ຄະນະສື່ມວນຊົນລາວຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ

    (vovworld)-   ໃນລາຍການມື້ນີ້ ພວກເຮົາຂໍຕອບບາງຄຳຖາມຂອງທ່ານຜູ້ຟັງຜູ້ອ່ານຝາກມາລາຍການຂອງພວກເຮົາໃນອາທິດຜ່ານມາ.

    ​​ໃນ​ອາທິດ​ຜ່ານ​ມາ, ລາຍການ​ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຮັບ​ຈົດໝາຍ​ຈາກ​ເພື່ອ​ນຄຳ​ສາວ ຢູ່​ແຂວງ​ບໍ່​ແກ້ວ, ​ເພື່ອນ​ສຸດ​ສາຄອນ ຢູ່​ແຂວງ​ອຸດົມ​ໄຊ…​ໂດຍ​ແບ່ງປັນ​ວ່າ: ພວກ​ເພື່ອນ​ມັກ​ທີ່​ສຸດບັນດາ​ບົດເພງ​ຍ້ອງຍໍ​ສັນລະ​ເສີນ​ຮູບ​ພາບ​ນັກຮົບ ຊື່​ງ​ໄດ້​ອອກ​ອາກາດ​ໃນ​ລາຍ​ການ​ເພງ​ສະ​ເຫຼີ​ມສະຫຼອງ​ວັນທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະ ຫຼະ​ຊີວິດ​ເພື່ອ​ຊາດ ຄື​ວັນ​ທີ 27/7 ທີ່​ຜ່ານ​ມາ.

ຄະນະສື່ມວນຊົນລາວຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ - ảnh 1

(ພາບປະກອບ: hutech.edu.vn)

   ​ເພື່ອນ​ສຸດ​ທະ​ສອນ, ຢູ່ສະຫະພັນ​ກຳມະບານ​ນະຄອນຫຼວງ​ວຽງ​ຈັນ ​ໄດ້​ໂທລະສັບ​ມາຍັງລາ​ຍການ​​ເພື່ອ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ລາຍການ​ທີ່​ໄດ້​ຝາກ​ຂອງຂວັນ ​ແລະ ​ໃບຢັ້ງຢືນ​​ເປັນ​ຜູ້​ຟັງ​ວິທະຍຸ​ໄລຍະ 3 ປີ​ໃຫ້​ແກ່​ເພື່ອນ. ​ເພື່ອນ​ແບ່ງປັນ​ວ່າ: “ຂອງຂວັນງາມທີ່ສຸດ, ຂ້າພະເຈົ້າວາງຢູ່​​ເທິງ​ໂຕະເຮັດວຽກຂອງຂ້າພະເຈົ້າແລະໄດ້ແນະນຳກັບທຸກຄົນວ່າ: ນີ້ແມ່ນຂອງຂວັນຈາກວິທະຍຸກະຈາຍສຽງຫວຽດນາມ“.

   ເພື່ອນຄຳຜອງ, ນັກສຶກສາມະຫາວິທະຍາໄລແຫ່ງຊາດລາໄດ້ສົ່ງອີແມວມາລາຍການໂດຍຖາມວ່າ: ຂ້າພະເຈົ້າຮູ້ວ່າ, ວັນ​ທີ 10/10 ຈະ​ມາ​ເຖິງ​ນີ້, ຮ່າ​ໂນ້ຍ ຈະ​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ ​ແລະ ຂ້າພະ​ເຈົ້າຢາກ​ຖາມ​ວ່າ​ໃນ​ໄລຍະ​ນີ້​ຢູ່​ຮ່າ​ໂນ້ຍຈະ​ຈັດການ​ເຄື່ອນ​ໄຫວ​ໃດ​ແດ່?


ຄະນະສື່ມວນຊົນລາວຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ - ảnh 2

(ພາບປະກອບ: m.doisongphapluat.com)

  ເພື່ອນ​ຄຳ​ຜອງ ​ແລະ ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ເຄົາລົບ! ​ໃນຕອນ​ຄ່ຳ​ຂອງ​ວັນ​ທີ 10/10 ຈະ​ມາ​ເຖິງ, ນະຄອນຫຼວງ​ຮ່າ​ໂນ້ຍຈະ​ຈັດການ​ຍິງ​ບັ້ງ​ໄຟ​ດອກ​ຢູ່ 30 ເມືອງ, ​ເທດສະບານ​ເມືອງ​ໃນ​ທົ່ວ​ນະຄອນ​ເພື່ອຂ່ຳນັບ​ຮັບ​ຕ້ອນ​ວັນ​ບຸນ​ໃຫ່ຍຂອງ​ນະຄອນຫຼວງ. ກ່ອນ ​ແລະ ຫຼັງ​ພິທີ​ສະ​ເຫຼີ​ມສະຫຼອງກໍ່ມີການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື: ງານ​ວາງສະ​ແດງ​ຮູບ​ພາບ “60 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ“; ຮຽບຮຽງ, ມອບ​ວັດຖຸ​ພັນ, ຮູບພາບ​ຂອງ​ປະຊາຊົນ​ນະຄອນຫຼວງ ​ແລະ ທົ່ວ​ປະ​ເທດ; ລາຍການ​ຖະໜົນ​ປຶ້​ມ, ວັນ​ບຸນ​ວັດທະນະທຳ​ສັນຕິພາບນອກ​ນັ້ນ, ຢູ່​ວັນ​ມຽວ-ກວກ​ຕຶ້ຢາມຊື່​ງ​ແມ່ນມະຫາວິ ທະຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ​ຫວຽດນາມ ຈະ​ຈັດ​ສັບປະດາ​ສະ​ແດງ​ຊຸດ​ອາພອນ​ຮ່າ​ໂນ້ຍ 2014 ດ້ວຍ​ຫົວ​ເລື່ອງ: “ສີສັນ​ຮ່າ​ໂນ້ຍ“ ດ້ວຍ​ຊຸດ​ເສື້ອ​ຍາວ​ກ່ວາ 250 ຊຸດ....

 ຄະນະສື່ມວນຊົນລາວຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ - ảnh 3
ຄະນະ​ສື່​ມວນ​ຊົນ​ຊາວ​ຢ້ຽມຢາມ​ກູ​ຈີ

(ພາບ: ນັກ​ຂ່າວ​ລາວ)

  ​ໃນອາທິດທີ່ຜ່ານມາ, ພວກເຮົາໄດ້ຮັບຈົດໝາຍຈາກເພື່ອນ​​ແສງອາພອນ, ສົມເພດ, ຄຳໝັ້ນ ຢູ່ແຂວງຈຳປາສັກ ​​​ໂດຍແບ່ງປັນວ່າ: ພວກຂ້າພະເຈົ້າຮູ້ວ່າ, ຫວ່າງແລ້ວນີ້, ຄະນະສື່ມວນຊົນລາວໄດ້ມາຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມ, ພວກຂ້າພະເຈົ້າຢາກຮູ້ການເຄື່ອນໄຫວລະອຽດຂອງຄະນະນີ້? ພວກເຮົາຂໍຕອບຄຳຖາມຂອງພວກເພື່ອນຄືດັ່ງນີ້:

​ໂດຍ​ປະຕິບັດ​ຕາມ​ຂໍ້​ຕົກລົງ​​ຮ່ວມ​ມື​​ປະຈຳ​ປີ​ລະຫວ່າງ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ກັບ​ກະຊວງ​ຖະ​ແຫຼ​ງຂ່າວ-​ວັດທະນະທຳ​ລາວ​ນັ້ນ, ​ແຕ່ລະ​ປີ, 2 ຝ່າຍ​ໄດ້​ສົ່ງ​ບັນດາ​ພະນັກ​ງານ, ນັກຂ່າວຂອງ​ຕົນ​ໄປ​ພົບ​ປະ​ແລກປ່ຽນ ​ແລະ ​ເຮັດ​ວຽກ​ກໍ່​ຄື​ຊອກ​ຮູ້​ສະພາບ​ພັດທະນາ​ເສດຖະກິດ​ສັງຄົມ, ວັດທະນະທຳ​ຂອງ​ແຕ່ລະ​ປະ​ເທດ. ປີ​ນີ້, ຄະນະ​ສື່​ມວນ​ຊົນ​ລາວ​ ລວມມີ 10 ຄົນ​ມາ​ຈາກ​ກົມ​ສື່​ມວນ​ຊົນ​ລາວ (ກະຊວງ​ຖະ​ແຫຼ​ງຂ່າວ-​ວັດທະນະທຳ​ລາວ​), ຂ່າວສານ​ປະ​ເທດ​ລາວ, ວິທະຍຸກະຈາຍສຽງ, ​ໂທລະພາບ​ແຫ່ງ​ຊາດ​ລາວ, ໜັງສືພິມ​ປະຊາຊົນ...​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແຕ່​ວັນ​ທີ 7-16/9, ຄະນະ​ໄດ້​​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ບັນດາ​ອົງການ​ສື່​ມວນ​ຊົນ​ຂອງ​ຫວຽດນາມ​ ຄື: ວິທະຍຸ​ກະຈາຍສຽງ​ຫວຽດນາມ, ໜັງສືພິມ​ໄວ​ໜຸ່ມ, ໜັງສື​ພິມ​ໄຊ​ງອນ​ເສດ​ຖະກິດ​ທາມ... ​ແລະ ບັນດາ​ທັດສະນີ​ຍະ​ພາບ​ທີ່​ມີ​ຊື່​ສຽງ​ຂອງ​ນະຄອນ​ໂຮ່ຈິ​ມິນ​ ຄື: ທຳນຽບ​ເອກະລາດ, ທາງ​ອຸມົງ​ໃຕ້​ດິນ​ກູ​ຈີ ກໍ່​ຄື​ໄປ​ຢ້ຽມຢາມ​ບາງ​ວິ​ສາ​ຫະກິດ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ ​ຄື: ບໍລິສັດ​ໃຫ່ຍຕັດຫຍີບ​ຍ່າ​ແບ່, ທະນາຄານ BIDV.... ​ແລກປ່ຽນ​ກັບນັກ​ຂ່າວວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ​ອິນ​ປອນ ນະຄອນ​ສີ, ຮອງຫົວໜ້າ​ກົມສື່​ມວນ​ຊົນ​ລາວ (ກະຊວງ​ຖະ​ແຫຼ​ງຂ່າວ-​ວັດທະນະທຳ​ລາວ​) ​ແບ່ງປັນ​ວ່າ: ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ແຕ່ລະຄັ້ງ​ແມ່ນ​ໝາກຜົນ​ຂອງ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງກົມ​ສື່​ມວນ​ຊົນສອງ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ​ແລະ ​ກະຊວງ​ຖະ​ແຫຼ​ງຂ່າວ-​ວັດທະນະທຳ​ລາວ:

ສຽງ​ທ່ານ​ອິນ​ປອນ


ຄະນະສື່ມວນຊົນລາວຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ - ảnh 4

ຄະນະ​ສື່​ມວນ​ຊົນ​ຊາວ​ຢ້ຽມຢາມ​ໜັງສືພິມ​ໄວ​ໜຸ່ມ

(ພາບ: ນັກ​ຂ່າວ​ລາວ)

    ທ່ານຜູ້ຟັງຜູ້ອ່ານທີ່ເຄົາລົບ! ທີ່​ກ່າວ​ມາຂ້າງ​ເທິງ​ແມ່ນການ​ຕອບບາງ​ຄຳ​ຖາມ​ຂອງ​ພວກ​ເຮົາ ກ່ຽວ​ກັບ​ບາງ​ບັນຫາ​ທີ່​ທ່ານ​ສົນ​ໃຈ. ຖ້າ​ທ່ານ​ຜູ້​ໃດ​ມີ​ຄຳ​ຖາມ ກະ​ລຸນາ​ຝາກ​ມາຍັງລາຍການ​ຂອງ​ພວກ​ເຮົາ​ຕາມ​ທີ່ຢູ່: ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ, ​ເຮື​ອນ​ເລກທີ 45 ຖະໜົນ​ບ່າ​ຈ້ຽວ​ຮ່າ​ໂນ້ຍ- ​​ເບີໂທ: 00844.38256631-ອີ​ແມວ:Laovov@.yahoo.com. ຂໍ​ຂອບ​ໃຈ ທ່ານ​ທີ່​ໄດ້​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ, ສະບາຍດີ!  



ຕອບກັບ

ຂ່າວ/ບົດ​ອື່ນ