ກອງປະຊຸມຮ່ວມມືຊາວໜຸ່ມຫວຽດນາມ-ລາວ-ກຳປູເຈຍປີ2014

ອາ​ທິດ​ຜ່ານ​ມາ, ພາ​ກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ຮັບຫຼາຍອີ​ແມວ ແລະ ໂທ​ລະ​ສັບຈາກ​ທ່ານ​ຜູ້​ຟ​ັງ​ທັງ​ຢ​ູ່ ລາວ ແລະ ຫວຽດ​ນາມ. ເນື້ອ​ໃນ​ຈົດ​ໝາຍ​ລ້ວນ​ແຕ່​ຖາມ, ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ກາ​ນ​ເຄື່ອນ​ໄຫວ​ຕ່າງໆ​ລະ​ຫວ່າງ ຫວຽດ​ນາມ - ລາວ ຈັດ​ຂຶ້ນ​ໃນ​ອາ​ທິດ. ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ເຮົາ​ຂໍ​ຕອບ​ບາງ​ຄຳ​ຖາມ ແລະ ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ, ອີ​ແມວ​ເຊິ່ງ​ທ່ານ​ຜູ້​ຟັງ​ຝາກ​ມາ​ລາຍ​ການ.

        ເພື​່ອນ ໝອນ​ແກ້ວ, ນັກ​ສຶ​ກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ ຮ່າ​ໂນ້ຍ ໄດ້ ໂທ​ລະ​ສັບ​ຫາ​ລາຍ​ການໂດຍ​ຖາມ​ວ່າ: ຂ້າ​ພະ​ເຈົ້າ​ມ​ີ​ພີ່​ນ້ອງ​ຜູ້​ໜຶ່ງ, ​ທີ່​ເຮັດ​ວຽກ​ງານ​ຊາວ​ໜຸ່ມ​​ຢູ່ແຂວງ ວຽງ​ຈັນ, ລາວ​ແມ່ນ​​ສະ​ມາ​ຊິກ​ຜ​ູ້​ໜຶ່ງ​ໃນ​ຄະ​ນະ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ຮ່ວ​ມ​ມືຊາວ​ໜຸ່ມ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ 2014. ເມື່ອ​​ໂອ້ລົມ​ທາງໂທ​ລະ​ສັບ​ກັບ​ລາວ ຂ້າ​ພະ​ເຈົ້າ​ກໍ່​ຮູ້​ວ່າ: ການ​ເຄື່ອນ​ໄຫວ​ຂອງກອງ​ປະ​ຊຸມນີ້​ຈັດ​ຂຶ້ນຢ​ູ່​ຮ່າ​ໂນ້ຍ ແລະ ແຂວງ ກວາງ​ນີງ. ຜ່ານ​ລາຍ​ການ​ຂໍ​ຮູ້​ຕື່ມ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງກອງ​ປະ​ຊຸມນີ້​ໄດ້​ບໍ່?

ກອງປະຊຸມຮ່ວມມືຊາວໜຸ່ມຫວຽດນາມ-ລາວ-ກຳປູເຈຍປີ2014 - ảnh 1

ທ່ານ​ຮ່​ວາງ​ບິ່ງກວນ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​​ການ​ຕ່າງ​ປະ​ເທດສູນ​ກາງ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ

ເພື​່ອນ ໝອນ​ແກ້ວ ທີີ່​ຮັກ​ແພງ, ຕອນ​ເຊົ້າ​ວັນ​ທີ 8/12, ທີ່​ຮ່າ​ໂນ້ຍ, ໄດ້ໄຂ​ກອງ​ປະ​ຊຸມ​ຮ່ວມ​ມື​ຊາວ​ໜຸ່ມ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ​ປີ 2014 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ຊາວ​ໜຸ່ມ 3 ປະ​ເທດ 60 ຄົນ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຮ່​ວາງ​ບິ່ງ​ກວານ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​​ການ​ຕ່າງ​ປະ​ເທດສູນ​ກາງ​, ຢັ້ງ​ຢືນ​ວ່າກອງ​ປະ​ຊຸມ​ຮ່ວມ​ມື​​ຊາວ​ໜຸ່ມ ຫ​ວຽດ​ນາມ, ລາວ, ກຳ​ປູ​ເຈຍ ແມ່ນ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ປະ​ກອບ​ສ່ວນ​ສຶກ​ສາ​ມູນ​ເຊື້ອ​ການ​ພົວ​ພັນ​ມິດ ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດນາມ, ລາວ, ກຳ​ປູ​ເຈຍ ໃຫ້​ແກ່​ລຸ້ນ​ໜຸ່ມ. ນີ້ກໍ່​ແມ່ນ​ໂອກ​າດ​ເພື່ອ​ໃຫ້ການ​ນຳ​ຂັ້ນ​ສູງ​ຂອງ​ບັນ​ດາ​ອົງ​ການ​ຊາວ​ໜຸ່ມ​ ແລກ​ປ່ຽນ​ບົດ​ຮຽນ​ໃນ​​ການ​ປະ​ຕິ​ບັດ​ງານ, ຮ່ຳ​ຮຽນ​ເອົາ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ, ຢ້ຽມ​ຢາມ​ສະ​ພາບ​​ຕົວ​ຈິງ​ເພື່ອ​ສຳ​ພັດ​ວິ​ທີ​ເຮັດ​ທີ່​ດີ, ບັນ​ດາ​ຮູບ​ແບບ​ທີ່​ດີ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ວິ​ໄລ​ວົງ ບຸດ​ດາ​ຄຳ, ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ເນັ້ນ​ໜັກ​ວ່າ:

​ເທດ​ສຽງ​ທ່ານ ວິ​ໄລ​ວົງ

        ພາຍຫຼັງ​ພິ​ທີ​ໄ​ຂ, ຊ​າວ​ໝຸ່ມ 3 ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ນະ​ມາ: “ບົດ​ຮຽນ​ໃນ​ການ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ເພື່ອ​ປະ​ ຊາ​ຄົມ, ​ຊີ​ວິດ​ສັງ​ຄົມ” ແລະ “ຊາວ​​ຫນຸ່ມ​ປະ​ກອບ​ສ່ວນ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ, ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ພັ​ດ​ທະ​ນາ​ລະ​ຫວ່າງ 3 ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ”. ບັ​ນ​ດາ​ຜູ້​ແທນ​ຊາວ​ໜຸ່ມ​ພ້ອມ​ກັນ​ແລກ​ປ່ຽນ, ປຶ​ກ​ສາ​ຫາ​ລື, ແບ່ງ​ປັນ​ບົດ​ຮຽນ, ເຮັດ​ແຈ້ງ​ມາດ​ຕະ​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຊາວ​ໜຸ່ມ 3 ປະ​ເທດ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຊາວ​ໜຸ່ມ, ຈາກນັ້ນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ນ້ຳ​ໃຈ​ສາ​ມັກ​ຄີ​ລະ​ຫວ່າງ​ຊາວ​ໜຸ່ມ ແລະ ປະ​ຊາ​ຊົນ 3 ປະ​ເທດ.

+++

        ທ່ານ ເພັດ​ສະ​ຫວັນ, ຢູ່​ແຂວງ ເຊກອງ ໄດ້​ຝາກ​ອີ​ແມວ ມາ​ຍັງ​ລາຍ​ການ​ປະ​ກາດ​ວ່າ: ວັນ​ທີ 2/12, ກົງ​ກັບ​ວັນ​ສະ​ຖາ​ປະ​ນາ​ປະ​ເທດ ສ​ປ​ປ ລາວ, ຢູ່​ເມືອງ ດັກ​ຈຶງ, ແຂວງ ເຊກອງ, ສ​ປ​ປ ລາວ ໄດ້​ດຳ​ເນີນ​ພິ​ທີ​ໄຂ​ກິດ​ຈະ​ກຳ​ກໍ່​ສ້າງ​ປ້ອມກວດ​ກາ​ຢູ່​ດ່ານ​ຊາຍ​ແດນ ດັກ​ຕາ​ອອກ, ແຂວງ ເຊກອງ. ປ້ອມກວດ​ກາ​ດັ່ງ​ກ່​າວ​ມີ​ຍອ​ດ​ເງ​ິນ​ລົງ​ທຶນ 48 ຕື້​ດົ່ງ, ໂດຍ​ລັດ​ຖະ​ບານ ຫວຽດ​ນາມ ອຸ​ປະ​ຖຳ​ຈາກ​ແຫຼ່​ງ​ເງິນ ODA. ໂຄງ​ການ​ດັ່ງ​ກ່າວ ໂດຍບໍ​ລິ​ສັດ​ຫຸ້ນ​ສ່ວນກໍ່​ສ້າງ ດ້າຍ​ຮົ່ງ​ຟຸກ, ດຳ​ເນີນ​ການກໍ່​ສ້າງ​ໃນ​ເວ​ລາ 24 ເດືອນ. ນີ້​ແມ່ນ​ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ, ຊ່ວຍ​ເພິ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ເຊິ່ງ​ແມ່ນ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ  2 ແຂວງ ແຮກ​ສ່ຽວ ເຊກອງ - ກວາງ​ນາມ. ປ​້ອມກວດ​ກາ​ປະ​ສົມ​ດ່ານ​ຊາຍ​ແດນ ດັກ​ຕາ​ອອກ ແລະ ດ່ານ​ຊາຍ​ແດນ ນານ​ຢາງ (ເມືອງ ນາມ​ຢາງ, ແຂວງ ກວາງ​ນາມ), ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ແຂວງ ເຊກອງ - ກວາງ​ນາມ ໃນ​ອະ​ນາ​ຄົດ.

        ຂໍ​ຂ​ອບ​ໃຈ​ທ່ານ ເພ​ັດ​ສະ​ຫວັນ ຍ້ອນ​ແຫຼ່ງ​ຂ່າວ​ທີ່​ມີ​ປະ​ໂຫຍດ​ດັ່ງ​ກ່າວ, ຫວັງ​ວ່າ ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ແຂວງ ເຊກອງ - ກວາງ​ນາມ ເວົ້າ​ສະ​ເພາະ ແລະ ຫວຽດ​ນາມ - ລາວ ເວົ້າ​ລວມ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ ແລະ ​ເພີ່ມ​ພູນ​ຄູນ​ສ້າງໃນ​ອະ​ນາ​ຄົດ.

ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ຂອງ​ພວກ​ເຮົາ​ຂໍ​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ນີ້, ຖ້າ​ຫາກ​ຜູ້​​ຟັງໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການສາມາດ​ຝາກ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົນ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 0084​.43​.825​.6631, ອີ​ແມວ: Laovov@yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວທີ່ຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ