ຄວາມຊົງຈຳກ່ຽວກັບໄລຍະທີ່ສະຫງ່າອົງອາດ

​ໃນ​ຊຸ​ມວັນ​ນີ້, ທົ່ວ​ປະ​ເທດ​ຫວຽດນາມ ພວມ​ມຸ້ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ໄຊຊະນະ “ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດ“, ຫວນຄືນ​ຊຸມ​ເດືອນ​ປີ​​ແຫ່ງ​ການ​ຕໍ່ສູ້​ອັນ​ດຸ​ເດືອດທີ່​ບໍ່​ອາດຫຼົງ​ລືມ​ໄດ້. ​ໃນ​ 12 ວັນ ​ແລະ ຄືນ​ທ້າຍ​ເດືອນ 12/1972,​ ບັນດາ​ພະນັກງານ, ນັກ​ເຕັກນິກ, ນັກ​ດົນຕີ,​ ນັກ​ສິລະ​ປິນຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ກໍ່​ມີ​ບັນດາ​ອະນຸສອນ​ພິ​ເສດ.

ຄວາມຊົງຈຳກ່ຽວກັບໄລຍະທີ່ສະຫງ່າອົງອາດ - ảnh 1

(ພາບ​ປະກອບ:tinhhinh.net)

   ​ໃນ​ບັ້ນຮົບ “ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດ“, ສະຖານ​ນີ​ເຄື່ອງ​ສົ່ງເໝ໋ຈີ່ ຂຶ້ນກັບວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແມ່ນ​ເປົ້າ​ໝາຍຖືກ​ຈັກກະພັດ​ອາ​ເມ​ລິ​ກາ ຍິງ​ທຳລາຍ​ຢ່າງ​ໜັກໜ່ວງ. ​ໃນ​ຕອນ​ເຊົ້າຂອງ​ວັນ​ທີ 19/12/1972, ອາ​ເມ​ລິ​ກາ ​ໄດ້​ຖີ້ມລະ​ເບີດ​ລົ​ງ​ເຂດ​ນີ້. ທ່ານ​ເຢືອງຊວນ​ເຈື່ອງ ຫົວໜ້າ​ກອງປ້ອງ​ກັນ​ຕົວ​ຊື່​ງລວມມີ 9 ຄົນ​ໄດ້​ຮັບ​ການ​ມອບ​ໝາຍໜ້າ​ທີ່ປ້ອງ​ກັນ​ວິທະຍຸ​ໃນ​ເວລາ​ນັ້ນ ​ໄດ້​ຫວນ​ຄືນ​ວ່າ:

   “​ໃນເບື້ອງ​ຕົ້ນ, ອ້າ​ຍນ້ອງ​ໄດ້​ຮັບ​ຮູ້​ໜ້າ​ທີ່​ຂອງ​ຕົນ​ແລ້ວ, ສອງ​ຄົນ​ຍາມ​ຜຽນໜຶ່ງ​ແລ້ວຜັດປ່ຽນ​ກັນ, ຍາມ​ໃດ​ກໍ່​ມີ​ຄວາມ​ຫ້າວຫັນ, ​ໄປ​ໃສ​ກໍ່​ຖື​ປືນ K44 ​ໄປ​ນຳ, ບໍ່​ຢ້ານ​ກົວ​ຫຍັງ. ​ເມື່ອ​ເຫັນ​ເຮືອບິນ F111 ກໍ່​ຍິງ​ເລີຍ​ບໍ່​ສົນ​ໃຈວ່າ​ພວກ​ມັນ​ຈະ​ຖີ້ມລະ​ເບີດ​ຢູ່​ເຂດ​ໃດ“

ຄວາມຊົງຈຳກ່ຽວກັບໄລຍະທີ່ສະຫງ່າອົງອາດ - ảnh 2

ລະບົບອາ​ນແຕນ​ຂອງສະຖານ​ນີ​ເຄື່ອງ​ສົ່ງເໝ໋ຈີ່ ​ໃນ​ໄລຍະ​ສົງຄາມ

(ພາບ:vov.vn)

​ໃນ 12 ວັນ ​ແລະ ຄືນ​ທີ່​ອາ​ເມ​ລິ​ກາ​ ໄດ້​ບຸກ​ໂຈມ​ຕີ​ຮ່າ​ໂນ້ຍ ດ້ວຍ​ທາງອາກາດ​ຢ່າງ​ດຸ​ເດືອດນັ້ນ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ກາຍ​ເປັນ​ພາຫະນະ​ສື່​ມວນ​ຊົນ​ທີ່​ສຳຄັນ, ຕົ້ນຕໍ​ເພື່ອ​​ໃຫ້ປະຊາຊົນ​ຮັບ​ຟັງ​ສະຖານະ​ການ​ສູ້ຮົບ, ສ່ວນ​ຫາງ​ສຽງ​ໂລກ​​ແມ່ນ​ຕິດຕາ​ມຮັບ​ຟັງ​ຂ່າວ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ ​​ເພື່ອ​ຮັບ​ຊາບ​ກ່ຽວ​ກັບ​ການ​ຄົງ​ຕົວ​ຂອງ​ຊາດ​ໜຶ່ງ. ກຸ່ມ​ໂຄສົກ​ໄດ້​ແຈ້ງ​ຂ່າວ​​ກ່ຽວ​ກັບທກຸໆ​ການ​ເຄື່ອນ​ໄຫວ​ຂອງ​ບັ້ນຮົບ “ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດ“ ຢ່າງ​ທັນ​ການ. ນັກ​ສິລະ​ປິນດີ​ເດັ່ນ​ກີ​ມກຸກ, ​ໃນ​ເວລາ​ນັ້ນ​ແມ່ນ​ໂຄສົກ, ​ຮັບຜິດຊອບ​ການອ່ານ​ຂ່າວ​ໂດຍ​ກົງ​ໃນ​ບັ້ນ​ຮົບ 12 ວັນ ​ແລະ ຄືນ​ແຫ່ງ​ປະ​ຫັວດສາດ ​ໃຫ້​ຮູ້​ວ່າ:

   “​ໃນ​ໄລຍະ​ນັ້ນ, ​ພວກ​ຂ້າ​ພະ​​ເຈົ້າຢູ່​ຮ່າ​ໂນ້ຍ ​ເພື່ອ​​ເວັນຍາມ, ພວກ​ຂ້າພະ​ເຈົ້າ​ລ້ວນ​ແຕ່​ຕ້ອງ​ຍາມ 24/24 ຊົ່ວ​ໂມງ​ທີ່ສຳນັກງານ​ຢູ່​ເຮືອນ​ເລກທີ 39 ຖະໜົນ​ບ່າ​ຈ້ຽວ ​ແລະ 58 ຖະໜົນ​ກວານ​ຊື. ​ໃນ​​ເວລາ​ນັ້ນ​ມີ​ແຕ່ 7 ຄົນ​ຈັດ​ລາຍການ​ອອກ​ອາກາດ​ໃຫ້ສຳ​ເລັດ​ໃນ​ແຕ່​ລະ​ວັນ“

​ໃນ 12 ວັນ ​ແລະ ຄືນ​ແຫ່ງ​ປະຫວັດສາດ​ປີ​ນັ້ນ,​ ພະນັກງານ, ນັກ​ຂ່າວ​ຂອງ​ວິທະຍຸ​ກໍ່​ຕ້ອງ​ເຮັດ​ວຽກ​ຢ່າງ​ຫ້າວຫັນ. ,​ ບັນດາ​ນັກ​ຂ່າວ​ໄດ້​ຖີບ​ລົດເກົ່າ​​ໄປເຖິງ​ສະໜາມຮົບ​, ສະຖານ​ທີ່​ທີ່ສັດຕູ​ຖີ້ມລະ​ເບີດທຸກ​ແຫ່ງ​ເພື່ອ​ເອົາ​ຂ່າວ. ​ໃຜກໍ່​ຢາກ​ປະ​ກອບ​ສ່ວນ​​ເລກ​ນ້ອຍ​ໃຫ້​ແກ່​ນະ​ຄອນ​ຫຼວງ​ທີ່​ພວມ​ຖືກ​ເຮືອບິນ​ອາ​ເມ​ລິ​ກາ ​ຍິງ​ທຳລາຍ. ນັກ​ດົນຕີ​ຟ້າມຕວຽນ,​​ໃນ​ເວລາ​ນັ້ນ​ພວມ​ເຮັດ​ວຽກ​ຢູ່​ພະ​ແນ​ກ​ສິລະ​ປະ​ວັນນະຄະດີວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແບ່​ງປັນ​ວ່າ: ໃນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດຂອງ​ຈັກກະພັດ​ອາ​ເມ​ລິ​ກາ, ຮ່າ​ໂນ້ຍ ມີ​ຄວາມ​ອົງອາດ​ກ້າຫານທີ່​ສຸດ​.​ ກັບ​ເມືອ​ບ້ານ​ພາຍຫຼັງ​ການ​ຖີ້ມລະ​ເບີດ​ຄັ້ງ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ,​ ທ່ານ​​ຮູ້ສຶກ​ເຈັບ​ປວດ, ​ເສຍດາຍ ​ແຕ່ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ທີ່​ສຸ​ດ. ​ແລະ ບົ​​ດເພງ “ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດ“ ​ໄດ້​ຖືກ​​ແຕ່ງຂຶ້ນ​ໃນ​ຄືນ​ດຽວດ້ວຍ​ອາລົມ​ຈິດ​ທີ່​ປ່ຽມ​ລົ້ນຂອງ​ທ່ານ:

   “​ໃນ​​​ການ​ປະຊຸມ, ທ່ານ​ຜູ້ອຳນວຍການ​ໃຫ່ຍວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເຈີ​ນ​ເລີມ ​ໄດ້​ເວົ້າວ່າ, ຄະນະ​ພັກ​ກອງທັບ​ມີ​ຄຳ​ເຫັນ​ຕ້ອງ​ເດັດ​ດ່ຽວ​ຕ້ານ​ຄືນ​ສັດຕູ​ປຽບເໝືອນ​ບັ້ນ​ຮົບ​ດ້ຽນບຽນ​ຝູ. ​ໄດ້​ຍິນ​ຄຳ​ສັບ​ດ້ຽນບຽນຝູກໍ່​ເຫັນ​ວ່າ​ມີ​ຄວາມ​ສະຫງ່າ​ງອົງອາດ​ທີ່​ສຸດ. ສະ​ນັ້ນ​ຂ້າ​ພະເຈົ້າ​ໄດ້​ແຕ່ງ​ບົດ​ເພງ ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດ ຊື່​ງມີ​ຈັງ​ຫວະຈູບ​ຈ້າວ​ຫ້າວຫັນ ​ແລະ ຕື່ນ​ເຕັ້ນ​ທີ່​ສຸດ“

   ​ເມື່ອ​ບົດ​ເພງ​ດັ່ງກ່າວ​ຖືກອອກ​ອາ​ກາດ​​ຜ່ານທາງວິທະຍຸ​ກະຈາຍສຽງ ຫວຽດນາມ ຊື່​ງດັງ​ກ້ອງ​ກັງວານ​ໃນ​ທົ່ວ​ສາມ​ພາກ​ເໜືອ-​ກາງ​-ໃຕ້, ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ພາກພູມ​ໃຈ​ທີ່​ສຸດ. ​ໃນ​ເວ​ລາ​ນັ້ນ, ​ເມື່ອ​ໄດ້​ຮັບ​ຟັງ​ບົດ​ເພງ ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດ ຊາວ​ໄຊ​ງ່ອນ​ໄດ້​ເວົ້າ​ວ່າ: “ຮ່າ​ໂນ້ຍ ທັງຕໍ່ສູຸ້ທັງ​ຮ້ອງ​ເພງ, ​ແນ່ນອນ​ວ່າ​ຈະ​ໄດ້​ຮັບ​ໄຊຊະນະ“.

  ​ເພື່ອ​ກ້າວໄປ​ເຖິງ​ໄຊຊະນະ​ສຸດ​ທ້າຍ, ກອງທັບ ​ແລະ ປະຊາຊົນ​ຫວຽດນາມ, ປະຊາຊົນ​ຮ່າ​ໂນ້ຍ ​ໄດ້​ຜ່ານ​ຜ່າ​ຄວາມທຸກ​ຍາ​ກລຳບາກ​ນາໆ​ປະການ. ບັ້ນຮົບ ​ດ້ຽນບຽນ​ຝູທາງ​ອາກາດ ໃນ 12 ວັນ ​ແລະ ຄືນ​ແຫ່ງ​ປະຫວັດສາດ, ຕີ​ເອົາ​ຊະນະຕໍ່​ການ​ບຸກ​ໂຈມ​ຕີ​ດ້ວຍ​ເຮືອບິນ B52 ​ໃນ​ເຂດ​ນ່ານຟ້າ​ຮ່າ​ໂນ້ຍ ກໍ່​ໄດ້​ເຂົ້າສູ່​ປະຫວັດສາດ​ຕະຫຼອດ​ໄປ,​​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ​ຫວຽດນາມ. ​ໃນ​ຄວາມຊົງ​ຈຳ​ຂອງ​ຕົນ, ​ບັນດາ​ພະນັກງານ, ນັກ​ຂ່າວ, ບັນນາທິການ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ກໍ່​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕະຫຼອດ​ໄປ​ ຍ້ອນ​ວ່າ​ຕົນ​ເອງ​ໄດ້​ປະກອບສ່ວນ​​ໃນ​ຜົນງານຂອງ​ບັ້ນຮົບ​ດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ