ພະລັງແຮງຂອງບົດເພງ “ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ“

ບັ້ນຮົບ “ດ້ຽນບຽນ​ຝູທາງ​ອາກາດ (19/12-29/1/1972) ຂອງ​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ ຕີ​ເອົາ​ໄຊຊະນະ​ການ​ບຸກ​ໂຈມ​ຕີ​ດ້ວຍ​ເຮືອບິນ B52 ຂອງກອງທັບ​ອາກາດ​ອາ​ເມ​ລິ​ກາ ກ່ອນ​ນີ້ 40 ປີ​ໃນ​ເຂດ​ນ່ານຟ້າ​ຮ່າ​ໂນ້ຍ ​ໄດ້​ກາຍ​ເປັນ​ຫົວ​ເລື່ອງ​ປຸກລະດົມ​ກຳລັງ​ໃຈອັນ​ແຮງ​ກ້າເພື່ອ​ໃຫ້​ນັກ​ດົນຕີ​ຟ້າ​ມຕວຽນ ​ແຕ່ງ​ບົດ​ເພງ “ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດ“. 40 ປີ​ໄດ້​ລ່ວງ​ເລີຍ​ໄປ​ແລ້ວ​ແຕ່​ເມື່ອ​ໄດ້​ຮັບ​ຟັງ​ບົດ​ເພງ​ນີ້​ຄືນ​ໃໝ່, ​ໃຜ​ທີ່ຮັກ​ນະຄອນ​ຮ່າ​ໂນ້ຍ ຄື​ດັ່ງ​ໄດ້​ຫວນຄືນສູ່ການ​ດຳລົງ​ຊີວິດ​ໃນ​12 ວັນ ​ແລະ ຄືນ​ທີ່ສະຫງ່າ​ອົງ​ອາດ​ດັ່ງກ່າວ“

ພະລັງແຮງຂອງບົດເພງ “ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ“  - ảnh 1

(ພາບ:tuoitre.vn)

   ປີ​ນີ້​ນັກ​ດົນຕີ​ຟ້າ​ມຕວຽນ ມີ​ອາຍຸກ່ວາ 80 ປີ​ແລ້ວ. ​ເພີ່ນ​ຜົມ​ຫງອກໜັງ​ຫ່ຽວ, ແຕ່​ແວວ​ຕາຂອງ​ເພີ່ນ​ຍັງ​ແຈ້ງສະຫວ່າງ ​ແລະ ຮອຍ​ຍີ້ມຍັງ​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ​ຢູ່​ເມື່ອ​ໄດ້​ເຕື້ອງ​ເຖິງ​ສະພາບ​ການ​ແຕ່ງ​ບົດ​ເພງ “ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດ“:

​​ໃນ​ວັນ​ທີ 19/12/1972, ກອງທັບ​ອາກາດ​ອາ​ເມ​ລິ​ກາ​ ໄດ້​ເລີ່​ມຖີ້ມລະ​ເບີດ​ລົງຮ່າ​ໂນ້ຍ. 4 ​ໂມງ​ເຊົ້າ​ໄດ້​ຖີ້ມລະ​ເບີດ​ຢູ່ Me Tri. ວັນ​ທີ 20 ​ໄດ້​ຖີ້ມລະ​ເບີດ​ຢູ່​ສະຖານີ​​ເຄື່ອງສົ່ງ​ Bach Mai

 

ພະລັງແຮງຂອງບົດເພງ “ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ“  - ảnh 2

ນັກ​ດົນຕີ​ຟ້າ​ມຕວຽນ

(ພາບ: baotintuc.vn)

​   ໃນ​ຊຸມ​ວັນ​​ນັ້ນ, ຮ່າ​ໂນ້ຍ ຖືກ​ຖີ້ມລະ​ເບີດ​ຄັ້ງຕ່າງໆ​ຂອງ​ກອງທັບ​ອາກາດ​ອາ​ເມ​ລິ​ກາ, ​ເຮືອນ​ຊານບ້ານ​ຊ່ອງ​ຖືກ​ທຳລາຍ, ຖະໜົນ​ຫົນທາງ​ງຽບ​ສະ​ງັດ​ແຕ່​ບໍ່​ມີ​ໃຜ​ຢາກ​ຈາກ​ນະຄອນຫຼວງ​ໄປ. ນັກ​ດົນຕີ​ຟ້າ​ມຕຽນ ມີ​ຄວາມ​ຕື້ນ​ຕັນ​ໃຈ​ທີ່​ສຸດ ​ໂດຍ​ເວົ້າວ່າ: ​ໃນ​ລະຫວ່າງ​ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ, ທ່ານ​ຍັງ​ເຫັນ​ໄດ້​ນຳ​ໃຈ​ພິລະ​ອາດ​ຫານ​ຂອງ​ຊາວ​ນະຄອນຫຼວງ​ຢູ່ ​ແລະ ຍັງ​ມີ​ເຈດ​ຈຳ​ນົງ​ຍຶດໝັ້ນ, ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ. ​ແລະ ບົດ​ເພງ ​“ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດ“ ໄດ້​ຮັບ​ແຕ່ງ​ຂຶ້ນ​ໃນ​ສະພາບ​ການ​ຄືດັ່ງກ່າວ:

   “​ໃນ​ເວລາ​ນັ້ນຄະນະ​ພັກ​ກອງທັບມີ​ຄຳ​ເຫັນ​ວ່າ​ຕ້ອງ​ເດັດ​ດ່ຽວ​ຕີ​ຕ້ານຄືນ​ສັດຕູ​ຄື​ດັ່ງ​ບັ້ນຮົບ​ດ້ຽນບຽນ​ຝູ. ​ເມື່ອ​ໄດ້​ຮັບ​ຟັງ​ຄຳ​ວ່າ​ດ້ຽນບຽນ​ຝູ ຂ້າພະ​ເຈົ້າ​ເຫັນ​ວ່າ​ມີ​ຄວາມ​ສະຫງ່າ​ອົ່ງ​ອາດ​ທີ່​ສຸດ. ຂ້າ​ພະ​ເຈົ້າ​​ໄດ້​ແຕ່ງ​ບົດ “ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດ“ ​ມີ​ຈັງຫວະທີ່​ເຄັ່ງຂຶມ​ທີ່​ສຸດ. ຄ່ຳຄືນ​ຂອງ​ວັນ​ທີ 29/12/1972, ບົດ​ເພງ​ໄດ້​ຖືກ​ອອກ​ອາກາດ, ​ໃນສະພາ​ບທີ່​ຮ້ອນ​ເຮັ່ງ​ຄື​ແນວ​ນັ້ນ​ແຕ່​ສຽງ​ຮ້ອງ​ເພງ​ຍັງ​ໄດ້​ດັ່ງ​ກ້ອງ​ກັງວານ

   ການ​ກະຈາຍສຽງ​ໃນ​ຄ່ຳ​ຄືນ​ວັນ​ທີ 29/12 ​ໄດ້​ສ້າງ​ຄວາມ​ຕື້ນ​ຕັນ​ໃຈ​ທີ່​ສຸດ​ໃຫ້​ແກ່​ຫຼາຍ​ຄົນ. ມາ​ຮອດ​ປະຈຸ​ບັນ, ບົດເພງ “ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດ“ ຍັງ​ເຮັດ​ໃຫ້​ຊາວ​ຫວຽດນາມ ລຸ້ນຕ່າງໆ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ, ພິ​ເສດ​ແມ່ນ​ຜູ້​ທີ່​ເຄີຍ​ເຂົ້າຮ່ວມ​ສົງຄາມ. ນັກ​ຂ່າວ Nguyen Luu ​ໄດ້​ເວົ້າວ່າ: ​ໃນ​ເວລາ​ນັ້ນ, ເມື່ອ​ໄດ້​ຮັບ​ຟັງບົດ​ເພງ “ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດ“ ຊາວ​ໄຊ​ງ່ອນ ​​ໄດ້​ເວົ້າວ່າ “ຮ່າ​ໂນ້ຍທັງ​ຕໍ່ສູ້ ທັງ​ຮ້ອງ​ເພງ​ຄື​ແນວ​ນີ້​​ແນ່ນອນ​ວ່າ​ຈະ​ໄດ້​ຮັບ​ໄຊຊະນະ“:

   “​ເມື່ອ​ຮັງ​ຟັງ​ບົດ​ເພງ​ດັ່ງກ່າວທຸກ​ຄົນ​ຕ່າງ​ກໍ່​ມີ​ຄວາມ​ຮູ້ສຶກ​ແປກໆ, ຕື່ນ​ເຕັ້ນ​​ ແລະ  ບໍ່​ມີ​ເວລາ​ໃດ​ທີ່​ຊາວ​ຮ່າ​ໂນ້ຍ ພັດ​ມີ​ຄວາມ​ປະ​ເອີ​ບ​ໃຈ​ຄື​ໃນ​ຊຸມ​ວັນ​ນັ້ນ. ຂ້າພະ​ເຈົ້າມີ​ຄວາມ​ເອກອ້າງ​ນົງ​ໃຈ​ທີ່​ສຸດ“.

  ​ແລະ​ຮ່າ​ໂນ້ຍ​ໄດ້​ຮັບ​ໄຊຊະນະ​ຢ່າງ​ສົມບູນ, ​ໄຊ​ນະ​ນະ​ຢ່າງສະຫງ່າ​ງາມ ​ແລະ ຕໍ່​ຈາກ​ນັ້ນບໍ່​ດົນ, ຈັກກະພັດ​ອາ​ເມ​ລິ​ກາ​ຕ້ອງ​ຢຸດຕິ​ການ​ຖີ້ມລະ​ເບີ​ດລົງ​ພາກ​ເໜືອ​ຫວຽດນາມ ​ແລະ ​ເຂົ້າຮ່ວມ​ການ​ເຈລະຈາ​ທີ່ປາຣີ ​ເມື່ອ​ວັນ​ທີ 27/1/1973.

        

ຕອບກັບ

ຂ່າວ/ບົດ​ອື່ນ