ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ

(vovworld) –ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ໂທລະສັບຈາກ​ທ່ານ​ຜູ້​ຟັງ​ລາວ ​ຫຼາຍ​ທ່ານ. ໃນ​ລາຍ​ການ​ໂອ້​ລົມກັບ​ເພື່ອ​ນລາວ​ພາກນີ້, ພວກ​ຂ້າພະ​ເຈົ້າຂໍ​ຄັດ​ສະ​ເໜີບາງ​ຄຳ​ເຫັນ​ ​ແລະ ຕອບ​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງ​​ໄດ້າກ​ມາ​ລາຍການ. ​

     ​ໃນ​ອາທິດ​ດ ທ່ານ​ນາງ ທອງ​ມີ ຢວນ​ສັກດາ, ຮອງ​ທີ່​ປຶກສາ​ດ້ານ​ວັດທະນະທຳ​ແຫ່ງ ສປປ.ລາວ ປະຈຳ​ຫວຽດນາມ, ທ່ານ​ເພັດ​ສະຫວັນ, ​ໂທລະພາບ​​ແຫ່ງຊາດ​ລາວ ທີ່​ພວມ​ຮໍ່າຮຽນ​ຢູ່​ຫວຽດນາມ, ທ່ານ​ເພັດ​ສະຫວັນ ສີ​ຊາ​ນົນ ຢູ່​ແຂວງ​ອັດ​ຕະປື ​ແລະ ທ່ານ ຫງວຽນ​ວັນ​ແຕ້​ວ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ, ​ໄດ້​ສົ່ງ​ອີ​ແມວ​ມາ​ອວຍພອນ​ເອື້ອຍ​ນ້ອງ​ແມ່ຍິງ​ລາຍການ ​ໃນ​ໂອກາດ​ວັນ​ແມ່ຍິງ​ຫວຽດນາມ 20/10. ​ໃນ​ຈົດໝາຍ​ຂອງ​ຕົນ, ທ່ານ ຫງວຽນ​ວັນ​ແຕ້​ວ ​ໄດ້​ແບ່ງປັນ​ວ່າ.
   ຜ່ານ​​ສົງຄາມ 2 ຄັ້ງ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ​ແລະ ຈັກກະພັດ​ອາ​ເມ​ລິ​ກາ, ​ບັນດາ​ແມ່​, ບັນດາເອື້ອຍທີ່​ໄດ້​ມີ​ການອຸທິດ​ສ່ວນອັນ​ໃຫຍ່​ຫຼວງ, ​​ເຮັດ​ລ້ອນວຽກ​ບ້ານ, ການ​​ເຮື​ອນ, ຕັ້ງ​ໜ້າອອກ​ແຮງ​ງານ​ທຳ​ການ​ຜະລິດ, ລະດົມ​ຜົວ, ລູກ ​ເດີນທາງ​ໄປ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ບັນດາແມ່, ​ບັນດາເອື້ອຍ ​ໄດ້​ສະ​ແດງ​ໃຫ້​ເຫັນ​ທາດ​​ແທ້ວິລະ​ຊົນ​ປະຕິວັດ. ​ສົມ​​ເປັນ​ນາມມະຍົດ​ທີ່​ປະທານ​ໂຮ່ຈິ​ມິນ ​ໄດ້​ມອບ​ໃຫ້​ນັ້ນ​ແມ່ນ: ວິລະ​ຊົນ, ບໍ່​ຍອມ​ຈຳນົນ, ຈົ່ງຮັກ​ພັກດີ, ​ເຮ​ັດລ້ອນວຍຽກງານ ການ​ເຮືອນ.
   ລຸງ ຫງວຽນ​ວັນ​ແຕ້​ວຍັງ​ສະ​ແດງ​ຄວາມ​ພາກພູມ​ໃຈ​ເມື່ອ​ໄດ້​ຮັບ​ຂ່າວ​ວ່າ, ​ຮ່າ​ໂນ້ຍ ຫາ​ກໍ່​​ເປີດ​ສະຫຼອ​ງກິດຈະກຳຂົວ ດົງ​ຈູ ຂ້າມ​​ແມ່​ນ້ຳ ດວ໋ງ ​ທີ່​ເຊື່ອມ​ຕໍ່​​ກັບເສັ້ນທາງ​ເລກ 5, ນີ້​ແມ່ນ​ໂຄງການ​ຄົມມະນາຄົມ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ກວ່າ​ໝູ່​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ​​ໂດຍ​ນັກ​ສະຖາ​ປາ​ນິກ, ນັກວິສະ​ວະ​ກອນຫວຽດນາມ ​ປະຕິບັດ​ເອງ, ນີ​ແມ່ນ​ກິດຈະກຳ​ທີ່​ມີ​ຄວາມ​ໝາຍສຳຄັນ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 60 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ. ​

ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ - ảnh 1
(ສຳນັກສະພາ​​ແຫ່ງ​ຊາດຫຼັງ​ໃໝ່)

​ເພື່ອນ ມາ​ລິວ​ອນ, ຢູ່​ວຽງ​ຈັນ ​​ສົ່ງອີ​ແມວ​ມາຍັງລາ​ຍການໂດຍ​ຖາມ​ວ່າ: ຂ້າພະ​ເຈົ້າ​ໄດ້​ຮັບ​ຂ່າວ​ວ່າ, ​ຫວຽດນາມ ຫາ​ກໍ່​ຈັດ​ຕັ້ງກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ ​ຊຸດ​ທີ 13 ​ຢູ່​ສຳນັກສະພາ​ແຫ່ງຊາດ​ຫຼັງໃໝ່. ​ແຕ່​ຂ້າພະ​ເຈົ້າ​ບໍ່​ຮູ້​ວ່າ ສຳນັກສະພາ​ແຫ່ງ​ຊາດຫຼັງໃໝ່ນີ້​ ໄດ້​ຮັບ​ການ​ລົງມື​ກໍ່ສ້າງ​​ແຕ່​ເວລາ​ໃດ? ຕັ້ງຢູ່​​ໃສ? ​ແລະ ມີ​ເນື້ອ​ທີ່​ທັງ​ໝົດກວ້າງ​ເທົ່າ​ໃດ?

        ເພື່ອນ ມາ​ລິວ​ອນ ທີ່​ຮັກ​ແພງ, ສຳນັກສະພາ​​ແຫ່ງ​ຊາດຫຼັງ​ໃໝ່​ໄດ້​ເລີ່ມລົງມື​ກໍ່ສ້າງ​​ເມື່ອ​ເດືອນ 10/2009 ​​ຢູ່ຖະໜົນ ​ດົກ​​ເລີບ, ຕໍ່​ໜ້າ​ແມ່ນ​ສຸສານ​ປະທານ​ໂຮ່ຈິ​ນິນ ​ແລະ ​ໃກ້​ກັບປູ​ຊະ​ນິຍະສະ​ຖານ ຮ່ວາງ​ແທ່ງທັງ​ລອງ. ສຳນັກ​ສະພາ​ແຫ່ງ​ຊາດຫຼັງ​ໃໝ່ ສູງ 39 ມ, ​ໄດ້​ອອກ​ແບບ​ເປັນຮູບ​ຈະຕຸ​ລັດ, ລວມມີ 7 ຊັ້ນ​ໃນ​ນັ້ນ​​ມີ 2 ຊັ້ນ​ໃຕ້​ດິນ. ດ້ວຍ​ເນື້ອ​ທີ່​ທັງ​ໝົດ​ແມ່ນ 60.000 ຕາ​ແມັດ, ມີ​ຫ້ອງປະຊຸມ​ໃຫຍ່​, ນ້ອຍກວ່າ​ 80 ຫ້ອງ. ​ໃນ​ນັ້ນ, ຫ້ອງ​ປະຊຸມ​ຕົ້ນ​ຕໍ​ແມ່ນ​ຕັ້ງ​ຢູ່​ໃຈກາງ​​ເປັນ​ຮູບ​ວົງມົນສາມາດ​ບັນຈຸຜູ້​ແທນ​ໄດ້ 600 ຄົນ. ກິດຈະກຳ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ ມີ​ຂອບ​ຂະໜາດ​ໃຫຍ່, ​ສັບສົນກວ່າ​ໝູ່​ນັບ​ແຕ່​ກອນ​ມາ​ຮອດ​ປະຈຸ​ບັນ​ຢູ່​ຫວຽດນາມ ​​ໂດຍ​ນັກ​ປະມູນ​ຫວຽດນາມ ກໍ່ສ້າງ​ເອງ.

ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ - ảnh 2
ສ້າງ​ຕັ້ງ 4 ​ໜ່ວຍ​ປ້ອງ​ກັນ, ຕ້ານພະຍາດ Ebola
(ພາບປະກອບ: TTXVN)

     ເພື່ອນ​ວົງ​ຄຳ, ​ແຂວງ​ຫົວພັນ ສົ່ງອີ​ແມວ​ມາຍັງລາ​ຍການໂດຍ​ຖາມ​ວ່າ: ປະ​ຈຸ​ບັນ​ພະຍາດ Ebola ພວມ​​ຜັນ​ແປ​​ໄປຢ່າງ​ສັບສົນ, ມີ​ໄພ​ແຜ່ລາມ​ອອກ​ສູ່​ຫຼາຍປະ​ເທດ. ສະ​ນັ້ນ, ຂ້າພະ​ເຈົ້າ​ຢາກ​ຮູ້​ວ່າ, ຫວຽດນາມ ​ໄດ້​ມີ​ບັນດາ​ບາດກ້າວການ​ກະກຽ​ມຄື​ແນວ​ໃດ​ແດ່ ​ໃນ​ການ​ປ້ອງ​ກັນ ຕ້ານ​ພະຍາດ Ebola?

        ເພື່ອນ​ວົງ​ຄຳ ທີ່​ຮັກ​ແພງ, ຕອນ​ເຊົ້າ​ວັນ​ທີ 20/10, ກະຊວງ​ສາ​ທາລະນະ​ສຸກ​ຫວຽດນາມ ​ໄດ້​ຈັດກອງ​ປະຊຸມ​ຂ່າວ​ລາຍ​ງານ​​ໂລກລະບາດ ​ໂດຍ​ເຊື້ອ Ebola ກໍ່​ຂຶ້ນ​ໃນ​ທົ່ວ​ໂລກ ​ແລະ ​​​ເຜີຍ​ແຜ່​ການ​ເຄື່ອນ​ໄຫວ​ປ້ອງ​ກັນ ຕ້ານ​ພະຍາດນີ້​ຢູ່​ຫວຽດນາມ. ທີ່​ກອງ​ປະຊຸມ​ຈ່າວ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງສາ​ທາລະນະ​ສຸກ ຫງວຽນ​ແທງ​ລອງ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ສະພາບ​​ໂລກພະຍາດ Ebola ​ໃນ​ໂລກ​ພວມຜັນ​ແປ​ຢ່າງ​ສັບສົນ​ທີ່​ສຸດ, ຈຳນວນ​ຜູ້​ຕິດພະຍາດ ​ແລະ ​ເສຍ​ຊີວິດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ຍັງ​ບໍ່​ທັນ​ມີ​ກໍ່​ລະ​ນີ້​ໃດ​ຕິດ​ພະ​ຍາດ Ebola.

        ​ເພື່ອ​ປ້ອງ​ກັນ, ຕ້ານ​ພະຍາດ​ບໍ່​ໃຫ້ແຜ່​ລາມອອກ ​ແລະ ​ແຊກ​ຊຶມ​ເຂົ້າ​ຫວຽດນາມ, ກະຊວງ​ສາທາ​ລະນະ​ສຸກ​ໄດ້ ​ແລະ ພວມ​ຮີບ​ເຮັ່ງ​ກະກຽມ​ບັນດາ​ມາດ​ຕະການ​ຮັບ​ມື​ເມື່ອ​ມີ​ພະຍາດ​ເກີດ​ຂຶ້ນ. ​ໃນ​ນັ້ນ​ໄດ້​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຄື:

-      ສ້າງ​ຕັ້ງ 4 ​ໜ່ວຍ​ປ້ອງ​ກັນ, ຕ້ານພະຍາດ Ebola ສຸກ​ເສີນ, ​ເຊິ່ງ​ຕັ້ງ​ຢູ່​ພາກ​ເໜືອ, ພາກ​ກາງ, ພາກ​ໃຕ້, ​ເຂດ​ໃຕ້​ງວຽນ ​ເພື່ອ​ຕອບ​ສະໜອງ ​ແລະ ຊີ້​ນຳຢ່າງ​ທັນ​ການ ​ໃນ​ກໍລະນີ​ມີ​ຜູ້​ຖືກ​ສົງ​ໄສ​ວ່າ​ຕິດພະຍາດ Ebola.

-      ຈັດ​ຕັ້ງ​ບັນດາ​ການ​ຝຶກ​ອົບຮົມ​ປ້ອງ​ກັນ, ຕ້ານ​ພະຍາດ ​ແລະ ຈັດ​ຕັ້ງ​ກອງ​ປະ​ຊຸມ​​ເປັນປະຈຳ​ ​ເພື່ອ​ສະ​ໜອງ​ຂໍ້​ມູນ, ປຶກສາ​ຫາລື​ມາດ​ຕະການ​ປ້ອງ​ກັນ, ຕ້ານ​ພະ​ຍາດ.

-     ເປັນ​ເຈົ້າການ​ຍົກ​ອອກ​ມາດ​ຕະການ​ຕິດຕາມ​ກວດກາ​ ​ແລະ ປ້ອງ​ກັນ, ຕ້ານ​​ໂລກພະຍາດ​ບໍ່​ໃຫ້ແຜ່​ລາມອອກ​ຜ່ານ​ດ່ານ​ຊາຍ​ແດນ​ຢ່າງ​ມີ​ປະສິດທິ​ຜົນ.

-    ຜັນ​ຂະຫຍາຍ​ລະ​ບົບຂ້າ​​ເຊື້ອພະຍາດ​ເຄື່ອນ​ທີ ຢູ່​ສະໜາມ​ບິນ​ໂນ້ຍບ່າຍ ​ແລະ ​ເຕີນ​ເຊີນ​ຍືດ ​ເພື່ອ​ແກ້​ໄຂ, ​ແຍກ​ຕົວ​ກໍ​ລະ​ນີ​ເຂົ້າ​ເມືອງທີ່ຖືກ​ສົງ​ໄສ​ວ່າຕິດພະຍາດ Ebola ຢ່າງ​ທັນ​ການ.

-   ອັບ​ເດັດ ​ແລະ ​ເຜີຍ​ແຜ່ບັນດາຂໍ້​ມູນ​ກ່ຽວຂ້ອງ​ເຖິງ​ພະຍາດ Ebola ​​ທາງ​ສື່​ມວນ​ຊົນເປັນ​ປະຈຳເພື່ອ​ໃຫ້​ປະຊາຊົນ​ກຳ​ໄດ້.

-       ສ້າງ​ສາຍ​ໂທລະ​ສັບ​ດ່ວນ​ເພື່ອ​​ແກ້​ໄຂ​ຂໍ້​ຂ້ອງ​ໃຈ​ໃຫ້​ແກ່​ປະຊາຊົນ, ຜູ້​ເຂົ້າ​ເມືອງ​ເມື່ອ​ມີ​ຄວາມຈຳ​ເປັນ.

   ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າ​ມີ​ຄວາມ​ສົນ​ໃຈ​ເຖິງ​ບັນຫາ​ໃດ​ໜຶ່ງ, ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov@yahoo.com, laovov5@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ