ຄັດສະເຫນີເນື້ອໃນຈົດໝາຍບາງສະບັບຊື່​ງຜູ້​ຟັງ​ຜູ້​ອ່ານສ່ົງ​ເຖິງ​ລາຍການ​ໃນ​ອາທິດ​ຜ່ານ​ມາ

ໃນ​ອາ​ທິດ​ຜ່ານ​ມາ, ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ ສືບ​ຕໍ່​ຮັບ​ຈົດ​ໝາຍ, ອິ​ແມວ​ ແລະ ໂທ​ລະ​ສັບ​ຈາກ​ຜູ້​ຟັງ​​ລາວຫຼາຍ​ຄົນ.​ໃນ​ລາຍການ​ພາກ​ນີ້,​ພວກ​ເຮົາ​ຄັດ​ສະ​ເຫ​ນີ​ເນື້ອ​ໃນ​ຈົດໝາຍ​ບາງ​ສະບັບ ຊື່​ງຜູ້​ຟັງຜູ້​​ອ່​ານສ່ົງ​ເຖິງ​ລາຍການ​ໃນ​ອາທິດ​ຜ່ານ​ມາ. ​

                

ຄັດສະເຫນີເນື້ອໃນຈົດໝາຍບາງສະບັບຊື່​ງຜູ້​ຟັງ​ຜູ້​ອ່ານສ່ົງ​ເຖິງ​ລາຍການ​ໃນ​ອາທິດ​ຜ່ານ​ມາ - ảnh 1

        ທ່ານ ບຸນ​ເທືອງ ຢູ່ ແຂວງ ຈຳ​ປາ​ສັກ ສົ່ງ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ​ໂດຍ​​ເວົ້າວ່າ: ຊຸມ​ມື້​ຜ່ານ​ມາ, ຂ້າ​ພະ​ເຈົ້າ ​​​​​ເຂົ້າອ່ານ​ຂ່າວ​ໃນ​ຫນ້າ​ເວັບ vovwolrd.vn ​ແລະ ​ໄດ້​ຮູ້ຈັກ​ວ່າ: ຢູ່ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ວັນ​ປື້​ມຫວຽດນາມຄື​ວັນ​ທີ 21/4. ຂ້າພະ​ເຈົ້າ​ເຫັນ​ວ່າ: ນີ້​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ທີ່​ສຸດ, ບໍ່​ພຽງ​ແຕ່​​ແມ່ນ​ໂອກາດທີ່​ດີເພື່ອ​ໃຫ້​ຜູ້​ມັກ​ອ່ານ​ປື້​ມ​ເທົ່າ​ນັ້ນ ຫາກ​ຍັງ​ສົ່ງ​ເສີມ ​ແລະ ຂະຫຍາຍ​ຂະ​ບວນການ​ອ່ານ​ປື້​ມ​ໃນ​ວົງ​ຄະນາ​ຍາດ​ອີກ​ດ້ວຍ. ​ຕໍ່ຫນ້າ​ສະພາບ​ການ​ທີ່​ບັນດາ​ພາຫະນະ​ສື່ສານພັດທະນາ​ຢ່າງ​ແຮງ , ບັນດາ​ການ​ເຄື່ອນ​ໄຫວ​ຄື​ແນວ​ນັ້ນ ຈະ​ຊ່ວຍ​ປະຊາຊົນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ອ່ານ​ປື້​ມ.

        ທ່ານ ບົວ​ໄລ ຢູ່ ​ແຂວງ ວຽງ​ຈັນ ​ໂທລະສັບ​ມາ​ຫາ​ລາຍການ​ໂດຍ​​ເວົ້າ​ວ່າ:  ຂ້າພະ​ເຈົ້າ​ມີ​ຄວາມຮູ້ສຶກປະ​ທັບ​ໃຈ​ເມື່ອ​ເຂົ້າ​ເບິ່ງ​ພາບ​ສາລະ​ຄະດີ​ໃນ​ຫນ້າ​ເວັບ vov5 ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ. ພິ​ເສດ​ແມ່ນ​ຮູບ​ພາບ​ກ່ຽວ​ກັບ Festival ​ເຫ້ວ 2014 ​ໂດ​ຍບັນດາ​ນັກ​ຂ່າວ vov ຖ່າຍ ​ແມ່ນ​ສວຍ​ງາມ​ຫລາຍ, ​ແລະ ສ່ອງ​ແສງ​ໃຫ້​ເຫັນ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ​ ຢູ່ Festival ​ເຫ້ວ ຜ່ານ​ມາ. ຂ້າພະ​ເຈົ້າ​ບໍ່​ທັນ​ມີ​ໂອກາດ​ໄດ້​​ໄປ​ຢ້ຽມຢາມ ຫວຽດນາມ ​ເພື່ອ​ເຂົ້າ​ຢ້ຽມ ​ເຫ້ວ ​ແລະ ​ເຂົ້າ​ຮ່ວມ Festival ​ເຫ້ວ ​ແຕ່​ຜ່ານ​ພາບ​ສາລະ​ຄະດີ ຂ້າພະ​ເຈົ້າ​ເຂົ້າ​ໃຈ​ໄດ້​ສ່ວນ​​ໃດ​ຫນຶ່ງ​ກ່ຽວ​ກັບ Festival  ທີ່ມີ​ຂອບ​ຂະຫນາດ​ໃຫຍ່​ທີ່​ສຸດ​ນັ້ນ. ຫວັງ​ວ່າ ຂ້າພະ​ເຈົ້າ​ຈະ​ມີ​ໂອກາດ​ໄດ້​ໄປ​ຢ້ຽມຢາມ ​ເຫ້ວ ​ແລະ ​ເຂົ້າ​ຮ່ວມ Festival 2016.

 ​       ໃນ​ຈົດໝາຍ​ສົ່ງ​ເຖິງລາຍ​ການ​ກະ​ຈາຍ​ສຽ​ງ​ພາກ​ພາ​ສາ​ລາວ​ໃນ​ອາທິດ​ຜ່ານ​ມາ, ທ່ານ ​ແສງ​ເພັດ ຢູ່ ​ແຂວງ ບໍລິ​ຄຳ​ໄຊ ​ເວົ້າ​ວ່າ: ​ໃນວັນ​ອາທິດ​ຜ່ານ​ມາ, ລາຍການ​ກະ​ສຽງ​ຫວຽດນາມ ພາກ​ພາສາ​ລາວ ​ໄດ້​ແນະນຳ​ບົດ​ທີ່​ມີ​ຫົວ​ຂໍ້​ວ່າ: ຫນ່ວຍ​ທ່ານໝໍ​ອາສາ​ສະໝັກ​ກວດປິ່ນ​ປົວ​ພະຍາດ​ເພື່ອ​ຄົນ​ທຸກ​ຍາກ ​ໂດຍ​ພະ​ແນ​ກສາທາລະນະ​ສຸກ ນະຄອນ ​ເກີນ​ເທີ ສ້າງ​ຕັ້ງ​ຂຶ້ນ​ແຕ່​ປີ 2002. ດ້ວຍ ທ່ານໝໍ, ນາງ​ແພດ ​ເກືອບ 300 ຄົນ, ຫນ່ວຍ​ທ່ານໝໍ​ອາສາ​ສະໝັກ ​ໄດ້​ຈັດ​ຕັ້ງ​ການ​ກວດ,ປິ່ນປົວ​ພະຍາດ​​ເກືອບ 400 ຄັ້ງ, ດ້ວຍ​ຈຳນວນ​ປະຊາຊົນ​ໄດ້​ຮັບ​ການກວດ​ພະຍາດ​ທັງ​ໝົດ​ກວ່າ 300.000 ​ເທື່ອ​ຄົນ ​ແລະ ຈຳນວນ​ຢຸກຢາ​ທີ່​ແຈກ​ຢາຍ​​ໃຫ້​ຄົນ​ທຸກ​ຍາກ​ໂດຍ​ບໍ່​ເກັບ​ຄ່າ ​ລວມມູນ​ຄ່າ 9 ຕື້​ດົ່ງ. ພິ​ເສດ, ​ແຕ່ລະ​ປີ, ຫນ່ວຍ​ທ່ານໝໍ​ອາສາ​ສະໝັກ ​ໄປ​ກວດກາ ​ແລະ ປິ່ນປົວ​ພະຍາດ​ໂດ​ຍບໍ່​ເກັບ​ຄ່າ​ໃຫ້​ແກ່​ປະຊາຊົນ​ຢູ່​ບັນດາ​ແຂວງ ທຸກ​ຍາກ ຂອງ​ລາວ ​ແລະ ກຳປູ​ເຈຍ. ຂ້າພະ​ເຈົ້າ​ເຫັນ​ວ່າ ບັນດາ​ການ​ອຸທິດ​ສ່ວນ​ຂອງ​ຫນ່ວຍ​ທ່ານໝໍ​ອາສາ​ສະໝັກ ມີ​ຄວາມ​ໝາຍ​ທີ່​ສຸດ, ບໍ່​ພຽງ​ແຕ່​ປະກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ເບິ່ງ​ແຍງ​​ສຸຂະພາບ​ໃຫ້​ແກ່​ປະຊາຊົນ​ທີ່​ທຸກ​ຍາກ, ​ປະຊາຊົນ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ຂົວ​ເຊື່ອມ​ຕໍ່, ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ສາຍ​ພົວພັນ​ລະຫວ່າງ​ສາມ​ປະ​ເທດ ຫວຽດນາມ​,ລາວ ​ແລະ ກຳປູ​​ເຈ​ຍ ອີກ​ດ້ວຍ.

        ທ່ານ ​ເພັດ​ສະຫວັນ ສີ​ຊາ​ນົນ ຢູ່ ​ແຂວງ ອັດ​ຕະປື  ​ສ່ົງ​ອີ​ແມວ ມາ​ຫາ​ລາຍການ​ໂດ​ຍ​ເວົ້າ​ວ່າ: ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ຜ່ານ​ມາ, ບັນນາທິການ, ​ໂຄສົກ​ຂອງ​ລາຍການ​ພາກ​ພາສາ​ລາວ​ເວົ້າ​ສະ​ເພາະ ​ແລະ ຂອງ VOV 5 ​ເວົ້າ​ລວມ ​ໄດ້​ຕ້ອນຮັບຄອບຄົວ​ຂ້າພະ​ເຈົ້າ​​ຢ່າງ​ສະຫນິດສະຫນົມ. ​ເຖິງ​ວ່າ​ຄ້າງ​ຄາ​ກັບ​ວຽກ​ງານ​ກໍ​ຕາມ, ​ແຕ່​ພວກ​ອ້າຍ​ເອື້ອຍ​ໃນ​ລາຍການ​ພາກພາສາ​ລາວ ​ພະຍາຍາມ​ຍາດ​ເວລາ​ເພື່ອ​ພາພວກ​ຂ້າພະ​ເຈົ້​າ​ໄປ​ຢ້ຽມຢາມ​ສະຖານ​ທີ່​ປະຫວັດສາດ, ວັດທະນະທຳ ບາງ​ແຫ່ງ​ຢູ່​ນະຄອນຫລວງ ຮ່າ​ໂນ້ຍ. ພາຍຫລັງ​ກັບ​ຄືນ​ເມືອ​ປະ​ເທດ, ຂ້າພະ​ເຈົ້າ​ໄດ້​ຮັບ​ຟັງ​ບົດ​ຂຽນ​ຂອງ​ບັນນາທິການ​ພາກ​ພາສາ​ລາວທີ່​ເວົ້າ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ພວກ​ຂ້າພະ​ເຈົ້າ​ເມື່ອ​ເຂົ້າ​ຂຳ່ນັບ​ສຸສານ​ປະ​ທານ​ໂຮ່ຈິ​ມີນ ທີ່​ມີ​ຫົວ​ຂໍ້​ວ່າ: ຄອບຄົວ​ຊາວ​ລາວ​​ເຂົ້າ​ຂຳ່ນັບ​​ສຸສານ​ປະທານ​ໂຮ່ຈິ​ມີນ, ຂ້າພະ​ເຈົ້າ​ຮູ້ສຶກ​ສະ​ເທືອ​ນ​ໃຈ​ຫລາຍ. ອີກ​ຄັ້ງ​ຫນຶ່ງ​ຂ້າພະ​ເຈົ້າ​ຂໍ​ຂອບ​ອົກ​ຂອບ​ໃຈ​ບັນດາ​ອ້າຍ​ເອື້ອຍ​ບັນນາທິການ​ພາກ​ພາສາ​ລາວ ​ແລະ VOV 5 ​ໄດ້​ຊ່ວຍ​ບັນດາ​ຊາວ​ລາວ​ຄື​ພວກ​ຂ້າພະ​ເຈົ້າ​ ມີ​ໂອກາດ​ຢ້ຽມຢາມ ຮ່າ​ໂນ້ຍ ​ແລະ ​ໄດ້​ເຫັນ​​ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ​ຂອງ​ປະຊາຊົນ​ຫວຽດນາມ.

 

        ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ! ທີ່​ທ່ານ​ຫາ​ກໍ​ຮັບ​ຟັງ​ແມ່ນ​ບາງ​ຄຳ​ເຫັນ​ຊື່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ພາກ​ສາ​ລາວ​ໃນ​ອາ​ທິດ​ຜ່ານ​ມາ. ລາຍ​ການ​ພາກ​ພາ​ສາ​ລາວ ຂອບ​ອົກ​ຂອບ​ໃຈ​ພວກ​ທ່ານ​ທີ່​ໄດ້​ຕິດ​ຕາມ, ສົ່ງ​ຈົດ​ໝາຍ​ປະ​ກອບ​ຄຳ​ເຫັນເຖິງ​ລາຍ​ການ. ຫວັງ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່າ​ນ​ຜູ້​ຟັງ​ຈະ​ສືບ​ຕໍ່ຝາກ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ​ນັບ​ມື້ນ​ັບ​ຫລາຍກວ່າ. ຂໍ​ອວຍ​ພອນ​ທ່ານ​ຜູ້​ຟັງ​ທຸກ​ຄົນ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ວຽກ​ງານ​ຂອງ​ຕົນ.

ທ່ານ​ສາ​ມາດ​ຮັບ​ຟັງ ແລະ ຊົມ​ລາຍ​ການ​ຜ່ານ​ຫ​ນ້າ​ເວັບ vovworld.vn ຫລື  vov5.vn ແລະ ຢ່າ​ລ​ືມ​ສົ່ງ​ຈົດ​ໝາຍ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຜ່ານ​ທີ່​ຢູ່:

ລາຍ​ການ​ພາກ​ພາ​ສາ​ລາວ- ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ

45 Ba Trieu, Ha Noi

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ