ກອງປະຊຸມຄັ້ງທີ37ຄະນະກຳມາທິການລະຫວ່າງລັດຖະບານ ຫວຽດນາມ-ລາວ

ໃນ​ອາ​ທິດ​ຜ່ານ​ມາ, ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ຮັບ ອີ​ແມວ, ຈົດ​ໝາຍຫຼາຍ​ສະ​ບັບ ແລະ ໂທ​ລະ​ສັບ​ຈາກ​ທ່ານ​ຜູ້​ຟັງ​ລາວ. ໃນ​ຈົດ​ໝາຍ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ໄດ້​ຖາມ​ກ່ຽວ​ກັບຫຼາຍ​ບັນ​ຫາ. ໃນ​ລາຍ​ການ “ໂອ້​ລົມ​ກັນ​ເພື່ອນ​ລາວ” ພາກ​ນີ້ ພວກ​ເຮົາ​ຂໍ​ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ສົນ​ໃຈ.

​ນາງ ເພັດ​ສະ​ໝອນ, ຢູ່​ແຂວງ​ຄຳ​ມ່ວນ ໄດ້​ຝາກ ອີ​ແມວ ມາ​ຍັງ​ລາຍ​ການ​ດ້ວຍ​ເນື້ອ​ໃນ​ທີ່ວ່າ: ຂ້າ​ພະ​ເຈົ້າ​ເຄີຍ​ອ່ານ​ຂ່າວ​ຜ່ານ​ແວບ​ໄຊ vovworld.vn ແລະ ຢູ່​​ໃນບາງ​ຂ່າວ​ມີ​ແຖວ​ໜັງ​ສື​ວ່າ: “ນັກ​ຂ່າວ A, ນັກ​ຂ່າວ VOV ປະ​ຈຳ B”. ສິ່ງ​ດັ່ງ​ກ່າວ​ມີ​ຄວາມ​ໝາຍ​ວ່າ: ນອກ​ຈາກມ​ີ​ບັນ​ດາອ​ົງ​ການ​ປະ​ຈຳ​​ຢູ່​ພາຍ​ໃນ​ປະ​ເທດແລ​້ວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຍັງ​ມີ​ບັນ​ດາ​ອົງ​ການ​ປະ​ຈຳ​​ການຢູ່​ຕ່າງ​ປະ​ເທດ​ອີກ​ແມ່ນບໍ່? ນອກ​ຈາກນັ້ນ ຂ້າ​ພະ​ເຈົ້າ​ຢາກ​ຖາມ​ວ່າ, ເມື່ອ​ນັກ​ຂ່າວ​ໄປ​ປະ​ຈຳ​ຢູ່​ບັນ​ດາ​ອົງ​ການ​ຕາງ​ໜ້ານັ້ນ ຕ້ອງ​ການ​ຮູ້​ພາ​ສາ​ຂອງ​ປະ​ເທດ​ປະ​ຈຳ​ຖິ່ນບໍ່? ບັນ​ດາ​ນັກ​ຂ່າວນັ້ນ​ເຮັດ​ວຽກ​ງານ​ໃດ​ແດ່?

ນາງ ເພັດ​ສະ​ໝອນ ທີ່​ເຄົາ​ລົບ, ປະ​ຈຸ​ບັນ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ມີ 9 ອົງ​ການ​ປະ​ຈຳ​ຢູ່​ຕ່າງ​ປະ​ເທດ​ຄື: ອົງ​ການ​ປະ​ຈຳ​ ປາ​ຣີ, ປະ​ເທດ​ຝ​ຣັ່ງ; ອົງ​ການ​ປະ​ຈຳ​ ມົດ​ສ​ກູ, ປະ​ເທດ ລັດ​ເຊຍ; ອົງ​ການ​ປະ​ຈຳ​ ປັກ​ກິ່ງ, ປະ​ເທດ ຈີນ; ອົງ​ການ​ປະ​ຈຳ​ ກາຍ​ໂຣ, ປະ​ເທດ ອີ​ຢິບ; ອົງ​ການ​ປະ​ຈຳ​ ໂຕ​ກຽວ, ປະ​ເທດ​ຍີ່​ປຸ່ນ; ອົງ​ການ​ປະ​ຈຳ​ ວໍ​ຊິງ​ຕັນ, ສະ​ຫະ​ລັດ ອາ​ເມ​ລິ​ກາ; ອົງ​ການ​ປະ​ຈຳ​ ​ບາງ​ກອກ, ປະ​ເທດ​ໄທ; ອົງ​ການ​ປະ​ຈຳ​ ພະ​ນົມ​ເປັນ, ປະ​ເທດ ກຳ​ປູ​ເຈຍ; ອົງ​ການ​ປະ​ຈ​ຳນະ​ຄອນຫຼວງ​ ວຽງ​ຈັນ, ປະ​ເທດ ລາວ. ໃນ​ປີ 2015 ນີ້, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ​ຈະ​ເປີດ​ອົງ​ການ​ປະ​ຈຳ​ຢູ່ ສ.ເຊັກ. ພວກ​ຂ້າ​ພະ​ເຈົ້າ​ຈະ​​ໃຫ້ບຸ​ລິ​ມະ​ສິດ​​ແກ່​ບັນ​ດານັກ​ຂ່າວ​ຮູ້​ພາ​ສາ​ປະ​ຈຳ​ຖິ່ນ ເພື່ອ​ໃຫ້​ວຽກ​ງານ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ສະ​ດວກ​ສະ​ບາຍ​ກ່​ວາ, ​ຖ້າ​ຫາກ​ນັກ​ຂ່າວບໍ່​ຮູ້​ພາ​ສາ​ປະ​ເທດ​ປະ​ຈຳ​ຖິ່ນ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ​ຈະ​ສົ່ງ​ບັນ​ດາ​ນັກ​ຂ່າວ​ຮູ້​ພາ​ສາ ອັງ​ກິດ ດີ​ໄປ​ປະ​ຈຳ​.

ເນື່ອງ​ໃນ​ໂອ​ກາດນີ້, ພ​າກ​ພາ​ສາ​ລາວ ກໍ່​ແນະ​ນຳ​ບາງ​ຢ່າງ​ກ່ຽວ​ກັບ​ຫົວ​ໜ້າ​ອົງ​ການ​ປະ​ຈຳ​ຂອງ VOV ຢູ່​ລາວ. ປະ​ຈຸ​ບັນ, ເອື້ອຍ ຈູມີ້​ບີ່ງ, ເຊິ່ງ​​ເປັນ​ນັກ​ຂ່າວ, ບັນ​ນາ​ທິ​ການ, ໂຄ​ສົກຜູ້​ທີ່​ລື້ງ​ເຄີຍ​ກັບ​ທ່ານ​ຜູ້​ຟັງ​ຂອງ​ພາກ​ພາ​ສາ​ລາວ. ລາວ​ໄດ້​ຮັບ​ໜ້າ​ທີ່​ໃໝ່​ນ​ີ້​ນັບ​ແຕ່​ຕົ້ນ​ປີ 2015. ເອື້ອຍ ບີ່ງ, ຫົວ​ໜ້າ​ອົງ​ການ​ປະ​ຈ​ຳ VOV ຢູ່ ວຽງ​ຈັນໃຫ້​ຮູ້​ວ່າ:

“ໃນ​ທ່າ​ອ່ຽງ​ສື່​ມວນ​ຊົນຫຼາຍ​ຮູບ​ແບບ​ຄື​ປະ​ຈຸ​ບັນ​ນີ້, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ແມ່ນ​ອົງ​ການ​ມີ​ທັງ 4 ຮູບ​ແບບ​ສື່​ມວນ​ຊົນ​ຄື: ໜັງ​ສື​ພິມ, ໂທ​ລະ​ພາບ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ແລະ ສື່​ເອ​ເລັ​ກ​ໂຕ​ນິກ. ຍ້ອ​ນ​ພາ​ລະ​ໜ້າ​ທີ່​ກ່ອນ​ນີ້ ພຽງ​ແຕ່​ແມ່ນ​ບັນ​ນາ​ທິ​ການ, ໂຄ​ສົກ​ຂອງ​ພາກ​ພາ​ສາ​ລາວ ດັ່ງ​ນັ້ນ​ກ່ອນ​ທີ່​ໄປ​ປະ​ຈຳ​ຢູ່ ລາວນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ຊຸດ​ຝຶກ​ອົບ​ຮົມ​ລະ​ດັບສູງ ໃນ​ນັ້ນ​ສຸມ​ໃສ່​ເຂົ້າ​ໃນ​ວຽກ​ງານ​ບຳ​ລຸງ​ສ້າງ​ການ​​ຖ່າຍ​ທຳ video ເພື່ອ​ຮັບ​ໃຊ້​ຊ່ອງ​ໂທ​ລະ​ພາບ​ຂອງ VOV”

ເອື້​ອຍ ບີ່ງ​ໃຫ້​ຮູ້​ຕື່ມ​ກ່ຽວ​ກັບ​ວຽກ​ງານ​ຕົ້ນ​ຕໍ​ເຊິ່ງ​ບັນ​ດາ​ອົງ​ການ​ປະ​ຈຳ​ຕ້ອງ​ເຮັດ​ແມ່ນ:

“ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ອັບ​ເດັດ​ທຸກໆ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ການ​ເມືອງ, ສັງ​ຄົມ… ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ ເພື່ອ​ໃຫ້​ຜູ້​ຟັງ, ຜູ້​ອ່ານ​ເຂົ້າ​ໃຈ​ລະ​ອຽດ​ກ່​ວາ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວ ລາ​ວ. ນອກ​ຈາກນັ້ນ, ພວກ​ຂ້າ​ພະ​ເຈົ້າ​ກໍ່​ຕ້ອງ​ສຸມ​ໃສ່​ ​ການ​ພົວ​ພັນ ຫວຽດ​ນາມ - ລາວ, ການ​ຢ້ຽມ​ຢາມ​ທຸກ​ຂັ້ນ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນຕ່າງໆ. ແລະ ໃນ​ນັ້ນ​ກໍ່​ຕ້ອງ​ມີ​ຂໍ້​ມູນ​ຂ່າວ​ສານ​ກ່ຽວກ​ັບ​ການ​ເຄື່ອນ​ໄຫວ​ຂອງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່ ລາວ.”

ຫວັງ​ວ່າ, ຜ່ານ​ບັນ​ດາ​ຂໍ້​ມູນ​ຂ່າວ​ສານ​ດັ່ງ​ກ່າວ, ນາງ ເພັດ​ສະ​ໝອນ ແລະ ທ່ານ​ຜູ້​ຟັງ, ຜູ້​ອ່ານ​ສາ​ມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ວຽກ​ງານ​ຂອງ​ບັນ​ດາ​ອົງ​ການ​ປະ​ຈຳ​ຂອງ VOV ຢູ່​ຕ່າງ​ປະ​ເທດ​ກ່​ວາ​ອີກ.

ກອງປະຊຸມຄັ້ງທີ37ຄະນະກຳມາທິການລະຫວ່າງລັດຖະບານ ຫວຽດນາມ-ລາວ - ảnh 1
ກອງ​ປະ​ຊຸມ​​ຄັ້ງ​ທີ 37 ຄະ​ນະ​ກຳ​​ຍາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ

ທ່ານ ວັນ​ທາ ວິ​ໄລ​ວອນ, ແຂວງ ຊຽງ​ແຂວງ ໄດ້​ໂທ​ລະ​ສັບ​ຫາ​ລາຍ​ການ​​ໂດຍຖາ​ມ​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ: ອາ​ທິດ​ຜ່ານ​ມາ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​​ຄັ້ງ​ທີ 37 ຄະ​ນະ​ກຳ​​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ. ຍ້ອນ​ວ່າ​ໄດ​້​ໄປ​ປະ​ຕິ​ບັດ​ງານ​ຢູ່​ແດນ​ໄກ​ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ເນື້ອ​ໃນ​ລະ​ອຽດ​ຂອງກອງ​ປະ​ຊຸມສຳ​ຄັນ​ນີ້. ຜ່ານ​ລາຍ​ການ​ຂ້າ​ພະ​ເຈົ້າ​ຢາກ​ຮູ້​ເນື້ອ​ໃນ​ຕົ້ນ​ຕໍ​ຂອງກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ບໍ?

ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 37 ໃນ​ວັນ​ທີ 21/1 ຜ່ານ​ມາ, ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ປ່ຽນ​ຊື່​ຄະ​ນະ​ກຳ​ມະ​ການ​​ຮ່ວມ​ມື ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ​ເປັນ​ຄະ​ນະ​ກຳ​ມ​ມາ​ທິ​​ການ​ລະ​ຫວ່າງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່​າຍ​. ສອງ​ຝ່າຍ​ໄດ້​ເຊັນ​ສັນ​ຍາ​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ​ລະ​ຫວ່າງ​ລັດ​ຖະ​ບານ ສ​ສ. ຫວຽດ​ນາມ ແລະ ລັດ​ຖະ​ບານ ສ​ປ​ປ ລາວ ໃນ​ປີ 2015. ຕາມ​ສັນ​ຍາ​ແລ້ວ, 2 ຝ່າຍ​ສຸມ​ໃສ່​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ເນື້ອ​ໃນ​ບັນ​ດາ​ຖະ​ແຫຼງ​ການ​ຮ່ວມ ແລະ ຂໍ້​ຕົກ​ລົງ​ຂັ້ນ​ສູງ​ທີ່​ໄດ້​ລົງ​ນາມ​ແລ້ວ​ເປັນ​ຢ່າງ​ດີ, ສືບ​ຕໍ່​ໂຄ​ສະ​ນາ​ເຜີຍ​ແຜ່, ສຶກ​ສາ​ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ, ຍູ້​ແຮງວຽກ​ງານ​ນຳ​ຜະ​ລ​ິດ​ຕະ​ພັນ​ຂອງ​ກິດ​ຈະ​ກຳ​ປະ​ຫວັດ​ສາດ​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ 2 ປະ​ເທດ​ເຂົ້າ​ຫຼັກ​ສູດ​ການສອນ​ຢູ່​ໂຮງ​ຮຽນ​ແຫ່ງ​ຕ່າງໆ​ຂອງ 2 ປະ​ເທດ​, ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ໃນ​ການ​ແກ້​ໄຂ​ບັນ​ດາ​ລະ​ບຽບ​ການ​ນິ​ຕິ​ກຳ, ບໍ​ລິ​ຫານ​ກ່ຽວ​ກັບ​ການ​ສະ​ໜອງ​ການ​ລົງ​ທຶນ ແລະ ໃບ​ຢັ້ງ​ຢືນນຳ​ໃຊ້​ທີ່​ດິນ​ໂດຍ​ໄວ​. ກ່ຽວ​ກັບ​ດ້ານ​ການ​ຄ້າ, 2 ຝ່າຍ​ສ​ືບ​ຕໍ່​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ, ມີ​ປະ​ສິດ​ທິ​ຜົນ​ແຜນ​ຮ່າງ​ພັດ​ທະ​ນາ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ, ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ຈຳ​ເປັນ, ສູ້​ຊົນ​ຍົກ​ລະ​ດັບ​ເຕີບ​ໂຕການ​ນຳ​ເຂົ້າ - ສົ່ງ​ອອກ​ລະ​ຫວ່າງ 2 ປະ​ເທດ​ເພິ່ມ​ຂຶ້ນ 40% ໃນ​ປີ 2015. ກ່ຽວ​ກັບ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ, 2 ຝ່າຍ​ສືບ​ຕໍ່​ສະ​ຫງວນ​​ທຶນ​ສຶກ​ສາໃຫ້​ພະ​ນັກ​ງານ, ນັກ​ຮຽນ ແລະ ນັກ​ສຶກ​ສາ 2 ຝ່າຍ​ໄປ​ຮ່ຳ​ຮຽນ​ຢູ່​ແຕ່​ລະ​ປະ​ເທດ. ກໍ່​ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ໂດຍ​ຕາງ​ໜ້າ​ໃຫ້​ລັດ​ຖະ​ບານ ຫວຽດ​ນາມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສົມ​ສະ​ຫວາ​ດ ເລັ່ງ​ສະ​ຫວັດ ໄດ້​ມອບ​ໃບ​ຢັ້ງ​ຢື​ນ​ລົງ​ທຶນ​ໂຄງ​ການ​ສຳຫຼວດ, ຂຸດ​ຄົ້ນ​ຊືນ, ກົ່ວ ແລະ ຊັບ​ພະ​ຍາ​ກອນ​ໂລ​ຫະ​ປະ​ເພດ​ຕ່າງໆ​ໃຫ້​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ອຸດ​ສາ​ຫະ​ກຳ​ລາວ.

ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ຂອງ​ພວກ​ເຮົາ​ຂໍ້​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ນີ້. ຖ້າ​ຫາກ​ຜູ້​ໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການກະລຸນາ​ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົນ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 0084.43.8256631, ອີ​ແມວ: Laovov@yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.       

 

ຕອບກັບ

ຂ່າວ/ບົດ​ອື່ນ