ, ຢາເສບຕິດ, ການປ່ຽນແປງຂອງດິນຟ້າອາກາດ…ຄືດັ່ງນັ້ນ ຕຸກກະຕາຈຶ່ງທັງມີລັກສະນະບັນເທິງ, ທັງມີລັກສະນະສຶກສາສູງ, ຜູ້ຊົມສາມາດສຳຜັດ ແລະ ເຂົ້າໃຈງ່າຍ ບໍ່ວ່າຜູ້ເຖົ້າໄວໜຸ່ມ - ຜູ້ໃຫຍ່ຜູ້ນ້ອຍກໍ່ຕາມ.

ໜັງຕຸກກະຕາເງົາ ກຳປູເຈຍ - ໄດ້ຖ່າຍທອດສິລະປະ ແລະ ສົ່ງສານຈາກບັນດາຄວາມລຽບງ່າຍ - ảnh 2 ເລື່ອງ “ຄວາຍຊົນຄວາຍ” 

ດ້ວຍຄູ່ມືອັນຄ່ອງແຄ້ວ, ການສົມທົບຖືກຕາມຈັງຫວະ, ການປະສານກັນໃນການຮ້ອງເພງສຽງສົດ ທີ່ເຕັມໄປດ້ວຍຄວາມອາລົມຈິດ, ກອງສິລະປະຟ້ອນຕຸກກະຕາ ກຳປູເຈຍ ໄດ້ນຳມາເຊິ່ງບັນດາເລື່ອງຕະຫຼົກ ແລະ ຟົດຟື້ນມ່ວນຊື່ນໃຫ້ແກ່ຜູ້ຊົມ. ເລື່ອງ “ຄວາຍຊົນຄວາຍ” ເວົ້າເຖິງຜູ້ບ່າວຊາວນາ 2 ຄົນ ໄປລ້ຽງຄວາຍຢູ່ທົ່ງຫຍ້ານຳກັນ. ໃນເວລາພັກຜ່ອນ, 2 ຄົນນັ້ນ ໄດ້ຄິດອອກເຊິ່ງການຫຼິ້ນພະນັນດ້ວຍການຊົນຄວາຍ. ສ່ວນເລື່ອງລາວ “ຄົນເຮັດສວນ ແລະ ນາຍຈ້າງ” ເລົ່າກ່ຽວກັບຄອບຄົວຊາວນາໜຶ່ງ, ພາຍຫລັງສວນຜັກກາດຂອງຕົນ ຖືກກະຕ່າຍກິນໝົດ, ເຂົາເຈົ້າຈຶ່ງຄິດຫາວິທີໄປຟ້ອງເຈົ້າຂອງ ເພື່ອຈັບສັດດັ່ງກ່າວມາຊົດເຊີຍ. ນັກສິລະປະການ Saran ໃຫ້ຮູ້ວ່າ: ບັນດາເລື່ອງລາວເຫຼົ່ານີ້ ບໍ່ພຽງແຕ່ນຳມາເຊິ່ງສຽງຫົວເທົ່ານັ້ນ, ຫາກມັນຍັງຊ້ອນແຝງໄປດ້ວຍສານທີ່ມີຄຸນປະໂຫຍດສຳລັບພວກເຮົາໃນການດຳລົງຊີວິດ.

ສານຢູ່ເລື່ອງລາວທຳອິດນັ້ນ ແມ່ນຢ່າໄດ້ຕົກຢູ່ໃນ ບັນດາການລະຫຼີ້ນການພະນັນ ແພ້ຊະນະ. ໂຕຄວາຍປຽບເໝືອນຊັບສົມບັດຂອງຊາວນາ, ເຊິ່ງເປັນເຄື່ອງມືຫາກິນຂອງເຂົາເຈົ້າ. ເມື່ອເສຍການພະນັນ, ເສຍຊັບສິນ, ພວກເຮົາອາດເກີດມີຄວາມຂັດແຍ່ງ ກັບບັນດາຄົນທີ່ຢູ່ອ້ອມຂ້າງໄດ້ງ່າຍ. ສ່ວນຜ່ານເລື່ອງລາວທີສອງ, ພວກເຮົາຢາກຕັກເຕືອນວ່າ, ສຳລັບເລື່ອງເລັກນ້ອຍໃນຄອບຄົວ, ກ່ອນອຶ່ນໝົດຈົ່ງພະຍາຍາມຊອກຫາວິທີແກ້ໄຂດ້ວຍຕົນເອງ, ຢ່າໄດ້ຄອງຄອຍຖ້າເພິ່ງພາອາໄສຄົນອຶ່ນ, ເພາະວ່າຫຼາຍເທືຶ່ອອາດຈະຕົກຢູ່ໃນສະພາບ “ເສຍເງີນປິ່ນປົວແຕ່ພະຍາດບໍ່ເຊົາ”.

ໜັງຕຸກກະຕາເງົາ ກຳປູເຈຍ - ໄດ້ຖ່າຍທອດສິລະປະ ແລະ ສົ່ງສານຈາກບັນດາຄວາມລຽບງ່າຍ - ảnh 3 ເລື່ອງລາວ “ຄົນເຮັດສວນ ແລະ ນາຍຈ້າງ” 

ເພື່ອກະກຽມໃຫ້ລາຍການສະແດງນີ້, ບັນດານັກສິລະປະການ ກຳປູເຈຍ ຕ້ອງເຝິກແອບໃນຕະຫລອດເດືອນ. ຕາມການຕີລາຄາຂອງນັກສິລະປິນປະຊາຊົນ ເວືອງ ຢູຍ ບຽນ, ອະດີດຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ປະທານສະພາສິລະປະງານມະໂຫລານຟ້ອນຕຸກກະຕາສາກົນ 2018, ລາຍການສະແດງໜັງຕຸກກະຕາເງົາຂອງກອງສິລະປະ ກຳປູເຈຍ ໃນຄັ້ງນີ້ ມີຄຸນນະພາບສູງກ່ວາເມື່ອທຽບໃສ່ງານມະໂຫລານຄັ້ງກ່ອນ ທີ່ເຂົ້າຮ່ວມ.

ເມື່ອທຽບໃສ່ກັບຄັ້ງກ່ອນ, ລາຍການສະແດງໜັງຕຸກກະຕາເງົາຂອງກອງສິປະລະ ກຳປູເຈຍ ໃນຄັ້ງນີ້ ມີຄວາມຟົດຟື້ນມ່ວນຊື່ນທີ່ສຸດ, ເຕັກນິກການສະແດງມີຄວາມຄ່ອງແຄ້ວ, ພິເສດແມ່ນການປະສານສຽງດົນຕີ, ການກຳກັບການສະແດງທີ່ລະອຽດລະອໍ, ເລື່ອງລາວເຂົ້າໃຈງ່າຍ. ບັນດາຄັ້ງກ່ອນ ເຂົາເຈົ້າເຄີຍອີງໃສ່ຕາມການໂຄສະນາເຜີຍແຜ່ວັດທະນະທຳບູຮານຂອງປະເທດຕົນ, ດັ່ງນັ້ນ ຄວາມປະດິດຄິດສ້າງຈຶ່ງຖືກຈຳກັດ ແລະ ເນື້ອໃນກໍ່ເຂົ້າໃຈຍາກສຳລັບຜູ້ຊົມ. ແຕ່ໃນຄັ້ງນີ້ ເຂົາເຈົ້າໄດ້ນຳຄຸນນະພາບຂອງສິລະປະຍຸກປັດຈຸບັນເຂົ້າໃນການລາຍສະແດງຂອງຕົນ. ດັ່ງນັ້ນ, ເຂົາເຈົ້າຍັງສາມາດແນະນຳໂຄສະນາກ່ຽວກັບວັດທະນະທຳຂອງຕົນ, ເຮັດໃຫ້ເລື່ອງລາວອຸດົມສົມບຸນກ່ວາອີກ.

ລາງວັນກ່ຽວກັບລາຍການສະແດງມີ “ສຽງດົນຕີດີເລີດ” ແມ່ນລາງວັນທີ່ເໝາະສົມສະຫງວນໃຫ້ບັນດາຄວາມມານະພະຍາຍາມຂອງບັນດານັກສິລະປະການກອງສິລະປະຟ້ອນຕຸກກະຕາ ກຳປູເຈຍ. ຜ່ານບັນດາຕົວລະຄອນ ແລະ ເລື່ອງລາວທີ່ມີຄວາມລຽບງ່າຍທີ່ສຸດນັ້ນ, ບັນດານັກສິລະປະການ ກຳປູເຈຍ ມີຄວາມຄ່ອງແຄ້ວເຮັດໃຫ້ຄຸນຄ່າວັດທະນະທຳຮິດຄອງປະເພນີຂອງປະເທດຕົນພົ້ນເດັ່ນກ່ວາ ແລະ ສົ່ງສານທີ່ເຕັມໄປດ້ວຍຄວາມໝາຍເຖິງຜູ້ຊົມ ./.

ຕອບກັບ

ຂ່າວ/ບົດ​ອື່ນ