ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ

(vovworld) – ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ໂທລະສັບຈາກ​ທ່ານ​ຜູ້​ຟັງ​ລາວ ​ຫຼາຍ​ທ່ານ. ໃນ​ລາຍ​ການ​ໂອ້​ລົມກັບ​ເພື່ອ​ນລາວ​ພາກນີ້, ພວກ​ຂ້າພະ​ເຈົ້າຂໍ​ຄັດ​ສະ​ເໜີບາງ​ຄຳ​ເຫັນ​ ​ແລະ ຕອບ​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງ​​ໄດ້ຝາກ​ມາ​ລາຍການ. ​

       ເພື່ອ​ນ ປົວ​ລີ ແສງ​ຄຳ, ແຂວງ ຫົວ​ພັນ, ​ໄດ້ສົ່ງອີ​ແມວ​ມາຍັງລາ​ຍການ​ໂດຍໃຫ້​ຮູ້​ວ່າ: ຂ້າ​ພະ​ເຂົ້າ​ມັກ​ລາຍ​ການ​ວີ​ດີ​ໂອ ​ທີ່​ແປ​ເປັນ​ພາ​ສາ​ລາວ ​ໃນ​ແວບ​ໄຊ, ຜ່ານ​ວີ​ດີ​ໂອ ຂ້າ​ພະ​ເຈົ້າ ໄດ້​ເຫັນ​ປະ​ຈັກ​ຕາການ​ດຳ​ລົງ​ຊີ​ວິດຂອງ​ຊາວ​ຫວຽດ​ນາມ. ຫວັງ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຂ້າ​ພະ​ເຈົ້າ​ຈະ​ໄດ້​ເບິ່ງວີ​ດີ​ໂອ ທີ່​ແວບ​ໄຊດ້ວຍ​ພາ​ສາ​ລາວ​ຫຼາຍກວ່າ​ອີກ.

       ເພື່ອນ ດາ​ລາ​ວັນ, ແຂວງ ຫົວ​ພັນ ສົ່ງອີ​ແມວ​ມາຍັງລາ​ຍການ​ໂດຍແບ່ງ​ປັນ​ວ່າ: ຂ້າ​ພະ​ເຂົ້າ​ມັກ​ລາຍ​ການ​ເພງ​ກ່ຽວ​ກັບ​ລະ​ດູ​ໃບ​ໄມ້​ຫຼົ່ນ ​ຮ່າ​ໂນ​້ຍ. ຂ້າ​ພະ​ເຈົ້າ​ເຄີຍ​ມາ​ຫວຽດ​ນາມ ໃນ​ລະ​ດູ​ໃບ​ໄມ້​ຫຼົ່ນ​ແລ້ວ ​ແລະ​ ເຫັນ​ວ່າ​ລະ​ດູໃບ​ໄມ້​ຫຼົ່ນ​ ຢູ່​ຮ່າ​ໂນ້ຍ​ແມ່ນ​ງາມ​ຫຼາຍ, ມີ​ຄວາມ​ສະ​ຫງົບ​ງຽບ, ປອດ​ໂປ່ງ. ຫວັງ​ວ່າ, ໃນ​ບັນ​ດາ​ລາຍ​ການ​ເພງ​ຕໍ່​ໄປ, ຂ້າ​ພະ​ເຈົ້າ ແລະ ຜູ້​ຟັງ​ຈະ​ໄດ້​ຮັບ​ຟັງ​ບັນ​ດາ​ບົດ​ເພງ​ກ່ຽວ​ກັບ​ລະ​ດູ ໃບ​ໄມ້​ຫຼົ່ນ​ກວ່າ​ອີກ.


ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ - ảnh 1
ເຂດ​ປູ​ຊະ​ນີ​ເວ​ທີ​ບູ​ຊາ​ຟ້າ - ດິນ
(ພາບ: zing.vn)

    ເພື່ອນ​ບູນ​ທະ​ວີ ອິນ​ທະ​ວົງ, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ສົ່ງ​ອີ​ແມວ​ມາຍັງ​ລາຍ​ການ​ໂດຍ​ຖາມ​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ, ເມື່ອກໍ່​ສ້າງສຳ​ນັກ​ສະ​ພາ​ແຫ່ງ​ຊາດ​ຫ​ຼັງ​ໃໝ່, ຫວຽດ​ນາມ ໄດ້​ພົບ​ເຫັນ​ເວ​ທີ​ບູ​ຊາ. ຂ້າ​ພະ​ເຈົ້າ​ຫວັງ​ວ່າທາງວິ​ທະ​ຍຸ​ຈະແນະ​ນຳ​ໂດຍ​ຫ​ຍໍ້​ກ່ຽວ​ກັບ​ເຂດ​ປູ​ຊະ​ນີ​ຍະສະ​ຖານແຫ່ງ​ໃໝ່ນີ້​?

       ເພື່ອນ​ບູນ​ທະ​ວີ ອິນ​ທະ​ວົງ ທີ່​ຮັກ​ແພງ, ເມື່ອ​ຕົ້ນ​ປີ 2014, ໃນ​ຂະ​ນະ​ທີ່ຂຸດ​ຄົ້ນບູຮານ​ຄະດີ​ຢູ່​ຫ້ອງ​ໃຕ້​ດິນ ແລະ ທາງ​ໃຕ້​ດິນ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄປ​ຜ່ານ​ທາງ ບັ໋ກ​ເຊີນ ໄປ​ຍັງສຳ​ນັກ​ສະ​ພາ​ແຫ່ງ​ຊາດ. ສະ​ຖາ​ບັນຄົ້ນ​ຄ້ວາບູຮານ​ຄະດີ ໄດ້​ພົບ​ເຫັນ​ເຂດ​ປູ​ຊະ​ນີ​ທີ່ມີ​ຮູບ​ແປກ​ປະ​ຫຼາດ​ເຊິ່ງເຮັດ​ດ້ວຍໄມ້​ແລະ ຫີນ. ​ເຂດ​ດັ່ງກ່າວ​​ມີ​ມາ​ແຕ່​ສະ​ໄໝ​ລາ​ຊະ​ວົງ ລິ໋, ທາງທິດ​ຕາ​ເວັນ​ອອກ, ຕາ​ເວັນ​ຕົກ​ ກ້ວາງ 19,5 ມ. ຢູ່​ເຂດ​ໃຈກາງ​ມີ 2 ວົງ​ມົນ: ວົງ​ມົນ​ທາງ​ໃນ​ມີເສັ້ນ​ຜ່າ​ສູນ​ກາງ 9,34 ມ, ວົງ​ມົນ​ພາຍນອກ ແມ່ນ 14,5 ມ. ພາຍ​ຫຼັງ​ພິ​ຈ​າ​ລະ​ນາກ່ຽວ​ກັບ​ທີ່​ຕັ້ງ, ສະ​ຖາ​ປັດ​ຕະ​ຍາ​ກຳ, ວັດຖຸ​ພັນ, ນະ​ໂຍບາຍສຳລັບ​ບັນດາ​ປູຊະນີຍະສະຖານ​ທີ່​ໄດ້​ຮັບ​ການ​ຄົ້ນ​ຄວ້າ​ຢູ່​ເຂດ ທັງ​ລອງ - ຮ່າ​ໂນ້ຍ​ ຄ​ື: ເວ​ທີ​ບູ​ຊາ ນາມ​ຢາວ, ເວ​ທີ​ບູ​ຊາ ສ້າ​ຕັ໋ກ ຢູ່​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ອື່ນ, ໃນ​ເບື້ອງ​ຕົ້ນບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ໄດ້​ເປັນ​ເອ​ກະ​ພາບ​ຕັ້ງ​ຊື່​ໃຫ້​ເຂດນີ້​ແມ່ນ ເຂດ​ປູ​ຊະ​ນີ​ເວ​ທີ​ບູ​ຊາ​ຟ້າ - ດິນ ຂອງ​ເຈົ້າ​ຊີ​ວິດ​ຕົ້ນ​ສະ​ໄໝລາດ​ຊະ​ວົງ ລິ໋. ສະ​ຖາ​ປັດ​ຕະ​ຍາ​ກຳ​ດັ່ງ​ກ່າວ​ມີ​ຄຸນ​ຄ່າສຳຄັນ​ພິ​ເສດໃນ​ກຸ່ມ​ບັນ​ດາ​​ຮ່ອງຮອຍ​ສະຖາປັດຕະຍະກຳ​ສະ​ໄໝ​ລາດ​ຊະ​ວົງ​ລີ໊ທີ່​ໄດ້​ຮັບ​ການ​ຄົ້ນ​ພົບຢູ່​ທັງ​ລອງ. ເຂດ​ດັ່ງກ່າວມີ​ມາ​ແຕ່​ປີ 1010 – 1048 ແລະ ຫຼັງ​ຈາກນັ້ນ​ສືບ​ຕໍ່​ໄດ້​ຮັບ​ການນຳ​ໃຊ້​ຮອດ​ກາງ​ທົດ​ສະ​ວັດ​ທີ 12.

ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ - ảnh 2
ງານ​ວາງ​ສະ​ແດງ "ການ​ສຶກ​ສາ​ຫວຽດ​ນາມ
ໄລ​ຍະ 1802
1945 ຜ່ານ​ເອ​ກະ​ສານ​ທີ່​ໄດ້​ສະ​ສົມ"
(ພາບ: dantri.com.vn)

      ເພື່ອນ​ແກ້ວ​ຕາ, ນັກ​ສຶກ​ສາ​ລາວ ພວມ​ຮ່ຳ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ວັດ​ທະ​ນະ​ທຳ​ຮ່າ​ໂນ້ຍ ສົ່ງ​ອີ​ແມວ​ມາ​ຍັງລາຍ​ການ​​ໂດຍຖາມ​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ຟັງ​ຂ່າວ​ທາງວິ​ທະ​ຍຸ​ໂທ​ລະ​ພາບ​ວ່າ ຢູ່​ຮ່າ​ໂນ້ຍ ພວມ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ກ່ຽວ​ກັບ​ການ​ສຶກ​ສາ​ຂອງ​ຫວຽດ​ນາມ ສະ​ໄໝ​ກ່ອນ. ຍ້ອນ​ຂ້າງ​ຄາ​ກັບ​ການ​ຮ່ຳ​ຮຽນ, ສະ​ນັ້ນ​ບໍ່​ໄດ້​ຕິດ​ຕາມ​ຂ່າວ​ໃຫ້​ໝົດ. ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ທາງ​ລາຍ​ການ ​ແນະ​ນຳທີ່​ຢູ່ກໍ່​ຄື​ເວ​ລາ​ຈັດ​ຕັ້ງ​ໄດ້​ບໍ່ ເພື່ອ​ໃຫ້​ຂ້າ​ພະ​ເຈົ້າ​ມາ​ຢ້ຽມ​ຊົມ​ແລະ ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ໃນ​ການ​ຮ່ຳ​ຮຽນ.

    ເພື່ອນ​ແກ້ວ​ຕາ ທີ​່​ຮັກ​ແພງ, ວັນ​ທີ 28/10, ຢູ່​ຮ່າ​ໂນ້ຍ ໄດ້​ໄຂ​ງານ​ວາງ​ສະ​ແດງ "ການ​ສຶກ​ສາ​ຫວຽດ​ນາມໄລ​ຍະ 1802 – 1945 ຜ່ານ​ເອ​ກະ​ສານ​ທີ່​ໄດ້​ສະ​ສົມ" ຢູ່ ວັນ​ມຽວ - ກ໋ວກ​ຕື​ຢ໋າມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໂດຍ​ສູນ​ສຳ​ເນົາ​ແຫ່ງ​ຊາດ 1 ສົມ​ທົບ​ກັບ​ສູນ​ເຄື່ອ​ນ​ໄຫວ​ວັດ​ທະ​ນ​ະ​ທຳ ວັນ​ມຽວ - ກ໋ວກ​ຕື​ຢ໋າມ ຈັດ​ຕັ້ງ,ເພື່ອ​ມຸ່ງ​ໄປ​ເຖິງສະ​ເຫຼີ​ມສະຫຼອງວັນ​ມໍ​ະ​ດົກ​ວັດ​ທະ​ນະ​ທຳ​ຫວຽດ​ນາມ (23/11/2014). ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ເອ​ກະ​ສານ, ພາບ​ຖ່າຍ, ຮູບ​ແຕ້ມ​ເຕັກ​ນິກທີ່​ໄດ້​ຄັດ​ເລືອກ​​ແຕ່​ສະ​ໄໝລາ​ຊະ​ວົງຫງວຽນ, ບັນ​ດາ​ເອ​ກະ​ສານ​ດ້ວຍ​ພາ​ສາ​ຝ​ລັ່ງ ພວມ​ໄດ້​ຮັບ​ການ​ຮັກ​ສາ​ຢູ່​ສູນ​ສຳ​ເນົາແຫ່ງ​ຊາດ 1 ແລະ ບາງ​​ວັດ​ຖຸພັນ​ທີ່​ໄດ້​ຮັກສາ​ເປັນ​ສຳ​​ເນົາຢູ່ສູນ​ເຄື່ອນ​ໄຫວວັດ​ທະ​ນະ​ທຳ ວັນ​ມຽວ - ກ໋ວກ​ຕື​ຢ໋າມ ຮ່າ​ໂນ້ຍລວມ 120 ຢ່າງ. ງານ​ວາງ​ສະ​ແດງ​ໄດ້​ຈັດ​ແບ່ງ​ເປັນ 2 ​ເນື້ອ​ໃນ​ຕາມ​ຫົວ​ຂໍ້, ດ້ວຍ Pano ອະທິບາຍ 22 ​ແຜ່ນທີ່​​ແນະນຳ​ກ່ຽວ​ກັບການ​ສຶກ​ສາ  ແລະ ການ​ເສັງ; ພື້ນ​ຖານ​ວັດ​ທະ​ນະ​ທຳ​ຝ່າຍ​ຕາ​ເວັນ​ຕົກ ຢູ່​ຫວຽດ​ນາມ. ບັນ​ດາ​ເອ​ກະ​ສານ​ ແລະ ວັດ​ຖຸ​ພັນມີ​ຄຸນ​ຄ່າອັນ​ໃຫ​ຍ່​ຫຼວງ, ນຳ​ມາ​ໃຫ້​ຜູ້​ຊົມ​ບັນ​ດາ​ຂໍ້​ມູນ​ທີ່ແທດ​ຈິງ​ກ່ຽວ​ກັບ​ພື້ນ​ຖານ​ການ​ສຶກ​ສາ​ຂອງ​ຫວຽດ​ນ​າມ ໄລ​ຍະ​ປະ​ຫວັດ​ສາດ​ແຕ່​ປີ 1802 – 1945. ຈາກນັ້ນ, ໄດ້​ປະ​ກອບ​ສ່ວນ​ເຮັດ​ແຈ້ງ​ຈຸດພິ​ເສດ​ສະ​ເພາະ​ຂອງ​ການ​ສຶກ​ສາ, ການ​ເສັງ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ຫງວຽນ ແລະ ການ​ສຶກ​ສາ​ຈາກ​ຝ່າຍ​ຕາ​ເວັນ​ຕົກ ໃນ​ສະ​ໄໝ​ລ່າ​ເມືອງ​ຂຶ້ນ​ຝ​ລັ່ງ ທ້າຍ​ສະ​ຕະ​ວັດ​ທີ 19 ແລະ ຕົ້ນ​ສະ​ຕະ​ວັດ​ທີ 20.

       ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າ​ມີ​ຄວາມ​ສົນ​ໃຈ​ເຖິງ​ບັນຫາ​ໃດ​ໜຶ່ງ, ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວlaovov@yahoo.com, laovov5@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ