ການຢ້ຽມຢາມທາງລັດຖະກິດເຖິງລາວຂອງທ່ານປະທານປະເທດຫວຽດນາມ

​        ​ອາທິດ​ຜ່ານ​ມາ, ​ໃນ​ຈົດໝາຍ​ຝາກ​ມາລາ​ຍການ​ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ ຫວຽດນາມ ຜູ້​ຟັງຫຼາຍ​ທ່ານໄດ້​ສະ​ແດງ​ຄວາມເອົາ​​ໃຈ​ໃສ່​ເຖິງ​ການ​ພົວພັນ​ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ. ພິ​ເສດ​ແມ່ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ລາວ ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ​. ​ໃນ​ລາຍ​ການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ຄຳ​ຖາມ​ຂອງ​ຜູ້​ຟັງ​ບາງ​ທ່ານທີ່​ໄດ້​ຝາກ​ມາລາ​ຍການ.

***

        ໃນ​ຈົດໝາຍ​ຝາກ​ມາລາ​ຍການ, ເພື່ອ​ນ ​ອຸດົມ​ໄຊ ຈັນທະ​ວົງ ​ແຂວງ ຄຳ​ມ່ວນ ​ແລະ ​ເພື່ອນ ​ແປງ ​ແກ້ວ​ມະນີ ຢູ່​ນະຄອນຫລວງ ວຽງ​ຈັນ ​ໄດ້ສະ​ແດງ​ຄວາມ​ສົນ​ໃຈ​ເຖິງ​ການຢ້ຽມຢາມ ລາວ ຂອງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ. ​ເພື່ອນ ​ແປງ ​ແກ້ວ​ມະ​ນີ ຖາມວ່າ:“ຂ້າພ​ະ​ເຈົ້າ​ໄດ້​ຮູ້​ວ່າ ​ການ​ຢ້ຽມຢາມ​ ລາວ ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍກວາງ ຜ່ານ​ມາ​ໄດ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ຂ້າພະ​ເຈົ້າ​ຢາກ​ຮູ້​ແຈ້ງ​ຕື່ມ​ອີກ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ ທ່ານ​ປະທານ​ປະ​ເທດ ຫວຽດນາມ ຢູ່ ລາວ ? ຫວັງ​ວ່າ​ທາງລາຍການ​ຈະແນະນຳ ໃຫ້​ຂ້າພະ​ເຈົ້າ​​​. ຂໍ​ຂອບ​ໃຈ”.

ການຢ້ຽມຢາມທາງລັດຖະກິດເຖິງລາວຂອງທ່ານປະທານປະເທດຫວຽດນາມ - ảnh 1

ພິທີຕ້ອນຮັບທ່ານປະທານປະເທດ ເຈີ່ນດ້າຍກວາງ
+++

        ເພື່ອນ ​ແປງ ​ແກ້ວ​ມະນີ ທີ່​ຮັກ​ແພງ ! ການຢ້ຽມຢາມ​ທາງລັດຖະກິດ​ເຖິງ ລາວ ຂອງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​​ໃນ​ລະຫວ່າງ​ວັນ​ທີ 12-14/6 ໄດ້​ປະສົ​ບຜົນສຳ​ເລັດ​ຢ່າງ​ຈົບງາມ. ພາຍຫລັງ​ພິທີ​ຕ້ອນຮັບ​ທີ່ໄດ້ຮັບ​ການ​ຈັດ​ຂື້ນຢ່າງ​ສົມ​ກຽດ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໄດ້ມີ​ການ​​ເຈລະຈາ​ກັບທ່ານ​ເລຂາ​ທິການ​ໃຫຍ່ ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ. ຫລັງ​ຈາກ​ນັ້ນ ທ່ານ​ປະທານ​ປະ​ເທດ ເຈີ່ນ​ດ້າຍ​ກວາງ ກໍ່ມີ​ບັນດາ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ປານີ ຢາ​ທໍ່​ຕູ້ ​ແລະ ຢ້ຽມຢາມ​ຖາມ​ຂ່າວ​ອະ​ດີດ​ການ​ນຳ​ຂັ້ນ​ສູງ​ຂອງ ລາວ ບາງ​ທ່ານ, ​​ແລະ​ມີ​ການໂອ້​ລົມ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ ຫວຽດນາມ ​ແລະ ຜູ້​ຕາງໜ້າ​ປະຊາ​ຄົມ​ຊາວ ຫວຽດນາມ ທີ່ພວມ​ຮ່ຳຮຽນ, ທຳ​ມາ​ຫາ​ກິນ, ດຳລົງ​ຊີວິດ​ຢູ່ ລາວ. ທີ່​ບັນດາ​ການ​ພົບ​ປະ​ເຈລະຈາ, 2 ຝ່າຍໄດ້​​ແຈ້ງ​ໃຫ້​ກັນຊາບ​ກ່ຽວ​ກັບ​ສະພາບ​ການພົ້ນ​ເດັ່ນ​ຂອງ​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທດ; ​ແລກປ່ຽນ​ບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ນຳ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ​ໃຫ້ພັດທະນາ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ, ມີ​ປະ​ສິດທິ​ຜົນ; ພິ​ເສດ​,  2 ຝ່າຍ​ຢືນຢັນຈະສົບ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ແນ​ໃສ່​ປັບ​ປຸງ​ຄວາມ​ສາ​ມັກ​ຄີ ອາ​ຊຽນ, ຍົກ​ສູງ​ບົດບາດ​ເປັນ​ໃຈກາງ​ຂອງ ອາ​ຊຽນ ​ໃນ​ໂຄງ​ປະກອບ​ຄວາມໝັ້ນຄົງຂອງ​ພາກ​ພື້ນ; ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ​ເຫັນ​ດີ​ເປັນ​ເອກະ​ພາບພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ຊຸກຍູ້​​ການແກ້​ໄຂຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ດວ້ຍມາດ​ຕະການ​ສັນຕິພາບ, ບົນ​ພື້ນ​ຖານ​​ເຄົາລົບກົດໝາຍ​ສາກົນ; ພ້ອມ​ກັບ​ ​ຝ່າຍ​ຕ່າງໆ ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ແລະ ບັນລຸ​ໄດ້​ຫຼັກການກ່ຽວ​ກັບ​ການ​ປະພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ ​ເພື່ອ​​ແນ​ໃສ່​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ. 2 ຝ່າຍ​ເຫັນ​ດ​ີ​ເປັນ​ເອກະ​ພາບ​ ສືບ​ຕໍ່​ເພີ່ມ​ທະວີ​​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ ​ແລະ ສົມທົບກັບ​ບັນ​ດາ​ປະ​ເທ​ດ, ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ​ໃນ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ແຫຼ່ງນ້ຳ​ແມ່​ນ້ຳຂອງ​​ແບບ​ຍືນ​ຍົງ ແລະ ມີ​ປະສິດທິ​ຜົນ.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ມອບ​​ເງິນຊ່ວຍ​ແຂວງ ​ເຊ​ກອງ ສ້າງ​ໂຮງຮຽນທີ່ມີ​ມູນ​ຄ່າ 1 ລ້ານ USD ​ແລະ ມອບ​​​ເຄື່ອງ​ຄອມ​ພິວ​ເຕີ 100 ຊຸດ​​ໃ​ຫ້ ແຂວງ ຈຳປາ​ສັກ ເພື່ອ​ໜູນ​ຊ່ວຍ​ພັດທະນາ​ການ​ສຶກສາ​​​. ມອບເງິນຈຳນວນ 10.000 USD ​ເພື່ອໜູນ​ຊ່ວຍ​ບັນດາ​ພໍ່ຄ້າ​ແມ່​ຄ້າຊາວ​ລາວ ທີ່ປະສົບ​ເຄາະ​ຮ້າຍ​ຈາກ​ເຫດ​​ໄຟ​ໄໝ້ຕະຫລາດ ດາວ​ເຮືອງ ທີ່ຜ່ານ​ມາ.

***

             ສ່ວນ​ໃນ​ອີ​ແມວ​ຂອງ​ເພື່ອນ ​ແອນ​ລີ ສີ​ຫາ​ຈັກ ຢູ່​ແຂວງ ສະຫວັນ​ນະ​ເຂດ ​ທີ່​ຝາກ​ມາລາ​ຍການ​ມີ​​ເນື້ອ​ໃນ​ວ່າ: “ຂ້າພະ​ເຈົ້າ​ໄດ້​ຮັບ​ຮູ້​ວ່າ: ​ ​ໄລຍະ​ຜ່ານ​ມາ ກະຊວງ​ຍຸຕິ​ທຳ ລາວ ​ໄດ້ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ກະຊວງ​ຍຸຕິ​ທຳ ຫວຽດນາມ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ດ້ານ​ຍຸຕິ​ທຳ ລາວ - ຫວຽດນາມ. ດັ່ງ​ນັ້ນ ຂ້າພະ​​ເຈົ້າຫວັງ​ວ່າ​ທາງ​ລາຍການ​ຈະແນະນຳ​​ໃຫ້​ຂ້າພະ​ເຈົ້າ​ຕື່ມ​ອີກກ່ຽວ​ກັບ​ໂຄງການ​ຮ່ວມ​ມືດ້ານ​ຍຸຕິ​ທຳ​ ລະຫວ່າງ 2 ປະ​ເທດ​ໃນ​ປີ 2016 ​ແລະ ​ໃນ​ໄລຍະ​ຈະ​ມາ​ເຖິງ. ຂໍ​ຂອບ​ໃຈ

ການຢ້ຽມຢາມທາງລັດຖະກິດເຖິງລາວຂອງທ່ານປະທານປະເທດຫວຽດນາມ - ảnh 2

ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ລາວ ​ໄຊ​ສີ ສັນຕິ​ວົງ ເຮັດວຽກ
ກັບສະຖາບັນຍຸຕິທຳ ຫວຽດນາມ
(ພາບ: hocvientuphap)

        ເພື່ອນ ​ແອນ​ລີ ສີ​ຫາ​ຈັກ ທີ່​ຮັກ​ແພງ ! ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຂອງທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ລາວ ​ໄຊ​ສີ ສັນຕິ​ວົງ ​ແລະ ຄະນະ​ປະຕິບັດ​ງານ​ຂອງ​ກະຊວງ​ຍຸຕິ​ທຳ ລາວ ກັບ ກະຊວງ​ຍຸຕິ​ທຳ ຫວຽດນາມ ​​ແຕ່​ວັນ​ທີ 31/5-1/6, 2 ກະຊວງ​ຍຸຕິ​ທຳ ຫວຽດນາມ - ລາວ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບສຸມ​ໃສ່​​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ບາງ​ຢ່າງ ໃນ​ປີ 2016 ຄື: ​ເພີ່​ມທະວີ​ການ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນ​ດາ​ແຂວງ​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ; ຕັ້ງໜ້າ​ຜັນ​ຂະຫຍາຍ​ການແກ້​ໄຂບັນຫາປະຊາຊົນ​ເຄື່ອນ​ຍ້າຍ​ໄປ-ມາ​ຢ່າ​ງ​ເສລີ ຂອງ 2 ປະ​ເທດ. 2 ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບນຳ​ກັນ​ວ່າ:  ​ໃນ​ໄລ​ຍະ​ຈະ​ມາ​ເຖິງ 2 ກະຊວງ​ຍຸຕິ​ທຳ ລາວ ​ແລະ ຫວຽດນາມ ສືບ​ຕໍ່​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ, ​ແບ່ງປັນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ​ ໃນ​ຂົງ​ເຂດ​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ​ຂົງ​ເຂດ​ກົດໝາຍ ​ແລະ ຍຸຕິ​ທຳ, ປະຕິ​ຮູບ​ວຽກ​ງານ​ປະຕິບັດຄຳ​ສັ່ງ​ຂອງ​ສານ​ແພ່ງ​...ເນື່ອງ​ໃນ​ໂອກາດ​ນີ້ ລັດຖະມົນຕີ 2 ກະຊວງ​​ກໍ່ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ຖາ​ບັນ​ຍຸຕິ​ທຳ​ຂຶ້ນ​ກັບ​ກະຊວງ​ຍຸຕິ​ທຳ ຫວຽດນາມ ​ແລະ ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດລາວທີ່​ຂຶ້ນ​ກັບ​ກະຊວງ​ຍຸຕິ​ທຳ ລາວ ​ໄລ​ຍະປີ 2016 – 2020.

+++

        ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ຂອງພວກ​ເຮົາ​ໄດ້​ເລີຍ ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ ຕາມ​ເບີ​ໂທ 0084​.438.256.631 ຫຼື ອີແມວ laovov5@gmail.com
ຂ່າວ/ບົດ​ອື່ນ