ເລື່ອງລາວກ່ຽວກັບນາຍທະຫານອາເມລິກາ ໃນເຮືອບິນ B52 ລຳທຳອິດທີ່ຖືກຍິງຕົກຢູ່ຮ່າໂນ້ຍ

    40 ປີ​ໄດ້​ລ່ວງ​ເລີຍ​ໄປ​ແລ້ວ​ແຕ່​ສິງ​ທີ່​​ເກີດ​ຂຶ້ນ​ໃນ​ຄ່ຳ​ຄືນ​ວັນ​ທີ 18/12/1972 ​​ຢູ່ເຂດ​ນ່ານຟ້າ​ຮ່າ​ໂນ້ຍ​ນັ້ນ ແມ່ນ​ຈຸດ​ເວລາ​ມືດມົວ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ກອງທັບ​ອາ​ກາດອາ​ເມ​ລິ​ກາ ແລະ ສິ່ງ​ດັ່ງ​ກ່າວໄດ້​ຝັງ​ເລິກ​ໃນ​ດວງໃຈ​ຂອງ​ຄຸນ​ພໍ່ Robert Certain ອາຍຸ 65 ປີ. ນັ້ນແມ່ນ​ຄ່ຳຄືນ​​ທີ່ປ່ຽນ​ແປງ​ຊະ​ຕາ​ກຳ​ຂອງ​ນາຍ​ທະຫານ​ພາ​ທາງ​ໃນ​ເຮືອບິນ​  B52 ລຳ​ທຳ​ອິດທີ່​ຖືກ​ຍິງ​ຕົກ​ຢູ່ເຂດ​ນ່ານຟ້າ​ຮ່າ​ໂນ້ຍ ​ໃນ​ບັ້ນຮົບ 12 ວັນ ​ແລະ ຄືນ “ດ້ຽນບຽນ​ຝູທາງ​ອາກາດ ອັນ​ສະຫງ່າ​ອົງອາດ​ຂອງ​ຊາດ​ຫວຽດນາມ“

ເລື່ອງລາວກ່ຽວກັບນາຍທະຫານອາເມລິກາ ໃນເຮືອບິນ B52 ລຳທຳອິດທີ່ຖືກຍິງຕົກຢູ່ຮ່າໂນ້ຍ - ảnh 1

Robert Certain ຢູ່​ຮ່າ​ໂນ້ຍ

(ພາບ: ອິນ​ເຕີ​ແນັດ)

  ​Robert Certain ​ໄດ້​ຮັບ​ການ​ກຳ​ເນີ​ດ​ເມື່ອ​ປີ 1947 ຢູ່​ລັດ Georgia ປະ​ເທດ​ອາ​ເມ​ລິ​ກາ, ພາຍຫລັງຮຽນ​ຈົບ​ວິທະຍາ​ໄລ, Robert Certain ​ໄດ້​ຮັບ​ການ​ຄັດ​ເລືອກ​​ເຂົ້າ​ເປັນ​ທະຫານ​ປ້ອງ​ກັນ​ອາກາດ​ອາ​ເມ​ລິ​ກາ ​ແລະ ກາຍເປັນ​ນາຍ​ທະຫານ​ຜູ້​ພາ​ທາງ​ໃຫ້​ເຮືອບິນ​ຖີ້ມລະ​ເບີດ​ຍຸດ​ທະ​ສາດ B52. Robert Certain ​ໄດ້​ຖືກຈັດ​ສົ່ງມາ​ຫວຽດນາມ ​ແລະ ​ໄດ້​ຮັບ​ຄຳ​ສັ່ງ​ອອກ​ເດີນທາງ​ໃນ​ມື້​ທຳ​ອິດ​ຂອງ​ບັ້ນຮົບ​ຖີ້ມລະ​ເບີດ​ເມື່ອ​ທ້າ​ຍ​ເດືອນ 12/1972. ​ເຖິງວ່າ​ຍາມ​ໃດ​ກໍ່​ເຊື່ອ​ໝັ້ນ​ຕໍ່​ຄວາມ​ສາ​ມາດ “ຕີ​ເອົາ​ຊະ​ນະ” ຂອງ​ເຮືອ​ບິນ​ຖີ້ມ​ລະ​ເບີດ​ທີ່​ທັນ​ສະ​ໄໝ​ທີ່​ສຸດ​ຂອງ​ທັບ​ອາ​ກາດອາ​ເມ​ລິ​ກາ ໃນ​ເວ​ລາ​ນັ້ນ​ກໍ່​ຕາມ, ແຕ່ Robert Certain ພັດຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ຜູ້​ອົງອາດ​ກ້າຫານ, ບໍ່​ຍອມ​ຈຳນົນ​ຕໍ່​ບໍ່​ວ່າ​ອິດ​ທິກຳລັງ​ຮຸກ​ຮານ​ໂຕ​ໃດ​ໃນ​ປະຫວັດສາດ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ຂອງ​ຊາດ​ຫວຽດນາມ. Robert Certain ​​ເລົ່າ​ສູ່ຟັງວ່າ:

   “​ພາຍຫຼັງ​ສຳ​ພັດ​ກັບເປົ້າໝາຍ, ກ່ອນ​​ທີ່​ຈະ​ບຸກ​ໂຈມ​ຕີຕາ​ມ​ແຜນ ປະມານ 15 ວິນາທີ, ພວກຂ້າພະ​ເຈົ້າ​ເລີ່​ມ​​ຖີ້ມລະ​ເບີດ​ລົງ. ​ແຕ່​ໃນ 5 ວິນາທີຕໍ່​ມາ, ພວກ​ຂ້າພະ​ເຈົ້າ​ໄດ້ຖືກລູກສອນ​ໄຟ​ໜ້າດິນ​ຕ້ານ​ເທິງ​ອາກາດ 2 ລູກ​ຍິງ​ໃສ່. ​ເຮືອບິນ​ຂອງ​ພວກ​ຂ້າພະ​ເຈົ້າຖືກ​ເປ່​ເພ​ສ່ວນ​ໜຶ່ງ, ສອງ​ຄົນ​ໃນ​ກອງບິ​ນຖືກ​ບາດ​ເຈັບ​ສາຫັດ ​ແລະ ​ເຮືອບິນ​ເລິ່ມ​​ຖືກໄຟ​ໄໝ້, ພວກ​ຂ້າພະ​ເຈົ້າຈຳ​ເປັນຕ້ອງ​ໂດດ​ຈ້ອງ

ເລື່ອງລາວກ່ຽວກັບນາຍທະຫານອາເມລິກາ ໃນເຮືອບິນ B52 ລຳທຳອິດທີ່ຖືກຍິງຕົກຢູ່ຮ່າໂນ້ຍ - ảnh 2

ທ່ານ Robert Certain ​ໃນ​ປະຈຸ​ບັນ

(ພາບ: peterandpaul.org)

​  ເມື່ອ​​​ໂດດ​ຈ້ອງ​ຈາກ​ເຮືອບິນ B52 ທີ່ຖືກ​ຍິງ​ທຳ​ລາຍ​ນັ້ນ, Robert Certain ​ໄດ້​ໂດດ​ລົງ​ທົ່ງ​ນາ​ແຫ່ງ​ໜຶ່ງ, ​ໃນ​ທັນ​ທີ່, ຊາວບ້ານ​ໄດ້​ປິດ​ລ້ອມ​ທົ່ງ​ນາ​ແຫ່ງນີ້​ໃນ​ຄວາມຄຽ​ດແຄ້ນ​ທີ່​ສຸດ. Robert Certain ​ເລິ່ມຄິດ​ເຖິງ​ສິ່ງ​ທີ່​ຊົ່ວຮ້າຍ​​ທີ່​ສຸດ​ສຳລັບ​ຕົນ ​ແຕ່​ລາວ​ບໍ່​ຄິດ​ເລີຍ​ວ່າ ຝ່າຍ​ຄ້ານ​ພັດ​ມີ​ນ້ຳ​ໃຈ​ມະນຸ​ດສະ​ທຳ​ສຳຫຼັບ​ຜູ້​ທີ່​​ໄດ້ຖິ້ມ​ລະ​ເບີດ​ທຳລາຍ​ປະ​ເທດ​ຊາດ ​ແລະ ຍາດຕິ​ພີ່​ນ້ອງ​ຂ​ອງ​ເຂົາ​ເຈົ້າ:

   “​​​​ເຖິງ​ວ່າ​ຊາວບ້ານ​ມີ​ຄວາມ​ໂກດ​ແຄ້ນ​ທີ່​ສຸດກໍ່ຕາມ​, ແຕ່​ທະຫານ​ລາດ​ໄດ້​ປ້ອງກັນ​ໃຫ້​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າຖືກ​​ພາເຂົ້າ​ເຮືອນ​ຫຼັງ​ໜຶ່ງ. ​ໃນ​​ເວລານັ້ນ, ປະຊາຊົນ​ຢືນ​ຢູ່ນອກບໍ່​ສະ​ແດງ​​ທ່າ​ທີ​ໂກດແຄ້ນ​ຕໍ່​ຂ້າພະ​ເຈົ້າອີກ​ແລ້ວ, ​ຕໍ່​ມາຂ້າພະ​ເຈົ້າ​ກໍ່ຖືກ​ສົ່ງ​ໄປ​ຄຸກ​ຫວາ​ລໍ່, ຂ້າພະ​ເຈົ້າ​ຮູ້​ສຶກຢ້ານ​ກົວ​ທີ່​ສຸດ ​ແລະ ຄິດ​ວ່າ​ຕົນ​​ເອງຈະ​ຖືກທົບ​ຕີ​ທໍລະ​ມານ​ແຕ່​ສິ່ງ​ດັ່ງກ່າວ​ພັດ​ບໍ່​ເກີດ​ຂຶ້ນ

   Robert Certain ຖືກ​ຂຸມ​ຂັງ​ໃນ​ເວລາ 100 ວັນ​ຢູ່​ຮ່າ​ໂນ້ຍ ກ່ອນ​ທີ່​ຈະ​ໄດ້​ຮັບ​ການ​ປ່ອຍ​ຕົວ​ເປັນ​ອິດສະຫຼະ​ຕາມ​ຂໍ້​ມາດຕາ​ແລກປ່ຽນ​ສະ​ເລີຍ​ເສິກ​ທີ່​ລະ​ບຸ​ໄວ້ໃນ​ສັນຍາ​ປາຣີ ປີ 1973. ລາວ​ກັບ​ເມືອ​ປະ​ເທດ ​ແລະ​  ຖືກ​ບາດ​ແຜ​ທາງ​ຈິດ​ຕະ​ສາດ, ຊື່​ງແມ່ນ​ບາດ​ແຜ​ທີ່ນາຍ​ທະຫານ, ນັກຮົບ​ເຂົ້າຮ່ວມ​ສົງຄາມ​ຢູ່​ຫວຽດນາມ​ ເກືອບ​ທັງ​ໝົດລ້ວຍ​ແຕ່​ໄດ້​ຮັບ​​ພາຍຫຼັງ​ກັບ​ເມືອ​ປະ​ເທດ:

    “​ຂ້າພະ​ເຈົ້າ​ໄດ້​ເອີ້ນ​ວ່າ​ນັ້ນ​ແມ່ນ​ເງົາ​ຜີ​ໃນ​ອະດີດຕະການ. ​ເມື່ອ​ບັນດາ​ນັກ​ຮົບ​ເຂົ້າຮ່ວມ​ການ​ຕໍ່ສູ້​ກັບ​ເມືອ​ບ້ານ, ​ຈິດ​ໃຈ​ຂອງ​ເຂົາ​ເຈົ້າ​ລ້ວນ​ແຕ່​ຖືກ​ປ່ຽນ​ແປງ. ​​ຍ້ອນ​ຕົນ​ເອງໄດ້ເຂົ້າ​ຮ່ວມ​ການເຂັ່ນ​ຂ້າ​ສາ​ມັນ​ຊົນ ກໍ່​ຄືໄດ້ເຫັນ​ປະຈັກ​ຕາ​ການ​​ຕາຍ​ຂອງເພື່ອນຮ່ວມ​ກົມ​ກອງ​. ຂ້າພະ​ເຈົ້າ​ເຂົ້າ​ໃຈ​ວ່າ, ບັນດາ​ການກະ​ທຳຂອງ​ຕົນ​ເອງ​ໄດ້​ເຮັດ​ໃຫ້​ທະ​ຫານ​ທາງ​ພາກ​ເໜືອ​ຫວຽດ ນາມ ນັບ​ຮ​້ອຍຄົນ ​ແລະ ສາມັນ​ຊົນ​ຜູ້​ບໍ່​ມີ​ໂທດ​ກຳ​ຫຼາຍ​ຄົນ​ເສຍ​ຊີວິດ

  ພາຍຫຼັງ​ກັບ​ເມືອ​ປະ​ເທດ, Robert Certain ​ໄດ້​ກາຍ​ເປັນ​ຄຸນ​ພໍ່. ຕາມ​ທ່ານ​ແລ້ວ, ນັ້ນ​ແມ່ນ​ວິທີ​ເພື່ອ​ໃຫ້​ທ່ານ​ສາມາດກິນ​ແໜງ. ປະຈຸ​ບັນ, Robert Certain ພວມ​ມີ​ຄວາມ​ຫວັງ​ຢາກ​ກັບ​​ມາ​ຢ້ຽມຢາມ​ຫວຽດນາມ ​ເພື່ອ​ມີ​ຄວາມເຂົ້າ​ໃຈກວ່າ​ກ່ຽວ​ກັບ​ວິວັດ​ການ​ສ້າງ​ສາສັນ​ຕິ​ພາບ​ແລະ ​ພັດ​ທະ​ນາ​ຂອງ​ປະຊາຊົນ​ຫວຽດນາມ.



ຕອບກັບ

ຂ່າວ/ບົດ​ອື່ນ