ຊາວອົບພະຍົບເສລີຈາກລາວມາຫວຽດນາມ

ອາ​ທິດ​ຜ່ານ​ມາ, ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ອີ​ແມວ, ​ໂທລະສັບ 5 ສະບັບ​ຈາກ​ທ່ານ​ຜູ້​ຟັງ​ລາວ ​ແລະ ຫວຽດນາມ. ​ໃນ​ລາຍການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ອີ​ແມວ ​ແລະ ຕອບ​ຄ​ຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ຝາກ​ມາລາ​ຍການ. ​

        ​ໃນ​ອີ​​ແມວ ຝາກ​ເຖິງ​ລາຍການ, ​ເພື່ອນ ​ເຈີ​່ນງອກ​ຈິ້ງ ​ໄດ້​ຂຽນ​ວ່າ: ​ໂດຍ​ແມ່ນ​ຜູ້​ເຄີຍ​ຕິດຕາມ​ບັນດາ​ຂ່າວ​ຄາວ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ລາວ, ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ: ​ອາທິດ​ແລ້ວ​ນີ້, ທ່ານ​ນາງ​ ສູນ​ທອນ ​ໄຊ​ຍະ​ຈັກ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພ​ົວພັນ​ຕ່າງປະ​ເທດ​ສູນ​ກາງ, ທູດ​ພິ​ເສດ​ຂອງ​ທ່ານ​ເລຂາທິການ​ໃຫຍ່ພັກ​ປະຊາຊົນ​ປະຕິວັດ ລາວ ບຸນ​ຍັງ ວໍລະ​ຈິດ ​ໄດ້ມາ​ ຫວຽດນາມ ອວຍພອນ​ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສືບ​ຕໍ່​ໄດ້​ຮັບ​ການ​​ເລ​ືອກຕັ້ງ​​ເປັນ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ​ຊຸດ​ທີ 12. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ, ນຳ້​ໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ຮອບດ້ານ​ລະຫວ່າງ ພັກ, ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ ນັບ​ມື້​ນັບ​ໄດ້​ຮັບ​ການ​ຢັ້ງຢືນ. ຂ້າພະ​ເຈົ້າ​ຫວັງ​ວ່າ, ​ໃນ​ປີ​ໃໝ່​ປີ​ວອກ​ນີ້, 2 ປະ​ເທດ​ພວກ​ເຮົາ​ຈະ​ມີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຕ່າງໆ​ເພື່ອ​ຮັດ​ແໜ້ນ​ການ​ພົວພັນ ຫວຽດນາມ - ລາວ ກ່ວາ​ອີກ.

ຊາວອົບພະຍົບເສລີຈາກລາວມາຫວຽດນາມ - ảnh 1

        ​ໃນ​ອາທິດ, ​ເພື່ອນ ​ໄຊ​ຍາ​ເດດ, ​ແຂ​ວງ ຫົວພັນ ​ໄດ້​ສົ່ງ​ອີ​ແມວ​ເຖິງ​ລາຍການ​ດ້ວຍ​ເນື້ອ​ໃນ​ວ່າ: ອາທິດ​ຜ່ານ​ມາ, ອາກາດ​ຢູ່ບາງ​ແຂວງ​ພາກ​​ເໜືອ ​ແລະ ພາກ​ກາງ ຫວຽດນາມ ໜາວ​ຈັດ​ທີ່​ສຸດ, ພິ​ເສດ​ແມ່ນ​ບາງ​ແຂວງ​ເຂດ​ພູ​ສູງ​ທາງ​ພາກ​ເໜືອ. ຂ້າພະ​ເຈົ້າ​ໄດ້​ຮູ້​ແຫຼ່ງຂ່າວ​ດັ່ງກ່າວ​ເມື່ອ​ຊົມ​ພາບ​ສາລະ​ຄະດີ​ໃນ​ແວບ​ໄຊ vovworld.vn. ຜ່ານ​ບັນດາ​ພາບ​ຖ່າຍ​ດັ່ງກ່າວ ຂ້າພະ​ເຈົ້າ​ກໍ​ຮູ້ຄວາມ​ເສຍ​ຫາຍ​ສ່ວນໃດສ່ວນ​ໜຶ່ງ​ຍ້ອນ​ອາກາດ​ໜາວ​ຈັດ​ນຳ​ມາ​ໃຫ້ ​ແຕ່​ບໍ່​ຮູ້​ຕົວ​ເລກ​ລະອຽດ​ເທື່ອ. ໂດຍ​ແມ່ນ​ຊາວ​ກະສິກອນ ຜູ້​ໜຶ່ງກໍ​ຖືກ​ຮັບຜົນ​​ເສຍ​ຫາຍຢ່າງ​ໜັກໜ່ວງ​ຈາກ​ອາ​ກາດ​ໜາ​ວຈັດ​ຄັ້ງ​ແລ້ວ​ນີ້, ຂ້າພະ​ເຈົ້າ​ຢາກ​ຮູ້​ຂໍ້​ມູນ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ຂອງ​ປະຊາຊົນ ກໍ​ຄື​ການ​ຊ່ວຍ​ເຫຼືອ​ຂອງ​ລັດ ທີ່​ສະຫງວນ​​ໃຫ້​ແກ່​ຊາວ​ກະສິກອນ ຫວຽດນາມ ຜູ້​ທີ່​ຮັບ​ເຄາະ​ຮ້າຍ​​ເຫຼົ່າ​ນັ້ນໄດ້​ບໍ່​?

        ​ເພື່ອນ ​ໄຊ​ຍາ​ເດດ ທີ່​ເຄົາລົບ, ຕາມ​ລາຍ​ງານ​ຂອງ ຫ້ອງການ​ປະຈຳ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບການປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາ​ດ ​ແລະ ຊອກ​ຫາ, ກູ້​ໄພ​ກູ້​ຊີບກຽວ​ກັບ​ຜົນ​ເສຍ​ຫາຍ​ຍ້ອນ​​ອາກາດ​ໜາວ​ຈັດ​ກໍຂຶ້ນ​ຢູ່​ບັນດາ​ແຂວງ​ພາກ​ເໜືອ​ແລ້ວ. ຈຳນ​ວນສັດລ້ຽງ​ຕາຍ​ແມ່ນ 9.000 ​ໂຕ, ຈຳນວນ​​ສັດປີກ​ຕາຍ​ແມ່ນ 43.000 ​ໂຕ, ພືດ, ຕົ້ນ​ໄມ້​ຊະນິດ​ຕ່າງໆ​ຖືກ​ເສຍ​ຫາຍ​​ກ່ວາ 27.000 ha. ກະຊວງ​ກະ​ສິກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້​ເຕົ້າ​ໂຮມ​ສະພາບ​ຄວາມ​ເສຍ​ຫາຍຢູ່ 14 ​ແຂວງ. ​ໃນ​ຕໍ່ໜ້າ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້​ສະ​ເໜີ​​​ບັນດາ​ທ້ອງ​ຖິ່ນ​ສະໜອງ​ງົບປະມານ​ຊົ່ວຄາວ​ເພື່ອ​ຊ່ວຍ​ເຫຼືອ​ບັນດາ​ຄອບຄົວ​ປະສົມ​​ເຄາະ​ຮ້າຍ​ໂດຍ​ໄວ, ສະ​ເໜີ​ທະນາຄານ​ຕໍ່​ກຳນົດ​ເວລາ​ໃຊ້​ໜີ້​​ໃຫ້​ບັນດາ​ຄອບຄົວ​ມີ​ງົວ, ຄວາຍ​ຕາຍຍ້ອນ​ອາກາດ​ໜາວ​ຈັດ​ຜ່ານ​ມາ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ຮັບ​ມື​ກັບ​ສະ​ພາບ​ໜາ​ວຈັດ, ຟື້ນ​ຟູ​ການ​ຜະລິດ​​ເປັນ​ປົກກະຕິ​​ໂດຍ​ໄວ.

ຊາວອົບພະຍົບເສລີຈາກລາວມາຫວຽດນາມ - ảnh 2

        ​ໃນ​​ໂທລະສັບ​ຫາ​ລາຍການ, ​ເພື່ອນ ພຽນ ​ໄຊ​ຍະ​ຈັກ, ​ແຂວງ ບໍ່​ແກ້ວ ​ໄດ້​ຖາມ​ວ່າ: ອາທິດ​ຜ່ານ​ມາ, ຂ້າ​ພະ​​ເຈົ້າ​ໄດ​້ຮັບ​ຂ່າວ​ກ່ຽວ​ກັບ​ຊາວ​ອົບ​ພະຍົບ​​ເສລີ​ຈາກລາວ ມາ ຫວຽດນາມ, ຂ້າພະ​ເຈົ້າ​ຢາກ​ຮູ້​ຕື່ມ​ກ່ຽວ​ກັບ​ຂໍ້​ມູນ​​ດັ່ງກ່າວ​?

        ​ເຈົ້າ, ​ເພື່ອນ ພຽນ ​ໄຊ​ຍະ​ຈັກ ທີ່​ຮັກ​ແພງ, ​​ໄລຍະ​ຜ່ານ​ມາ, ນາຍົກລັດຖະມົນຕີ ຫາ​ກໍ່​ເຊັນ​ອະນຸມັດ​ຜ່ານ​ແຜນ​ຮ່າງ “ຊັບຊ້ອນບ່ອນຢູ່​​ໄລຍະ​ໃຫ້​ຊາວ ອົບ​ພະຍົບ​ເສລີ​ຈາກ ສປປ ລາວ ​ເມືອ​ປະ​ເທດ”. ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ຊາວ​ອົບ​ພະຍົບຈາກ ສປປ ລາວ ກັບ​ເມືອ ຫວຽດນາມ ບໍ່​ຖືກ​ອຶດຫິວ, ມີ​ບ່ອນຢູ່​ອ​າ​ໄສ​ຊົ່ວຄາວ ​ແລະ ຮັບປະກັນ​ບັນດາ​ຄວາມ​ຕ້ອງການ, ​ເງື່ອນ​ໄຂ​ດຳ​ເນີນ​ຊີວິດ​, ໜູ​ນຊ່ວຍ​ບັນດາ​ເງື່ອນ​ໄຂ​ຈຳ​ເປັນ​ກ່ຽວ​ກັບ​ບ່ອນຢູ່, ກ່ຽວ​ກັບ​ດິນປຸກ​ສ້າງ​ເຮືອນຢູ່, ດິນ​ຜະລິດ, ທຶນກູ້​ຢືມ, ສ້າງ​ວຽກ​ເຮັດ​ງານ​ທຳ, ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ… ນະ​ໂຍບາຍ​ດັ່ງກ່າວ​​ໄດ້​ຮັບ​ການ​ປະຕິບັດ​ຢູ່ 10 ​ແຂວງ​ມີ​ຊາຍ​ແດນ​ຕິດ​ກັບ​ລາວ​ຄື: ດ້ຽນບຽນ, ​ເຊີນ​ລາ, ​ແທງ​ຮ໋ວາ, ​ເງະ​ອານ, ຮ່າ​ຕິ້ງ, ກວາງ​ບີ່​ງ, ກວາງ​ຈີ້, ​ເທື່ອ​ທຽນ​ເຫ້ວ, ກວາງ​ນາມ, ກອນ​ຕຸ​ມ. ​ໄລຍະ​ປະຕິບັດ​​ແມ່ນ 3 ປີ (​ແຕ່​ປີ 2016 – 2018) ​ແລະ ອາດ​ສາມາດ​ແກ່ຍາວ​​ໄດ້​ຖ​້າຫາກ​ຂໍ້​ຕົກລົງ​ລະ​ຫວ່າງ​ລັດຖະບານ ສສ ຫວຽດນາມ ​ແລະ ສປປ ລາວ ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ຊາວ​ອົບ​ພະຍົບ​ເສລີ, ການສົມລົດ​ຜິດ​ກົດໝາຍ​ໃນ​ເຂດ​ຊາຍ​ແດນ​ລະຫວ່າງ 2 ປະ​ເທດ​ໄດ້​ຕໍ່​ກຳນົດ​ເວລາ. ​ເປົ້າ​ໝາຍ​ໄດ້​ຊົມ​​ໃຊ້​​ນະ​ໂຍບາຍແມ່ນ​ຄອບຄົວ (ມີ​ 2 ຄົນ​ຂຶ້ນ​ໄປ) ທີ່ອົບ​ພະຍົບ​ເສລີ​ໃນ​ເຂດ​ຊາຍ​ແດນ ຫວຽດນາມ - ລາວ ກ່ອນ​ວັນ​ທີ 8/7/2013 ​ໂດ​ຍລັດຖະບານ ສປປ ລາວ ສົ່ງ​ຄືນ ​​ແລະ ລັດຖະບານ ສສ ຫວຽດນາມ ຮັບ​ເອົາ, ວົງ​ຄະນະ​ຍາດ​ພົນລະ​ເມືອງ​ຮັບ​​ເອົາບັນດາ​ຄອບຄົວ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່. ບັນດາ​ຕາ​ແສງ​ຮັບ​ບັນດາ​ຄອບຄົວ​ກັບ​ເມືອ​ປະ​ເທດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ ຈະ​ໄດ້​ໜູນ​ຊ່ວຍ​ຄອບຄົວ​ລະ 50 ລ້ານ​ດົ່ງ​ເພື່ອໜູນ​ຊ່ວຍຖາງ​ປ່າປຸກ​ສ້າງ​ເຮ​ືອນຢູ່, ທຳ​ການ​ຜະລິດ​ໃຫ້​ແກ່​ບັນດາ​ຄອບຄົວ​ມາ​ໃຫມ່, ກໍ​ຄືລົງທຶນ​ກໍ່ສ້າງບັນດາ​ກິດຈະກຳ​ຈຳ​ເປັນ… ພາຍຫຼັງ​ປື້​ມສຳ​ມະ​​ໂນ​ຄົວ ສຳມະ​ໂນ​ພົນລະ​ເມືອງ​ແລ້ວ, ບັນດາ​ຄອບຄົວອົບ​ພະຍົບຈະ​ໄດ້​ຮັບຊົມ​ໃຊ​​້ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງ​ຄົມ​ຕາມ​ຂໍ​້ກຳນົດ​ທີ່ພວມ​ປະກາດ​ໃຊ້​.

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com


ຕອບກັບ

ຂ່າວ/ບົດ​ອື່ນ