ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ

(vovworld) – ​​​ໃນ​ອາ​ທິດ​ຜ່ານ​ມາ, ລາຍ​ການ​ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ໄດ້​ຮັບ​​ໂທ​ລະ​ສັບ, ອີ​ແມວ, ​ຈ​າກ​ຜູ້​ຟັງ​ລາວ ທີ່​ສົ່ງ​ມາລາຍການ​ໂດຍຢາກ​ຊອກ​ຮູ້ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ​ - ລາວ. ນອກຈາກ​ນັ້ນ, ທ່ານ​ຜູ້​ຟັງ​ຍັງ​​ເ​ອົາ​ໃຈ​ໃສ່ເຖິງ​ບັນດາ​ເຫດກາ​ນພົ້ນ​ເດັ່ນ​ຂອງ​ຫວຽດນາມ ​ໃນ​ອາທິດ​ຜ່ານ​ມາ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ.

       ໃນ​ອາທິ​ຜ່ານ​ມາ, ມີ​ຜູ້​ຟັງ​ລາວບາງ​ທ່ານ​ໄດ້​ໂທລະ​ສັບມາ​ຍັງລາຍການ​ພາກ​ພາສາ​ລາວ, ວິທະຍຸ​ກະ​ຈາ​ຍສຽງ​ຫວຽດນາມ (VOV) ​ເພື່ອ​ສະ​ແດງ​ຄວາມ​ຂອບ​ໃຈ​ VOV ທີ່​ໄດ້​ຝາກ​ໃບ​ຢັ້ງຢືນ, ຂອງຂວັນ​ໃຫ້​ຜູ້​ຝັງ VOV ຕະຫຼອດ​ໄລຍະ 3 ປີ ​ແລະ 5 ປີ, ນອກ​ນັ້ນ​ທ່ານ​ຜູ​້​ຟັງ​ຍັງ​​ອວຍພອນ​ໃຫ້​ລາຍການ​ພາກ​ພາສາ​ລາວ ນັບ​ມື້​ນັບ​ມີ​ຫຼາຍ​ເນື້ອ​ໃນອຸດົມສົມບູນ, ​ເປັນ​ເອກະລັກ​ສະ​ເພາະ​ກວ່າ​ອີກເພ່ືອ​ຮັບ​ໃຊ້​ຜູ້​ຟັງ.

     ລາຍການ​ພາກ​ພາສາ​ລາວ, VOV ຂໍຂອບ​ໃຈ​ທ່ານ​ຜູ້​ຟັງ​ທັງຫຼາຍ​ທີ່​ໄດ້​ໂທລະ​ສັບ, ສົ່ງ​ອີ​ແມວ​ມາ​ຍັງ​ລາຍການສະ​ແດງ​ຄວາມ​ຂອບ​ໃຈ ​ເມື່ອ​ໄດ້​ຮັບຂອງ​ຂວັນ​ໂດຍ VOV ມອບ​ໃຫ້. ຫວັງ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​ຕິດຕາມຮັບ​ຟັງ ​ແລະ ປະກອບ​ຄຳ​ເຫັນ​ໃຫ້​ລາຍການຫຼາຍ​ກວ່າ​ອີກ, ​ເພື່ອ​ໃຫ້​ລາຍການ​ນັບ​ມື້ນັບ​ອຸດົມ​ສົນ​ບູນ, ດຶດດູດ​ໃຈ​ຜູ້​ຟັງ ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ຂໍ້​ມູນ​ຂອງ​ທ່ານ​ຜູ້ຟັງ.

     ປີ 2015 ​ແມ່ນ​ປີ​ທີ່​ຫວຽດນາມມີ​ເຫດການ​ສຳຄັນຫຼາຍ​ຢ່າງ​ເຊັ່ນ: 70 ປີ​ແຫ່ງ​ວັນ​ສະຖາປະນາ​ປະ​ເທດ ສສ​.ຫວຽດນາມ, 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ, 125 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈິ​ມິນ, 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. VOV ຈັດ​ຕັ້ງ​ການ​ເສັງ “​ເພື່ອນ​ຮູ້​ຫຍັງ​​​ແດ່ກ່ຽວ​ກັບ​ຫວຽດນາມ“, ທີ່ສະຫງວນ​ໃຫ້ຜູ້​ຟັງ​ VOV ທຸກ​ທ່ານ, ​ເຊິ່ງ​​ແມ່ນ​ຊາວ​ຕ່າງປະ​ເທດ​ຢູ່​ທຸກ​ທະວີບ ​ແລະ ຊາວ​ຫວຽດນາມ ​ທີ່​ພວມ​ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ. ການ​ເສັງ​ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 01/03/2015 – 31/06/2015.

        ​ໃນ​​ເວລາ​​ແຕ່​ວັນ​ທີ 01/03 – 31/06/2015, VOV ​ໄດ້​ຮັບ​ບົດ​ເສັ​ງ​ເປັນ​ຈຳນວນ​ຫຼາຍ ຈາກ​​ຜູ້​ຟັງ​ຢູ່​​ຫຼາຍປະ​ເທດ​​ສົ່ງ​ມາ​ຍັງ​ລາຍການ. ປະຈຸ​ບັນ, VOV ​ໄດ້​ປະກາດ​ຜົນ​ຂອງການ​ເສັງ “​ເພື່ອນ​ຮູ້​ຫຍັງ​​​ແດ່ກ່ຽວ​ກັບ​ຫວຽດນາມ“ ​ທາງ​ວິທະຍຸ​ກະຈາຍສຽງ ​ແລະ ອິນ​ເຕີ​ແນດແລ້ວ. ​ດັ່ງ​ນັ້ນ, ທ່ານ​ຜູ້​ຟັງ​ສາມາດ​​ເບິ່ງ​ຄື​ນຢູ່​​ແວບ​ໄຊ vov5.vn ຫຼື vovworld.vn. ​ແລະ ພິທີມອບ​ລາງວັນການ​ເສັງ “​ເພື່ອນ​ຮູ້​ຫຍັງ​​​ແດ່ກ່ຽວ​ກັບ​ຫວຽດນາມ“ ​ໃຫ້​ຜູ້​ຟັງ​ທີ່ໄດ້​ຮັບ​ລາງວັນຈະ​ຖື​ກຈັດ​ຂຶ້ນ​ຢ່າງ​ສົ​ມກຽດໃນ​ວັນ​ທີ 25/09, ຢູ່​ສຳນັກງານ VOV, 58 ຖະໜົນ ກ໋ວານ​ຊື໋, ຮ່າ​ໂນ້ຍ​.

        ​ເພື່ອນ ​ເພດ​ສະ​ມອນ ​ແກ້ວ​ດວງ​ດີ, ຢູ່​ແຂວງ​ວຽງ​ຈັນ, ​ໄດ້ສົ່ງ​ອີ​ແມວ​ມາ​ຍັງລາຍ​ການ​ໃຫ້​ຮູ​້ວ່າ: ຂ້າພ​ະ​ເຈົ້າ​ມັກ​ຟັງ​ລາຍການ 54 ຊົນ​ເຜົ່າ​ຫວຽດນາມ, ​ບັນດາ​ບົດຂຽນ​ຂອງ VOV 5 ​ໄດ້​ສະ​ໜອງ​ຂໍ້​ມູນ​ຫຼາຍ​ຢ່າງ, ຊ່ວຍ​ໃຫ້​ຜູ້​ຟັງ​ສາມາດ​ເຂົ້າ​ໃຈ​ກວ່າກ່ຽວ​ກັບ​ຮີດຄອງ​ປະ​ເພນີ, ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ກໍ​ຄື​ບັນດາ​ຊຸດ​ອາພອນ​ພື້ນ​ເມືອງ​ຂອງ​ບັນດາ​ເຜົ່າ​ຫວຽດນາມ.


ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ - ảnh 1
(ກອງ​ປ​ະຊຸມ​ພົບ​ປະ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ລາວ)

        ​ເພື່ອນ​ສຸກ​ສົ​ມພອນ, ຢູ່​ນະຄອນຫຼວງ​ວຽງ​ຈັນ ​ໄດ້ສົ່ງ​ອີ​ແມວ​ມາ​ຍັງລາຍ​ການ​ໃຫ້​ຮູ​້ວ່າ: ຂ້າພະ​ເຈົ້າ​ສົນ​ໃຈ​ທີ່​ສຸດ​ເຖິງ​ບັນດາ​ຜົນງານ ທີ່​ກ່ຽວຂ້ອງ​ເຖິງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ລາວ - ຫວຽດນາມ. ​ໃນ​ໄລຍະ​ຜ່ານ​ມາ, ຂ້າ​ພະ​ເຂົ້າ​ໄດ້ຮູ້ວ່າ, ຢູ່​ລາວ ​ໄດ້​ຈັດ​ກອງ​ປ​ະຊຸມ​ພົບ​ປະ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ລາວ. ຜ່ານ​ລາຍການ, ຂ້າພະ​ເຈົ້າ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ດ້ານ​ເນື້ອ​ໃນ ​ກໍ​ຄື​ຄວາມ​ໝາຍ​ຂອງ​ກອງ​ປະຊຸມ​ນີ້ຕື່ມ​ອີກ​ໄດ້​ບໍ່?

        ​ເພື່ອນ​ສຸກ​ສົ​ມພອນ ທີ່​ຮັກ​ແພງ, ວັນ​ທີ 11/09 ຜ່ານ​ມາ, ຢູ່​ນະຄ​​ອນຫຼວງ​ວຽງ​ຈັນ, ສະຖານທູດ​ຫວຽດນາມ ປະຈຳ​ລາວ ​ໄດ້​ສົມທົບ​ກັບ​ກະຊວງ​ອຸດສາຫະກຳ​ການ​ຄ້າຫວຽດນາມ ​ຈັດ​ຕັ້ງ​ກອງ​ປ​ະຊຸມ​ພົບ​ປະ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ລາວ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ໂດຍ​ຜູ້ຕາງໜ້າກະຊວງອຸດສາຫະກຳ​ການ​ຄ້າຫວຽດນາມ, ຜູ້ຕາງໜ້າ​ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມ ປະຈຳ​ລາວ ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຫວຽດນາມ - ລາ​ວ; ຮັບ​ຟັງ​ບົດ​ລາຍ​ງານ​ທາບທາມ​ຄວາມ​ເຫັນ​ກ່ຽວ​ກັບ​ສະພາບ​ການ​ລົງທຶນ​ຂອງ​ຫວຽດນາມ ຢູ່​ລາວ. ຕາມ​ນັ້ນ​ແລ້ວ, ​ໄລ່​ຮອດ​ທ້າ​ຍ​ເດືອນ 06/2015 ຫວຽດນາມ ພວມ​ແມ່ນ​ນັກ​ລົງທຶນ​ໃຫຍ່​ອັນ​ດັບ​ທີ 3 ຢູ່ສປປ.ລາວ, ດ້ວຍ 259 ​ໂຄງການ​ລົງທຶນລວມຍອດ​ຈຳນວນທຶນ​ແມ່ນ 3,9 ຕື້ USD. ລາວ​ ກໍ​ແມ່ນ​ຕະຫຼາດ​ລົງທຶນຕ່າງ​ປະ​ເທດ​ໃຫຍ່​ສຸດ​ຂອງ​ຫວຽດນາມ ​ໃນ 6 ​ເດືອນ​ຕົ້ນ​ປີ 2015. ກໍ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຜູ້ຕາງ​ໜ້າ​ກະຊວງ​ອຸດ​ສາ​ຫະກຳ​ການ​ຄ້າ​ຫວຽດນາມ ​ເຜີ​ຍ​ແຜ່​ບັນດາ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ສັນຍາ​ການ​ຄ້າ 2 ຝ່າຍ​ຫວຽດນາມ - ລາວ ​ແລະ ສັນຍາ​ກາ​ນຄ້າ​ຊາຍ​ແດນ​ຫວຽດນາມ ລາວ ທີ່​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ເດືອນ 03 ​ແລະ 06/2015. ທ່ານ​ເລ​ວັນ​ເຟືອງ, ຮອງ​ຜູ້ອຳ​ນວຍ​ການ​ໃຫຍ່​ປະຈຳການ​ບໍລິສັດ​ລົງທຶນ, ພັດທະນາ​ວຽງ​ຈັນ ​ໃຫ້​ຮູ້​ວ່າ.

        “​ເລື່ອ​ງຫວຽດນາມ ​ແລະ ລາວ ລົງ​ນາມ​ໃນສັນຍາ​ການ​ຄ້າ 2 ຝ່າຍ​ຫວຽດນາມ - ລາວ ​ແລະ ສັນຍາ​ກາ​ນຄ້າ​ຊາຍ​ແດນ​ຫວຽດນາມ - ລາວ ​ໃນ​ປີ 2015 ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ສຳລັບ​ບັນດາ​ວິ​ສາ​ຫະກິດ, ປະກອບສ່ວນ​ຍົກ​ສູງ​ວົງ​ເງິນ​ຂາ​ອອກ, ຂາ​ເຂົ້າ​ລະຫວ່າງ 2 ປະ​ເທດ, ສົມ​ກັບ​ຄວາມ​ມຸ່ງ​ຫວັງ​ຂອງ​ລັດຖ​ະບານ ​ແລະ ປະຊາຊົນ 2 ປະ​ເທດ. ພິ​ເສດ, ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ ​ເຂົ້າ​ເຂ​ດຊາຍ​ແດນ, ​ເຂດ​ຫ່າງ​ໄກ​ຊອກ​ຫຼີກ​ຂອງ​ລາວ ໃຫ້ພັດທະນາຈະ​ປະ​ກອບ​ສ່ວນຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ ດີຂຶ້ນ.”

     ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com

ຕອບກັບ

ຂ່າວ/ບົດ​ອື່ນ