ການໂອ້ລົມສົນທະນາລະຫວ່າງ ທ່ານນາຍົກລັດຖະມົນຕີ ສປປ ລາວ ແລະ ບັນດານັກທຸລະກິດ ຫວຽດນາມທີ່ພວມລົງທຶນຢູ່ລາວ

(vovworld) - ໃນ​ອາ​ທິດ, ລະ​ບົບ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທ​ະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ຮັບ​ຈົດ​ໝາຍ, ອີ​ແມວ, ໂທ​ລະ​ສັບ 193 ​ສະ​ບັບ​ຈາກ​ຫຼາຍປະ​ເທດ​ຝາກ​ມາ. ໃນ​ນັ້ນ, ພາກ​ພາ​ສາ​ລາວ ໄດ້​ຮັບ​ອີ​ແມວ, ໂທ​ລະ​ສັບ 4 ສະ​ບັບ​ຈາກ​ທ່ານ​ຜູ້​ຟັງ​ລາວ ແລະ ຫວຽດ​ນາມ. ທ່ານ​ຜູ້​ຟັງ​ໄດ້ສະ​ແດງ​ຄວາມ​​ເອົາ​ໃຈ​ໃສ່​ເຖິງ​​ການ​ພົວ​ພັນຮ່ວມ​ມື, ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ເສດ​ຖະ​ກິດ, ການ​ເມືອງ​ລະ​ຫວ່າງສອງ​ປະ​ເທດ ຫວຽດ​ນາມ - ລາວ. ພິ​ເສດ, ຜູ້​ຟັງ​ໄດ້​ສົນ​ໃຈ​ຫຼາຍເຖິງ​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ​ປ ລາວ ແລະ ບັນ​ດາ​ນັກ​ທຸລະ​ກິດ ຫວຽດ​ນາມທີ່​ພວມ​ລົງ​ທຶນ​ຢູ່​ລາວ. ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ເຊີນ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ຮັບ​ຟັງ​ການ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ.

        ໃນ​ອີ​ແມວ​ສົ່ງ​ເຖິງ​ລາຍ​ການ, ເພື່ອນ ບົວ​ທອງ ວັນ​ລະ​ສິນ, ຢູ່​ແຂວງ ວຽງ​ຈັນ ໄດ້​ຂຽນ​ວ່າ: “ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ ແລະ ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່​ພວມ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່ ສ​ປ​ປ ລາວ ແມ່ນ​ສັນ​ຍານທີ່​ເປັນ​ໜ້າ​ຊື່ນ​ຊົມ​ໃຫ້​ແ​ແກ່ວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່ພວມ​ດຳ​ເນີນ​ທ​ຸ​ລະ​ກິດ​ຢູ່ ລາວ ເວົ້າ​ສະ​ເພາະ ແລະ ວິ​ສາ​ຫະ​ກິດ ຫວຽດ​ນາມ​ ເວົ້າ​ລວມ. ຜ່າ​ນ​ການ​ໂອ້​ລົມ​ສົນ​ທະ​ນາ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາ​ວ ໄດ້​ແກ້​ໄຂ​​ໂດຍ​ກົງບັນ​ດາ​ສິ່ງ​ທີ່ຍັງ​ຄົງ​ຄ້າງ ​ເຊິ່ງວິ​ສາ​ຫະ​ກິດ​ພວ​ມ​ປະ​ເຊີນ​ໜ້າ ແລະ ພ້ອມ​ກັນ​ແກ້​ໄຂ​ບັນ​ດາ​ບັນ​ຫານັ້ນ. ໂດ​ຍ​ແມ່ນ​ນັກທຸ​ລະ​ກິດຜູ້​ໜຶ່ງ, ຂ້າ​ພະ​ເຈົ້າ​ຫວັງ​ວ່າ ​ຈະ​ມີການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ​ການ​ນຳ​ພັກ, ລັດ ແລະ ວິ​ສາ​ຫະ​ກິດຫຼາຍ​ກ່​ວາ​ອີກ ເພື່ອ​ໃຫ້​ການ​ພົວ​ພັນ​ຮ່ວມ​ມືທາງ​ດ້ານ​ເສດຖະກິດລະ​ຫວ່າງ 2 ປະ​ເທດ​​ນັບ​ມື້​ນັບມີ​ປະສິດທິ​ຜົນກວ່າ​ອີກ.”

ການໂອ້ລົມສົນທະນາລະຫວ່າງ ທ່ານນາຍົກລັດຖະມົນຕີ ສປປ ລາວ ແລະ ບັນດານັກທຸລະກິດ ຫວຽດນາມທີ່ພວມລົງທຶນຢູ່ລາວ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ ທີ່​ການ​ໂອ​້​ລົ​ມ​ສົນ​ທະ​ນາ

        ສ່ວນ​ໃນ​ອີ​ແມວ​ຂອງ​ຕົນ, ເພື່ອນ ເຈີ່ນ​ຮ່​ວາງ​ຫາຍ, ນັກ​ສຶກ​ສາ​ພະ​ແນກ​ເສດ​ຖະ​ກິດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ ໄດ້​ຂຽນ​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ, ໃນ​ທ້າຍ​ອາ​ທິດ​ຜ່ານ​ມາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ ໄດ້​ມີ​ການ​ພົບ​ປະ ແລະ ໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່ພວມ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່ ລາວ, ແຕ່​ຍ້ອ​ນ​ຄ້າງ​ຄາ​ກັບ​ການ​ເສັງ, ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ຮັບ​ຟັງ​ຂ່າວ​ລະ​ອຽດ​ໄດ້. ຜ່ານ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ຂ້າ​ພະ​ເຈົ້າ​ຢາ​ກ​ໄດ້​ຮັບຟັງ​ເນື້ອ​ໃນ​ຕົ້ນ​ຕໍ​ໃນ​ການ​ໂອ້​ລົມ​ສົນ​ທະ​ນາ​ສຳ​ຄັນ​ນີ້​ໄດ້​ບໍ່?”

        ເຈົ້າ, ເພື່ອນ ເຈີ່ນ​ຮ່​ວາງ​ຫາຍ ທີ່​ຮັ​ກ​ແພງ, ຕອນ​ຄ່ຳ​ວັນ​ທີ 21/10, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ ໄດ້​ມີ​ການ​ພົບ​ປະ, ​ໂອ້​ລົມ​ສົນ​ທະ​ນາກັບບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່​ພວມ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່ ສ​ປ​ປ ລາວ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ສິ່ງ​ຍັງ​ຄົງ​ຄ້າງ, ຂໍ້​ຕິດ​ຂັດ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ຂອງບັນດາວິ​ສາ​ຫະ​ກິດ ຫວຽດ​ນາມ ລົງ​ທຶນ​ຢູ່​ລາວ. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາກັບບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່​ພວມ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່ ສ​ປ​ປ ລາວ. ທີ່ການ​ໂອ້​ລົມ​ສົນ​ທະ​ນາ, ວິ​ສາ​ຫະ​ກິດ ຫວຽດ​ນາມ ໄດ້​ຊີ້​ແຈ້ງ​ບັນ​ດາ​ຄວາມ​ຫ​ຍຸ້ງ​ຍາກ, ສິ່ງ​ຄົງ​ຄ້າງ​ໃນ​ວິ​ວັດ​ການ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ​ຢູ່​ລາວ, ສ​ຸມ​ໃສ່​ເຂົ້າ 6 ຫົວ​ຂໍ້ລວມ​ມີ: ລະ​ບຽບ​ການ​ສະ​ໜອງ​ໃບ​ອະ​ນ​ຸ​ຍາດ​ຄຸ້ມ​ຄອງ​ການ​ລົງ​ທຶນ ແລະ ການ​ສະ​ໜອງ​ໃບ​ອະ​ນຸ​ຍາດ​ລ​ົງ​ທຶນ, ນະ​ໂຍ​ບາຍ​ທີ່​ດິນ ແລະ ບຸກ​ເບີກ​ໜ້າ​ພຽງ, ການ​ສົ່ງ​ອອກ​ນຳ​ເຂົ້າສິນ​ຄ້າ ການບໍ​ລິ​ການນຳ​ເຂົ້າ, ສົ່ງ​ອອກ​ຊົ່ວຄາວ, ພາ​ສີ, ຄ່າ​ທຳນຽມ​ທີ່ກ່ຽວ​ຂ້ອງ​ ແລະ ບັນ​ຫາ​ສົ່ງ​ຄືນພາ​ສີ, ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ບັນ​ຫາ​ວີ​ຊາ​ໃຫ້​ຄົນ​ງານ, ສະ​ພາບ​ແວດ​ລ​້ອມ​ແຫ່ງ​ການ​ລົງ​ທຶນ. ເມື່ອ​ເວົ້າ​ເຖິງ​ເລື່ອງ​ສະ​ໜອງ​ທີ່​ດິນ​​ປູກ​ຕົ້ນ​ໄມ້​ອຸດ​ສາ​ຫະ​ກ​ຳຕື່ມ​ອີກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ໃຫ້​ຮູ້​ວ່າ: ລາວ ໄດ້​ຢຸດ​ຕິ​ການ​ສະ​ໜອງ​ທີ່​ດິນ​ປູກ​ຕົ້ນ​ຢາງ​ພາ​ລາ, ຍ້ອນ​ລາ​ຄາ​ຕ່ຳ, ແຮງ​ງານ​ລາວ ກໍ່ບໍ່​​ພໍ ແລະ ໃນ​ຕົວ​ຈິງກອງ​ທຶນ​ທີ່​ດິນຂອງ​ລາວ​ກໍ່​ບໍ່​ມີ​ອີກ​. ກ່ຽວ​ກັບ​ບັນ​ຫາ​ສະ​ໜອງ​ໃບ​ອະ​ນຸ​ຍາດ​ສຳຫຼວດ ແລະ ຂຸດ​ຄົ້ນ​ບໍ່​ແຮ່, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໃຫ້​ຮ​ູ້​ວ່າ ລັດ​ຖະ​ບານບໍ່​ອະ​ນ​ຸ​ຍາດ​ຂຸດ​ຄົ້ນ​ບໍ່​ແຮ່​ແຫ່ງ​ໃໝ່​ຕື່ມ​ອີກ, ຍ້ອນ​ວ່າ​ມັນ​ກ່ຽວ​ຂ້ອງ​ເຖ​ິງ​ສິ່ງ​ແວດ​ລ້ອມ, ຄວາມ​ປອ​ດ​ໄພ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ… ກ່ຽວ​ກັບ​ຂົງ​ເຂດ​ສ້າງ​ຄວາ​ມ​ສະ​ດວກ​ໃນ​ການ​ລົງ​ທຶນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ຢັ້ງ​ຢືນ​ວ່າ: ລັດ​ຖະ​ບານ​ລາວ ຈະ​ສືບ​ຕ່​ໍ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສ​ຸດ​ໃຫ້​ບັນ​ດາ​ນັກ​ລົ​ງ​ທຶນ​ຕ່າງ​ປະ​ເທດ​ເວົ້າ​ລວມ, ກໍ່​ຄື​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ ຢູ່​ລາວ​ເວົ້າ​ສ​ະ​ເພາະ, ພ້ອມ​ທັງ​ຈ​ະ​ຊີ້​ນຳ​ບັນ​ດາ​ກະ​ຊວງ, ຄະ​ນະ, ຂະ​ແໜງ​ການ​ສົມ​ທົບ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ພິ​ຈາ​ລະ​ນາ ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ, ຂໍ້​ຄົງ​ຄ້າງໃນ​ແຕ່​ລະ​ຂົງ​ເຂດ, ແຕ່​ລະ​ກໍ​ລະ​ນີ​ລະ​ອຽດ.

        ຕາມ​ຕົວ​ເລກ​ຂອງ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ ຢູ່​ລາວ, ແຫຼ່ງ​ເງິນ​ລົງ​ທຶນ FDI ຂອງ ຫວຽດ​ນາມ ເຂົ້າ​ລາວ ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ໄລ​ຍະ 2011 – 2015 ນັບ​ທັງ​ດ້ານ​ຈຳ​ນວນ​ໂຄ​ງ​ການ ແລະ ຍອດ​ທຶນ​ຈົດ​ທະ​ບຽນ. ຮອດ​ເດືອນ 9/2016, ຫວຽດ​ນາມ ມີ 266 ໂຄງກ​ານ​ໄດ້​ຮັບ​ໃບ​ອະ​ນ​ຸ​ຍາດ​ລົ​ງ​ທຶນ​ຢູ່​ລາວ​ຈາກ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ດ້ວຍຍອ​ດ​ທຶນ​ຈົດ​ທະ​ບຽນ​ແມ່ນ 5,1 ຕື້ USD ຫຼາຍທົບ 1,3 ​ເທົ່າ​ກ່ຽວ​ກັບ​ຈຳ​ນວນ​ໂຄງ​ການ ແລະ ທົບ 1,26 ​ເທົ່າກ່ຽ​ວ​ກັບ​ຍອດ​ເງິນ​ລົງ​ທຶນ​ເມື່ອ​ທຽບ​ໃສ່​ປີ 2011, ຢືນ​ອັນ​ດັບ​ທີ 3 ໃນ​ຈຳ​ນວນ​ປະ​ເທດ​ລົງ​ທຶນ​ເຂົ້າ​ລ​າວ ແລະ ລາວ ຢືນອັນ​ດັບທີ 1 ​ໃນ​ຈຳ​ນວນ 64 ປະ​ເທດ ແລະ ເຂດ​ແຄ້ວນ​ມີ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ, ບັນດາວິ​ສາ​ຫະ​ກິດ ຫວຽດ​ນາມໄດ້​ເຄື່ອນ​ໄຫວ​ລົງ​ທຶນ​ຢູ່ 16/18 ແຂ​ວງ, ນະ​ຄອນ​ຂອງ​ລາວ.

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ຂອງພວກ​ເຮົາ​ໄດ້​ເລີຍ ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ,ຮ່າ​ໂນ້ຍ. ຫຼື ໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ ຕາມ​ເບີ​ໂທ 0084​.438.256.631 ຫຼື ອີແມວlaovov5@gmail.com. ທ່ານ​ຜູ້​ຟັງ​ກໍ່ສາມາດ Comment ​ໃນ​ເວັບ​ໄຊ vovworld.vn ຂອງ​ພວກ​ເຮົາ.

         


ຕອບກັບ

ຂ່າວ/ບົດ​ອື່ນ