ຂັດສະເໜີຈົດໝາຍ, ອີແນວທີ່ທ່ານຜູ້ຟັງ ຝາກມາລາຍການໃນອາທິດຜ່ານມາ

ຂັດສະເໜີຈົດໝາຍ, ອີແນວທີ່ທ່ານຜູ້ຟັງ ຝາກມາລາຍການໃນອາທິດຜ່ານມາ - ảnh 1
(​ແວັບ​ໄຊພາກ​ພາສາ​ລາວ)

   ວັນ​ທີ  12/10/2014, ລາຍ​ການກະຈາຍສຽງ​ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ສະ​ເຫຼີ​ມສະຫຼອງຄົບຮອບ 60 ປີແຫ່ງ​ວັນ​ອອກ​ອາກາດລາຍການ​ທຳ​ອິດ. ​​ເນື່ອງ​ໃນ​ໂອກາດ​ນີ້ພວກ​ຂ້າພະ​ເຈົ້າຈະ​ຈັດລາຍ​ການ​​ໂອ້​ລົມ​ສົນທະນາດ້ວຍ​ຫົວ​ຂໍ້​ວ່າ “60 ປີ​ແຫ່ງ​ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວ”. ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງຜູ້ຕາງໜ້າ​ສະຖານທູດ​ລາວ ປະຈຳ​ຫວຽດນາມ, ພ້ອມ​ກັບ​ບັນດາອະດີດຫົວໜ້າ​ລາຍການ​ກະຈາຍສຽງພາກ​ພາສາລາວ ​ແລະ ບັນ​ນາ​ທິການຂອງລາຍການ ​ເພື່ອ​​ແນ​ໃສ່​ທົບ​ທວນຄືນ​ໄລຍະ 60 ປີ​ແຫ່ງ​ການ​ສ້າງ​ຕັ້ງ, ພັດທະນາ ​ແລະ ຕີ​ລາຄາ, ປະກອບ​ຄວາ​ມ​ເຫັນ​​ເພື່ອ​ເຮັດ​ໃຫ້​ລາຍການ​ນັບ​ມື້​ນັບ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງທ່ານຜູ້​ຟັງ​ກວ່າ. ຖ້າ​ຫາກ​​ຜູ້​ຟັງ​ທ່ານ​ໃດ​ສົນ​ໃຈ​ເຖິງ​ລາຍການ, ​ເຊີນ​​ຕິດຕາມ​ຮັບ​ຟັງ​ລາຍການ​ພິ​ເສດ​ນີ້​ໃນ​ວັນ​ທີ 12/10/2014 ຫຼື ​ເຂົ້າ​ຟັງ​ກະຈາຍສຽງ​​ພາກ​ພາສາ​ລາວ​ ໃນ​ແວັບ​ໄຊ vovworld.vn.

     ໃນ​ອາທິດ​ຜ່ານ​ມາ, ລາຍການ​ກະຈາ​ຍສຽງພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ໂທລະສັບ ຈາກ​ທ່ານ​ຜູ້​ຟັງ​ລາວ ​ຫຼາຍ​ທ່ານ. ​​ໃນ​ລາຍ​ການ​ໂອ້​ລົມກັບ​ເພື່ອ​ນລາວ​ພາກນີ້, ພວກ​ຂ້າພະ​ເຈົ້າຂໍ​ຄັດ​ສະ​ເໜີບາງ​ຄຳ​ເຫັນ ເຊິ່ງທ່ານ​ຜູ້​ຟັງ​​ໄດ້ຝາກ​ມາ​ລາຍການ​. ​

      ລຸງ ຫງວຽນ​ວັນ​ແຕ້​ວ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ ​ໄດ້​ສົ່ງ​ອີ​ແມວ ມາລາ​ຍຍັງການ​ໂດຍ​ແບ່ງປັນ​ວ່າ: ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ 37 ປີ​ແຫ່ງວັນ​ຫວຽດນາມ ​​​ເຂົ້າເປັນ​ສະມາຊິກ​ຂອງ​ສະຫະ​ປະຊາ​ຊາດ (20/09/1977 – 20/09/2014). ​ໃນ 37 ປີຜ່ານ​ມາ, ຫວຽດນາມ ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກບັນດາ​ປະ​ເທດ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ເພື່ອ​ສ້າງສາ​ປະ​ເທດ​ພາຍຫຼັງ​ສົງຄາມ​. ດ້ານ​ອື່ນ, ສະຫະ​ປະຊາ​ຊາດ ​ໄດ້​ກາຍ​ເປັນ​ເວທີ​ປາ​ໄສ​ເພື່ອ​ໃຫ້​ຫວຽ​ດນາມ ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ຕົນ, ຫວຽດນາມ ກໍ່ປະຕິບັດ​ສຳ​​ເລັດ​ໜ້າ​ທີ່​ເປັນ​ກຳມະການ​ບໍ່ປະຈຳການຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ອາຍຸ​ການ 2008 – 2009. ຍ້ອນ​ເຫດ​ນັ້ນ, ບົດບາດ​ຂອງ​ຫວຽດນາມ ຢູ່​ສະຫະ​ປະຊາ​ຊາດ ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ຂ້າພະ​ເຈົ້າ​ຂໍ​ອວຍ​ພອນ​​​ໃຫ້ປະ​ເທດ​ຫວຽດນາມ ​​ນັບ​ມື້​ນັບ​ໝັ້ນຄົງເຂັ້ມ​ແຂງ ​ແລະ ວັດ​ທະນາ​ຖາວອນ.

     ນອກຈາກ​ນັ້ນ, ລຸ່ງ ຫງວຽນ​ວັນ​ແຕ້​ວ ຍັງ​ແບ່ງປັນ​ວ່າ: ​ໂດຍ​ແມ່ນ​ຊາວ​​ໄທ ​ເຊື້ອ​ຊາດ​ຫວຽດນາມ​ຄົນ​ໜຶ່ງ, ​ເມື່ອ​ໄດ້​ຊົມການ​ແຂ່ງຂັນ​ບານ​ເຕະ​ຍິງລະຫວ່າງ​ທິມ​ຫວຽດນາມ ​ແລະ ​ໄທ, ຂ້າພະ​ເຈົ້າ​ບໍ່​ຮູ້​ຈະ​ເຊຍ​ໃຫ້​ທິມ​ໃດ. ​ແຕ່​ສຸດ​ທ້າຍ,ທິມບານ​ເຕະ​ຍິງ ຫວຽດນາມ ​ຍາດ​ໄດ້​ໄຊຊະນະ, ຂໍ​ວວຍພອນ​ບັນດາ​ນາງ​ສາວ​ຫວຽດນາມ ​​ທີ່ໄດ້​ເຂົ້າ​ຮອບຮອງ​ຊະນະ​ເລີດ. ​ໃນ​ຕໍ່ໜ້າ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ​ແຕ່​ຂ້າພະ​ເຂົ້າ​ເຊື່ອ​ໝັ້ນ​ວ່າ, ບັນດາ​ນາງ​ສາວ​ຫວຽດນາມ ຈະ​ພະຍາຍາມແຂ່ງຂັນຢ່າງ​ສຸດ​ຈິດ​ສຸດ​ໃຈ​ເພື່ອ​ກຽດ​ສັກ​ສີຂອງປະ​ເທດ​. ຂໍ​ອວຍ​ພອນ​ທິມບານ​ເຕະ​ຍິງ​ຫວຽດນາມ ຈົ່ງ​ປະສົບ​ຜົນສຳ​ເລັດ, ອວຍ​ພອນ​ໃຫ້​ຄະນະ​ນັກ​ກິລາ​ຫວຽດນາມ ຍາດ​ໄດ້​ຫຼາຍ​ຫຼຽນ.

        ບັນນາ​ທິການ​ພາກ​ພາສາ​ລາ​ວ, ຂໍ​ຂອບ​ໃຈ​ລຸງ ທີ່​​ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຕິດຕາມຮັບ​ຟັງ​, ຊົມ​ຂ່າວ, ບົດ​ພາຍ​ໃນ​ປະ​ເທດ​ເປັນ​ປະຈຳ. ອີ​ແມວ ​ເຊິ່ງລຸງ ​​ຝາກ​ມາລາຍການ ​ໄດ້​ປະກອບສ່ວນ​ຊ່ວຍລະດົມ​ກຳລັງ​ໃຈ​ໃຫ້​ບັນດານັກ​ກິລາ​ຍິງ​ຫວຽດນາມ ກໍ່​ຄື​ປະກອບ​ສ່ວນ​ໃຫ້ລາຍການກະຈາຍສຽງພາກ​ພາສາ​ລາວ​ ພວກ​ຂ້າພະ​ເຈົ້ານັບ​ມື້​ນັບ​ຕອບ​ສະໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ທ່ານ​ຜູ້​ຟັງ, ຜູ້​ຊົມ​ກວ່າ.


ຂັດສະເໜີຈົດໝາຍ, ອີແນວທີ່ທ່ານຜູ້ຟັງ ຝາກມາລາຍການໃນອາທິດຜ່ານມາ - ảnh 2
(ພິທີເຊື່ອມ​ຕໍ່​​ຕາ​ໜ່າງ​ໄຟຟ້າ​ຈາກຕາໜ່າງ​ໄຟຟ້າ​ແຫ່ງ​ຊາດ)

    ​ເພື່ອນ ສຸຂະ​ວົງ, ​ແຂວງ​ຄຳ​ມ່ວນ ​ໄດ້​ສົ່ງ​ອີ​ແມວ​ມາລາ​ຍການ​ ຂໍ​ອວຍ​ພອນ​ປະຊາຊົນ​ເມືອງ​ເກາະ​ຫຼີ໋​ເຊີນ ທີ່​ໄດ້​ເຊື່ອມ​ຕໍ່ຕາໜ່າ​ງ​​ໄຟຟ້າ​ຈາກຕາໜ່າງ​ໄຟຟ້າ​ແຫ່ງ​ຊາດ​​.

     ເພື່ອນ ສຸຂະ​ວົງ, ທີ່​ຮັກ​ແພງ, ວັນ​ທີ 28/09, ​ເມືອງ​ເກາະ​ຫຼີ໋​ເຊີນ ​ໄດ້​ເຊື່ອມ​ຕໍ່​​ຕາ​ໜ່າງ​ໄຟຟ້າ​ຈາກຕາໜ່າງ​ໄຟຟ້າ​ແຫ່ງ​ຊາດ​​. ນີ້​ແມ່ນ​ໂຄງການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ ທັງ​ປະກອບສ່ວນ​​ເຂົ້າ​ໃນ​ການ​ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ທັງ​ຮັບປະ​ກັບ​ການ​ປ້ອງ​ກັນຊາ​ດ , ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ເມືອງ​ເກາະ​ຫຼີ໋​ເຊີນ. ​​ເຂົ້າ​ຮ່ວມ​ພິທີເປີດ​ສະຫຼອງ​ໂຄງການ​ສະໜອງ​ໄຟຟ້າ​ຈາກຕາໜ່າງ​ໄຟຟ້າ​ແຫ່ງ​ຊາດ​​ໃຫ້​ເກາະ​ຫຼີ​ເຊີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕິ໋ນຢຸງ​ ​ໃຫ້​ຮູ້​ວ່າ, ​ແຂວງ​ກວາງ​ຫ້ງາ​ຍ ຕ້ອງ​ຂຸດ​ຄົ້ນ​ແຫຼ່ງ​ໄຟຟ້າ​ແຫ່ງ​ຊາດ​ເປັນ​ຢ່າງ​ດີ, ​ເພື່ອ​ພັດທະນາ​ຢ່າງ​ໝັ້ນຄົງ, ມີ​ປະສິດທິ​ຜົນ, ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ.

    ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ບາງຈົດ​ໝາຍຂອງ​​ຜູ້ຟັງ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາຍັງ​ລາຍການເພື່ອ​ປະກອບສ່ວນ​ເຮັດ​ໃຫ້​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື້​ນັບ​ຕິດ​ແທດ​ກັບທ່ານ​ຜູ້​ຟັງ, ຜູ້​ອ່ານ​ກວ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ສົ່ງອີ​ແມວດ້ວຍ​ລະຫັດ laovov@yahoo.com.

ຕອບກັບ

ຂ່າວ/ບົດ​ອື່ນ