ຄັດສະເໜີເນື້ອໃນຈົດໝາຍແລະຕອບຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການ

ອາ​ທິດ​ຜ່ານ​ມາ, ພາ​ກ​ພາ​ສາ​ລາວໄດ້​ຮັບ​ 3 ອີ​ແມວ, 2 ໂທ​ລະ​ສັບ ແລະ ຈົດ​ໝາຍ 1 ສະ​ບັບ​ຈາກ​ທ່ານ​ຜູ້​ຟັງ​ລາວ. ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ເຮົາ​ຂໍຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ​ຝາກ​ມາ​ລາຍ​ການ. 

        ທ່ານ ໄກ​ຄຳ, ແຂວງ ສາ​ລາ​ວັນ ໄດ້​ຝາກ ອີ​ແມວ​ມາ​ຍັງ​ລາຍ​ການ​​​ໃນ​ນັ້ນ​ແບ່ງປັນ​ວ່າ: ໄລ​ຍະ​ມໍ່ໆ​ມານີ້, ເມື່ອ​ຮັບ​ຟັງ​ວິ​ທະ​ຍ​ຸ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ມີຫຼາຍ​ຂ່າວ​ກ່ຽວ​ກັບ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ແມ່ນ​ທະ​ຫານ​ທີ່​ຫາກໍ່​ໄດ້​ພັກ​ກິນ​ເບ້ຍ​ບຳ​ນານ​ດັ່ງ​ນັ້ນ​ກໍ່​ມີ​ຄວາມ​ສົນ​ໃຈ​ເຖິງ​ສິ່ງ​ດັ່ງ​ກ່າວ. ຜ່ານ​ລາຍ​ການ​ຂ້າ​ພະ​ເຈົ້າ​ຢາກ​ຮູ້​ແຫຼ່ງ​ຂ່າວ​ບາງ​ຢ່າງ​ກ່ຽວ​ກັບ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມໄດ້​ບໍ່? ແລະ ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ?

ຄັດສະເໜີເນື້ອໃນຈົດໝາຍແລະຕອບຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການ - ảnh 1

ພາບ​ປະ​ກອບ

ທ່ານ ໄກ​ຄຳ ທີ່​ຮັກ ກ່ອນນີ້ 7​0 ປີ, ໂດຍ​ໄດ້​ຮັບຄຳ​ສັ່ງ​ຂອງ​ປະ​ທານ ໂຮ່​ຈີ​ມິນ, ວັນ​ທີ 22/12/1944, ຢູ່​ເຂດ​ປ່າ ​​ເຈີ​ນຮື​ງດ້າວ, ຕາ​ແສງ ຕາມ​ກິມ, ​ເມືອງ ງວຽນບິ່ງ, ​ແຂວງ​ກາວ​ບັ່ງ, ກອງ ​ໂຄສະນາທະຫານປົດ​ປ່ອຍ​ຫວຽດນາມໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ. ນີ້​ແມ່ນກອ​ງທະຫານ​ຕົ້ນ​ຕໍ​ທຳ​ອິດ​ຂອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ວິ​ລະ​ຊົນ. ຈາກນັ້ນ, ວັນ​ທີ 22/12/1944 ໄດ້ຮັບ​ຖື​ເປັນ​ວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ນີ້ກໍ່​ແມ່ນ​ວັນ​ມູນ​ເຊື້ອ​ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊ​າ​ຊົນ ຫວຽດ​ນາມ. ໃນ​ຕະຫຼອດ 70 ປີ​ຜ່ານ​ມາ, ພະ​ນັກ​ງານ, ນັກ​ຮົບ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ​ລຸ້ນ​ຕ່າງໆໄດ້​ຜ່ານ​ຜ່າ​ຄວາມ​ລຳ​ບາກ, ກາ​ກກຳຫຼາຍ​ຢ່າງ, ສ້າງ​ວິ​ລະ​ກຳຫຼາຍ​ຢ່າງ, ປະ​ກອບ​ສ່ວນ​ເໝາະ​ສົມ​ເຂົ້າ​ໃນ​ພາ​ລະ​ກິດ​ປົດ​ປ່ອຍ​ຊາດກໍ່​ຄື​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ ຫວຽດ​ນາມ, ສົມ​​ເປັນ​ນາມ​ມະ​ຍົດ​ອັນ​ສູງ​ສົ່ງ​ໂດຍ​ປະ​ຊາ​ຊົນ​ມອບ​ໝາຍ​ໃຫ້​ນັ້ນ​ແມ່ນ “ທະ​ຫານ​ລຸງ​ໂຮ່”.

        ໃນ​ການ​ປະ​ຊຸມ​ຂ່າວ​ໂດຍ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ສົມ​ທົບ​ກັນ​ຈັດ​ຕັ້ງ​ໃນ​ທ້າຍ​ເດືອນ 11 ຜ່ານ​ມາ​ໃຫ້​ຮູ້​ວ່າ, ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອ​ງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ (22/12/1944 – 22/12/2014) ​ແລະ 25 ປີ​ແຫ່ງ​ວັນ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ (22/12/1989 – 22/12/2014), 70 ປີ​ແຫ່ງວັນ​ມູນ​ເຊື້ອ​ກົ​ມ​ໃຫ​ຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ (22/12/1944 – 22/12/2014), ຖືກ​ຈັດ​ຂຶ້ນ​ດ້ວຍ​ລະ​ດັບ​ຊາດ. ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສົມ​ທົບ​ກັບ​ບັນ​ດາຄະ​ນະ, ຂະ​ແໜງ​ການ, ທ້ອງ​ຖີ່ນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແທດ​ຈິງຫຼາຍ​ຢ່າງ​ຄື: ພິ​ທີ​ຍ້ອງ​ຍໍ​ຊົມ​ເຊີຍ​ຊາວ​ໜຸ່ມກອງ​ທັບ ແລະ ຊາວ​ໜ​ຸ່ມ​ຕຳຫຼວດ “ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ ໂຮ່​ຈີ​ມິນ ໄລ​ຍະ 2012 - 2014” ໃນ​ວັນ​ທີ 7/12, ລາຍ​ການ “ເດີນ​ທາງ​ກັບ​ເມືອ​ກົກ​ເ​ຄົ້າ​ເຫງົ້າ​ກໍ” ຂອງ​ຊາວ​ໜຸ່ມກອງ​ທັບ​ຖືກ​ດຳ​ເນີນ​ໄປ​ຢູ່​ແຂວງ ກາວ​ບັ່ງ, ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ “ກອງ​ທັບ​ວິ​ລະ​ຊົນ​ຂອງ​ປະ​ເທດຫວຽດ​ນາມ ວິ​ລະ​ຊົນ”, ງານ​ວາງ​ສະ​ແດງ​ຜົນ​ງານ 70 ປີ​ແຫ່ງ​ການ​ສ້າງ​ຕັ້ງ, ແລະ ເຕີບ​ໃຫຍ່​ຂອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ…

        ຖ້າ​​ຜູ້​ຟັງ​ທ່ານ​ໃດ​ຢາກ​ຮູ້​ແຈ້ງ​ກ່​ວາ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ໃນ​ວັນ​ບຸນ​ໃຫຍ່​ຂອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ນີ້, ອາດ​ຈະ​ເຂົ້າ​ຊົມ​ລາຍ​ການ​ “70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັ​ບ​ປະ​ຊາ​ຊົນ ຫວຽດ​ນາມ” ໃນ​ແວບ​ໄຊ: vovworld.vn ຫຼື vov5.vn ຂອງ​ພວກ​ເຮົາ.

++++

        ເພື່ອນ ລັດ​ດາ​ພອນ, ຢູ່​ນະ​ຄອນຫຼວງ ວຽງ​ຈັນ ໄດ້​ໂທ​ລະ​ສັບ​ຫາ​ລາຍ​ການ​​ໂດຍຖາມ​ວ່າ: ຂ້າ​ພະ​ເຈົ້າ​ຮັບ​ຟັງ​ວິ​ທະ​ຍຸ ແລະ ອ່ານ​ໜັງ​ສື​ພິມ​ເຄີຍ​ມີ​ແຖ​ວ​ໜັງ​ສື: “ຈຸດ​ໝາຍ​ສະ​ຫັດ​ສະ​ຫວັດ​ຂອງ ສ​ປ​ຊ”, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ​ມີ 8 ຈຸ​ດ​ໝາຍ, ແຕ່​ຢາກ​ຖາມ​ວ່າ 8 ຈຸດ​ໝາຍນັ້ນ​ແມ່ນ​ຫຍັງ​ແດ່?.

        ເພື່ອນ ລັດ​ດາ​ພອນ ທີ່​ຮັ​ກ​ແພງ, 8 ຈຸດ​ໝາຍ​ສະ​ຫັດ​ສະ​ຫວັດ​ຂອງ ສ​ປ​ຊ ແມ່ນ: ລົບ​ລ້າງ​ສະ​ພາບ​ຂາດ​ທັນ​ຍາ​ການ ແລະ ອຶດ​ຫິວ; ປະ​ຕິ​ບັດ​ສຳ​ເລັດ​ການ​ສຶກ​ສາ​ຂັ້ນ​ປະ​ຖົມພາກ​ບັງຄັບ; ຍົກ​ສູງ​ຄວາມ​ສະ​ເໝີ​ພາບລະ​ຫວ່າງ​ຍິງ - ຊາຍ, ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ແມ່​ຍິງ; ຫລຸດ​ຜ່ອນ​ອັດ​ຕາ​ການ​ຕາຍ​ຂອງ​ເດັກ; ປັບ​ປຸງ​ສຸ​ຂະ​ພາບ​ຂອງ​ແມ່; ປ​້ອງ​ກັນ, ຕ້ານ HIV ໂລກ​ເອດ, ໄຂ້​ຍຸງ ແລະ ບັນ​ດາ​ໂລກ​ພະ​ຍາດ​ອື່ນໆ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ສິ່ງ​ແວດ​ລ້ອມ; ເພີ່ມ​ທະ​ວີ​ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ກັບທົ່​ວ​ໂລກ​​ເພື່ອ​ພັດ​ທະ​ນາ.

ຄັດສະເໜີເນື້ອໃນຈົດໝາຍແລະຕອບຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການ - ảnh 2
ຮ້ານ​ຂາຍ​ເຄື່ອງ​ປະ​ດັບ

        ສ່ວນ​ທ່ານ ວັນ​ວິ​ໄລ, ແຂວງ ບໍ່​ແກ້ວ ໄດ້​ຝາກ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ​, ໃນ​ນັ້ນ​ມີ​ຕອນ​ຂຽນ​ວ່າ: ຂ້າ​ພະ​ເຈົ້າ​ມີຫຼານ​ສາວ​ຄົນ​ໜຶ່ງ​ທີ່​ພວມ​ຮ່ຳ​ຮຽນ​ຢ​ູ່ ຫວຽດ​ນາມ, ລາວ​ໄດ້​ໂທ​ລະ​​ສັບ​ໂອ້​ລົມ​ກັບ​ຂ້າ​ພະ​ເຈົ້າ​ແລະ​ບອກ​ວ່າ: ຊ່ວງ​ເວ​ລານີ້​ຢູ່​ຮ່າ​ໂນ້ຍ ພວມ​ໜ​າວຈັດ, ແຕ່​ວ່າ​ຖະ​ໜົນ​ຫົນ​ທາງ​ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ດ້ວຍ​ດອກໄຟ​ທີ່​ມີສີ​ຫຼາກ​ຫຼາຍ, ຕົ້ນ​ແປກ, Santa Claus… ເຖິງວ່າ​ຂ້າ​ພະ​ເຈົ້າ​ຖື​ສາ​ສະ​ໜາ​ພຸດກໍ່​ຕາມ​ແຕ່ກໍ່​ຢາກ​ຊົມ​ເບິ່ງ​ບັນ​ຍາ​ກາດ​ຂອງວັນ​ບຸນ ກ​ຣິດ​ສ​ມາດ ແລະ ຕ້ອນ​ຮັບ​ປີ​ໃໝ່ 2015 ຢູ່​ປະ​ເທດ​ຫວຽດ​ນາມ ຫຼາຍ.

        ທ່ານ ວັນ​ວິ​ໄລ ທີ່​ເຄົາ​ລົບ, ປະ​ຈຸ​ບັນ, ຢູ່ ຮ່າ​ໂນ້ຍ​ເວົ້າ​ສະ​ເພາະ ແລະ ໃນ​ທ​ົ່ວ​ປະ​ເທດ ຫວຽດ​ນາມ ເວົ້າ​ລວມ​ພວມ​ຟົດ​ຟື້ນໄປ​ດ້ວຍ​ບັນ​ຍາ​ກາດ​ຂອງວັນ​ບຸນ ກ​ຣິດ​ສ​ມາດ ແລະ ພິ​ທີ​ຕ້ອນ​ຮັບ​ປີ​ໃໝ່ 2015. ຖະ​ໜົນ​ຫົນທາງສາຍ​ຕ່າງໆ ແລະ ພິ​ເສດ​ແມ່ນ​ບັນ​ດາ​ສູນ​ການ​ຄ້າ, ຮ້າຍ​ຄ້າ​ລ້ວນ​ແຕ່​ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ດ້ວຍ​ດອກ​ໄມ້ທີ່​ມີ​ສີຫຼາກຫຼາຍ ແລະ ຕົ້ນ​ແປກ​ຢ່າ​ງສວຍ​ງາມ. ຢູ່​ຖະ​ໜົນ ເລືອງວັນ​ການ, ຮ່າງ​ມ້າ… ໄດ້​ວາງ​ຂາຍ​ເຄື່ອງ​ປະ​ດັບປະດາຫຼາຍ​ປະ​ເພດ. ເຖິງວ່າ​ອຸນ​ຫະ​ພູມ​ຢູ່ ຮ່າ​ໂນ້ຍ ນັບ​ມື້​ນັບ​ຕຳ່ກໍ່​ຕາມ​ແຕ່​ດ້ວຍ​ບັນ​ຍາ​ກາດ​ງານ​ບຸນ​ຟົດ​ຟື້ນ​ຄື​ແນວນັ້ນ​ກໍ່​ເຮັດ​ໃຫ້​​ທຸກ​ຄົນ​ຮູ້ສຶກ​ອົບ​ອຸ່ນ​ຫຼາຍ.  ເຊີນ​ທ່ານ ວັນ​ວິ​ໄລ ພ້ອມ​ກັບ​ຄອບ​ຄົວ​ມາ​ຢ້ຽມ​ຢາມ ຮ່າ​ໂນ້ຍ ໃນ​ຊຸມ​ວັນ​ນີ້​ເພື່ອ​ເຈືອ​ຈານ​ໃນບັນ​ຍາ​ກາດຟົດ​ຟື້ນ​ມ່ວນ​ຊື່ນນີ້.

ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ຂອງ​ພວກ​ເຮົາ​ຂໍ​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ນີ້, ຖ້າ​ຫາກ​ຜູ້​​ຟັງ​ທ່ານໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການສາມາດ​ຝາກ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົນ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 0084​.43​.825​.6631, ອີ​ແມວ: Laovov@yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວທີ່ຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ