ການສະເຫຼີມສະຫຼອງ126ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ

(vovworld) - ໃນ​ອາທິດ, ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​​ໂທລະສັບ ​ແລະ ອີ​ແມວ ຈາກ​ຜູ້​ຟັງຫຼາຍ​ທ່ານ. ​ໃນ​ລາຍການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ກ່ຽວຂ້ອງ​ເຖິງ​ບັນດາ​​ເຫດການ​​ດຳ​ເນີນ​ໄປ​ໃນ​ອາທິດ. ​ເຊີ​ນທ່ານ​ຕິດຕາມ​ຮັບ​ຟັງ.

ການສະເຫຼີມສະຫຼອງ126ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ  - ảnh 1
ປະທານ ໂຮ່ຈີມິນ

     ​ໃນ​ອາທິດ, ດ້ວຍ​ການ​ຕອບ​ຄຳ​ຖາມ​ຂອງ​ພາກ​ພາສາ​ລາວທີ່ສະຫງວນ​ສະ​ເພາະ​ໃຫ້​ແກ່​ຄົນ​ລາວ​ໃນ facebook “VOV LAO” ທັງຖືກ ​ແລະ ​ໄວ​ທີ່​ສຸດ ສຳລັບ​ຄຳ​ຖາມ “ວັນ​ທີ 19/5, ຫວຽດນາມ ຈະ​ສະ​ເຫຼີ​ມສະຫຼອງ​ເຫດການ​​ໃດ​​ແດ່?”. ​​ຜູ້​ຟັງ, ຜູ້​ອ່ານ 4 ທ່ານ​ແມ່ນ: ທ່ານ ປອງ​ໄຕ ຈະ​ເລີ​ນສຸກ, ສຸກກີ້ ຈີນ​ດາ​ວົງ, ຄຳ​ໄສ ດວງ​ຄຳ​ຜີວ, ວຽງ​ຄຳ ທອງ​ສະຫວັນ ຈະ​ໄດ​້ຮັບ​ຂອງຂວັນ​ຂອງລາຍການ​ໃນ​ໄວໆ​ນີ້. ຫວັງ​ວ່າ, ທ່ານ​ຜູ້​ຟັງ, ຜູ້​ອ່ານ​ຈະ​ສືບ​ຕໍ່​ຕິດຕາມ​ facebook ຂອງ​ພວກ​ເຮົາ​ເພື່ອຕອບ​ຄຳ​ຖາມ ​ແລະ ​ໄດ້ຮັບ​ຂອງຂວັນ​ຈາກ​ລາຍ​ການ​​ເດີ​.

        ​ກ່ຽວຂ້ອງ​ເຖິງ​ການສະ​ເຫຼີ​ມສະຫຼອງ 126 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ (19/5/1890 – 19/5/2016), ທ່ານ ຈິດຕະວົງ, ​ແຂວງ ບໍ່​ແກ້ວ ຢາກ​​ໄດ້​ຮັບຟັງ​ບັນດາ​ບົດ​ເພງ​ຍ້ອງຍໍ​​ປະທານ ​ໂຮ່ຈີ​ມິນ.

        ທ່ານ ຈິດຕະວົງ​ ​ແລະ ບັນດາ​ມິດ​ເພງ​ທີ່​ຮັກ​ແພງ, ​ເພື່ອ​ຕອບ​ສະໜອງຄຳ​ຂໍ​ຂອງ​ທ່ານ​ຜູ້​ຟັງ, ຜູ້​ອ່ານ, ພວກ​ເຮົາ​ໄດ້​ຈັດ​ລາຍການ​ເພງ​ຍ້ອງຍໍ​​ປະທານ ​ໂຮ່ຈີ​ມິນ ​ໃນ​ລາຍການ​ເພງ​​ຂອງວິທະຍຸ​ກະຈາຍສຽງຫວຽດນາມ, ພາກ​ພາສາ​ລາວ, ທີ່​ອອກ​ອາກາດ​ໃນ​ຄື້ນ 7285 KHz ​ແລະ 1242  KHz, ​ເວລາ 18 ​ໂມງ 30 ນາທີ ​ແລະ 21 ​ໂມງ, ແຕ່​ວັນ​ທີ 16 – 22/5. ຖ້າ​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ບໍ່​ມີ​​ເວລາ​ຮັບ​ຟັງ ວິ​ທະ​ຍຸ​ໂດຍ​ກົງ, ສາ​ມາດ​ຟັງ​ຄືນ​ໃນ​ແວບ​ໄຊ: vovworld.vn ຂອງ​ພວກ​ເຮົາກໍ່​ໄດ້.

ການສະເຫຼີມສະຫຼອງ126ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ  - ảnh 2
ພາບໂຄສະນາການເລືອກຕັ້ງ

        ​ໃນ​ອາທິດ, ​ເພື່ອນ​ວັນ​ວິ​ໄລ, ​ແຂວງ ຫຼວງ​ພະ​ບາງ, ​ຖາມ​ວ່າ: “ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ, ວັນ​ທີ 22/5 ຈະ​ມາ​ເຖິງ, ຜູ້​ມີ​ສິດ​ເລືອກ​ຕັ້ງຂອງ ຫວຽດນາມ ຈະ​​​ປະຕິບັດ​ສິດ​ພົນ​ລະ​ເມືອງ​ຂອງ​ຕົນ, ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະມາຊິກ​ສະພ​າ​ແຫ່ງ​ຊາ​ດ ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ, ອາຍຸ​ການ 2016 – 2021. ​ແຕ່​ຂ້າພະ​ເຈົ້າ​ຢາກ​ຮູ້ “ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງທຳ​ອິດ​ຂອງ ຫວຽດນາມ” ຖືກ​ຈັດ​ຕັ້ງ​ຄື​ແນວ​ໃດ?”

        ​ເພື່ອນ ວັນ​ວິ​ໄລ ທີ່​ເຄົາລົບ, ວັນ​ທີ 6/1/1946 ​ແມ່ນ​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ຫວຽດນາມ. ການກ​ຳ​ເນີ​ດຂອງ​ສະພາ​​ແຫ່ງ​ຊາດ​ ຫວຽດນາມ, ສະ​ແດງ​ໃຫ​້​ເຫັນ​ລະບອບ​ສາ​ທາ​ລະນະ​ລັດ​ປະຊາທິປະ​ໄຕ, ລັດ​ແຫ່ງ​ອຳນາດ​ຕິ​ນິບັນຍັດ​ຂອງປະຊາຊົນ ຫວຽດນາມ. ວັນ​ທີ 6/1/1946, ​ເຖິງ​ວ່າ​ສັດຕູ​ພວມ​ມ້າງ​ທຳລາຍ​ເພື່ອ​​ໂຄ່ນ​ລົ້ມ​ອຳນາດ​ທີ່​ຍັງ​ໜຸ່ມ​ແໜ້ນ​ກໍ່ຕາມ, ​ແຕ່​ດ້ວຍ​ເຈດ​ຈຳນົງ​ທີ່​ອົງອາດ​ກ້າ​ແກ່ນ ​ແລະ ຄວາມ​ເຊື່ອ​ໝັ້ນ​ຢ່າງ​ແຮງ​ເຂົ້າ​​ໃນ​ການ​ຊີ້​ນຳນຳພາ​ຂອງ​ພັກ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ 89% ​​ໄດ້​ໄປ​ປ່ອນ​ບັດ​​ເພື່ອ​ເລືອກ​ເອົາ​ຜູ້ມີ​ສິດ​ເລືອກ​ຕັ້ງ 333 ຄົນ. ​ໄຊຊະນະ​ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ແມ່ນ​ຂີດ​ໝາຍ​ແຫ່ງ​ການ​ພັດທະນາຢ່າງ​ກະ​ໂດດ​ຂັ້ນ​ກ່ຽວ​ກັບ​ລະບອບ​ປະຊາທິປະ​ໄຕ​ຂອງ ຫວຽດນາມ, ​ເປີດ​ແງ່​ຫວັງ​ໃຫ້​ໄລຍະ​ໃໝ່, ​ໄລຍະທີ່​ ຫວຽດນາມ ມີ​ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ​ອຳ​ນາດ​ການ​ປົກຄອງ​, ມີຖານະ​ທາງ​ດ້ານ​ນິຕິ​ກຳຢ່າງ​ຄົບ​ຖ້ວນເພື່ອ​ຕາງໜ້າ​ໃຫ້​ປະຊາຊົນ ຫວຽດນາມ ​ໃນການ​ພົວພັນທັງ​ຢູ່​ພາຍ​ໃນ ​ແລະ ​ຕ່າງປະ​ເທດ.

+++

        ທ່ານ ວຽງ​ໄຊ, ​ແຂວງ ຊຽງ​ຂວາງ​ ​ມີ​ຄວາມ​ສົນ​ໃຈ​ພິ​ເສດ​ເຖິງ​ວຽກ​ງານ​ທ້ອນ​ໂຮມ​ອັດຖິ​ນັກຮົບ​ອາສາ​ສະໝັກ, ນັກ​ຊ່ຽວຊານ ຫວຽດນາມ ​ທີ່ໄດ້​ເສຍສະຫຼະ​ຊີວິດ​ໃນ​​ເຂດ​ດິນ​ແດນ​ລາວ​. ​ໃນ​ອີ​ແມວ​ຝາກ​ມາລາຍການ, ທ່ານ ວຽງ​ໄຊ ​ຂຽນ​ວ່າ: “​​​ໄລຍະ​ຜ່ານ​ມາ, ຂ້າພະ​ເຈົ້າ​ໄດ້​ຮັບ​ຟັງ​ຂ່າວ​ວ່າ: ​ແຂວງ ​​ເງະ​ອານ (ຫວຽດນາມ) ​ແລະ ລາວ ​ໄດ້​ຈັດ​ຕັ້ງ​ພິທີ​ປົ່ງ​ອັດຖິ​ນັກຮົບ​​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ ຫວຽດນາມ ທີ່​​ໄດ້ເສຍສະ​ຫຼະຊີວິດ​ຢູ່​ລາວ 65 ຊຸດ, ຢູ່​ສຸສານ ​ໂດ​ເລືອ​ງ, ​​ແຕ່​ຍ້ອນ​ຄ້າງ​ຄາ​ກັບ​ວຽກ​ ດັ່ງ​ນັ້ນ​ຂ້າພະ​ເຈົ້າບໍ່​​ຕິດຕາມ​​ພິທີ​ດັ່ງກ່າວ​ໄດ້​. ຫວັງ​ວ່າ, ລາຍການຈະ​ແນະນຳ​ຄືນກ່ຽວ​ກັບ​ເຫ​ດການ​ດັ່ງກ່າວ​”

        ທ່ານ ວຽງ​ໄຊ ທີ່​ຮັກ​ແພງ​, ວັນ​ທີ 14/5, ຜູ້ຕາງໜ້າ​ອຳນາດ​ການ​ປົກຄອງ​ແຂວງ ​ເງະ​ອານ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ພິ​ເສດ ​ແລະ ການ​ນຳ 3 ​ແຂວງ: ຊຽງ​ຂວາງ, ວຽງ​ຈັນ ​ແລະ ​ໄຊ​ສົມບູນ ພ້ອມ​ກັບ​ປະຊາຊົນ​ລາວ ບັນດາ​ເຜົ່າ ​ໄດ້​ຈັດ​ຕັ້ງ​ພິທີ​ໄຫວ້​ອາ​ໄລ, ສວດ​ມົນ​ ​ໃຫ້​​ນັກຮົບ​ທີ່ເສຍສະຫຼະ​ຊີວິດ​ເພື່ອ​ຊາດ 65 ຊຸດ​ຂອງແຂວງ ​ເງະ​ອານ. ວັນ​ທີ 16/5, 2 ຝ່າຍ​ໄດ້​ຈັດ​ຕັ້ງ​ພິທີ​​ປົ່ງ​ອັດຖິ​ນັກຮົບ​ອາສາສະໝັກ ​ແລະ ນັກ​ຊ່ຽວຊານ ຫວຽດນາມ ທີ່​ເສຍ​ສະຫລະ​ຊີວິ​ດຢູ່​ລາວ 65 ຊຸດ ຢູ່​ສຸສານ ​​ໂດ​ເລືອ​ງ. ​ໃນ​ຊຸມ​ປີຜ່ານມາ, ​ແຂວງ ​ເງະ​ອານ ​ໄດ້​ສົມທົບກັນ​ຢ່າງ​ແໜ້ນ​​ແຟ້ນກັບແຂວງ ​ຊຽງ​ຂວາງ ​ແລະ ວຽງ​ຈັນ ​​ແລະ​ໄດ້ຊ​ອກຫາ, ທ້ອນ​​ໂຮມ​, ສົ່ງ​​​ອັດຖິນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ເກືອບ 12.000 ຊຸດ​ກັບ​ເມືອ​ປະ​ເທດ. ພິ​ເສດ, ​ໃນ​ລະ​ດູ​ແຫ້ງ 2015 – 2016, ​ເຖິງ​ວ່າ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ແຕ່​ກອງ​ທ້ອນ​ໂຮມ​ອັດຖິ ຂຶ້ນ​ກັບ​ກົມ​ບັນຊາ​ການ​ທະຫານ​ແຂວງ ​ເງະອານ ​ໄດ້​ຊອກ​ຫາ, ທ້ອນ​​ໂຮມ​ອັດຖິ​ນັກຮົບ​ເສ​ຍສະຫຼະ​ຊີວິດ​ເພື່ອ​ຊາດ 65 ຊຸດ​ໃນ​ບໍລິ​ເວນ 3 ​ແຂວງ​ແມ່ນ: ​ຊຽງ​ຂວາງ, ວຽງ​ຈັນ ​ແລະ ​ໄຊ​ສົນ​ບູນ.

   ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ ໃຫ້ນັບມື​້ມັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ລະ​ຊ່ອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com.



ຕອບກັບ

ຂ່າວ/ບົດ​ອື່ນ