ການແຮກສ່ຽວລະຫວ່າງບັນດາຫົວໜ່ວຍຂອງຫວຽດນາມ-ລາວ

ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມຂອງທ່ານ ຄຳສີ, ເພັດສະຫວັນ, ທອງຄຳ, ອຳພາວັນ. ເຊີນທ່ານຕິດຕາມຮັບຟັງ.

   ທ່ານ ຄຳສີ, ແຂວງ ຊຽງຂວາງ ໄດ້ໂທລະສັບຫາລາຍການໂດຍແບ່ງປັນວ່າ: “ຂ້າພະເຈົ້າໄດ້ຮັບຊົມພາບສາລະຄະດີໃນແວບໄຊ vovworld.vn ກ່ຽວກັບ ການແຂ່ງຂັນກິລາຂອງນັກສຶກສາລາວທີ່ຮ່າໂນ້ຍ, ສສ ຫວຽດນາມ ປະຈຳປີ 2016. ຜ່ານ​ພາບ​ສາລະ​ຄະດີ​ດັ່ງກ່າວ, ຂ້າພະ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ເລິກ​ເຊິ່ງກ່ວາ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ນັກ​ສຶກສາ ລາວ ຢູ່ ຫວຽດນາມ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ບັນດາ​ການ​ເຄື່ອນ​ໄຫວ​ຄື​ແນວ​ນີ້ ຈະ​ຊ່ວຍ​ໃຫ້​ນັກ​ສຶກສາ ລາວ​ມີ​ຄວາມ​ສາມັກຄີ ​ແລະ ​ເຂົ້າ​ໃຈ​ກັນ​ກ່ວາ.”  

+++

​​        ໃນ​ອາທິດ, ​ທ່ານ ​ເພັດ​ສະຫວັນ, ​ແຂວງ ອັດ​ຕະປື ​ໃຫ້​ຮູ້​ວ່າ: “​ໃນ​ຊຸມ​ວັນ​ນີ້, ອາກາດ​ຢູ່​ແຂ​ວງ ອັດ​ຕະປື ຮ້ອນ​ເອົ້າ​ທີ່​ສຸດ. ຂ້າພະ​ເຈົ້າ​ຢາກ​ຮູ້​ອາກາດ​ຢູ່ ຮ່າ​ໂນ້ຍ ​ເປັນຄື​ແນວ​ໃດ​?”

        ທ່ານ ​ເພັດ​ສະຫວັນ ທີ່​ເຄົາລົບ, ​ໃນ​ຊຸມ​ວັນ​ນີ້​ອາກາດ​ຢູ່ ຮ່າ​ໂນ້ຍ ​ມີ​ການ​ປ່ຽນ​ແປງ​ອຸນຫະ​ພູມ​ແມ່ນຢູ່​ໃນ​ລະດັບ​ແຕ່ 23 – 30 ອົງສາ C, ຕອນ​ເຊົ້າ​ມີ​ຝົນຕົກ​ຢູ່​ສະຖານ​ທີ່ບາງ​ແຫ່ງ ​ແລະ ມີ​ນຳ້ໝອກ​. ຕາມ​ການ​ຄາດ​ຄະ​ເນ​ຂອງ​ສູນ​ອຸຕຸ​ນິຍົມອຸ​ທົກ​ກະສາ​ດ​ແຫ່ງ​ຊາດ ຫວຽດນາມ ​ແລ້ວ, ​ໃນ​ເວລາ 10 ວັນ​ຈະມ​າ​ເຖິງ, ອຸນຫະພູມຈະ​ຢູ່​ໃນ​ລະດັບ​ແຕ່ 24 – 30 ອົງສາ ​C, ນີ້​ແມ່ນ​ລະດັບ​ອຸນຫະ​ພຸມ​ທີ່​ສະດວກ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ຕ້ອນຮັບ​ບຸນປີ​ໃໝ່ ຂອງ​ນັກຮຽນ​, ນັກ​ສຶກສາ ລາວ ທີ່​ພວມຮ​ຳ່ຮຽນ​ຢູ່ ຮ່າ​ໂນ້ຍ.

ການແຮກສ່ຽວລະຫວ່າງບັນດາຫົວໜ່ວຍຂອງຫວຽດນາມ-ລາວ - ảnh 1

ພາບປະກອບ

        ສ່ວນ​ທ່ານ ທອງຄ​ຳ, ​ແຂວງ ບໍ່​ແກ້ວ ​ໄດ້​ຝາກ​ອີ​ແມວ​ມາ​ຫາລາຍ​ການດ້ວຍ​ເນື້ອ​ໃນ​ວ່າ: “ຜ່ານ​ສື່ມວນ​ຊົນ​ ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ: ມີ​ບາງ​ຫົວໜ່ວຍ​ຂອງ​ຝ່າຍ​ລາວ ​ແລະ ຫວຽດນາມ​ໄດ້​​ແຮກສ່ຽວນຳ​ກັນ​. ຂ້າພະ​ເຈົ້າ​ຢາກ​ຮູ້​ວ່າ, ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ມີ​ຫົວໜ່ວຍ​ໃດ​ຂອງ 2 ປະ​ເທດ​ໄດ້​ແຮກສ່ຽວ​ນຳ​ກັນ​ບໍ່​? ຖ້າ​ມີ​ຂໍ​ໃຫ້​ລາຍການ​ພາກ​ພາສາ​ລາວ, ວິທະຍຸ​ກະຈາຍ​ສຽງ ຫວຽດນາມ ສະໜອງ​ຂໍ້​ມູນ​ຂ່າວ​ດັ່ງກ່າວ​ນັ້ນ​ໃຫ້​ຂ້າພະ​ເຈົ້າ​ໄດ້​ບໍ່? ຂໍ​ຂອບ​ໃຈ”

        ທ່ານ ທອງຄຳ ທີ່​ຮັກ​ແພງ, ​ໃນ​ຕອນ​ເຊົ້າ​ວັນ​ທີ 30/3 ຜ່ານ​ມາ, ຢູ່​ຕາ​ແສງ ຈີ​ເລ໋, ​ເມືອງ ​ເກ໋ວຟອງ, ​ແຂວງ ​ເງະອານ, ປ້ອມ​ປ້ອງ​ກັນຊາ​ຍ​ແດ​ນ ຈີ​ເລ໋ ​ໄດ້​ຈັດ​ຕັ້ງພິທີ​ແຮກສ່ຽວ​ກັບ​ກອງຮ້ອຍ​ທະຫານ​ປ້ອງ​ກັນຊາ​ຍ​ແດນ 217, ​ແຂວງ​ຫົວພັນ. ທີ່​ພິທີ, ຕາງໜ້າຜູ້​ບັນຊາ​ການຂອງ 2 ກົມ​ກອງໄດ​້​ເຫັນ​ດີ​ເປັນ​ເອກະສັນ​ເຊັນ​ຂໍ້​ຕົກລົງ​ບາງ​ເນື້ອ​ໃນ​ຕົ້ນ​ຕໍ​ຄື: ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ເປັນ​ປະຈຳ, ສັບທົບ​ກັນ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ອະ​ທິປະ​​ໄຕ​ຄວາມ​ສະຫງົບປອດ​ໄພ​ເຂດ​ຊາ​ຍ​ແດ​ນ​ເພື່ອ​ຈຸດໝາຍ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຂອງ 2 ​ແຂວງ, 2 ປະ​ເທດ, ສົມທົບ​ກັນ​ປະຕິບັດ​ໜ້າ​ທ່ີ​ປ້ອງ​ກັນ, ຕ້ານ​ໄພພິບັດ​ທຳ​ມະ​ຊາດ, ຊອກ​ຫາ​ກູ້​ໄພ​ກູ້​ຊີບ, ສົມທົບກັນ​ປະຕິບັດ​ໜ້າ​ທີ່​ຄຸ້ມ​ຄອງ, ກວດກາ​ການ​​ເຂົ້າ - ອອກ​ເມືອງ​ເປັນ​ຢ່າງ​ດີ, ​ແບ່ງປັນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ວຽກ​ງານຕໍ່… ປ້ອງ​ກັນ​ຕ້ານ​ອາ​ດສະ​ຍາ​ກຳ, ຍູ້​ແຮງ​ການ​​ແລກປ່ຽນ​ວັດທະນະທຳ, ສິລະ​ປະ, ກິລາກາຍຍະກຳ…

+++

        ​ໃນ ອີ​ແມວ ຝາກ​ເຖິງ​ພາກ​ພາສາ​ລາວ, ວິ​ທະ​ຍຸ​ກະຈາ​ຍສຽງ​ ຫວຽດນາມ ​ເພື່ອນ ອຳ​ພາວ​ັນ, ​ແຂວງ ຄຳ​ມ່ວນ ​ຖາມ​ວ່າ: “ອາທິດ​ຜ່ານ​ມາ, ຂ້າພະ​ເຈົ້າ​ໄດ້​ຮັບຂ່າວ​ວ່າ​ມີ​ພະນັກງານ​​ຂອງ​ພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ແຂວງ ຄຳ​ມ່ວນ ​ຈຳ​ນວນ​ໜຶ່ງໄດ້​ຮັບ​​ໃບ​ຍ້ອງ​ຍໍ​ຈາກ​ຝ່າຍ ຫວຽດນາມ. ຂ້າພະ​ເຈົ້າ​ຢາກ​ຮູ້​​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ດັ່ງກ່າວ​​ແຈ້ງ​ກ່ວາ​ອີກ​ຂໍ​ໃຫ້ VOV ພາກ​ພາສາ​ລາວ​ຊ່ວຍ​ບອກ​ຂ້າພະ​ເຈົ້າໄດ​້ບໍ່?”

        ​ເພື່ອ ອຳ​ພາ​ວັນ ທີ່​ຮັກ​ແພງ, ການ​ນຳ​ກອງບັນຊາ​ການ​ທະຫາ​ນປ້ອງ​ກັນຊາ​ຍ​ແດນ ​ແຂວງ ກວາງ​ບີ່​ງ, ຫວຽດນາມ ​ໄດ້​ຮັບ​ການ​ມອບ​ສິດ​ຈາກ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຜູ້​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາ​ງບີ່​ງ ​ໄດ້​ໄປ​ມອບ​ໃບ​ຍ້ອງຍໍ ​ແລະ ຂອງຂວັນ​ໃຫ້​ສະມາຊິກ​ບາງ​ຄົນ​ຂຶ້ນ​ກັບ​ພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ຄຳ​ມ່ວນ ຈຳນວນ​ໜຶ່ງ, ຍ້ອນ​ມີ​ຜົນງານ​ຫຼາຍ​ຢ່າງ​ໃນ​ການ​ເຂົ້າ​ຮ່ວມ​ພ້ອມ​ກັນ​ກັບ​ຝ່າຍ ຫວຽດນາມ ​ແກ້​ໄຂ​ຄະດີ​ຄ້າຂາຍ, ຂົນ​ສົ່ງ​ຢາ​ເສບ​ຕິດ​ຢ່າງ​ຜິດ​ກົດໝາຍດ້ວຍ​ກົດ​ລັບ 528 LV. ຄະດີ​ໝາຍນີ້​ໂດຍ​ກຳລັງ​ທະຫານ​ປ້ອງ​ກັນຊາ​ຍ​ແດ​ນ​ແຂວງ ກວາງ​ບີ່​ງ ພ້ອມ​ກັບ​ຄະນະຮັບຜິດຊອບ​ໜ້າ​ທີ່​ພິ​ເສດທາງ​ພາກ​ກາງ ຂຶ້ນ​ກັບ​ກົມປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ, ທະຫານ​ປ້ອງ​ກັນຊາ​ຍ​ແດນ​ສົມທົບ​ກັບ​​ພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ​ແຂ​ວງ ຄຳ​ມ່ວນ ​ສືບສວນ​ຢ່າງ​ລະອຽດ​ລອບ​ຄອບໃນ​​ໄລຍະ​ຍາວ​​ສົ​ມຄວນ. ຄະດີ 528 LV ສິ້ນ​ສຸດ​ລົງ ດ້ວຍ​ໄຊຊະນະນີ້, ​ແມ່ນ​ໝາກຜົນ​​ແຫ່ງການ​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນຂອງ​ບັນດາ​ກຳລັງ​​ແກ້​ໄຂ​ຄະດີ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ລາວ. ​ເລື່ອງ​ແກ້​ໄຂ​ຄະດີ 528 LV ບັນ​ລຸ​ຜົນສຳ​ເລັດ​ໄດ້​ປະກອບສ່ວນ​ສະກັດ​ກັ້ນ, ປ້ອງ​ກັນ, ຕ້ານສະພາບ​ຄ້າຂາຍ, ຂົນ​ສົ່ງ​ຢາ​ເສບ​ຕິດ​ຢ່າງ​ຜິດ​ກົດໝາຍ​ຜ່ານ​ເຂດ​ຊາຍ​ແດນ​ລະຫວ່າງ 2 ປະ​ເທດ, ດັ່ງ​ນັ້ນ​ຈຶ່ງໄດ້​ຮັບ​ການ​ຮັບ​ຮູ້, ຕີ​ລາຄາ​ສູງ​ຈາກ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ປະຊາຊົນ 2 ​ແຂວງ ກວາງ​ບີ່​ງ - ຄຳ​ມ່ວນ ​ແລະ 2 ປະ​ເທດ ຫວຽດນາມ ​ແລະ ລາວ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບມື​້ມັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ລະ​ຊ່ອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com.


ຂ່າວ/ບົດ​ອື່ນ