​ຊາ​ດອກ​ບົວ​ທີ່​ເອືອບ​ກັບດອກ​ບົວ​​ຢູ່ໜອງແມ່ນ​ຊະ​ນິດ​ທີ່ມີ​ຊື່​ສຽງ​ທີ່​ສຸດຢູ່​ຫວຽດ​ນາມ

(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຮັບຈົດ​ໝາຍ, ອີ​ແມວ ໂທ​ລະ​ສັບ​ 205 ສະ​ບັບຈາກທ່ານ​ຜູ້​ຝັງ​ຫຼາຍປະ​ເທດ​ໃນ​ໂລກ. ໃນ​ນັ້ນ​ລາຍ​ກະ​ຈາຍ​ສ​ຽງ​ພາກ​ພາ​ສາ​ລາວ ໄດ້​ຮັບອີ​ແມວ, ໂທ​ລະ​ສັບ 3 ສະ​ບັບຈາກ​ທ່ານ​ຜູ້​ຟັງ​ລາວ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ.

​ຊາ​ດອກ​ບົວ​ທີ່​ເອືອບ​ກັບດອກ​ບົວ​​ຢູ່ໜອງແມ່ນ​ຊະ​ນິດ​ທີ່ມີ​ຊື່​ສຽງ​ທີ່​ສຸດຢູ່​ຫວຽດ​ນາມ - ảnh 1
(ພາບ​ອີນ​ເຕີ​ແນັດ)

ເພື່ອນ ​​ທອນ​ສະ​ໄໝ ຈະ​ເລີນ​ສຸກ, ແຂວງ​ຊຽງ​ຂວາງ ໄດ້​ສົ່ງ​ອີ​ແມວ ມາ​ຍັງ​ລາຍ​ການ ຢາກ​ຊອກ​ຮູ້​ກ່ຽວ​ກັບ​ການ​ເຄື່ອນ​ໄຫວຕ່າງໆ​ເນື່ອງ​ໃນ​ໂອ​ກາດ​ວັນ Valetine 2017 ຂອງ​ເພື່ອນໜຸ່ມ​ຫວຽດ​ນາມ​. ໃນ​ມື້ນີ້, ພວກ​ເພື່ອນ​ເຄ​ີຍມອບ​ຂອງ​ຂວັນ​ຫຍັງ​ໃຫ້​ກັນ?

        ເພື່ອນ​ ທອນ​ສະ​ໄໝ ຈະ​ເລີນ​ສຸກ ທີ່​ຮັກ​ແພງ, ວັນ​ Valetine (14/02) ຜ່ານ​ມາ​ຢູ່​ຮ່າ​ໂນ້ຍ. ບັນ​ດາ​ເພື່ອນ​ໜຸ່ມ, ພິ​ເສດ​ແມ່ນ​ບັນ​ດາ​ຜູ້​ທີ່​ມີ​ຄົນ​ຮັກ ​ເຄີຍ​ຊື້​ຂອງ​ຂວັນ​​ເຊິ່ງ​ແຟນ​ຂອງ​ຕົນ​ນິ​ຍົມ, ບັນ​ດາ​ຂອງ​ຂວັນ​ເຫຼົ່ານັ້ນ​ສ່ວນ​ຫຼາຍ​ແມ່ນ ດອກ​ກຸ​ລາບ, ຕຸກ​ກະ​ຕາ​ໝີ, ເຄື່ອງ​ສຳ​ອ່າງ, ບັດ​ອວຍ​ພອນ…, ພ້​ອ​ມ​ກັນ​ນັ້ນ​ແມ່ນ​ເຂົ້າ​ໜົມ chocolate ເພື່ອ​ສະ​ແດງ​​ຄວາມ​ຮັກ​ຂອງ​ຕົນ, ມີ​ບາງ​ຄົນ​ຍັງ​ເຮັດ​​​ເຂົ້າ​ໜົມ chocolate ເອງ ຫຼື​ ໄປ​ຊື້​ຢູ່​​ຮ້ານ​ຕ່າງໆ ດ້ວຍ​ຫຼາຍ​ແບບ​ທີ່​ອຸ​ດົມ​ສົມ​ບຸນ. ເນື່ອງ​ໃນ​ໂອ​ກາດນີ້​ຫຼາຍ​ຄົນ​ຍັງ​ຈັດ​ການ​ທ່ຽວຫຼີ້ນ, ​ກິນ​ດື່ມ, ໄປ​ຊົ​ມ​ຮູບ​ເງົາ…



​ຊາ​ດອກ​ບົວ​ທີ່​ເອືອບ​ກັບດອກ​ບົວ​​ຢູ່ໜອງແມ່ນ​ຊະ​ນິດ​ທີ່ມີ​ຊື່​ສຽງ​ທີ່​ສຸດຢູ່​ຫວຽດ​ນາມ - ảnh 2
ຊາ​ດອກ​ບົວ
(ພາບ​ອີ​ນ​ເຕີ​ແນັດ)


      ເພື່ອນ​ ສຸກ​ມະ​ລີ ທຳ​ມະ​ວົງ​ສາ, ຢູ່​​ແຂວງວຽງ​ຈັນ ໄດ້​ໂທ​ລະ​ສັບ​ມາ​ຍັງລ​າຍ​ກາ​ນ​ຢາກຊອກ​ຮູ້​ກ່ຽວ​ກັບ​ວິ​ທີ​ດື່ມ​ນ້ຳ​ຊາ​ຂອງ​ຫວຽດ​ນາມ, ເມື່ອ​ທຽບ​ໃສ່​ປະ​ເທດ​ອື່ນ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຄື​ແນວ​ໃດ? ແລະ ຊາ​ຊະ​ໜິດ​ໃດ​ແຊບ​ທີ່​ສຸດ.

        ເພື່ອນ ສຸກ​ມະ​ລີ ທຳ​ມະ​ວົງ​ສາ ທີ່​ຮັກ​ແພງ, ດື່ມ​ນ້ຳ​ຊາ​ໄດ້​ກາຍ​ເປັນ​​ເອ​ກະ​ລັກ​ສະ​ເພາະ​ໃນ​ວັດ​ທະ​ນະ​ທຳ​ດື່ມ​ຊາ​ຂອງ​ຫວຽດ​ນາມ. ຊາວ​ຫວຽດ​ນາມ ກໍ່​ມ​ີ​ວິ​ທີ​ດື່​ມ​ຊາ​ສະ​ເພາະຂອງ​ຕົນ, ມັນບໍ່​ລະ​ອຽດ​ລະ​ອໍຄື​ວິ​ທີ​ດື່ມ​ຊ​າ​ຂອງ​ຈີນ ຫຼື​ ຂອງ​ຍີ່​ປຸ່ນ, ຫາກວິ​ທີ​ດື່ມ​ຊາ​ຕາມ​ຄວາມຊິນ​ເຄີຍ​ຂອງ​ຊາວ​ຫວຽດ​ນາມມາແຕ່​ດົນ​ນານ​ພັດ​ງ່າຍ​ດາຍ​ຢູ່​. ຈຸດ​ພົ້ນ​ເດັ່ນ​ຂອງວັດ​ທະ​ນະ​ທຳ​​ດື່ມຊາ​ຂອງ​ຊາວ​ຫວຽດ​ນາມ ເຊິ່ງ​ຫຼາຍ​ຄົນ​ໄດ້​ຮູ້​ຈັກ​ເຖິງ, ນັ້ນ​ແມ່ນ​ຊາ​​ເອືອບດອກ​ໄມ້ຫຼາຍ​​ຊະ​ນິດ​ຄື: ​ຊາ​ເອື​ອບດອກ​ຊ້ອນ (ຊາດອກ​ຊ​້ອນ), ຊາ​ເອືອບດອກ​ບົວ (ຊາ​ດອກ​ບົວ), ຊາ​ເອື​ອບດອກ​ສົ້ມ​ໂອ (ຊາ​ດອກ​ສົ້ມ​ໂອ)… ໃນ​ນັ້ນ, ຊາ​ດອກ​ຊ້ອນ​ແມ່ນ​ຊາ​ທີ່​ຊາວ​ຫວຽດ​ນາມມັກ​ດື່ມຫຼາຍ​ທີ່​ສຸດ. ​ເພື່ອ​ປຸງ​ແຕ່ງຊາ​ຊະ​ນິດນີ້ ​ເຂົາ​ເຈົ້າ​ເອົາ​ຊາທ໋າຍ​ງວຽນ (ຊາ​ປູກ​ຢູ່​ທ໋າຍ​ງຽນ)  ເອືອບ​ກັ​ບ​ດອກ​ຊ້ອນ​ສົດໂດຍ​ກົງ. ເມື່ອ​ດື່ມ​ນ້ຳຊາ​ດອກຊ້ອນ​ເພື່ອນ​ຈະ​ຮູ້​ສຶກ​ໄດ້​ກິ່ນ​ຫອມ​ຂອງ​ດອກ​ຊ້ອນ, ພ​້ອນ​ກັບ​ລົດ​ຂົມ, ຝາດ​ຂອງ​ຊາ​ ທ໋າຍ​ງວຽນ. ສຳລັ​ບການ​ປຸງ​ແຕ່ງຊາດອ​ກສົ້ມ​ໂອ, ກໍ​ເຮັດ​ຄ້າຍ​ຄື​ກັນ​ກັບ​ຊາ​​ດອກຊ້ອນ. ຊາ​ຢູ່​ຫວຽດ​ນາມ​ບໍ່​ພຽງ​ແຕ່​ໃຊ້​ເພື່ອ​ດື່ມ​ເທົ່າ​ນັ້ນ, ຫາກ​​ເຂົາ​ເຈົ້າ​ຍັງ​ປຸງ​ແຕ່ງ​ເປັນ​ແປ້ງ​ເພື່ອ​ເຮັດ​ເຂົ້າ​ໜົມ, ອາ​ຫານ​…ອີກ​ດ້ວຍ. ພິ​ເສດ​ຊາ​ດອກ​ບົວ, ເຊິ່ງແມ່ນ​ຊາ​ທີ່​ເອືອບ​ກັບດອກ​ບົວ​​ຢູ່ໜອງ ແມ່ນ​ຊະ​ນິດ​ທີ່ມີ​ຊື່​ສຽງ​ທີ່​ສຸດບໍ່​ພຽງ​ແຕ່ຢ​ູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​​ຈາກບັນ​ດາ​ນັກ​ຜະ​ລິດ​ຊາ​ທີ່ມ​ີ​ຊື່​ສຽ​ງ​ໃນ​ໂລກ​ອີກ​ດ້ວຍ.

        ຖ້າ​ເພື່ອນ​ມີ​ຄວາມ​ສົນ​ໃຈ​ເຖິງຊາ​​ດອກ​ບົວຂອງ​ຫວຽດ​ນາມ, ເຊີນເຂົ້າຊົມ​ໃນແວັບ​ໄຊ vovworld.vn - ພາກ​ພາ​ສາ​ລາວ ເພື່ອອ​່ານ​ບົດສາ​ລະ​ຄະ​ດີທີ່​ມີ​ຫົວ​ຂໍ້​ວ່າ “ຊາ​ດອກ​ບົວ - ລົດ​ຊາດ​ບູ​ຮານ​ຢູ່​ໃຈ​ກາງ​ນະ​ຄອນ​ຮ່າ​ໂນ້ຍ”. ຜ່ານ​ບົດ​ຂຽນ​ນີ້​ເພື່ອນ ສຸກ​ມະ​ລີ ທຳ​ມະ​ວົງ​ສາ ແລະ ທ່ານ​ຜູ້​ຟັງ​ຈະ​ເຂົ້າ​ໃຈ​ແຈ​້ງກວ່າ​ກ່ຽວ​ກັບ​ຊາ​ດອກ​ບົວ, ວິ​ທີ​ຊົງ​ນ້ຳ​ຊາ ແລະ ດື່ມ​ຊາ​ສະ​ນິດນີ້.

        ເພື່ອນ​ສຸກ​ມະ​ລີ ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ໄດ້​ໂທ​ລະ​ສັບ​ມາ​ຍັງລ​າຍ​ກາ​ນ​ໂດຍໃຫ້​ຮ​ູ້​ວ່າ: ໃນ​ອາ​ທິ​ດ​ຜ່​ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຂ່າວ​ວ່າ, ຢູ່​ວັດ ເຟິດ​ຕິກ (ນະ​ຄອນ​ຫຼວງວຽງ​ຈ​ັ​ນ) ໄດ້​ຈັດ​ບຸນ​ວັນ​ເພງ​ເດືອນ​ຈຽງ. ຂ້າ​ພະ​ເຈົ້າ​ຢາກ​ຮູ້ແຈ້ງກວ່າກ່ຽວ​ກັບການ​ເຄື່ອນ​ໄຫວ​ໃນ​ວັນ​ເພງ​ເດືອນ​ຈຽງ​ນີ້?

​      ເພື່ອນ​ສຸກ​ມະ​ລີ ທີ່​ຮັ​ກ​ແພງ, ວັນ​ທີ 11/02 (ກົງ​ກັບ​ວັນ​ທີ 15/01 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິ​ນ), ຢູ່​ນະ​ຄອນ​ຫຼວງວຽງ​ຈັ​ນ, ພຸດທະສາສະນິກກະຊົນ ແລະ ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ພວມ​ດຳ​ລົງ​ຊີ​ວິດ​ຢູ່​ລາວ ຫຼາຍ​ຄົນ ໄດ້​ມາ​ວັດ ເຟິດ​ຕິກ ເພື່ອ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວຕ່າງໆ​ໃນ​ໂອ​ກາດ​ບຸນ​ວັນ​ເພງ​ເດືອນ​ຈຽງ ໂດຍ​ວັດ​ຈັດ​ຕັ້ງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເຊື່ອ​ຖື​ສາ​ສະ​​ໜາ​ຖືກ​ຈັດ​ຂຶ້​ນ​ປະ​ຈຳ​ປີ ​ທີ່​ມີ​ຄວາມ​ໝາຍ​​ບໍ່​ພຽງ​ແຕ່​​ສຳ​ລັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ນະ​ຄອນ​ຫຼວງວຽກ​ຈັນ ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ໝາຍ​ສຳ​ລັບ​ຊາວ ຫວຽດ​ນາມຢູ່​ລາວ ເວົ້າ​ລວ​ມອີກ​ດ້ວຍ. ເພາະ​ນີ້​ບໍ່​ພ​ຽງ​ແຕ່​ແມ່ນ​ໂອ​ກາດ​ເພື່ອ​​ຖະ​ຫວາຍ​ທູບ​ທ​ຽນ​ບູ​ຊາພະ​ພຸດ​ທະ​ເຈົ້າ, ພາ​ວະ​ນາ​ຂໍໃຫ້​​ຄອບ​ຄົວ​ມີ​ສຸ​ຂະ​ພາບ​ແຂງ​ແຮງ ​, ​ມີ​ຄວາມ​ຜາ​ສຸກ, ​ປະ​ສົບ​ແຕ່​ຄວາມ​ໂຊກ​ດີ​ໃນ​ປີ​ໃໝ່ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ສະ​ແດງ​​ຄວາມ​ສາ​ມັກ​ຄີ, ເຮັດ​ວຽກ​ງານ​ກູ້​ຊົນ, ແບ່ງ​ປັນ ແລະ ຊ່ວຍ​ເຫຼືອ​ບັນ​ດາ​ພໍ່​ແມ່​ປະ​ຊາ​ຊົນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ດຳ​ລົງ​ຊີ​ວິດ​ອີກ​ດ້ວຍ. ຈຸດ​ໃໝ່​ໃນ​ບຸນ​ວັດ​ເພງ​ເດືອນ​ຈຽງ​ປີນີ້ ແມ່ນມີ​ຜູ້​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫຼາຍ, ພິ​ເສດ​ແມ່ນ​ລຸ່ນ​ໜຸ່ມ.

ດັ່ງ​​ກ່າວ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການ ເພື່ອ​ປະກອບ​ຄຳ​ເຫັນ​ເຮັດ​ໃຫ້​ລາຍການ​ຂອງ​ພວກ​ເຮົາ​ນັບ​ມື​້​ນັບ​​ມ່ວນ, ແລະ ຕອບ​ສະ​ໜອງ​ໄດ້​ຄວາມ​ຕ້ອງ​ການ​ຂອງ​ທ່ານ​ຜູ້​ຟັງ​ກວ່າ​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com.


ຕອບກັບ

ຂ່າວ/ບົດ​ອື່ນ