ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

ໃນ​ອາທິດ​ຜ່ານ​ມາ, ລາຍການພາກ​ພາສາ ລາວ, ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ແຫ່ງ​ຊາດ, ວິທະຍຸ​ກະຈາຍສຽງ ຫວຽດນາມ ສືບ​ຕໍ່ໄດ້​ຮັບ​ ໂທລະສັບ, ອີ​ແມວ, ຈົດໝາຍ​ຈາກ​ທ່ານຜູ້​ຟັງທີ່ຝາກ​ມາລາຍການ​ດ້ວຍ​ເນື້ອ​ໃນ​ຢາກ​ຊອກ​ຮູ້ກ່ຽວ​ກັບ​ ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ​ໃນ​ປີ 2017. ​ໃນ​ລາຍ​ການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ບາງເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ. ​ເຊີນທ່ານ​ຕິດຕາມ​ຮັບ​ຟັງ.

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1
(ສະມາຄົມມິດຕະພາບ ຫວຽດນາມ - ລາວ ພົບປະ
ກັັບສະມາຄົມມິດຕະພາບ ລາວ - ຫວຽດນາມ)

ໃນ​ຈົດໝາຍ​ຝາກ​ມາລາ​ຍການ, ​ເພື່ອນ ຈັນ​ດອນ ຢູ່ແຂວງ​ບໍ່​ແກ້ວ​ ຂຽນ​ວ່າ: “ຫວ່າງ​ແລ້ວ​ນີ້​ຂ້າພະ​ເຈົ້າ​ໄດ້​ຊົມພາບ​ສາລະ​ຄະດີ​ຫຼາຍຊຸດ ກ່ຽວ​ກັບ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ ຫຼື ງານ​ບຸນ​ຈຳນວນ​ໜຶ່ງ​ໃນ​​ເວັບ​ໄຊ vovworld.vn ວິ​ທະ​ຍຸ​ກະຈາຍສຽງ ຫວຽດນາມ. ຂ້າພະ​ເຈົ້າ​ເຫັນ​ວ່າ​ບັນດາ​ພາບ​ສາລະ​ຄະດີ​ດັ່ງກ່າວທັງ​ມ່ວນ ​ແລະ ມີ​ປະ​ໂຫຍ​ດຫຼາຍ ​ໃຫ້​ແກ່​ຜູ້​ນິຍົມ​ທ່ອງ​ທ່ຽວ ​ແລະ ຄົ້ນ​ຫາ​ກ່ຽວ​ກັບປະ​ເທດ ​ແລ​ະ ປະຊາຊົນ ຫວຽດນາມ ຄື​ຂ້າພະ​ເຈົ້າ. ​ເມື່ອ​ຊົມບັນດາ​ ພາບ​ສາລະ​ຄະດີດັ່ງກ່າວ​ແລ້ວ, ຂ້າພະ​ເຈົ້າ​ກໍ່​ຢາກ​ມາ​ຢ້ຽມຢາມ​ ​ແລະ ຄົ້ນ​ຫາສະຖານ​ທີ່​ເຫຼົ່າ​ນັ້ນ​ໃນ​ທັນທີ. ຂໍຂອບ​ໃຈ​ພວກ​ເພື່ອ​ນທີ່​ໄດ້​ມີບັນດາ​ພາບ​ສາລະ​ຄະດີ​ທີ່ມ່ວນ​ໆເພື່ອ​ແນະນຳ​ໃຫ້​ແກ່​ທ່ານ​ຜູ້​ຟັງ”

*****

​​​ ເພື່ອ​ນ ​ເບັ້ນ ພິມ​ມະ​ສອນ ຢູ່​ນະຄອນຫລວງ ວຽງ​ຈັນ, ​ເພື່ອນ ວິ​ໄລ​ສະຫວັນ ​ແກ້ວ​ພິລາ​ວັນ ​ແລ​ະ ​ເພື່ອ​ນ ວົງ​ໄຊ ທິບ​ປະ​ວົງ ຢູ່​ແຂວງ ຫລວງ​ນ້ຳ​ທາ ​ໄດ້ສົ່ງ​ອີ​ແມວ​​ມາລາຍການ​ດ້ວຍ​ເນື້ອ​ໃນ​ວ່າ: “ປີ 2017 ​ແມ່ນ​ປີ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 40 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ຮ່ວມ​ມື ຫວຽດນາມ - ລາວ, ລາວ - ຫວຽດນາມ. ດັ່ງ​ນັ້ນ ສະມາຄົມ​ມິ​ດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ມີ​ບັນດາ​ການ​ເຄື່ອນ​ໄຫ​ວ​ແທດ​ຈິງ​ໃດ​ແດ່ ​ໃນ​ປີ 2017”

ເພື່ອ​ນ ​ເບັ້ນ ພິມ​ມະ​ສອນ, ​ເພື່ອນ ວິ​ໄລ​ສະຫວັນ ​ແກ້ວ​ພິລາ​ວັນ ​ແລ​ະ ​ເພື່ອ​ນ ວົງ​ໄຊ ທິບ​ປະ​ວົງ ທີ່​ຮັກ​​ແພງ ! ຕາມ​ທີ່​ພວກ​ຂ້າພະ​ເຈົ້າ​ໄດ້​​ຮູ້​ວ່າ: ​ເພື່ອຄຳນັບ​ຊົມ​ເຊີຍພິທີ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 40 ປີ​ແຫ່ງ​ວັນ​ເຊັນ​ສົນ​ທິສັນຍາ​ມິດຕະພາບ ​ແລະ ຮ່ວມ​ມື ຫວຽດນາມ - ລາວ, ລາວ - ຫວຽດນາມ ​ໃນ​ປີ 2017. ສະມາຄົມ​ມິດຕະພາບ 2 ປະ​ເທດ ຫວຽດນາມ - ລາວ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ສົມທົບ​ກັນ​ຈັດ​ຕັ້ງ​ງານ​ມະ​ໂຫລານມິດຕະພາບ​ປະຊາຊົນ ຫວຽດນາມ - ລາວ, ລາວ - ຫວຽດນາມ ຄັ້ງ​ທີ 4 ຢູ່​ແຂ​ວງ ຊຽງ​ຂວາງ ​ແລະ ​ແຂວງ ຫົວພັນ ຂອງ ລາວ. ຄະນະ​ຜູ້​ແທນ​ສູນ​ກາງ​ສະມາຄົມ​ມິດຕະພາບ 2 ປະ​ເທດ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ຈະ​ມີ​ຜູ້​ແທນ 55 ຄົນ ​ແມ່ນ​ມີ​ຄວາມ​ໝາຍ​ໃຫ້​ແກ່ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ 2 ປະ​ເທດ. ພິ​ເສດ 2 ຝ່າຍ​ຈະພິມ​ຈຳໜ່າຍວາລະສານ​ພິ​ເສດກ່ຽວ​ກັບ​ການ​ພົວພັນ​ມິດຕະພາບ 2 ປະ​ເທດ​ດ້ວຍ​ພາສາ ຫວຽດ ​ແລະ ພາສາ ລາວ, ປະກອບສ່ວນ​​ເຂົ້າ​ໃນ​ການ​ໂຄສະນາ​ກ່ຽວ​ກັບ​ການ​ເຄື່ອນ​ໄຫ​ວມິດຕະພາບ​ປະຊາຊົນ, ການ​ຮ່ວມ​ມື ຫວຽດນາມ - ລາວ​ໃນ​ທຸກ​ຂົງ​ເຂດ. ວາລະສານພິ​ເສດ​ຈະ​ລວມມີຫລາຍ​ບົດທີ່​ຂຽນ​ກ່ຽວ​ກັບ​ເນື້ອ​​ໃນ​ຄວາມ​ໝາຍ​ຄື: ຫວນ​ຄືນ​ບັນດາ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພົວພັນ 2 ປະ​ເທດ, ພິ​ເສດ​ແມ່ນ​ໄລຍະ​ທາງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 40 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ຮ່ວມ​ມື ຫວຽດນາມ - ລາວ. ຄຽງ​ຂ້າງ​ນັ້ນ 2 ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ​ສົມທົບ​ກັນ​ເພື່ອ​ຈັດ​ຕັ້ງ​ໃຫ້​ຄະນະ​ຜູ້​ແທນ​ທະຫານ​ອາສາ​ສະໝັກ, ນັກ​ຊ່ຽວຊານ ຫວຽດນາມ ຢູ່ ລາວ ​ໄດ້​​ໄປຢ້ຽມຢາມ​ສະໜາມຮົບ​ເກົ່າ​ຢູ່ ລາວ; ຈັດ​ຕັ້ງ​ໃຫ້​ຄະນະ​ຜູ້​ແທນ​ນັກຮົບ​ເກົ່າ, ປະຊາຊົນ ລາວ ​ທີ່ໄດ້​ຮຽງ​ບ່າ​ຮຽງ​ໄຫລ່, ຊ່ວຍ​ເຫຼືອທະຫານ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ ຫວຽດນາມ ລາວ ​ໄດ້​ມາ​ຢ້ຽມຢາມ ຫວຽດນາມ.

***

ສ່ວນ​ໃນ​ອີ​ແມວ​ຂອງ​ເພື່ອນ ​​ເຈີ່ນ​ມີ​ງດຶກ ຢູ່​​ແຂວງ ​ເຫ​ງ້ອານ ຂຽນ​ວ່າ: “ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ: ປະ​ເທດ ລາວ ​ໄດ້​ປ່ຽນ​ແປງ​ໃໝ່​ບາງຂໍ້​ກຳນົດ​ສຳລັບ​​ແຮງ​ງານ​ຕ່າງປະ​ເທດ​ທີ່​ອາ​ໄສ​ຢູ່ ລາວ.  ຜ່ານ​ລາຍການຂ້າພະ​ເຈົ້າຢາກ​ຮູ້​ແຈ້ງກ່ວາ ກ່ຽວ​ກັບ​ບັນດາ​ຂໍ້​ກຳນົດ​ດັ່ງກ່າວ ຂໍ​ຂອບ​ໃຈ”.

ເພື່ອນ ​​ເຈີ່ນ​ມີ​ງດຶກ ທີ່​ຮັກ​ແພງ ! ​ກົມ​ຄຸ້ມ​ຄອງ​ແຮງ​ງານ​ຕ່າງ​ປະ​ເທດ, ສປປ ລາວ ​ໄດ້ກຳນົດ​ໄວ້ວ່າ: ​ເມື່ອ​ເຂົ້າ ລາວ ​ໃນ​ໄລຍະ​ເວລາ 30 ວັນ, ຄົນ​ງານ​ຕ່າງປະ​ເທດ​ຕ້ອງ​ຈົດ​ທະບຽນ ​ແລະ ຂໍ​ໃບ​ອະນຸຍາດ​ເຮັດ​ວຽກ​ໂດຍ​ຜ່ານ​ອົງການ​ຄຸ້ມ​ຄອງ​ແຮງ​ງາ​ນຢູ່​ສູນ​ກາງ ຫຼື ທ້ອງ​ຖິ່ນ. ຕາມ​ຂໍ້​ກຳນົດ​ໃໝ່​ສຸດ, ຄົນ​ງານ​ຕ່າງປະ​ເທດ​ໄດ້​ພັກ​ອາ​ໄສ​ຢູ່ ລາວ ບໍ່​​ກາຍ 5 ປີ. ພາຍຫລັງ​ໝົດກຳນົດ​ເວລາ​ເຮັດ​ວຽກ​ຢູ່ ລາວ, ຄົນ​ງານ​ຕ່າງປະ​ເທດ​ຕ້ອງສົ່ງ​ບັດອອກ​ແຮງ​ງານ​ຄືນ​ໃຫ້​ອົງການ​ຄຸ້ມ​ຄອງ​ແຮງ​ງານ (​ໃນ​ກຳນົດເວລາ 15 ວັນ) ຫຼື ສົ່ງ​ໃຫ້ຕຳຫລວດ​ຢູ່​ດ່ານ​ຊາຍ​ແດນ​​ເມື່ອ​​ເດີນທາງອອກຈາກ​ປະ​ເທດ ລາວ. ຄົນງານ​ຕ່າງປະ​ເທດ​ທັງ​ໝົດ ​ໄດ້​ອະນຸຍາດ​ເຮັດ​ວຽກ​ຢູ່ ສປປ ລາວ ຕ້ອງ​ເສຍ​ອາກອນ​ລາຍ​ຮັບ ​ແລະ ຄ່າ​ທຳນຽມ​​ໃຫ້​ລັດຖະບານ ລາວ ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ. ​ເພື່ອ​​ໃຫ້​​ໄປ​ເຮັດ​ວຽກຢູ່ ລາວ, ຄົນງານ​ຕ່າງປະ​ເທດ​ຕ້ອງ​ຮັບປະກັນ​ບາງ​ເງື່ອນ​ໄຂ​ຄື: ມີ​ສີມືແຮງ​ງານ​ທີ່​​ເໝາະ​ສົມຕຳ​ແໜ່​ງທີ່ຕ້ອງການ; ມີ​ຊີວະ​ປະຫວັດ​ຈະ​ແຈ້ງ; ອາຍຸ​ນັບ​ແຕ່ 20 ປີ​ຂຶ້ນ​ໄປ; ບໍ່​ຕິດ​ພະຍາດ​ຕິດ​ແປດ, ມີ​ກຳ​ລັງ​ຄວາມ​ສາມາດຮັບຜິດຊອບການກະທຳ​ທາງ​ແພ່ງ.

*****

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ຂອງພວກ​ເຮົາ​ໄດ້​ເລີຍ ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ເຮືອນ​ເລກທີ 45 ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼື ໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ ຕາມ​ເບີ​ໂທ 0084​.438.256.631 ຫຼື ອີແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ່ສາມາດ Comment ​ໃນ​ເວັບ​ໄຊ vovworld.vn ຂອງ​ພວກ​ເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ