ຄັດສະເໜີ ແລະ ຕອບບາງຈົດໝາຍ, ອີແມວ, ໂທລະສັບ ເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ

(vovworld) –ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ໂທລະສັບ ຈາກ​ທ່ານ​ຜູ້​ຟັງ​ລາວ ​ຫຼາຍ​ທ່ານ. ​​ໃນ​ຈົດໝາຍ, ທ່ານ​ຜູ້​ຟັງ​ມີ​ຄວາມ​ສົນ​ໃຈ​ເຖິງ​ບັນດາ​ຂ່າວ ​ແລະ ບົດ​ຂຽນ​ກ່ຽວ​ກັບ​ໄຊຊະນະ​ດ້ຽນບຽນ​ຝູ, ບັນດາ​ຟິມຣູບ​ເງົາກ່ຽວ​ກັບ​ໄຊຊະນະ​ດ້ຽນບຽນ​ຝູ ​ແລະ ບັນດາ​ຖ້ຽວບິນ​ລະຫວ່າງ​ຫວຽດນາມ - ລາວ ຂອງບໍລິສັດການບິນ​ຫວຽດນາມ.

ຄັດສະເໜີ ແລະ ຕອບບາງຈົດໝາຍ, ອີແມວ, ໂທລະສັບ ເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ - ảnh 1
(ພາບປະກອບ)

     ເພື່ອນ ບຸນທານີ ອິນ​ທະ​ວົງ, ຢູ່​ແຂວງ​ຊຽງ​ຂວາງ ​ໄດ້ສົ່ງ​ອີ​ແມວມາ​ລາຍ​ການ​ໂດຍ​ຖາມ​ວ່າ: ສັບປະດາ​ຜ່ານ​ມາ, ລາຍການ​ພາກ​ພາສາ​ລາວ, VOV ​ໄດ້​​ໃຫ້​ຫຼາຍ​ຂ່າວ ​ແລະ​ ບົດ​ກ່ຽວ​ກັບ​ໄຊຊະນະ​ດ້ຽນບຽນ​ຝູ. ຂ້າພະ​ເຈົ້າ​ໄດ້​ຮັບ​ຟັງ​ທາງ​ວິທະຍຸ ​ແລະ ຢາກ​ອ່ານ​ຄືນ​ບັນດາ​ຂ່າວ ​ແລະ ບົດ​ນັ້ນ, ຂໍໃຫ້​ທາງ​ວິທະຍຸ​ແນະນຳ​ວິທີ​ເພື່ອ​ອ່ານ​ຄືນ.

      ເພື່ອນ ບູນທານີ ອິນ​ທະ​ວົງທີ່​ຮັກ​ແພງ, ​ໃນ​ສັບ​ປະດາ​ຜ່ານ​ມາ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ (07/05/1954 – 07/05/2014), ລາຍການ​ພາກ​ພາສາ​ລາວ​ ໄດ້​ໃຫ້​ຫຼາຍຂ່າວ ​ແລະ ​ບົດ​​ກ່ຽວ​ກັບ​ໄຊຊະນະ​ດ້ຽນບຽນ​ຝູ. ຖ້າ​​ເພື່ອນ​ຢາກ​ອ່ານ​ ​ແລະ ຟັງຄືນ​ບັນດາ​ບົດ​ຂຽນ​ເຊິ່ງພວກ​ເຮົາ​ໄດ້ອອກ​ອາກາດ​​ແລ້ວ, ​ເພື່ອນ​​ສາມາດເຂົ້າ​ແວບ​ໄຊ vovworld.vn ຫຼື vov5.vn, ຫຼັງ​ຈາກ​ນັ້ນ​ເລືອກ​ພາສາ​ລາວ. ​ໃນ​ໜ້າ​ຫຼັກຂອງແວບ​ໄຊ​ພາສາ​ລາວ ມີ​ລາຍການ 60 ປີ​ແຫ່ງ​ໄຊຊະນະ​ດ້ຽນບຽນ​ຝູ, ​ເມື່ອ​ເຂົ້າ​ລາຍການ​ນີ້ ຈະ​ມີ​ບັນດາ​ຂ່າວ ​ແລະ ບົດ​ທີ່​ກ່ຽວຂ້ອງ​ເຖິງ​ໄຊຊະນະ​ດ່ຽນບຽນ​ຝູ. ພາຍຫຼັງ​ອ່ານ​ຄືນ​ຂ່າວ, ບົດ​ດັ່ງກ່າວ​ແລ້ວ, ຖ້າ​ຫາກ​ມີ​ຄຳ​ເຫັນ​ປະກອບ ​ເພື່ອນ​ສາມາດ​ປະກອບໂດຍ​ກົງ​ໃນ​ບົດ​ຂຽນ ຫຼື ​ໃຫ້ລາຍການຢູ່ບ່ອນ​ຕອບກັບ​​ໃນ​ທ້າຍ​ແຕ່ລະ​ບົດ.

     ເພື່ອນ​ບຸນມີ, ​ແຂວງ ບໍລິ​ຄຳ​ໄຊ, ​ໄດ້ສົ່ງ​ອີ​ແມວມາ​ລາຍ​ການ​ໂດຍ​ຖາມ​ວ່າ: ຂ້າພະ​ເຈົ້າ​ໄດ້ຮັບ​ຂ່າວ​ວ່າ ຫວຽດນາມ ຈະ​ຈັດ​ຕັ້ງ​ສັບປະດາສາຍຟິມຮູບ​ເງົາ​ດ້ຽນບຽນ​ຝູຢູ່​ລາວ . ຂ້າພະ​ເຈົ້າ​ຢາກຮູ້​ສະຖານ​ທີ່​ທີ່​ສາຍຟິມຮູບ​ເງົາ​ນັ້ນ​ແມ່ນ​ຢູ່​ແຂວງ​ໃດໆ?

  ເພື່ອນ​ບຸນມີທີ່​ຮັກ​ແພງ, ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ, ສະຖານທູ​ດຫວຽດນາມ ປະຈຳ​ລາວ, ສູນວັດທະນະທຳ​ຫວຽດນາມ ປະຈຳ​ລາວ ​ແລະ ສະ​ຖາ​ບັນ​ຟິມຮູບ​ເງົາ​ຫວຽດນາມ ພ້ອມ​ກັບ​ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວລາວ ສົມທົບ​ກັນ​ຈັດ​ຕັ້ງ “ສັບປະດາ​ສາຍຟິມຮູບ​ເງົາ​ດ້ຽນບຽນ​ຝູຢູ່​ລາວ”. ຕາມຄະນະ​ຈັດ​ຕັ້ງ​ແລ້ວ, “ສັບປະດາ​ສາຍຟິມຮູບ​ເງົາ​ດ້ຽນບຽນ​ຝູຢູ່​ລາວ” ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 05-11/05 ຢູ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ​ແຂວງ​ສະຫວັນ​ນະ​ເຂດ.  ​ມີ​ຮູບ​ເງົາ 8 ​ເລື່ອງ​ທີ່​ມີ​ຊື່​ສຽງ​ກ່ຽວ​ກັບ​ບັ້ນຮົບດ້ຽນບຽນ​ຝູ ຈະ​ຖືກ​ແນະນຳ​ກັບ​ຜູ້​ຊົມ​ລາວ, ​ໃນ​ນັ້ນມີ​ຮູບ​ເງົາ​ເອກະສານ 3 ​ເລື່ອງ. ​ເນື່ອງ​ໃນ​ໂອກາດ​ນີ້, ໂທລະພາບຊ່ອງ 1 ​ແລະ 3 ຂອງ​ໂທລະພາບ​ແຫ່ງ​ຊາດ​ລາວ ກໍ່​ຈະ​ສາຍບັນດາ​ຟິມຮູບ​ເງົາທີ່​ມີ​ຄຸນຄ່າ​​ດັ່ງ​ກ່າວ. ສັບປະດາ​ສາຍຟິມຮູບ​ເງົາ​ຫວຽດນາມ​ຢູ່​ລາວ ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ ​ຄັ້ງ​ນີ້ ​​ແມ່ນ​ເພື່ອ​ໃຫ້​ປະຊາຊົນ​ລາວ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ໄຊຊະນະ​ດ້ຽນບຽນ​ຝູກວ່າ, ຫວນ​ຄືນ​ມູນ​ເຊື້ອ​ສາມັກຄີ, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ຕໍ່ຕ້ານ, ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ 1945 – 1954 ຂອງ 2 ຊາດ.

   ລຸງ ຫງວຽນ​ວັນ​ແຕ້​ວ, ຊາວ​ຫວຽດນາມ​ອາ​ໄສ​ຢູ່​ໄທ ໄດ້ສົ່ງ​ອີ​ແມວມາ​ລາຍ​ການ​ໂດຍ​ຖາມ​ວ່າ: ຂ້າພະ​ເຈົ້າ​ຢາກຮູ້ວັນ​ເວລາ​ຂອງຖ້ຽວ​ບິນລະຫວ່າງ ນະຄອນຫຼວງວຽງ​ຈັນ - ວິ​ງ ​ແລະ ວິ​ງ - ນະຄອນຫຼວງ​ວຽງ​ຈັນ.

       ລຸງ ຫງວຽນ​ວັນ​ແຕ້​ວ ທີ່​ຮັກ​ແພງ, ບໍລິສັດ​ການ​ບິນ​ຫວຽດນາມ (Vietnam Airlines) ​ໃຫ້ຮູ້​ວ່າ ​ໃນ​ໄລຍະຜ່ານ​ມາ, ການ​ບິນ​ຫວຽດນາມ​ໄດ້​ນຳ​ເຂົ້າ​ຂຸດ​ຄົ້ນ​ສາຍ​ການ​ບິນ​ສາກົນ​ໃໝ່ ວິ​ງ - ນະຄອນຫຼວງວຽງ​ຈັນ ນັບ​ແຕ່​ວັນ​ທີ 12/01/2014. ​ເຊິ່ງຕາມ​ນັ້ນ​ແລ້ວ, ສາຍ​ການບິນ​ນີ້ຈະ​ມີ 4 ຖ້ຽວ​ບິນ/ອາທິດ​ໜຶ່ງ ​ໃນ​ວັນ​ຈັນ, ວັນ​ພຸດ, ວັນ​ສຸກ ​ແລະ ວັນອາທິດ ດ້ວຍ​ເຮືອບິ​ນ ATR – 72. ບັນດາ​ຖ້ຽວ​ບິນ​​ເລີ່​ມບິນ​ຈາກ​ນະຄອນ​ວິ​ງ ​ໃນ​ເວລາ 8​ ໂມງ 40 ນາທີ ​ແລະ ຈາກ​ນະຄອນຫຼວງ​ວຽກ​ຈັນ​ໃນ​ເວລາ 10 ​ໂມງ 40 ນາທີ, ຖ້ຽວ​ບິນ​ລະຫວ່າງນະຄອນຫຼວງວຽກ​ຈັນ - ວິ​ງ ຕ້ອ​ງໃຊ້​ເວລາ​ກວ່າ 1 ຊົ່ວ​ໂມງ. ​ເພື່ອ​ຈ່ອງ ​ແລະ ສັ່ງ​ປີ້, ລຸງສາມາດ​ເຂົ້າ​ແວບ​ໄຊ​ດ້ວຍ​ລະຫັດ www.vietnamairlines.com ຂໍ​ໃຫ້​ລຸງ​ເດີນທາງ​ດ້ວຍ​ຄວາມ​ສະຫວັດ​ດີ​ພາບ.
      
    
ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຖາມຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ລະ​ຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov@yahoo.com

ຕອບກັບ

ຂ່າວ/ບົດ​ອື່ນ