ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ

(vovworld) – ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ໂທລະສັບ ຈາກ​ທ່ານ​ຜູ້​ຟັງ​ລາວ ​ຫຼາຍ​ທ່ານ. ​​ໃນ​ລາຍ​ການ​ໂອ້​ລົມກັບ​ເພື່ອ​ນລາວ​ພາກນີ້, ພວກ​ຂ້າພະ​ເຈົ້າຂໍ​ຄັດ​ສະ​ເໜີບາງ​ຄຳ​ເຫັນ​ ​ແລະ ຕອບ​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງ​​ໄດ້າກ​ມາ​ລາຍການ. ​

ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ - ảnh 1
(ຂໍ້​ອຳ​ລາ​​ເອື້ອຍຫວໍ​ທິທັ໋ງ, ຂໍ້​ອຳ​ລາ​ຮອຍ​ຍິ້ມໄຊຊະນະ)

ລຸງຫງວຽນ​ວັນ​ແຕ້​ວ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ ​ໄດ້​ສົ່ງ​ອີ​​ແມວ ມາລາ​ຍການ​ໂດຍ​ໃຫ້​ຮູ້​ວ່າ: ຂໍອຳ​ລາ​​ເອື້ອຍຫວໍ​ທິທັ໋ງ, ຂໍ​ອຳ​ລາ​ຮອຍ​ຍິ້ມໄຊຊະນະ. ຂ້າພະ​ເຈົ້າ​ຂໍສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ນາງ​ສາວ​ຄົນ​ໜຶ່ງ​ທີ່ຈົ່ງຮັກ​ພັກດີ, ອົງ​ອາດ​ກ້າ​ຫານບໍ່​ຍອມ​ຈຳນົນຕໍ່​​ສັດຕູຜູ້​ຮຸກ​ຮານ ​ແລະ ພວກ​ຫຸ່ນ​ໄຊ​ງ່ອນ. ຂ້າພະ​ເຈົ້າ​ຍັງ​ຈື່​ຈຳ​ໄດ້​ວ່າ ​ໃນ​ສົງຄາມຂ້ຽວຂາດຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ ຂອງ​ປະຊາຊົນຫວຽດນາມ, ຜ່ານ​ວິທະຍຸ​ກະຈາຍສຽງ ຂ້າພະ​ເຈົ້າ​ໄດ​້ຟັງ​ຂ່າວ ​ແລະ ນັບຖື​​ໄວ​ໜຸ່ມ​ຫວຽດນາມ​ໃນ​ຄາວ​ນັ້ນທີ່​ສຸດ. ພາຍຫຼັງ​​ໄດ້​ຮັບ​ຂ່າວ​ ​ເອື້ອຍຫວໍ​ທິທັ໋ງ ຖືກ​ສັດຕູຈັບຕົວ​ໃນ​ການ​ບຸກ​ໂຈມ​ຕີ​ຂະໜາດ​ໃຫຍ່ ​ເມື່ອປີວ​ອກ 1966. ​ເຖິງ​ວ່າຖືກສັດຕູ​ທໍລະມານ​ຢ່າງ​ໂຫດຮ້າຍ​ສາມານ​ຫຼາຍຄັ້ງ ​ແຕ່​​ເອື້ອຍ​ກໍ່​ເດັດ​ດ່ຽວ​ບໍ່​ເຜີຍ​ຄວາມ​ລັບ​​, ສຸດ​ທ້າຍ​ພວກມັນ​ໄດ້​ຕັດ​ສິນ​ຈຳ​ຄຸກ​ເອື້ອຍ​ໃນ​ໄລຍະ​ເວລາ 20 ປີ. ຕໍ່​ໜ້າການ​ຕັດສິນ​ຂອງ​ສານຄື​ແນວ​ນັ້ນ, ​ແຕ່​ເອື້ອຍ​ຍັງ​ຄົງຍິ້ມຫົວ​, ດ້ວຍ​ຮອຍ​ຍີ້ມ​ແຫ່ງ​​ໄຊຊະນະ,  ​ແລະ ໝິ່ນປະໝາດ​ລະບອບ​ຕີນ​ມື​, ດ້ວຍຄຳ​ເວົ້າອະມະຕະ​ທີ່​ວ່າ “ອຳ​ນາດ​ການ​ປົກຄອງ​ຂອງ​ພວກ​ເຈົ້າ​ສາມາດ​ຄົງ​ຕົວ​​ເຖິງ 20 ປີ​ເພື່ອ​ກັກ​ຄັງ​ຂ້າພະ​ເຈົ້າ​ໄດ້​ຫຼື​ບໍ່?”. ມາ​ຮອດ​ປະຈຸ​ບັນ, ​ເອື້ອຍ​ໄດ້​ອຳ​ລາ​ພວກ​ເຮົາ​ແລ້ວ, ​ແຕ່​ຮອຍ​ຍິ້ມ​ຂອງ​ເອື້ອຍ ຍັງ​ຄົງຈະ​​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ລຸ່ນຕໍ່​ໆໄປຢູ່.

ນອກຈາກ​ນັ້ນ, ລຸງຫງວຽນ​ວັນ​ແຕ້​ວ ຍັງ​ໃຫ້​ຮູ້​ວ່າ: ພາຍຫຼັງ​ທີ່​ໄດ້​ຟັງ​ຂ່າວ​ກ່ຽວ​ກັບ​ພວກ​ຫົວ​ຮຸນ​ແຮງເຄີ​​ແມຢູ່​ພະນົມ​ເປັນ, ປະ​ເທດ​ກຳປູ​ເຈຍ ​ໄດ້​ແຫ່​ຂະ​ບວນປະ​ທ້ວງ​ຢ່າງ​ຜິດ​ກົດໝາຍ ​ແລະ ​ຈູດ​ທຸງ​ຊາດ​ຫວຽດນາມ, ​​ໂດຍ​ແມ່ນ​ຊາວ​ຫວຽດນາມ ຄົນ​ໜຶ່ງ, ຂ້າພະ​ເຈົ້າ​ຄັດຄ້ານການ​ກະທຳ​ດັ່ງກ່າວ​ຢ່າງ​ແຮງ, ​ແລະ ຖື​ວຽກ​ງານ​ນັ້ນ​ແມ່ນ​ການແຕະ ຕ້ອງ​ເຖິງ​ສາຍ​ພົວພັນ ​ແລະ ນ້ຳ​ໃຈ​ອັນ​ດີງາມ​ ​ທີ່​ມີ​ມາ​ແຕ່​ດົນ​ນານລະຫວ່າງ 2 ປະ​ເທດ.

​   ແລະ​ກໍ່​ໃນ​ອາທິດ​ຜ່ານ​ມາ, ​ເພື່ອນ ວິ​ໄລ​ສຸກ, ​ແຂ​ວງຫົວພັນ ​ໄດ້​ສົ່ງ​ອີ​ແມວມາລາຍ ການ​ໂດຍ​ໃຫ້​ຮູ້​ວ່າ: ຂ້າພະ​ເຈົ້າ​ໄດ້​ຮັບ​ຟັງ​ບົດ​ຂຽນ “ການປະຕິວັດເດືອນສິງຫາ ແລະ ບັນດາບົດຮຽນທີ່ມີລັກສະນະຍຸກສະໄໝ”, ຜ່ານ​ບົດ​ຂຽນ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ເຂົ້າ​ໃຈ​ກວ່າກ່ຽວ​ກັບ​ການ​ຕໍ່​ສູ້ອັນ​ເປັນ​ທຳ​ຂອງ​ປະຊາຊົນ​ຫວຽດນາມ, ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ວິທະຍຸ​ກະຈາຍສຽງ​ຫວຽດນາມ ຈະມີ​​ຫຼາຍ​ບົດຂຽນ​ກ່ຽວ​ກັບ​ປະ​ຫວັດ​ສາດ​ກວ່າອີກ ​ເພື່ອ​ໃຫ້​​ໂລກ​ເຂົ້າ​ໃຈ​ຕື່ມ​ອີກກ່ຽວ​ກັບ​ການ​ຕໍ່ສູ້ອັນ​ເປັນ​ທຳ​ຂອງ​ຫວຽດນາມ.

ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ - ảnh 2
ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ
ຕ້ອນຮັບທ່ານເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ
(ພາບ: TTXVN)

ເພື່ອນ ບຸນ​ທະວີ ອິນທະ​ວົງ, ນະຄອນຫຼວງ​ວຽງ​ຈັນ ​ສົ່ງ​ອີ​ແມວ ມາ​ຍັງ​ລາຍການ ​ໃຫ້​ຮູ້​ວ່າ: ​ໃນ​ອາທິດ​ກ່ອນ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ໄປ​ຢ້ຽມຢາມ​ຫວຽດນາມ, ຍ້ອນ​ຄກັບ​ວຽກງານຫຼາຍ ສະ​ນັ້ນ​ຂ້າພະ​ເຈົ້າບໍ່​ໄດ້​ຕິດຕາມ​ຮັບ​ຟັງ​ຂ່າວ​ກ່ຽວ​ກັບ​ການ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກຂອງ​ທ່ານຢູ່​ຫວຽດນາມ. ຂ້າພະ​ເຈົ້າ​ຢາກ​ໃຫ້​ທາງ​ລາຍການ​ສັງ​ລວມ​ໂດຍ​ຫຍໍ້​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ​ຢູ່​ຫວຽດນາມ.

ເພື່ອນ ບຸນ​ທະວີ ອິນທະ​ວົງ ທີ່​ຮັກ​ແພງ, ການ​ຢ້ຽມຢາມ​ຫວຽດນາມ ຂອງ​ທ່ານເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ ພ້ອມ​ກັບ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລາວ​ດຳ​ເນີນ​ໄປໃນ​ລະຫວ່າງ​ວັນ​ທີ 18 – 21/08 ​ແມ່ນ​ເຫດການ​ສຳຄັນ, ສະ​ແດງ​ໃຫ້​ເຫັນການ​ພົວພັນ​ສາມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ ຢ່າງ​ມີ​ຊີວິດ​ຊີວາ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ… ຢ້ຽມຢາມນະຄອນ​ໂຮ່ຈິ​ມິນ ​ແລະ ​ແຂວງເ​ລິມ​ດົ່ງ. ທີ່​ບັນດາ​ການ​ພົບ​ປະ, ທ່ານເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ຢືນຢັນ​ສາຍ​ພົວພັນສາມັກຄີແບບ​ພິ​ເສດລະຫວ່າງລາວ ​ແລະ ຫວຽດນາມ ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ 2 ຊາດ ຕ້ອງ​ໄດ້​ຮັບ​ການ “ປົກ​ປັກ​ຮັກສາ​ຄື​ແກ້ວຕາ​ຂອງ​ຕົນ”; ພັກ, ລັດ ​ແລະ ປະຊາຊົນ​ລາວ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຮັກສາ ​ແລະ ເພີ່ມ​ພູນ​ຄູນ​ສ້າງສາຍ​ພົວພັນ​ແບບ​ພິ​ເສດ​ອັນ​ເປັນ​ມູນ​ເຊື້ອ​ນີ້. ສ່ວນ​ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ ​ແລະ ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນຊາງ ​ໄດ້​ສະ​ແດງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ຕໍ່ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ຮ່ວມ​ມື​ຮອບດ້ານຫວຽດນາມ - ລາວ​, ​ເຊິ່ງ 2 ພັກ, 2 ລັດ ​​ແລະ ປະຊາຊົນ 2 ປະ​ເທດ​ໄດ້​ເພີ່ມ​ພູນ​ຄູນ​ສ້າງ, ​ພັດ​ທະ​ນາ​ແລະ ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ນັບ​ມື້​ນັບເລິກ​ເຊິ່ງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກຂົງ​ເຂດ, ປະກອບ​ສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ວິວັດ​ການ​ປ່ຽນ​ໃໝ່, ສ້າງສາ ​ແລະ ປົກ​ປັກ​ຮັກສາທັງ​ສອງປະ​ເທດຫວຽດນາມ - ລາວ.

ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov@yahoo.com, laovov5@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ