ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຮັບຈົດ​ໝາຍ, ອີ​ແມວ ໂທ​ລະ​ສັບ​ 181 ສະ​ບັບຈາກ​ຜູ້​ຝັງຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ. ໃນ​ນັ້ນ​ລາຍ​ກະ​ຈາຍ​ສ​ຽງ​ພາກ​ພາ​ສາ​ລາວ ໄດ້​ຮັບອີ​ແມວ, ໂທ​ລະ​ສັບ 4 ສະ​ບັບຈາກ​ທ່ານ​ຜູ້​ຟັງ​ລາວ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ. 

      ເພື່ອນລັດ​ທະ​ວົງ, ແຂວງ ຊຽງ​ຂວາງ ໄດ້​ໂທ​ລະ​ສັບ​ຫາ​ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ ຢາກ​ໃຫ້​ບາງ​ຂໍ້​ມູນ​ກ່ຽວ​ກັບງານ​ມະ​ໂຫລ​ານ 5 ປະ​ເທດ​ອາ​ຊຽນ, ເຊິ່ງ​ຈະ​​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ພາງ​ກາງ​ຫວຽດ​ນາມ ໃນ​ເດືອນ 07 ນີ້.

     ເພື່ອນລັດ​ທະ​ວົງ ທີ່​ຮັກ​ແພງ, ໃນ​ລະ​ຫວ່າງວັນ​ທີ 18 – 25/07, ຢູ່​ແຂວງ ກວາງ​ຈີ້, ກົມ​ສິ​ລະ​ປະ​ການ​ສະ​ແດງ​ໄດ້​ເປັນ​ປະ​ທານ, ສົມ​ທົບ​ກັບພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່​ອງ​ທ່ຽ​ວ​ແຂວງກວາງ​ຈີ້, ກົມ​ຮ່ວມ​ມື​ສາ​ກົນ, ສະ​ມາ​ຄົມ​ນັກ​ສິ​ລ​ະ​ປິນ​ຟ້ອນ​ຫວຽດ​ນາມ, ສະ​ມາ​ຄົມ​ນັກ​ດົນ​ຕ​ີ​ຫວຽດ​ນາມ ຈັດ​ຕັ້ງ “ງານ​ມະ​ໂຫລານ​ສິລະ​ປະ 5 ປະ​ເທດ ຫວຽດນາມ, ລາວ, ກຳປູ​ເຈຍ, ມຽນມາ ​ແລະ ​ໄທ - 2016”. ງານ​ມະ​ໂຫລານ​ຄັ້ງ​ນີ້​ມີ​ການ​ເຂົ້າ​ຮ່ວມ​ຂອງ 21 ກ​ອງ​ສິລະ​ປະ​ໃນ​ນັ້ນ​ມີ 4 ກອງ​ສິລະ​ປະ​ຕ່າງປະ​ເທດ​ທີ່​ມາ​ຈາກ: ກຳ​ປູ​ເຈຍ, ລາວ, ມຽນມາ, ​ໄທ. ດ້ວຍ​ນັກ​ສິ​ລະ​ປີນ, ນັກ​ສະ​ແດງເກືອບ 960 ຄົນ, ຈະ​ສະ​ແດງ 221 ລາຍ​ການ. ບັນດາ​ລາຍ​ການ​ສິລະ​ປະ​​ທີ່ຈະ​ສະ​ແດງ​​ໃນ​ງານ​ມະ​ໂຫລານຄັ້ງ​ນີ້ິ້ມີ​ເນື້ອ​ໃນ​ສະ​ແດງ​​ໃຫ້​ເຫັນຄວາ​ມງາມ​ຂອງ​ບ້ານ​ເກ​ີດ​ເມືອງ​ນອນ, ປະ​ເທດ​ຊາດ, ມະນຸດ, ຄວາມ​ເປັນ​ເອກະ​ລັ​ກສະ​ເພາະ​ຂອງ​ແຕ່ລະ​ເຂດ​ພາກ, ບັນດາ​ຜົນງານ​ຂອງ​ຊາດ ທີ່​ບັນລຸ​ໄດ້​ໃນ​ອະ​ດິດຕະການ ​ແລະ ​ໃນປະຈຸ​ບັນ​ຂອງ​ກຸ່ມ​ອາ​ຊຽນ, ພິ​ເສດ​ແມ່ນ​ນຳ້​ໃຈ​ມິດຕະພາບ​ຂອງ​ບັນດາ​ປະ​ເທດ ຫວຽດນາມ, ລາວ, ກຳປູ​ເຈຍ, ມຽນມາ ​ແລະ ​ໄທ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ສິລະ​ປະ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ຄວາມ​ສາມັກຄີ​ມິດຕະພາບ, ການ​ຮ່ວມ​ມື​ພ້ອມ​ກັນ​ພັດທະນາ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ປະຊາ​ຄົມ​ອາ​ຊຽນ; ​ແນະນຳ, ​ໂຄສະນາ​ກ່ຽວ​ກັບ​ວັດທະນະທຳ, ສິລະ​ປະ, ປະ​ເທດ​ຊາດ, ຊາວ ຫວຽດນາມ ​ເຖິງ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ພ້ອມ​ທັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ສິລະ​ປິນປະ​ເທດ​ຕ່າງໆ​ໄດ້​ພົບ​ປະ, ພົວພັນ​ແລກປ່ຽນ, ຮຳ່ຮຽນ​ເອົາ​ບົດຮຽນໃນ​ການ​ອອກ​ແຮງ​ງານ, ປະດິດສ້າງ​ສິລະ​ປະ..​.


ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1
(ພາບ​ປະ​ກອບ: thanhnien.vn)

     ເພື່ອນ​ວົງ​ຄຳ, ຢູ່​ແຂວງ​ຫົວ​ພັນ ໄດ້​ສົ່ງ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ​ຖາມ​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຂ່າວ​ກ່ຽວ​ກັບຄະ​ນະ​ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ນະ​ຄອນ​ໂຮ່​ຈິ​ມິນ ໄປ​ລາວ ເພື່ອ​ປະ​ຕິ​ບັດ​ວຽກ​ງານ​ອາ​ສາ​ສະ​ໝັກ. ຂ້າ​ພະ​ເຈົ້າ​ຢາກ​ຮູ້​ວ່າ, ຄະ​ນະ​ຊາວ​ໜຸ່ມ​ອາ​ສາ​ສະ​ໝັກນັ້ນ​ຈະ​ເຮັດ​ວຽກ​ຢູ່​ແຂວງ​ໃດ? ມີ​ການ​ເຄື່ອນ​ໄຫວ​​ຄື​ແນວໃດ​ໃນ​ຄັ້ງ​ນີ້?

   ເພື່ອນ​ວົງ​ຄຳ ທີ່​​ຮັກ​ແພງ, ວັນ​ທີ 10/7, ມີຊາວໜຸ່ມອາສາສະໝັກຂອງນະຄອນ ໂຮ່ຈີມິນ ເກືອບ 100 ຄົນໄດ້ເດີນທາງໄປຍັງປະເທດສປປ.ລາວ ເພື່ອປະຕິບັດການເຄື່ອນໄຫວອາສາສະໝັກຍາມລະດູຮ້ອນ. ຕາມນັ້ນ​ແລ້ວ, ລາຍການໄດ້ຮັບການປະຕິບັດນັບແຕ່ວັນ​ທີ 10 ເຖິງວັນທີ 21/7 ຢູ່ 2 ແຂວງ​ແມ່ນແຂວງອັດຕະປື ແລະ ຈຳປາສັກ, ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍ ຫຼາຍຢ່າງ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ ໃຫ້ປະຊາຊົນທ້ອງຖີ່ນ. ​ລະ​ອຽດ​ແມ່ນ, ບັນດາໜ່ວຍອາສາສະໝັກຈະຈັດຕັ້ງການກວດພະຍາດ, ແຈກຢາຍຢຸກຢາ ໂດຍບໍ່ເສຍຄ່າໃຫ້ປະຊາຊົນປະສົບກັບຄວາມຫຍຸ້ງຍາກ; ມອບຕູ້ຢາໃຫ້ສຸກສາລາ ຢູ່ບ້ານຕ່າງໆ; ຈັດຕັ້ງການແບ່ງປັນບົດຮຽນໃນການກວດ ແລະ ປິ່ນປົວພະຍາ​ໃຫ້ພະນັກງານ​ການ​ແພດ​ທ້ອງ​ຖິ່​ນ; ຝຶກອົບຮົມ​ບົດຮຽນ​ກ່ຽວ​ກັບ​ການ​ປູ​ກຝັງ, ລ້ຽງສັດ, ການ​ນຳ​ໃຊ້​ວິທະຍາສາດ​ເ​ຕັກ​ນິກ​ໃນ​ການ​ຜະລິດ​ກະສິກຳ​ໃຫ້​ແກ່​ຊາວ​ທ້ອງ​ຖິ່ນ. ​ພ້ອ​ມ​ກັນ​ນັ້ນ, ຍັງ​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ເພື່ອ​ໜູ​ນ​ຊ່ວຍ​ບັນ​ດາ​ນັກ​ຮຽນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຄື: ມອບ​ເຄື່ອງ​​ໃນ​ແກ່​ການ​ຮ່ຳ​ຮຽນ, ທຶນ​ສຶກ​ສາ, ມອບ​ເຄື່ອງ​ກິ​ລາ ແລະ ກອມ​ພິວ​ເຕີ​ໃຫ້​ຄະ​ນະຊາວ​ໜຸ່ມ 2 ແຂວງ ເພື່​ອ​ແນ​ໃສ່​ຮັບ​ໃຊ້​ວຽກ​ງານ​ສຶກ​ສາ IT ໃຫ້​ຊາວ​ໜຸ່ມ, ເຍົ​າ​ວະ​ຊົນ​ຢູ່​ທ້ອງ​ຖິ່ນ. ບັນ​ດາໜ່ວຍອາສາສະໝັກຍັງ​ໄດ​້​ຈັດ​ຕັ້ງ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນຳ​ທຳ, ສິ​ລະ​ປະ, ກິ​ລາກາຍ​ຍ​ະ​ກຳ​ກັບ​ຊາວ​ໜຸ່ມ 2 ແຂວງ; ພ້ອ​ມ​ທັງ​ມອບ​ເຮືອນ​ມິດ​ຕະ​ພາບ “ໄວ​ໜຸ່ມ​ຫວຽດ​ນາມ - ລາວ”  ຫຼັງ​ໜຶ່ງ​ໃຫ້ 2 ແຂວງ​ດັ່ງ​ກ່າວ. ຕາມ​ຄະນະ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈິ​ມິນ​ແລ້ວ, ບັນດາ​ການ​ເຄື​່ອນ​ໄຫວ​​ອາ​ສາ​ສະ​ໝັກ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​​ນ້ຳ​ໃຈສາມັກຄີ​​ມິ​ດ​ຕະ​ພາບລະຫວ່າງ​​ຄະ​ນະ​ຊາວ​ໜຸ່ມ, ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ສອງ​ປະ​ເທດ, ປະ​ກອບສ່ວນ​ສ້າງ​ຄວາມ​ສາມັກຄີ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ຫວຽດນາມ - ລາວ. ຜ່ານ​ນັ້ນ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ກັບ​ຕ່າງປະ​ເທດ​ຂອງ​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ນະຄອນ​ໂຮ່ຈີ​ມິນ​ ໃນ​ວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ, ປະຕິບັດ​ລາຍການ​ຮ່ວມ​ມື​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ​ລະຫວ່າງ​ນະຄອນກັບ ບັນດາ​ທ້ອງ​ຖີ່​ນຂອງ​ລາວ.

    ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື​້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com.

ຂ່າວ/ບົດ​ອື່ນ