ການປະຕິວັດເດືອນສິງຫາສຳເລັດຜົນຢ່າງຈົບງາມ

       ໃນ​ອາທິດ​ຜ່ານ​ມາ, ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ແຫ່ງ​ຊາດ, ວິທະຍຸ​ກະຈາຍສຽງ ຫວຽດນາມ ໄດ້​ຮັບ​ໂທລະສັບ, ອີ​ແມວ, ຈົດໝາຍ​ 165 ສະບັບຈາກ​ຜູ້​ຟັງຢູ່ຫລາຍ​ປະ​ເທດ​ໃນ​ໂລກ ຝາກມາ. ​ໃນ​ນັ້ນ, ລາຍການ​ກະຈາຍສຽງ​ພາກ​ພາສາລາ​ວ ​ໄດ້ຮັບ​ໂທລະສັບ, ອີ​ແມວ​, ຈົດໝາຍ 7 ສະບັບ​ຈາກ​ຜູ້​ຟັງ​ລາວ. ​ໃນ​ລາຍ​ການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ບາງເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ. ​ເຊີນທ່ານ​ຕິດຕາມ​ຮັບ​ຟັງ.

ການປະຕິວັດເດືອນສິງຫາສຳເລັດຜົນຢ່າງຈົບງາມ  - ảnh 1
(ພາບປະກອບ)

​*****

        ​ໃນ​ຈົດໝາຍ​ຝາກ​ມາລາ​ຍການ, ​ເພື່ອນ ຈັນ​ດອນ, ​ແຂວງ​ບໍ່​ແກ້ວ​ ຂຽນ​​ວ່າ: “ຫວ່າງ​ແລ້ວ​ນີ້​ຂ້າພະ​ເຈົ້າ​ໄດ້​ອ່ານ​ຫຼາຍ​ບົດ ກ່ຽວ​ກັບ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຢູ່​ປະ​ເທດ​ຈຳນວນ​ໜຶ່ງ​ໃນ​ອາ​ຊຽນ ທາງ​ເວັບ​ໄຊ vovworld, ຂ້າພະ​ເຈົ້າ​ເຫັນ​ວ່າ​ບັນດາ​ບົດ​ຂຽນ​ນີ້​ທັງ​ມ່ວນ ​ແລະ ມີ​ປະ​ໂຫຍ​ດຫຼາຍ ​ໃຫ້​ແກ່​ຜູ້​ນິຍົມ​ທ່ອງ​ທ່ຽວ ​ແລະ ຄົ້ນ​ຫາ​ຄື​ຂ້າພະ​ເຈົ້າ. ບົດ​ຂຽນ​​ເຫຼົ່າ​ນັ້ນໄດ້​ພັນ​ລະນາ​ຢ່າງ​ລະອຽດບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່​. ​ເມື່ອ​ອ່ານ​ບົດ​ຂຽນ​ດັ່ງກ່າວ​ແລ້ວ, ຂ້າພະ​ເຈົ້າ​ກໍ່​ຢາກ​​​ໄປຢ້ຽມຢາມ​ສະຖານ​ທີ່​ເຫຼົ່າ​ນັ້ນ​ໃນ​ທັນທີ. ຂໍຂອບ​ໃຈ​ພວກ​ເພື່ອນ​​ໄດ້​ມີບັນດາ​ບົດ​ຂຽນ​ທີ່ມ່ວນ​ໆເພື່ອ​ແນະນຳ​ໃຫ້​ແກ່​ທ່ານ​ຜູ້​ຟັງ”

*****

​        ເພື່ອນ ວິຊາ​ຕີ ​ແຂວງ ຫລວງ​ນ້ຳທ່າ ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການ​ດ້ວຍ​ເນື້ອ​ໃນ​ວ່າ: “​ໃນ​ລະດູ​ໃບ​ໄມ້​ຫຼົ່ນ​ປະຫວັດ​ສາດ, ກ່ອນນີ້ 71 ປີ, ຫວຽດນາມ ​ໄດ້​ທັບ​ມ້າງ​ແອກ​ປົກຄອງ​ຂອງລ່າ​ເມືອງ​ຂຶ້ນ ຝະລັ່ງ ທີ່​ແກ່​ຍາວ​ມາ​ເປັນ​ເວລາເກືອບ​ໜຶ່ງສັດຕະວັດ​ຢູ່ ຫວຽດນາມ, ​ສະຖາປະນາ​ປະ​ເທດ ສາທາລະນະ​ລັດ ປະຊາທິປະ​ໄຕ ​ຫວຽດນາມ. ​ໂດຍ​ຜ່ານ​ທາງ​ລາຍການ, ຂ້າພະ​ເຈົ້າຢາກ​ໄດ້​ຮບແນະນຳ​ຕື່ມ​ອີກ ກ່ຽວ​ກັບ​ຄວາມ​ໝາຍ​ປະຫວັດ​ສາດ​ຂອງ​ການປະຕິ​ວັດ​ເດືອນ 8/1945. ”

        ​ເພື່ອນ ວິຊາ​ຕີ ທີ່​ຮັກ​ແພງ! ດ້ວຍ​ໄຊຊະນະ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945, ປະຊາຊົນ ຫວຽດນາມ ​ໄດ້​ທັບ​ມ້າງ​​ແອກ​ປົກຄອງຂອງ​ລ່າ​ເມືອງ​ຂຶ້ນ ຝະລັ່ງທີ່​ແກ່ຍາວ​ມາ​ເປັນ​ເວລາເກືອບ​ໜຶ່ງ​ສັດຕະວັດ​ຢູ່ ຫວຽດນາມ, ສະຖາປະນາ​ປະ​ເທດສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ. ພັກ​ກອມ​ມູນິດ ຫວຽດນາມ ຈາກ​ພັກ​ໜຶ່ງ​ທີ່​ມີ​ການ​ເຄື່ອນ​ໄຫວບໍ່​ຖືກຕ້ອງ​ຕາມ​​ກົດໝາຍ ​ໄດ້ກາຍ​ເປັນ​ພັກ​ຊີ້​ນຳ​ນຳ​ພາ​ອຳນາດ​ການ​ປົກຄອງ​ໃນ​ທົ່ວ​ປະ​ເທດ ​ແລະ ​ເຄື່ອນ​ໄຫວຢ່າງ​ເປີດ​ເຜີຍ. ການ​ປະຕິວັດ​ເດືອນ​ສິງຫາ​ ປີ 1945 ປະສົບ​ຜົນສຳ​ເລັດ​ ໄດ້​ເປີດ​ຊ່ອງ​ທາງ ນຳ​ເອົາ​ປະຊາ​ຊົນ ຫວຽດນາມ ກ້າວ​ເຂົ້າ​ສູ່​ສັກກະ​ລາດ​ໃໝ່, ສັກກະ​ລາດ​​ແຫ່ງເອກະລາດ, ​ເສລີພາບ ​ແລະ ລັດທິ​ສັງຄົມ. ດ້ວຍ​ຄວາມ​ໝາຍ​ນັ້ນ, ການ​ປະຕິວັດ​ເດືອນ​ສິງຫາ ສຳ​ເລັດ​ຜົນ​ຢ່າງ​ຈົບງາມ​ ລັດ​ແບບ​ໃໝ່​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ເປີດ​ສາກ​ໃຫ້​ແກ່​​​ໄຊຊະນະ​ຄັ້ງ​ຕ່າງໆຂອງ​ການ​ປະຕິວັດ ຫວຽດນາມ. ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດ​, ປະຊາຊົນ ຫວຽດນາມ ຈາກຂ້ອຍຂ້າ​​ໄດ້ກາຍ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ, ​ເປັນ​ເຈົ້າ​ຊາຕາກຳຂອງ​ຕົນ.

*****

        ເພື່ອນ ​ປາ​ນູສອນ ​ແຂວງ ສະຫວັນ​ນະ​ເຂດ ​ແລະ ​ເພື່ອນ ວິ​ໄລ​ສະຫວັນ ຢູ່​ນະຄອນຫລວງ ວຽງຈັນ ສົ່ງ​ຈົດໝາຍ​ມາລາ​ຍການ​ດ້ວຍ​ເນື້ອ​ໃນ​ວ່າ: “​ໂດຍ​ເປັນ​ຄົນນິຍົມກິລາ, ​ເຖິງ​ວ່າຈະຄາ​ວຽກ​ຫລາຍ ​ແຕ່​ຂ້າພະ​ເຈົ້າ​ຍັງ​ສະຫງວນເວລາ​​ເພື່ອຕິດຕາມ​​ງານ​ມະຫາ​ກຳກິລາ​ຕ່າງໆ, ພິ​ເສດ​ແມ່ນງານ​ມະຫາ​ກຳ​ກິລາ Olympic 2016. ຂ້າພະ​ເຈົ້າ ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ ​ແລະ ກໍ່​ຮູ້ສຶກເອກອ້າງ​ທະ​ນົງ​ໃຈ ​ເມື່ອ​​ເຫັນ​ວ່ານັກ​ກິລາ​ຍິງ​ປືນ ຮ່ວາງ​ຊວນ​ວີ​ງ ຂອງຫວຽດນາມ ​​ໄດ້​ຮັບຜົນ​ງານສູງ​ສຸດ​ໃນກິລາ​ປະ​ເພດຍິງ​ປືນ. ຜ່ານ​ລາຍການຂ້າພະ​ເຈົ້າ​ຢາກ​ຮູ້​ຕື່ມ​​ບັນດາ​ຜົນງານ​​ເຊິ່ງນັກ​ກິລາ ຊວນ​ວິ​ງ ​​ເຄີຍ​ໄດ້​ຮັບ​ໃນງານ​ມະຫາ​ກຳ​ກິລາ​ຕ່າງໆ​ຢູ່ ຫວຽດນາມ ກໍ່​ຄີ​ຢູ່​ຕ່າງປະ​ເທດ. ຂໍ​ຂອບ​ໃຈ”

ການປະຕິວັດເດືອນສິງຫາສຳເລັດຜົນຢ່າງຈົບງາມ  - ảnh 2

ນັກ​ກິລາ​ຍິງ​ປືນ ຫວຽດນາມ ຮ່ວາງຊວນ​ວິ​ງ   (ພາບ: VTC)

        ເພື່ອນ ​ປາ​ນູສອນ ​ແລະ ​ເພື່ອນ ວິ​ໄລ​ສະຫວັນ ທີ່​ຮັກ​ແພງ ! ນັກ​ກິລາ​ຍິງ​ປືນ ຫວຽດນາມ ​ເກີດ​ປີ 1974 ຢູ່​ເມືອງ ​ເຊີນ​ໄຕ, ຮ່າ​ໂນ້ຍ. ​​ໃນ​ງານ​ມະຫາ​ກຳ​ກິລາ SEA Games ​ແຕ່ຄັ້ງທີ 21 ​ເຖິງ ຄັ້ງທີ 26, ຮ່ວາງຊວນ​ວິ​ງລ້ວນ​ແຕ່​​ໄດ້​ຮັບຫຼຽນຕ່າງໆ, ​ເຊັ່ນໃນ​ງານ​ມະຫາ​ກຳ​ກິລາລະດູ​ແລ້ງ ປີ 2012 ຈັດ​ຕັ້ງ​ຢູ່ ລອນ​ດອນ​, ອັງກິດ ລາວ​ຖືກ​ຈັດອັນ​ດັບ​ທີ 9 ​ໃນການ​ແຂ່ງຂັນຍິງ​ປືນສັ້ນ​ອັດ​ລົມ​​ໄລຍະ 10ມ ສຳລັບ​ເພດ​ຊາຍ​. ​ຫລັງ​ຈາກ​ນັ້ນ, ທ້າຍ​ປີ 2012 ລາວ​ໄດ້​ຮັບຊະນະ​ເລີດ​​ອາຊີໃນການ​ແຂ່ງຂັນ​ຍິງປືນສັ້ນ​ອັດ​ລົມ​​ ໄລຍະ 10ມ ສຳລັບ​ເພດຊາຍ. ​ຮອ​​ດຕົ້ນ​ປີ 2013 ລາວ​ໄດ້ຮັບ​ຊະນະ​ເລີດ​ໂລກ ໃນການ​ແຂ່ງຂັນ​ປືນສັ້ນ​ອັດ​ລົມ​​ໄລຍະ 10ມ ສຳລັບ​ເພດ​ຊາຍ. ທີ່​ງານ​ມະຫາ​ກຳ​ກິລາ​ລະດູ​ແລ້ງ​ ປີ 2016 ຈັດ​ຕັ້ງ​ຢູ່ Rio de Janeiro, ບຣາຊີນ ຮ່ວາງ​ຊວນ​ວິ​ງຄ້ວາ​ໄດ້​ຫຼຽນ​ຄຳ 1 ຫຼຽນ ​​ເຊິ່ງ​ແມ່ນຫຼຽນ​ຄຳ​ທຳ​ອິດ​ຂອງ​ຄະນະ​ນັກ​ກິລາ ຫວຽດນາມ ດ້ວຍ​ການ​ແຂ່ງຂັນ​ຍີ​ງປືນສັ້ນ​ອັດ​ລົມ​ ​ໄລຍະ 10ມ ສຳລັບ​ຜູ້​ຊາຍ, ພາຍຫລັງ​ເອົາ​ຊະນະ​ Felipe Almeida Wu ນັກກິລາປະ​ເທດ​ເຈົ້າພາບ ບຣາຊີ​ນ. ດ້ວຍ​ຜົນງານ 202,5 ຄະ​ແນນ ລາວ​ໄດ້​ທຳລາຍ​ສະຖິຕິ Olympic ​ໃນກິລາ​ປະ​ເພດ​ຍິງ​ປືນສັ້ນ​ອັດ​ລົມ​ໄລຍະ 10ມ ສຳລັບ​ຜູ້​ຊາຍ. ຜົນງານນີ້​​ຂອງ ຮ່ວາງ​ຊວນ​ວີ​ງ ມີ​ຄວາມໝາຍ​ປະຫວັດສາດ​ສຳລັບ​ຂະ​ແໜງກິລາ ຫວຽດນາມ​. ພາຍຫຼັງ​ໄດ້​ຮັບ​ຫຼຽນ​ຄຳ​ນີ້, ​ວັນ​ທີ 10/08 ຮ່ວາງ​ຊວນ​ວີ​ງ ສືບ​ຕໍ່​ຄວ້າ​ໄດ້ຫຼຽນ​ເງິນ ໃນການ​ຍິງ​ປືນສັ້ນ​ອັດ​ລົມໄລຍະ 50ມ ສຳລັບ​ເພດ​ຊາຍ, ດ້ວຍ​ 191,3 ຄະ​ແນ​ນ.

*****

        ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ຂອງພວກ​ເຮົາ​ໄດ້​ເລີຍ ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ເຮືອນ​ເລກທີ 45 ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼື ໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ ຕາມ​ເບີ​ໂທ 0084​.438.256.631 ຫຼື ອີແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ່ສາມາດ Comment ​ໃນ​ເວັບ​ໄຊ vovworld.vn ຂອງ​ພວກ​ເຮົາ.

ຂ່າວ/ບົດ​ອື່ນ