ຕອບຄຳຖາມເຊິ່ງທ່ານຜູ້ຟັງຝາກມາໃນອາທິດຜ່ານມາ

ອາທິດ​ຜ່ານ​ມາພວກ​ເຮ​ົາ​ໄດ້​ຮັບຈົດໝາຍ, ອີ​ແມວ, ​ໂທລະ​ສັບຫຼາຍ​ສະ​ບັບຈາກ​ທ່ານ​ຜູ້​ຟັງ​ທັງ​ຢູ່​ລາວ ​ແລະ ຫວຽດນາມ. ​ໃນ​ຈົດໝາຍ, ອີ​ແມ​ວນັ້ນ, ທ່ານ​ຜູ້​ຟັງ​ໄດ້​ຍ້ອງຍໍ​ບາງ​ບົດ​ທີ່​ໄດ້​ອອກ​ອາກາດ​ໃນ​ອາທິດ, ກໍ່​ຄື​ມີ​ຄວາມ​ສົນ​ໃຈ​ຕໍ່​ບັນຫາຈຳນວນ​ໜຶ່ງ. ​ໃນ​ລາຍການ “​ໂອ້​ລົ​ມກັບ​ເພື່ອນ​ລາວ​ ພາກ​ນີ້ ພວກ​ເຮົາ​ຂໍ​ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ຝາກ​ມາ​ໃນ​ອາທິດ​ຜ່ານ​ມາ. ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ.

+++

ທ່ານ ສົມ​ບູນ, ຢູ່​ແຂວງ​ຫົວພັນ ​ໄດ້​ຝາກ​ອີ​ແມວ​ມາ​ຍັງ​ລາຍການ​​ໂດຍ​ໃຫ້​ຮູ້ວ່າ: ຂ້າພະ​ເຈົ້າ​ໄດ້​ຮັບ​ຊົມພາບ​​ສາລະ​ຄະດີ​ກ່ຽວ​ກັບນາງ​ງາມ​ຫວຽດນາມ ຜ່ານ​ໄລຍະ​ຕ່າງໆ​ນີ້​​ຫຼາຍ​ເທື່ອ​ແລ້ວ. ຜ່ານ​​ພາບ​ເຫຼົ່າ​ນັ້ນ​ ຂ້າພະ​ເຈົ້າ​ເຫັນ​ວ່າ: ໃນ​​ຊຸດ​ເສື້ອ​ຍາວປະຈຳ​ຊາດ, ນາງ​ສາວ ຫວຽດນາມຄື​ດັ່ງ​ງາມ​ກວ່າ, ມີ​ຄວາມສຸພາບ ​ແລະ ​ສະ​ເໜ​ກ່ວາ.

ສ່ວນ ​ເພື່ອນ ​ປານີ​ນ ວິ​ໄລ​ສຸກ, ນັກ​ສຶກສາ​ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ ລາວ ​ໄດ້​ໂທລະສັບ​ຫາ​ລາຍການ​​ໂດຍ​​ແບ່ງປັນ​ວ່າ: ຂ້າພະ​ເຈົ້າ​ໄດ້​ຮັບ​ຊົມ ວີ​ດີ​ໂອ​ແນະນຳ​ເກາະ ຟູ໋ກວກ ​ໃນ​ແວບ​ໄຊ vovworld.vn, ​ເກາະ​ແຫ່ງ​ນີ້​ງາມ​ປຽບ​ເໝືອນແດນ​ສະຫວັນ, ດ້ວຍທະ​ເລທີ່​ຂຽວ​ສົດ​ໃສ, ຂີ້​ຊາຍ​ຂາວ​ສະອາດ ພ້ອມ​ກັບ​ອາຫານ​ພິ​ເສດສະ​ເພາະ​ຫຼາຍ​ເຍື່ອງ ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ຮູ້ສຶກ​ນິຍົມ ​ແລະ ຢາກ​ມາ​ແຫ່ງ​ນີ້​ຫຼາຍ. ຖ້າ​ມີ​ໂອກາດ ​ຂ້າພະ​ເຈົ້າ​ພ້ອມ​ກັບໝູ່​ເພື່ອນ​ຈະໄປ​ທ່ອງ​ທ່ຽວ ຟູ໋ກວກ.

ຕອບຄຳຖາມເຊິ່ງທ່ານຜູ້ຟັງຝາກມາໃນອາທິດຜ່ານມາ - ảnh 1
ພາບປະກອບ

ໃນ​ອາທິດ, ທ່ານ ບົວ​ສີ ສີ​ຫາ​ລາດ, ນະຄອນຫຼວງ ວຽງຈັນ ​ໄດ້​ຝາກ​ ອີ​ແມວ​ໃຫ້​ລາຍການ​​ໂດຍ​ໃຫ້​ຮູ້​ວ່າ: ​ເວລາ​ຈະ​ມາ​ເຖິງ, ຂ້າພະ​ເຈົ້າຈະ​ໄປ​ທ່ອງ​ທ່ຽວ ​ເຫ້ວ, ຂ້າພະ​ເຈົ້າ​ຢາກ​ຊື້​ຂອງຂວັນ​ຈຳນວນ​ໜຶ່ງ​ເຊິ່ງ​ແມ່ນ​ອາຫານ​​ພິ​ເສດສະ​ເພາະ​ຂອງ​ເຫ້ວ, ​ແຕ່​ບໍ່​ຮູ້​ຈະ​ຊື້​ຫຍັງ​. ​ ດັ່ງ​ນັ້ນຂໍ​​ລາຍການ​ແນະນຳ​​ໃຫ້​ແດ່ .

​ເຫ້ວ​ແມ່ນ​ສະຖານ​ທີ່ທ່ອງ​ທ່ຽວ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ຍ້ອນ​ວ່າ ​ເຫ້ວ ມີ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ຊາວ ​ເຫ້ວ ​ແມ່ນ​ຜູ້​ສຸດ​ຈິດ​ສຸດ​​ໃຈ, ຮັກ​ແພງ​​ແຂກ​ຄົນ, ຢູ່​ທີ່​ນີ້​ຍັງ​ມີ​ອາຫານ​ແຊບນົວ​​ທີ່​ເປັນ​ເອກະລັກ​ສະ​ເພາະຫຼາຍ​ເຍື່ອງ​​ອີກ​ດ້ວຍ. ຖ້າ​ເພື່ອນ​ຢາກ​​​ຊື້​​ອາຫານເປັນຂອງຂວັນ​ໃຫ້​ແກ່​ຄອບຄົວ ​ແລະ ​ເພື່ອນ​ມິດ​ແມ່ນ​ມີ​: ​ນ້ຳ​ແຈ່ວ​ຫຼາຍ​ປະ​ເພດ, ຊາ​ຂອງ​ລາດ​ຊະ​ວັງ, ​ເຂົ້າໜົມ.​​.​.​ ​ ​ເພື່ອ​ນຄວນ​ຊື້​ເຂົ້າໜົມ​ຢູ່​ບັນດາ​ຮາກ​ຖານ​ໃຫຍ່, ທີ່​ໄດ້​ຈົດ​ທະບຽນ​ດຳ​ເນີນ​ທຸລະ​ກິດ​ເພື່ອ​ຮັບປະກັນ​ຄຸນ​ນະພາ​ບ, ​ຄື ​ແມ່​ສຶງ ​ແທ່ງ​ຮືງ, ນາມ​ທ້ວນ.​​..​ , ນຳ້​ແຈ່ວ​ ຢີ່​ເກີ໋ນ, ​ໂກຣີ​.​..​ ​ ນອກຈາກ​ນັ້ນ​ເພື່ອນ​ສາມາດ​ຊື້​ແກ່ນ​ບົວ​ອີກ.  ​ແກ່ນ​ບົວ​​ແຫ້ງ​ຢູ່​ເຫ້ວ ​ໂດ​່ງດັງ ​ແລະ ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຫຼາຍ​ຄົນ​ຍ້ອນ​ມັນທັງ​ຫອມ ​ແລະ ​ແຊບກ່ວາ​ເມື່ອ​ທຽບ​​ໃສ່​​ແກ່ນ​ບົວ​ຢູ່​ພາກ​​ເໜືອ ​ແລະ ພາກ​​ໃຕ້. ຫວັງ​ວ່າ, ບັນດາ​ຂໍ້​ມູນ​ຂ່າວ​ທີ່​ກ່າວ​ມາ​ຂ້າງ​ເທິງ​ສາມາດ​ຊ່ວຍ​ໃຫ້​ເພື່ອ​ນທັງຊື້​ໄດ້ອາຫານທີ່​ເປັນ​ເອກະລັກ​ສະ​ເພາະ​ເພື່ອ​ເປັນ​ຂອງຕ້ອນ​ໃຫ້​ເພື່ອນ ​ທັງມີ​ຄວາມ​ໝາຍອີກ.

+++

    ເພື່ອ​ນ​ ວັນ​ນິ​ດາ, ນັກສຶກ​ສາ​ສະ​ຖາ​ບັນທະ​ນາ​ຄານ ກໍ່​ໂທ​ຫາ​ລ​າຍ​ການ ຖາມ​ກ່ຽວ​ກັບ ເຝີ​ຂອງ ຫວຽດ​ນາມ, ເພື່ອນ​ໃຫ້​ຮູ້​ວ່າ: ເກືອບ​ຄື​ວ່າ​ຖະ​ໜົນ ແລະ ຕະຫຼາດ​ແຫ່ງ​ໃດ​ຢູ່ ຮ່າ​ໂນ້ຍກໍ່​ມີ​ຮ້ານ​​ເຝີ, ເພື່ອນກໍ່​ໄດ້​ກິນ​ຢູ່ຫຼາຍ​ບ່ອນ ແລະ ເຫັນ​ວ່າ​ແຕ່​ລະ​ບ່ອນ​ກໍ່​ມີ​ລົດ​ຊາດ​ແຕກ​ຕ່າງ​ກັນ. ແຕ່​ເພື່ອນ​ຢາກຮູ້​ຮ້ານ​ໃດ ​ແມ່ນ​ຮ້ານ​ເຝີທີ່​ໂດ່ງ​ດັງກວ່າ​ໝູ່​ຢູ່ ຮ່າ​ໂນ້ຍ​ເພື່ອ​ໄດ້​ຊິ​ມລົດ​ຊາດ​ຂອງ​ມັນ.

    ແມ່ນ​ແທ້, ຢູ່ ຮ່າ​ໂນ້ຍ​ມີ​ຮ້ານ​​ເຝີ​ນັບ​ຮ້ອຍ​ຮ້ານ, ແຕ່​ຢາກ​ກິນ ເຝີ​ທີ່​ໂດ່ງ​ດັງ ເພື່ອນ​ສາ​ມາດ​ກິນ​ ເຝີ ທີ່ນ ຢູ່​ຖະ​ໜົນ ລໍ່​ດູກ, ເຝີ​ ບາດ​ດ່ານ​ໃນ​ຖະ​ໜົນ ບາດ​ດ່ານ, ເຝີ ວູຍ, ເຊື໋ອງ ຢູ່​ຖະ​ໜົນ ດິງ​ລຽດ, ເຝີ​ຢູ່​ຖະ​ໜົນ ຫຼີ໋ກວກ​ຊື. .. ເຝີ​ຢູ່​ຮ້ານ​ໃດ​ກໍ່​ມີ​ລົດ​ຊາດ​ຕ່າງ​ກັນ, ຍາກ​ທີ່​ຈະ​ຕີ​ລາ​ຄາ​ໄດ້​ວ່າ​ເຟີ​ຢູ່​ຮ້ານ​ໃດ​ແຊບ​ກ່​ວາ​ໝູ່, ນັ້ນ​ແມ່​ນ​ອີງ​ຕາມ​ຄວາມ​​ຮູ້ສຶກ​ຂອງ​ແຕ່​ລະ​ຄົນ. ຖ້າມີ​ໂອ​ກາດ​ເຊີນ​ເພື່ອນຊິ​ມ​ເບິ່ງຢູ່​ຮ້ານ​​ເຫຼົ່າ​ນັ້ນ ແລະ ຂຽນ​ບົດ​ຕີ​ລາ​ຄາ​ໃຫ້​ພວກ​ເຮົາ​ແດ່​ເດີ.

    ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ, ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ຂອງ​ພວກ​ເຮົາ​ຂໍ​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ນີ້. ຖ້າ​ມີ​ຄວາມ​ສົນ​ໃຈ, ທ່ານ​ສາມາດ​ຝາກ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົມ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 0084.43.825.6631, ອີ​ແມວ: Laovov@.yahoo.com ຫຼື Laovov5@.gmail.com ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.



ຕອບກັບ

ຂ່າວ/ບົດ​ອື່ນ