ຈັດກອງປະຊຸມສຳມະນາທິດສະດີຄັ້ງທີ 4 ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ

(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຮັບຈົດ​ໝາຍ, ອີ​ແມວ ໂທ​ລະ​ສັບ​ 180 ສະ​ບັບຈາກທ່ານ​ຜູ້​ຝັງຈາກ​ 37 ປະ​ເທດ​ໃນ​ໂລກ. ໃນ​ນັ້ນ​ລາຍ​ກະ​ຈາຍ​ສ​ຽງ​ພາກ​ພາ​ສາ​ລາວ ໄດ້​ຮັບອີ​ແມວ, ໂທ​ລະ​ສັບ 5 ສະ​ບັບຈາກ​ທ່ານ​ຜູ້​ຟັງ​ລາວ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ, ​ຄຳ​ແນະ​ນຳ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ.

ຈັດກອງປະຊຸມສຳມະນາທິດສະດີຄັ້ງທີ 4 ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ - ảnh 1
(ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 4 ລະ​ຫວ່າງ​
ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ)


ເພື່ອນ ສຸ​ຄຳ​ ມະ​ລີ​ວົງ, ຢູ່​ແຂວງ ໄຊ​ຍະ​ບູ​ລ​ີ, ໄດ້​ສົ່ງ​​ອີ​ແມວຫາ​ລາຍການ​​ໂດຍຖາມ​ວ່າ: ໃນ​ອາ​ທິດ​ຜ່ານ​ມາ, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ໄດ້​ຈັດ​ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 4 ລະ​ຫວ່າງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ. ຂ້​າ​ພະ​ເຈົ້າ​ຢາກ​ຮູ້​ແຈ້ງກວ່າ​ກ່ຽວ​ກັນ​ຄວາມ​ໝາຍ​ຂອງກອງ​ປະ​ຊຸ​ມ​ສຳ​ມະ​ນານີ້?

        ເພື່ອນ ສຸ​ຄຳ​ ມະ​ລີ​ວົງ ທີ່​ຮັກ​ແພງ, ໃນ​ອາ​ທິດ​ຜ່ານ​ມາ, ຢູ່​ນະ​ຄອນ​ຫຼວງວຽກ​ຈັນ ໄດ້​ຈັດ​ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 4 ລະ​ຫວ່າງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ດ້​ວຍ​ຫົວ​ຂໍ້​ວ່າ “ການ​ເຊື່ອມ​ໂຍງ​ສ​າ​ກົນ - ບົດ​ຮຽນ​ຂອງ​ລາວ, ບົດ​ຮຽນ​ຂອງ​ຫວຽດ​ນາມ”. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ແລກ​ປ່ຽນ​ບາ​ງ​ບັນ​ຫາ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ໃນ​ວິ​ວັດ​ການ​ຍູ້​ແຮງ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່​ຢູ່​ຫວຽດ​ນາມ ແລະ ລາວ, ປະ​ກອບ​ສ່ວນ​ເຮັດ​ແຈ້ງ​ບັນ​ດາ​ບັນ​ຫາ​ທິດ​ສະ​ດີ​ເຊິ່ງ 2 ພັກ​ຕ່າງ​ມີ​ຄວາມ​ສົນ​ໃຈ ກໍ​ຄື​ແລກ​ປ່ຽນ​ບັນ​ດາ​ບົດ​ຮຽນ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ 2 ພັກ; ພ້ອ​ມ​ທັງ​ຊີ້​ແຈ້ງ​ບັນ​ດາ​ບັນ​ຫາ​ໃໝ່​ຕ້ອງ​ສືບ​ຕໍ່​ລົງ​ເລິກຄົ້ນ​ຄວ້າ​, ແກ້​ໄຂ​ດ້ານ​ທິດ​ສະ​ດີ. ທີ່ກອງ​ປະ​ຊຸ​ມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ໄດ້​ເປັນ​ເອ​ກະ​ພາບ​ຖື​ວ່າ ຜ່ານ 30 ປີ​ປະ​ຕິ​ບັດ​ການ​ປ່ຽນ​ແປງ​ໃໝ່, ສອງ​ພັກ, ສອງ​ລັດ ຍາດ​ໄດ້​ໄຊ​ຊະ​ນະ​ອັນ​ໃຫຍ່​​ຫຼວງ​ຫລາ​ຍ​ຢ່າງ, ມີ​ຄວາມ​ໝາຍ​ປະ​ຫ​ວັດ​ສາດ​ໃນ​ສະ​ພາບ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ. ບັນ​ດາ​ຜູ້​ແທນ​ຂອງ​ສອງ​ພັກ​ໄດ້​ ປະ​ກອບ​ຄຳ​ເຫັນ ແລະ ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຫລັກ​ແຫລ່ງ​ແກ່ນ​ສານ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນນັ້ນ​ແມ່ນ:ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກກ່ຽວ​ກັບ​ການ​ເຊື່ອມ​ໂຍງ; ຍ​ົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ເອ​ກະ​ລາດ​ຊົນ​ຊາດ, ຄວາມ​ສະ​ຖຽນ​ລະ​ພາບ​ທາງ​ດ້ານການ​ເມືອງ​, ຄວາມ​ເປັນ​ລະ​ບຽບ​ຮ​ຽບ​ຮ້ອຍ​ທາງ​ສັງ​ຄົມ; ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ວັດ​ທະ​ນະ​ທຳ; ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ພັກ; ເພີ່ມ​ທະ​ວີ​ວຽກ​ງານກໍ່​ສ້າງ​ພັກ. ໝາກ​ຜົນ​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ ແມ່ນ​ພື້ນ​ຖານ​ສຳ​ຄັນ​ຊ່ວຍ​ໃຫ້​ບັນ​ດາ​ອົງ​ການ​ຄົ້ນ​ຄ້​ວາ​ທິດ​ສະ​ດີ​ຂອງ​ຫວຽດ​ນາມ ແລະ ລາວ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ ແລະ ບົດ​ຮຽນ ປະ​ກອບ​ສ່ວນ​​ເປັນເສ​ນາ​ທິ​ການ​ໃຫ້​ສອງ​ພັກ ໃນ​ການ​ວາງ​ແນວ​ທາງ​ນະ​ໂຍ​ບາຍກໍ​ຄື​ກາ​ນ​ຊີ້​ນຳ​ໃນ​ພຶດ​ຕິ​ກຳຕົວ​ຈິງກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ທັງ​ລາວ ແລະ ຫວຽດ​ນາມ ລ້ວນ​ແຕ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ແນວ​ແນ່​ວ່າ, ຈ​າກ​ບັນ​ດາ​ບົດ​ຮຽນ​ທີ່​ມີ​ຜົນ​ປະ​ໂຫຍດ, ບັນ​ດາ​ຜົນ​ສຳ​ເລັດ​ກໍ​ຄື​​ບັນ​ດາ​ສິ່ງ​ຈຳກັດ​ໃນ​ການ​ເຊື່ອມ​ໂຍງ​ສາ​ກົນ ເຊິ່ງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ຜູ້​ແທນ​ຍົກ​ອອກ​ມາ ແລະ ພ້ອມ​ກັນ​ແລກ​ປ່ຽນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ຈະ​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ຄວາມ​ສຳ​ຄັນ​ຂອງກ​ານ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ແຕ່​ລະ​ພັກ, ແຕ່​ລະ​ປະ​ເທດ; ປະ​ກອບ​ສ່ວນ​ເຮັດ​ໃຫ້​ສາຍ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ - ລາວ​ ເລິກ​ເຊິ່ງກວ່າ​ອີກ, ພ້ອມ​ທັງ​ເຮັດ​ໃຫ້​ທິດ​ສະ​ດີ​ຂອງ​ແຕ່​ລະ​ພັກ​ອຸ​ດົມ​ສົມ​ບູນກວ່າ ແລະ ເຫັນ​ແຈ້ງ​ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ແຕ່​ລະ​ປະ​ເທດ​ຢ່າງ​ມີ​ຊີ​ວິດ​ຊີ​ວາ; ສ້າງ​ພື້ນ​ຖານ​ເພື່ອ​ໃຫ້ 2 ພັກ​ຮ່ວມ​ມື​ກັ​ນ​ຢ່າງ​ແໜ້ນ​ແຟ້ນກວ່າ ໃນ​ວິ​ວັດແຫ່ງ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ ໃນ​ເງື່ອນ​ໄຂ​ໃໝ່, ພ້ອມ​ກັນ​ຜັນ​ຂະ​ຫຍາຍ​​ການ​ປະ​ຕິ​ບັດມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ແຕ່​ລະ​ພັກ​ຢ່າງ​ມີ​ໄຊ.


ຈັດກອງປະຊຸມສຳມະນາທິດສະດີຄັ້ງທີ 4 ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ - ảnh 2
ປະ​ດັບ​ຫຼຽ​ນ​ໄຊ, ຫຼ​ຽນ​ກາຂອງ​ລັດລາວ ໃຫ້​ພະ​ນັກ​ງານ,
ນັກ​ຊ່ຽວ​ຊານ, ທະ​ຫານ​ອາ​ສາ​ສະ​ໝັກຫວຽດ​ນາມ
(ພາບ: TTXVN)


ແລະ​ກໍ່​ໃນ​ອາ​ທິດ​ຜ່ານ​ມາ, ເພື່ອນ ຈິດ​ຕະ​ວົງ, ຢູ່​ແຂວງ​ອັດ​ຕະ​ປື ໄດ້​ໂທ​ລະ​ສັບ​ຫາ​ລາຍ​ການ ຢາກ​ຮູ້​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ປະ​ດັບ​ຫຼຽ​ນ​ໄຊ, ຫຼ​ຽນ​ກາຂອງ​ລັດລາວ ໃຫ້​ພະ​ນັກ​ງານ, ນັກ​ຊ່ຽວ​ຊານ, ທະ​ຫານ​ອາ​ສາ​ສະ​ໝັກຫວຽດ​ນາມ ທີ່​ມີ​ຜົນ​ງານຊ່ວຍ​ເຫຼືອ​ປະ​ເທດ​ລາວ, ​ເຊິ່ງ​ດຳ​ເນີ​ນ​ໃນ​ວັນ​ທີ 29/10 ຢູ່​ແຂວ​ງ​ບັ໋ກ​ຢາງ.

        ເພື່ອນ ຈິດ​ຕະ​ວົງ ທີ່​ຮັກ​ແພງ, ວັນ​ທີ 29/10 ຜ່ານ​ມາ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ບັ໋ກ​ຢາງ ໄດ​້​ຈັດ​ພິ​ທີ​ປະ​ດັບ​ຫຼຽ​ນ​ໄຊ, ຫຼ​ຽນ​ກາຂອງ​ລັດ ລາວ ໃຫ້​ພະ​ນັກ​ງານ, ນັກ​ຊ່ຽວ​ຊານ, ທະ​ຫານ​ອາ​ສາ​ສະ​ໝັກຫວຽດ​ນາມ ທີ່​ມີ​ຜົນ​ງານຊ່ວຍ​ເຫຼືອ​ປະ​ເທດ​ລາວ, ເຊິ່ງ​ປະ​ຈຸ​ບັນ​ພວມ​ເຮັດ​ວຽກ, ດຳ​ລົງ​ຊີ​ວິດ​ຢູ່​ແຂວງບັ໋ກ​ຢາງ. ໃນ​ການ​ປະ​ດັບ​ຄັ້ງ​ນີ້, ມີ​ພະ​ນັກ​ງານ, ນັກ​ຊ່ຽວ​ຊານ, ທະ​ຫານ​ອາ​ສາ​ສະ​ໝັກ​ຫ​ວຽດ​ນາມ 596 ຄົນ​ທີ່​ເຄີຍ​ໄປ​ຊ່ວຍ​ເຫຼືອ​ການ​ປະ​ຕິ​ວັດ​ລາວ ໃນ​ໄລ​ຍະແຕ່​ປ​ີ 1945 - 1975 ໄດ້​ຮັບຫຼຽ​ນ​ໄຊ, ຫຼ​ຽນ​ກາ​ຕໍ່​​ຕ້ານ. ໃນ​ນັ້ນ, ​ລັດລາວ​ໄດ້​ປະ​ກອບ​ຫຼ​ຽນ​ໄຊ​ເອ​ກະ​ລາດ​ຊັ້ນ​ໜຶ່ງ​ໃຫ້ 74 ຄົນ; ຫຼຽນ​ໄຊ​ຕໍ່​​ຕ້ານ​ຊັ້ນ​ໜຶ່ງ​ໃຫ້ 218 ຄົນ; ຫຼຽນ​ໄຊ​​ຕໍ່​ສູ້ຕ້ານ​ພວກ​ລ່າ​ເມືອງ​ຂຶ້​ນ​ຝ​ລັ່ງໃຫ້ 11 ຄົນ; ຫຼຽນ​ໄຊ​ຕໍ່​ສູ້​ຕ້ານຈັກ​ກະ​ພັດ​ອາ​ເມ​ລິ​ກາ ໃຫ້ 293 ຄົນ. ນີ້​ແມ່ນ​ຂອງ​ຂວັນ​ອັນ​ສູງ​ສົ່ງ​ເຊິ່ງ​ພັກ ແລະ ລັດ​ລ​າວ ​ໄດ້​ປະ​ດັບ​ໃຫ້ເພື່ອຮັບ​ຮູ້ບັນ​ດາ​ຜົນ​ງານ​​ການ​ອຸ​ທິດ​ສ່ວນ​ຊ່ວຍ​ເຫຼືອ​ການ​ປະ​ຕິ​ວັດ​ລ​າວ ແຕ່​ໄລ​ຍະ​ຕ່​ໍ​ສູ້​ກູ​້​ຊາດ, ຕ້ານການ​ຮຸກ​ຮ້ານ. ບັນ​ດາ​ຜົນ​ງານຕໍ່​ສູ້ພິ​ລະ​ອົງ​ອາດ, ບັນ​ດາ​ຜົນ​ງານ​ໃຫຍ່​ຫຼວງ​ຂອງ​ບັນ​ດາ​ພະ​ນັກ​ງານ, ນັກ​ຊ່ຽວ​ຊານ, ທະ​ຫານ​ອາ​ສາ​ສະ​ໝັກ​ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ໃຫ້​ແກ່​ການ​ເພີ່​ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບດ​້ານ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ລະ​ຫວ່າງ​ລາວ ແລະ ຫວຽດ​ນາມ.

    ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການ ເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື​້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ