ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(vovworld) ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພ​ວກ​ເຮົາ​ຂໍຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງຄ​ຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ​​ໄດ້ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ. ເຊີນ​ທ່ານ​ຕິດ​ຕາມ​ຮັບ​ຟັງ.

        ໃນ​ອາ​ທິດ, ເມື່ອ​ໄດ້​ອ່ານ​ບົດ​ສາ​ລະ​ຄະ​ດີ​ທີ່​ພາດ​ຫົວ​ຂໍ້​ວ່າ “ບັນ​ຍາ​ກາດ​ຕ້ອນ​ຮັບ​ວັນ​ເພງ​ເດືອນ 8 ຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ” ໃນ​ແວບ​ໄຊ vovworld.vn ເພື່ອນ ອ​ຳ​ພາ​ວັນ, ແຂວງ ບໍ່​ແກ້ວ ໄດ້​ແບ່ງ​ປັນ​ວ່າ: ຂ້າ​ພະ​ເຈົ້າ​ຮູ້​ສຶກ​ພາກພູມ​ໃຈ​ທີ່​ສຸດ, ​ເພາະວ່າ, ນອກ​ຈາກ​ບຸນ​ເດັກນ້ອຍ​ສາກົນ (1/6) ​ແລ້ວ, ຢູ່ ຫວຽດ​ນາມ​ ຍັງ​ມີ​ບຸນວັນ​ເພ​ງ​ເດືອນ 8 ທີ່​ສະຫງວນ​ໃຫ້​ເດັກນ້ອຍ​ອີກ, ສິ່ງ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ເທດ​ຂອງ​ພວກ​ເພື​່ອນ​ມີ​ຄວາ​ມ​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ​​ເດັກນ້ອຍ. ຂ້າ​ພະ​ເຈົ້າ​ກໍ​ມັກ​ເຂົ້າໜົມ​ໜຽວ, ​ເຂົ້າໜົມ​ປິ້ງ​ - ເຊິ່ງ​ແມ່ນ​​ເຂົ້າ​ໜົມ​ພິ​ເສດ​ໃນ​ວັນ​ບຸນນີ້, ຂ້າ​ພະ​ເຈົ້າ​ບໍ່​ທັນ​ໄດ້​ກິນ​ເຂົ້າ​ໜົມ​ເຍື່ອງນີ້​ຈັກ​ເທືຶ່ອ​ແຕ່​ຜ່ານ​ບົດ​ຂຽນ​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ແຊບຫຼາຍ​? ​ແລະ​ ຢາກ​ໄດ້​ຊິມ​ເຂົ້າ​ໜົມ​ປະ​ເພດ​ນີ້.”

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1
ຖະ​ໜົນ​ຮ່າງ​ມ້າ​ຍາມ​ວັນ​ເພງ​ເດືອນ 8


        ເພື່ອນ ອຳ​ພາ​ວັນ ທີ່​ຮັກ​ແພງ, ດັ່ງ​ທີ່ເພື່ອນ​ໄດ້​ຮູ້​ແລ້ວວ່າ, ນອກ​ຈາກວັນ​ເດັກນ້ອຍ​ສາກົນ​ທີ 1/6 ​ແລ້ວ, ຫວຽດ​ນາມ​ຍັງ​ມີວັນ​ເພງ​ເດືອນ 8 ທີ່ສະຫງວນ​ໃຫ້​ເດັກນ້ອນອີກ. ໃນ​ວັນ​ນີ້, ​ພໍ່​ແມ່​ມັກຊື້​ເຄື່ອງຫຼິ້ນປະ​ເພດປະ​ເພດ​ຕ່າງໆ​ທີ່​ມີ​ສີ​ຫຼາກຫຼາຍໃຫ້​ລູກ​ເພື່ອ​ໃຫ້​ເດັກນ້ອຍ​ພາກັນ​ລະຫຼິ້ນ​ພາຍ​ໃຕ້​ແສງ​ພະ​ຈັນ. ສ່ວນ​ເຂົ້າໜົມ​ໜຽວ, ​ເຂົ້າໜົມ​ປິ້ງ ​ແມ່ນ​ເຂົ້າ​ໜົມ​ພິ​ເສດ​ຂອງວັນ​ບຸນນີ້. ​ເຂົ້າໜົມ​ປິ້ງມີ​ເປື​ອກ​ເຮັດ​ດ້ວຍ​ແບ້ງ​ເຂົ້າ​ຈີ່ ສ​່ວນ​​​ເປືອກເຂົ້າໜົມໜຽວ​ເຮັດ​ດ້ວຍ​ແບ້ງ​ເຂົ້າ​ໜຽວ, ໃນ​ຂອງ​ເຂົ້າ​ໜົມທັງ 2 ປະ​ເພດນີ້​ປະກອບ​ດ້ວຍ​ຫຼາຍ​ຢ່າງ​ເຊັ່ນ: ໃສ່​ກອກ, ແກ່ນ​ໝາກ​ໂມ, ໃບ​ໝາກ​ນາວຖົ່ວທົ່ວ​ເຫຼືອງ, ຖົ່ວ​ແດງ, ແກ່ນ​ດອກ​ບົວ… ປະ​ຈຸ​ບັນ, ເຂົ້າໜົມ​ໜຽວ, ​ເຂົ້າໜົມ​ປິ້ງມີຫຼາຍ​​ເຄື່ອງໝາຍການ​ຄ້າ, ແຕ່​ລະ​​​ເຄື່ອງໝາຍກໍ່ມີ​ລົດ​ຊາດ​ແຕກ​ຕ່າງ​ກັນ. ເຂົ້າ​ໜົມ​ນີ້​ຖືກ​ວາງ​ຂາຍ​ກ່ອນ​ວັນ​ເພງ​ເດືອນ 8 ກ່​ວາ​ໜຶ່ງ​ເດືອນ ແລະ ຫຼັງ​ ວັນ​ເພງ​ເດືອນ 8, 1 ອາ​ທິດ. ຖ້າ​ຫາກ​ມີ​ໂອ​ກາດເຊີນ​ເພື່ອນ​​ມາ​ຢ້ຽມຢາມ ຫວຽດ​ນາມ ໃນ​ໂອ​ກາດ​ວັນ​ເພງ​ເດືອນ 8 ເພື່ອ​ໄດ້​ຊິມ​​ເຂົ້າໜົມ​ໜຽວ, ​ເຂົ້າໜົມ​ປິ້ງ​ນີ້​.

+++

        ສ່ວນ​ໃນ​ອີ​ແມວ​ຝາກ​ມາ​ລາຍ​ການ, ເພື່ອນ ວັນ​ທາ, ແຂວງ ຫຼວງ​ພະ​ບາງ ໄດ​້​ຂຽນ​ວ່າ: “ຂ້າ​ພະ​ເຈົ້າ​ມັກ​ອ່ານ​ປື້ມຫຼາຍ, ດັ່ງ​ນັ້ນ​ເມື່ອ​ໄດ້​ຮັບ​ຟັງ​ບົດ​ຂຽນ​ກ່ຽວ​ກັບ ວັນ​ບຸນ​ປື້ມ​ເກົ່າ​ໃນ​ລາຍກ​ານ “ວັດ​ທະ​ນະ​ທຳ ຫວຽດ​ນາມ” ຂ້າ​ພະ​ເຈົ້າ​ມີ​ຄວາມ​ສົນ​ໃຈ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ແມ່ນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ດັ່ງ​ນັ້ນ​ອ່ານ​ປື້ມ​ພາ​ສາ ຫວ​ຽດ ແມ່ນ​ການ​ນິ​ຍົມ, ອ່ານ​ປື້ມ​ທັງ​ມີ​ປະ​ໂຫຍດ, ທັງ​ຫຼໍ່​ຫຼອມ​ທັກ​ສະ​ເວົ້າ ​ແລະ ເຂົ້າ​ໃຈ​ພາ​ສາ ຫວຽດ ໃຫ້​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ເຄີຍບອກ​ພີ່​ນ້ອງ​ຊື້​ປື້ມ​ຢູ່ ຫວຽດ​ນາມ ຝາກ​ມາ ແຕ່​ເມື່ອ​ໄດ້​ຟັງ​ກ່ຽວ​ກັບ​ວັນ​ບຸນ​ປື້ມ​ເກົ່າ ແລະ ບັນ​ດາ​ຮ້ານຂາຍ​ປື້ມ​ເກົ່າ​ນັ້ນ ຂ້າ​ພະ​ເຈົ້າ​ຈະ​ບ​ອກ​ພີ່​ນ້ອງ​ຊື້​ປື້ມ​ເກົ່າ​ໃຫ້​ເພື່ອ​ປະ​ຢັດ​ເງິ​ນ​ຊື້​ປື້ມ.”

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 2
ງານ​ບຸນ​ຂາຍ​ປື້ມ​ເກົ່າ


        ເພື່ອນ ວັນ​ທາ ທີ່​ຮັກ​ແພງ, ຊື້​ປື້ມ​ເກົ່າ​ແມ່​ນ​ການ​ເລືອກ​ເຟັ້ນ​ຂອງ​ຜູ້​ນິ​ຍົມ​ປື້​ມ, ນິ​ຍົມ​ວັດ​ທະ​ນະ​ທຳ​ການ​ອ່ານ​ຫຼາຍ​ຄົນ ພິ​ເສ​ດ​ແມ່ນ​ບັນ​ດາ​ເພື່ອ​ນ​ນັກ​ຮຽນ, ນັກ​ສຶກ​ສາ ເຊິ່​ງ​ແມ່ນ​ຜູ້​ບໍ່​ມີ​ເງິນຫຼາຍ. ນ​ອກ​ນັ້ນ, ​ແມ່ນບັນ​ດາ​ຜູ້​ທີ່​ມັກ​ສະ​ສົມ, ຮຽງ​ຮຽງປຶ້ມ​ເກົ່າ​, ​ຍ້ອນ​ມີ​ປື້ມຫຼາຍ​ຫົວ​ໄດ້​ຮັບ​ການ​ພິມ​ຈຳໜ່າຍແຕ່​ດົນ​ແລ້ວ, ປະຈຸ​ບັນບໍ່​ໄດ້​ພິມ​ຈຳໜ່າຍ​ຄືນ​ໃໝ່​ອີກ, ມີ​ປື້ມຫຼາຍ​ຫົວ​ບໍ່​ມີ​ຄຸນ​ຄ່າ​ສຳ​ລັບຜູ້​ນີ້​ແຕ່​ພັດ​ມີ​ຄຸນ​ຄ່າ​ສຳ​ລັບຜູ້​​ອື່ນ ດັ່ງ​ນັ້ນ​ເລື່ອງ​ແລກ​ປ່ຽນ, ຊື້ - ຂາຍ​ປື້ມ​ເກົ່າ​ແມ່ນ​ຈຳ​ເປັນ​ທີ່​ສຸດ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ເພື່ອນ​ຈະ​ຊື້​ໄດ້​ປື້ມ​ເກົ່າຫຼາຍ​ຫົວທັງ​ມີ​ຄຸນຄ່າ, ທັງ​ປະຢັດ​ເງິນ​ໄດ້​​ໃນ​ງານ​ບຸນປື້ມ​ເກົ່ານີ້.

          ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com.

          


ຕອບກັບ

ຂ່າວ/ບົດ​ອື່ນ