ນັກວິລະຊົນຟ້າມຕວນ, ຜູ້ຍິງເຮືອບິນ B52 ຕົກ

ໃນ​ປະຫວັດສາດ​ການ​ທະຫານ ​ແລະ ການບິນ​ຫວຽດນາມ, ມີ​ຜູ້​ໜຶ່ງ​ສ້າງ 2 ສະຖິຕິ​ພິ​ເສດ: ​ນັ້ນແມ່ນນັກບິນ​ທີ່​ເຄີຍຍິງ​ເຮື​ອບິນ B52 ຂອງ​ອາ​ເມ​ລິ​ກາ​ຕົກ​ໃນປາງ​ສົງຄາມ ​ແລະ ​ແມ່ນ​ນັກ​ອະ​ວະ​ກາດອາຊີ​ຜູ້​ທຳ​ອິດ​ທີ່ບິນ​ຂຶ້ນ​ສູ່​ອະວະກາດ,​ ນັ້ນແມ່ນ​ພົນ​ຕີ, ນັກ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ, ນັກ​ວິລະ​ຊົນ​ແຮງ​ງານ​ຟ້າ​ມຕວນ. ​ໃນ​ໂອກາດ​ສະ​ເຫລີມສະຫຼອງ 40 ປີ​ແຫ່ງ​ໄຊຊະນະ​ດ້ຽນບຽນ​ຝູທາງ​ອາກາດ, ​ເມື່ອເຕື້ອງ​ເຖິງຜົນງານ​ໃນ​ການຍິງ​ເຮື​ອບິນ B52  ຕົກ, ທ່ານ​ຖື​ວ່າ, ນັ້ນ​ແມ່ນ​ຜົນງານ​ຂອງ​ການ​ປະດິດ​ສ້າງ, ນ້ຳ​ໃຈ​ອົງອາດ​ກ້າຫານ​ຂອງ​ທັງ​ທະຫານ ​ແລະ ປະຊາຊົນ​ຫວຽດນາມ ຊື່​ງ​ໃນ​ນັ້ນມີ​ການ​ປະກອບສ່ວນ​ຂອງ​ທ່ານ​.

ນັກວິລະຊົນຟ້າມຕວນ, ຜູ້ຍິງເຮືອບິນ B52 ຕົກ - ảnh 1

ທ່ານ​ຟ້າ​ມຕວນ​ໃນ​ເຮືອບິນ​ສູ້​ຮົບ

(ພາບ: vnexpress.net)

  ປະຈຸ​ບັນ, ທ່ານ​ຟ້າ​ມຕວນ​ແມ່​ນາຍ​ພົນທະຫານ​ຜູ້​ມີ​ຊື່​ສຽງ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ​ແລ້ວ ​ແຕ່​ທ່ານ​ຍັງ​ຈື່​ຈຳຊຸມ​ວັນທີ່​ເຂົ້າ​ເປັນທະຫານທີ່​ສຸດ, ນັ້ນ​ແມ່ນ​ເມື່ອ​ເດືອນ 7/1965, ຟ້າ​ມຕວນ ​ໄດ້​ຮັບ​ການຄັດ​ເລືອກ​ໄປ​ຮຽນ​​ເປັນ​ທະຫານ​ເຕັກນິກຣາດາ​ຢູ່​ໂຊ​ວຽດ​ເກົ່າ, ຫຼັງ​ຈາກ​ນັ້ນ, ​ໄດ້​ຮັບ​ເລືອກ​ເປັນ​ນັກ​ບິນ. ທ່ານ​ພົນ​ຕີ​ຟ້າ​ມຕວນ​ເລົ່າ​ສູ່ຟັງ​ວ່າ:

   “​ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ກຳ​ເນີ​ດຢູ່​ເຂດ​ຊົນນະບົດ​ແຂວງ​ທາຍ​ບິງ, ນັບ​ແຕ່​ຄາວ​ຍັງ​ນ້ອຍ, ຂ້າພະ​ເຈົ້າກໍ່​ມີ​ຄວາມ​ໄຝ່ຝັນ​ຢາກ​ເປັນ​ນັກບິນແລ້ວ, ​ໃນ​ຈຸດ​ເວລາ​ນັ້ນ, ສົງຄາມ​ເກີດ​ຂຶ້ນ ​ແລະ ຂ້າພະ​ເຈົ້າ​ໄດ້​ເຂົ້າ​ເປັນ​ທະຫານຄື​ແນວ​ນັ້ນ

ນັກວິລະຊົນຟ້າມຕວນ, ຜູ້ຍິງເຮືອບິນ B52 ຕົກ - ảnh 2

ນັກ​ວິລະ​ຊົນ​ຟ້າ​ມຕວນ​ໂອ້​ລົມ​ກັບ​ເຍົາວະ​ຊົນ

(ພາບ: quocphong.baodatviet.vn)

  ທ່ານ​ຟ້າ​ມຕວນ​ ໄດ້​ຮຽນຈົບ​ໂຮງຮຽນ​ກໍ່ສ້າງ​ນັບ​ບິນ​ທະ​ຫານ​ຢູ່​ໂຊ​ວຽດ​ເກົ່າ​ເມື່ອ​ປີ 1967, ​ແລ້ວກັບ​ເມືອ​ປະ​ເທດ ​ແລະ ກາຍ​​ເປັນ​ນາຍ​ທະຫານ​ຂັບ​​ເຮືອບິນ​ສູ້​ຮົບ​ຂອງ​ກອງພັນ​ໃຫ່ຍປ້ອງ​ກັນ​ອາກາດ​ດາວ​ແດງທີ່​ເຂົ້າຮ່ວມ​ການ​ຕໍ່ສູ້​ປ້ອງ​ກັນ​ເຂດ​ນ່ານຟ້າ​ທາງ​ພາກ​ເໜືອ​ຫວຽດນາມ. ທ່າ​ນ​​ພ້ອມ​ກັບຜູ້​ຮ່ວມ​ກົມ​ກອງເປັນ​ກຽດ​ທີ່ໄດ້​ເຂົ້າຮ່ວມ​ການ​ສູ້​ຮົບ​ຄັ້ງປະ​ຫວັດສາດ​ກັບ​ກອງທັບ​ອາກາດ​ອາ​ເມ​ລິ​ກາ, ຊອກ​ຫາ​ຍິງ​ທຳລາຍ​ເຮືອບິນ B52 ຊື່​ງ​ແມ່ນ​​ເຮືອບິນ​ທີ່ທັນ​ສະ​ໃໝ​ທີ່​ສຸດຢູ່ໂລກ​ຂອງ​ອາ​ເມ​ລິ​ກາ ​ໃນ​ເຂດ​ນ່ານຟ້າ​ຮ່າ​ໂນ້ຍ. ບັນດາ​ນັກ​ບິນ​ເກັ່ງ​ກ່ວາ​ໝູ່​ໄດ້​ຮັບ​ການ​ປຸກລະດົມ​ເຂົ້າຮ່ວມ​ການ​ຕໍ່ສູ້​ໃນ​ເວລາ​ນັ້ນ. ​ໃນ​ຄ່ຳ​ຄືນ​ວັນ​ທີ 18/12/1972, ນັກ​ບິນ​ຟ້າ​ມຕວນ ​ແລະ ຜູ້​ຮ່ວມ​ກົມ​ກອງ​ໄດ້​ຮັບ​ຄຳ​ສັ່ງ​ບິນ​ຂຶ້ນ. ທ່ານ​ພັນ​ເອກ​ຫວູ໋ບັນ​ຈວຽນ (Vũ Văn Chuyên) ຜູ້ບັນຊາທາງ​ບິນ​ໃຫ້​ແກ່​ທ່ານ​ຟ້າ​ມຕວນ ​ເລົ່າຄືນ​ວ່າ:

   “​​​ໃນ​ຈຳນວນ​ນັບ​ບິນໃນ​ກາງຄືນ​ມີ​ນັກບິນເກັ່ງ​ສອງ​ຄົນ, ນັ້ນ​ແມ່ນດິງຕົນ ​ແລະ ຟ້າ​ມຕວນ. ຟ້າ​ມຕວນ ​ແມ່ນ​ນັກບິນໜຸ່ມ​ແຕ່​ບິນເກັ່ງ, ສະຫຼາດ​ສະຫຼຽວ ​ແລະ ມີ​ຄວາມ​ອົງອາດ​ກ້າຫານ, ສະນັ້ນ, ຂ້າພະ​ເຈົ້າຖື​ວ່າ, ​ໃນ​ການ​ຕໍ່ສູ້​ເມື່ອຄ່ຳ​ຄືນ​ວັນ​ທີ 18/12/1972, ​ເຖິງ​ວ່າ​ບໍ່​ທັນຍິງ​ເຮື​ອບິນ B52 ​ຕົກ​ໄດ້ກໍ່​ຕາມ​ແຕ່​ຟ້າ​ມຕວນ ກໍ່​ສົມ​ເປັນ​ນັກ​ວິລະ​ຊົນ​ແລ້ວ, ຍ້ອນ​ວ່າ​ໃນ​ເງື່ອນ​ໄຂ​ກອງທັບອາກາດ​ອາ​ເມ​ລິ​ກາ ​ໄດ້​ບຸກ​ໂຈມ​ຕີ​ຢ່າງ​ດຸດ​ເດືອ​ດ​ແຕ່​ລາວ​ຍັງ​ສາມາດ​ຂັບ​ເຮືອບິນ​ຍິງ​ທຳລາຍ​ ​ແລະ  ເຮັດ​ໃຫ້​ກອງ​ບິນ​ຂອງ​ສັດ​ຕູ​ຖືກ​ກະວົນກະວາຍ, ສ້າງ​ເງື່ອ​ນໄຂ​ໃຫ້​ຜູ້​ຮ່ວມ​ກົມ​ກອງ​ທຳ​ການ​ຕໍ່ສູ້ ​ແລະ ສ້າງ​ຜົນງານ​ລວມໝູ່

​  ການ​ສູ້​ຮົບ​ໃນ​ຄ່ຳ​ຄືນ​ວັນ​ທີ 27/12/1972, ນັກ​ບິນ​ຟ້າ​ມຕວນ ​ໄດ້​ສ້າງ​ຜົນງານ​ການ​ສູ້​ຮົບ​ພິ​ເສດ, ຂັບ​ເຮືອບິນ MIG 21 ບິນ​ຂ້າມ​ຜ່ານ​ເຮືອບິນ​ໜູນ​ຫຼັງ​ຫຼາຍ​ລຳ, ຍິງ​ເຮື​ອບິນ B52 ຕົກ​ຢູ່​ກັບ​ທີ່ ​ແລະ ກັບ​ຄືນ​ຖານ​ທີ່ໝັ້ນດ້ວຍ​ຄວາມ​ປອດ​ໄພ. ​ແລະ ຈຸດ​ເວລາ​​ແຫ່ງ​ໄຊຊະນະ​ແຫ່ງ​ປະຫວັດສາດ​ໃນ​ເວລາ​ນັ້ນຍັງ​ຄົງ​ໄດ້​ຝັງ​ເລິກ​ໃນດວງ​ໃຈ​ຂອງ​ທ່ານຕະຫຼອດ​ໄປ. ທ່ານ​ພົນ​ຕີ​ຟ້າ​ມຕວນ ​ເລົ່າ​ສູ່​ຟັງ​ວ່າ:

    “​ເມື່ອເຮື​ອບິນ B52 ​ບິນເຂົ້າຫ່າງ​ຈາກເຂດ​ຊາຍ​ແດນ​ຫວຽດນາມ-​ລາ​ວ 200, 300 ກມ, ຂ້າພະ​ເຈົ້າ​ໄດ້​ຮັບ​ຄຳ​ສັ່ງ​ອອກ​ເດີນທາງ. ຂ້າພະ​ເຈົ້າ​​ເປັນ​ຜູ້​ທຳ​ອິດທີ່ພົບ​ເຫັນເຮື​ອບິນ B52 ຢູ່​ຊານ​ນະຄອນ​ຮ່າ​ໂນ້ຍ ​ແລະ ​ໃນ​ຄ່ຳ​ຄືນ​ຂອງ​ວັນ​ທີ 27/12, ຂ້າພະ​ເຈົ້າ​ໄດ້ຍິງ​ເຮື​ອບິນ B52 ຕົກ​ຢູ່ເຂດ​ນ່ານຟ້າຂອງ​ນະຄອນຫຼວງ​ທີ່​ຮັກ​ແພງ​

   ​ໃນ​ເວລາ​ນັ້ນ, ວົງ​ການ​ນັກ​ການ​ເມືອງ​ອາ​ເມ​ລິກາ ​ແລະ ບັນດາ​ສຳນັກ​ຂ່າວສານ​ໂລກ​​ແປກ​ປະຫຼາດ​ໃຈ​ທີ່​ສຸດ, ຍ້ອນບໍ່​ເຂົ້າ​ໃຈ​ໄດ້​ວ່າ​ເປັນ​ຫຍັງ​ປະ​ເທດ​ໜຶ່ງ​ທີ​່ຍັງ​ມີ​ຄວາມ​ອ່ອນ​ດ້ອຍ​ທຸກ​ຢ່າງ ພັດສາມາດ​ຍິງເຮື​ອບິນ B52 ທີ່​ເປັນ​ສັນຍາ​ລັກ​ການ​ທະຫານ, ຊື່​ງຖືກ​ເອີ້ນ​ວ່າ “​ເຮືອບິນ​ທີ່​ບໍ່​ອາດ​ທຳລາຍໄດ້“ ຂອງ​ອາ​ເມ​ລິ​ກາ ຕົກ​ໄດ້.

   ປະຈຸ​ບັນ, ທ່ານ​ພົນ​ຕີ​ຟ້າ​ມຕວນ ​ມີ​ອາຍຸ 65 ປີ​ແລ້ວ,​ ຍາມ​ໃດ​ທ່ານ​ກໍ່​ມີ​ຄວາມ​ຄິດ​ວ່າ: ​​ຕ້ອງ​ຮັກ​ອາຊີບ​ທີ່​ເຮົາ​ເລືອກ​​ເພື່ອ​ປະຕິບັດ​ໜ້າຂອງ​ຕົນສຳ​ເລັດ.

        

   

 

 

ຕອບກັບ

ຂ່າວ/ບົດ​ອື່ນ