ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(vovworld) – ໃນ​ອາ​ທິດ​ຜ່ານ​ມາ, ລາຍ​ການ​ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ໄດ້​ຮັບ​​ໂທ​ລະ​ສັບ, ອີ​ແມວ, ​ຈ​າກ​ຜູ້​ຟັງ​ລາວ ທີ່​ສົ່ງ​ມາລາຍການ​ໂດຍຢາກ​ຊອກ​ຮູ້ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ ຫວຽດນາມ​ - ລາວ. ນອກຈາກ​ນັ້ນ, ທ່ານ​ຜູ້​ຟັງ​ຍັງ​​ເ​ອົາ​ໃຈ​ໃສ່ເຖິງ​ບັນດາ​ເຫດກາ​ນພົ້ນ​ເດັ່ນ​ຂອງ​ຫວຽດນາມ ​ໃນ​ອາທິດ​ຜ່ານ​ມາ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ.

ເພື່ອນ ມາລີ​ວົງ, ນັກ​ສຶກສາລາ​ວ ພວມ​ຮໍ່າຮຽນ​ຢູ່​ມະຫາວິທະຍາ​ໄລ​ຊັບ​ພະ​ວິຊາ ຫວຽດນາມ ສົ່ງ​ອີ​​ແມວ​ມາ​ຍັງ​ລາຍການ​ໂດຍ​ແບ່ງປັນ​ວ່າ: ຂ້າພະ​ເຂົ້າ​ໄດ້​ອ່ານ, ຟັງ​ຂ່າວ​ຜ່ານ​​ເວັບ​ໄຊ​ຂອງ VOV ​ເປັນ​ປະຈຳ, ພິ​ເສດ​ແມ່ນ​​ເວັບ​ໄຊ ພາສາ​ລາວ, ຜ່ານ​ບັນດາ​ບົດ​ຂຽນ, ພາບ​ສາລະ​ຄະດີ ​ແລະ ວິ​ດີ​ໂອ​ໃນ​ເວັບ​ໄຊ​ນີ້ ຂ້າ​ພະ​ເຈ​ົ້າ​ໄດ້​ເຂົ້າ​ໃຈກວ່າກ່ຽວ​ກັບຊີວິດ​ການ​ເປັນ​ຢູ່ຂອງ​ຊາວ​ຫວຽດນາມ​. ຂໍ​ອວຍພອນ​ໃຫ້​ VOV ນັບ​ມື້​ນັບ​ພັດທະນາ​ກວ່າອີກ.

ເພື່ອນ ສີສະ​ມຸດ ຢູ່​ແຂວງ ຈຳ​ປະ​ສັກ ​ສົ່ງ​ອີ​ແມວ​ມາ​ຍັງ​ລາຍການ​ໂດຍໃຫ້​ຮູ້​ວ່າ, ຂ້າພະ​ເຈົ້າ​ໄດ້​ຕິດຕາມລາຍການ​ຕອບຈົດໝາຍ​ຂອງ​ທ່ານ​ຜູ້ຟັງ​ຝາກ​ມາລາ​ຍການ​ພາກ​ພາສາ​ລາວ​ເປັນ​ປະຈຳ, ຜ່ານ​ລາຍການ​ນີ້ ຂ້າພະ​ເຈົ້າ​ໄດ້​ເຂົ້າ​ໃຈ​ກ່ຽວ​ກັບ​ຮີດຄອງ​ປະ​ເພ​ນີ້ ກໍ່​ຄື​ຊີວິດ​ປະຈຳ​ວັນ​ຂອງ​ຊາວ​ຫວຽດນາມ ຫຼາຍ​ກວ່າ​ອີກ. ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໃຫ້​ລາຍການ​ນັບ​ມື້​ນັບ​ພັດທະນາ


ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1
(​ພິທີ​ມອບ​ທຶນ​ສຶກ​ສາ​ຂອງ​ລັດຖະບານ​ຫວຽດນາມ
ໃຫ້​ລູກ​ຫລານ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ)


ເພື່ອນ ມີນາ ​ແກ້ວ​ມາລີ​ວົງ, ​ຢູ່​ແຂວງ ບໍ​ແກ້ວ ​ໄດ້​ສົ່ງ​ອີ​ແມວ ມາ​ລາຍ​ການ​ໂດຍ​ຖາມ​ວ່າ: ​ໃນ​ອາທິດ​ຜ່ານ​​ມາ, ຂ້າພະ​ເຂົ້າ​ໄດ້ຮູ້​ຂ່າວ​ວ່າ, ສະຖານທູດ​ຫວຽດນາມ ປະຈຳ​ລາວ ​ໄດ້​ຕາງໜ້າ​ໃຫ​້ລັດຖະບານ​ຫວຽດນາມ​ ມອບ​ທຶນສຶກສາ​ໃຫ້​ບັນດາ​ນັກຮຽນ​ຢູ່ລາວ. ຂ້າພະ​ເຈົ້າ​ຢາກ​ຖາມ​ວ່າ, ທຶນ​ສຶກສາ​ນັ້ນ ​ໄດ້​ສະຫງວນ​ໃຫ້​ສະ​ເພາະ​ນັກຮຽນ​ເຊິ່ງ​ເປັນ​ຊາວ​ຫວຽດນາມ ອ​າຢູ່​ລາວ​ເທົ່າ​ນັ້ນບໍ່ ຫຼື ວ່າມ​ອບ​ໃຫ້ທັງ​ນັກ​ຮຽນ​ລາວພ້ອມ? ​ບັນດາ​ເປົ້າໝາຍ​ຄື​ແນວ​ໃດຈຶ່ງ​ຈະ​ໄດ້​ຮັບ​ທຶນ​ສຶກສາ​ດັ່ງກ່າວນັ້ນ?

ເພື່ຶອນ ມີນາ ​ແກ້ວ​ມາລີ​ວົງ ທີ່​ຮັກ​ແ​ພງ, ວັນ​ທີ 08/10 ຜ່ານ​ມາ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ສະຖານທູ​​ດຫວຽດນາມ ປະຈຳ​ລາວ ​ໄດ້​ຈັດ​ພິທີ​ມອບ​ທຶນ​ສຶກ​ສາ​ຂອງ​ລັດຖະບານ​ຫວຽດນາມ ໃຫ້​ລູກ​ຫລານ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ​ ປີ 2015. ນີ້​ແມ່ນແຜນ​ການ​ຫັນ​ສັນ​ຍາ​ຮ່ວມ​ມື​ສອງ​ຝ່າຍ​ກ່ຽວ​ກັບ​ການ​ສຶກ​ສາ ບຳ​ລຸງ​ສ້າງ​ລະ​ຫວ່າງ​ສອງ​ລັດ​ຖະ​ບານ ລາວ ແລະ ຫວຽດ​ນາມ ປີ 2015 ​ແລະ ແຜນ​ການ​ຮ່ວມ​ມື​ການ​ສຶກ​ສາ ແລະ ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ປີ 2015 ລະ​ຫວ່າງສອງ​ກະ​ຊວງ​ສຶກ​ສາ​ບຳ​ລ​ຸງ​ສ້າງ ຫວຽດ​ນາມ ແລະ ກະ​ຊວງ​ສຶກ​ສາທິ​ການ ແລະ ​ກິ​ລາ​ລາວ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ຕາມທ່ານ ຫງວຽນ​ແມ້ງ​ຮຸ່ງ, ເອກ​ອັກ​ຄະ​ລ​ັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລາວ ​ແລ້ວ, ການມອບທຶນ​ສຶກ​ສາແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ຂອງ​ພັກ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ສະ​ຫງວນ​ໃຫ້​ແກ່​ນັກ​ຮຽນ​ນັກ​ສຶກ​ສາ ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ​ເທົ່າ​ນັ້ນ. 


ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 2
(ພາບປະກອບ)

ເພື່ອນ ທິດາ ມາ​ໄຊ​ນະ​ວົງ, ຢູ່​ແຂວງ ຫົວພັນ ​ໄດ້​ສົ່ງ​ອີ​ແມວ ມາ​ລາຍ​ການ​ໂດຍ​ຖາມ​ວ່າ: ຂ້າພະ​ເຈົ້າ​ໄດ້​ຍິນ​ຂ່າວ​ວ່າ ຫວຽດນາມ ພວມ​ປະຕິບັດແຜນການຫັນ​​ລະບົບ​ສົ່ງ​ສັນຍານ ​ແລະ ກະ​ຈາ​ຍຄື້ນ​ໂທລະພາບ​ໜ້າ​ດິນ​​ເປັນ​ດີ​ຈີ​ຕອນ. ​ໂຄງການ​ຫັນ​​ລະບົບ​ສົ່ງ​ສັນຍານ ​ແລະ ກະ​ຈາ​ຍຄື້ນ​ໂທລະພາບ​ໜ້າ​ດິນ​​ເປັນ​ດີ​ຈີ​ຕອນ​ນີ້​ມີ​ຜົນ​ປະ​ໂຫຍ​ດຄື​ແນວ​ໃດ? ວິວັດ​ການ​ຫັນ​​ລະບົບ​ສົ່ງ​ສັນຍານ ​ແລະ ຈະ​ຈາ​ຍຄື້ນ​ໜ້າ​ດິນ​ໂທລະພາບ​ເປັນດີ​ຈີ​ຕອນ​ຢູ່​ຫວຽດນາມ ຄື​ແນວ​ໃດ?

ເພື່ອນ ທິດາ ມາ​ໄຊ​ນະ​ວົງ ທີ່​ຮັກ​ແພງ, ​ໃນ​ໄລ​ຍະ​ຜ່ານ​ມາ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ​ໄດ້​ອະນຸມັດ​ຜ່ານ​ແຜ​ນຮ່າງຫັນ​​ລະບົບ​ສົ່ງ​ສັນຍານ ​ແລະ ກະ​ຈາ​ຍຄື້ນ​ໂທລະພາບ​ໜ້າ​ດິນ​​ເປັນ​ດີ​ຈີ​ຕອນ​ຮອດ​ປີ 2020. ​ເຊິ່ງຕາມ​ນັ້ນ​ແລ້ວ, ບັນດາ​ຜູ້​ຊົມ​ຈະ​​ສາມາດ​ຮັບຊົມ​ບັນດາລາຍການ​ໂທລະພາບ​ດີ​ຈີ​ຕອນດ້ວຍ​ເນື້ອ​ໃນ​ອຸດົມສົມບູນ​ກວ່າ, ມີຄຸນ​ນະພາ​ບກ​ວ່າ ​ແລະ ​ມີ​ຫຼາຍ​ລາຍການ​ກວ່າ​ເມື່ອ​ທຽບ​​ໃສ່​​ໂທລະພາບ​ທຳ​ມະ​ດາ. ຕາມ​ແຜນ​ຮ່າງ​ເຊິ່ງ​ນາຍົກລັດຖະມົນຕີ​ໄດ້​ເຊັນອະນຸມັດ​ແລ້ວນັ້ນ, ວິວັດ​ການ​ຫັນ​​ລະບົບ​ສົ່ງ​ສັນຍານ ​ແລະ ​ຈາ​ຍຄື້ນ​ໂທລະພາບ​ໜ້າ​ດິນເປັນ​ດີ​ຈີ​ຕອນ​ຢູ່​ຫວຽດນາມ ຈະ​ມີ 4 ​ໄລຍະ: ​ໄລຍະ​ທີ 1 ​ແມ່ນ​ຜັນ​ຂະຫຍາຍຢູ່ 5 ​ນະຄອນ​ສູນ​ກາງ​ຄື ຮ່າ​ໂນ້ຍ, ຫາຍ​ຟ່ອງ, ນະຄອນ​ໂຮ່ຈິ​ມິນ, ​ເກີນ​​ເທີ, ນະຄອນດ່າ​ນັ້ງ ​​ໃຫ້​ສຳ​​ເລັດ​ໃນ​ປີ 2015; ​ໄລຍະ 2: ຈະ​ຜັນ​ຂະຫຍາຍ​ຢູ່ 26 ​ແຂວງ​ໃນປີ 2016; ​ໄລຍະ​ທີ 3 ຈະ​ຜັນ​ຂະຫຍາຍ​ຢູ່ 18 ​ແຂວງ​ໃນປີ 2018, ​ແລະ ສຸດ​ທ້າຍ​ແມ່ນ​ໄລຍະ​ທີ 4 ຈະ​ຜັນ​ຂະຫຍາຍ​ຢູ່ບັນດາ​ແຂວງ, ນະຄອນ ​ແລະ ທ້ອງ​ຖິ່ນ​ຍັງ​ເຫຼືອ​ໃນ​ປີ 2020.

ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ສົ່ງອີ​ແມວດ້ວຍ​ລະຫັດ laovov@yahoo.com ຫຼື laovov5@gmail.com. ຂໍ​​​ອວຍພອນ​ໃຫ້​ທ່ານ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ມີ​ຄວາມ​ຜາ​ສຸກ.

ຂ່າວ/ບົດ​ອື່ນ