ຕອບ​ຈົດ​ໝາຍ​ທ່ານຜູ້​ຟັງ​ຜຸ້​ອ່ານ​ຝາກ​ມາ​ຍັງ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ

ໃນ​​​ອາທິດ​ຜ່ານ​ມາ, ລາຍການ​ກະຈາຍສຽງ​ຫວຽດນາມພາກ​ພາສາ​ລາວ ໄດ້​ຮັບ​ຈົດໝາຍ​, email ຫລາຍ​ສະບັບ ແລະ ໂທລະສັບ​ຈາກ​ທ່ານ​ຜູ້​ຟັງ​ລາວ. ໃນ​ຈົດໝາຍ, ບັນດາ​ທ່ານ​ຜູ້​ຟັງ​ລ້ວນ​ແຕ່​ສະ​ແດງ​ຄວາມ​ຮູ້ສຶກ​ເມື່ອ​ໄດ້​ຮັບ​ຟັງ​ແຕ່ລະ​ ລາຍ​ການ​ໃນ​ພາກ​ພາ​ສາ​ລາວ ແລະ ຢາກ​ຮູ້​ຂໍ້​ມູນ​ຂ່າວກ່ຽວ​ກັບ​ນະຄອນຫລວງ ຮ່າ​ໂນ້ຍ. ໃນ​ລາຍການ​ໂອ້​ລົ​ມກັບ​ເພື່ອນ​ລາວ​ພາກ​ນີ້, ພວກ​ຂ້າພະ​ເຈົ້າ​ຂໍ​ຄັດ​ສະ​ເຫ​ນີ​ເນື້ອ​ໃນ​ຈົດໝາຍ​ບາງ​ສະບັບ ແລະຕອບ​ບາງຄຳ​ຖາມ​​ຊື່​ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ຫາ​ລາຍການ​ໃນ​ອາທິດ​ຜ່ານ​ມາ.        

ຕອບ​ຈົດ​ໝາຍ​ທ່ານຜູ້​ຟັງ​ຜຸ້​ອ່ານ​ຝາກ​ມາ​ຍັງ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 1
ຫນອງ​ໂຮ່​ເກືອມ- ຮ່າ​ໂນ້ຍ

 ​ເພື່ອນ​ ມີ​ໄຊ ຢູ່ ​ແຂວງ ອຸ​ດົ​ມ​ໄຊ ໃນ​ຈົດໝາຍ​ສົ່ງ​ເຖິງ​ລາຍການ ໄດ້​ເວົ້າ​ວ່າ: ຂ້າ​ພະ​ເຈົ້າ ຕິດ​ຕາມ​ບັນດາ​ຄໍ​ລຳ​ໃນ​ລາຍການ​ກະ​ຈາ​ຍສຽງ​ພາກ​ພາສາ​ລາວທາງ​ວິ​ທະ​ຍຸ ກໍ​ຄື ຜ່ານ​ຫນ້າ​ເວັບ vovworld.vn ເປັນ​ປະຈຳ, ພິ​ເສດ ​ແມ່ນ​ລາຍການ​ຊາຍ​ຄາ​ອາ​ຊຽນ. ຜ່ານ​ລາຍ​ການນີ້ ຂ້າ​ພະ​ເຈົ້າມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ ປະ​ເທດ​ພາຍ​ໃນ​ກຸ່ມ ອາ​ຊຽນ ກໍ​ຄື​ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ເຂດ​ພາກ​ຢູ່ ​ປະ​ເທດ​ສະມາຊິກ​ ອາ​ຊຽນຈຳນວນ​ຫນຶ່ງ. ​ໃນ​ອາທິດ​ຜ່ານ​ມາ, ພາຍຫລັງ​ໄດ້​ຮັບ​ຊົມ​​ລາຍ​ການ​ “ຊາຍ​ຄາ​ອາ​ຊຽນ” ຜ່ານ​ຫນ້າ​ເວັບ vov5 ​​ດ້ວຍ​ຫົວ​ຂໍ້​ວ່າ: ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ອ​າ​ຊຽນ: ບາດ​ກ້າວ​ຫັນ​ປ່ຽນ​ສຳ​ຄັນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ. ຜ່ານ​ບົດ​ຂຽນ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ການ​ພົວ​ພັນ​ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ, ອາ​ຊຽນ ແມ່ນ​ຕະ​ຫລາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ 3 ແລະ ແມ່ນ​ຄູ່​ຮ່ວມ​ມື​ສະ​ຫນອງ​ສິນ​ຄ້າ​ໃຫຍ່​ອັນ​ດັບ 2 ຂອງ​ຫວຽດ​ນາມ, ໃນ​ນັ້ນ ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຫວຽດ​ນາມ ແລະ ອາ​ຊຽນ ໃນ​ປີ 2013 ແມ່ນ 39,7 ຕື້ USD, ກວ​ມ 15% ຍອດ​ວົງ​ເງິນ​ຂາ​ອອກ​ຂາ​ເຂົ້າ​ຂອງ​ຫວຽດ​ນາມ.

               ​ໃນ​ຈົດໝາຍ​ສົ່ງ​ເຖິງ​ລາຍການ, ​ເພື່ອນ ບຸນ​ມີ ຢູ່ ​ແຂວງ ສະ​ຫວັນ​ນະ​ເຂດ ​ເວົ້າ​ວ່າ: ​ໃນ​ອາທິດ​ຜ່ານ​ມາ, ໃນ​​ລາຍ​ການ “ຊົນ​ນະ​ບົດ​ໃຫມ່” VOV 5 ​ໄດ້​ແນະນຳ​ບົດ​ທ່ີ​ມີ​ຫົວ​ຂໍ້​ວ່າ: “ຜູ້​ອາ​ຍຸ​ສູງ​ຕັ້ງ​ຫນ້າກໍ່​ສ້າ​ງ​ຊົນ​ນະ​ບົດ​ໃຫມ່” ​ແມ່ນ​​ມີ​ຄວາມ​ໝາຍ​ທີ່​ສຸດ. ຜ່ານ​ບົດ​ຂຽນ ຂ້າພະ​ເຈົ້າ​​​ມີ​ຄວາມເຂົ້າ​ໃຈ​ກ່ຽວ​ກັບ​ຂະ​ບວນ​ການ “ຜູ້​ອາ​ຍຸ​ສູງ - ເປັນ​ແບບ​ຢ່າງ” ຢູ່​ບັນ​ດາ​ເຂດ​ຊົນ​ນະ​ບົດ​ຂອງ​ຫວຽດ​ນາມ. ຜູ້​ອາ​ຍຸ​ສູງ​ຢູ່​ເມືອງ ນາມ​ດານ ແຂວງ ເຫງ້​ອານ ເວົ້າ​ສະ​ເພາະ ແລະ ຜູ້​ອາ​ຍຸ​ສູງ​ຢູ່​ບັນ​ດາ​ທ້ອງ​ຖິ່​ນ​ອື່ນ​ຂອງ​ຫວຽດ​ນາມ​ເວົ້າ​ລວມ ໄດ້​ມີ​ຄຸນ​ງາມ​ຄວາມ​ດີ​ອັນ​ໃຫຍ່​ຫລວງ​ໃນ​ຂະ​ບວນ​ການ​ຂົນ​ຂວາຍ​ປ​ະ​ຊາ​ຊົນ​ປະ​ກອບ​ທີ່​ດິນ​ເພື່ອກໍ່​ສ້າງ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ, ກໍ່​ສ້າງ​ໂຮງ​ຮຽນ ແລະ​ເຂົ້າ​ຮ່ວມ​ບັນ​ດາ​ວຽກ​ງານ​ທີ່​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ຄອບ​ຄົວ ເພື່ອກໍ່​ສ້າງ​ບ້ານ​ເກີດ​ເມືອງນອນ​ໃຫ້​ຮັ່ງ​ມີ​ສວຍ​ງາມກວ່າ. ນີ້​ແມ່ນ​ການ​ກະ​ທຳ​ທີ່​ດີ​ເພື່ອ​ໃຫ້​ບັນ​ດາ​ຜູ້​ອາ​ຍຸ​ສູງ​ຄື​ຂ້າ​ພະ​ເຈົ້າ​ສາ​ມາດ​ຮ່ຳ​ຮຽນ​ຕາມ.

ຕອບ​ຈົດ​ໝາຍ​ທ່ານຜູ້​ຟັງ​ຜຸ້​ອ່ານ​ຝາກ​ມາ​ຍັງ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 2
ບັນ​ດາ​ເຍື່ອງ​ອາ​ຫານ​ຢູ່ ຮ່າ​ໂນ້ຍ

        ​ເພື່ອນ ສົ​ມ​ສັກ ຢູ່ ​ແຂວງ ຄຳ​ມ່ວນ ສົ່ງ​ອີ​ແມວ ມາ​​ເຖິງ​ລາຍການ​ໂດຍ​ແບ່ງປັນ​ວ່າ: ຜ່ານ​ຫນ້າ​ເວັບ vovworld.vn ​ນ້ອງ​ໄດ້​ຮູ້​ຈັກ​ເຖິງ​ຂໍ້​ມູນ​ຂ່າວ​​ຫລາຍ​ຢ່າງ​, ກໍ​ຄືຮູບ​ພາບທີ່​ສວຍ​ງາມ​ກ່ຽວ​ກັບ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ, ພິ​ເສດ​ແມ່ນ​ຄຸ້ມ​ຖະ​ຫນົນ​ເກົ່າ. ໄລ​ຍະ​ຈະ​ມາ​ເຖິງ ນ້ອງ​ພ້ອມ​ກັບ​​ໝູ່​ເພື່ອນ​ຈະ​ໄປຢ້ຽມ​ຢາມ ນະຄອນຫລວງ ຮ່າ​ໂນ້ຍ. ສະ​ນັ້ນ ​ເພື່ອ​ກະກຽມ​ໃຫ້​ລາຍການ​ທ່ອງ​ທ່ຽວ​ຂອງ​ຕົນ, ນ້ອງ​ຢາກ​ຮູ້​ກ່ຽວ​ກັບ​ຄຸ້ມ​ຖະ​ຫນົ​ນ​ເກົ່າ​ຮ່າ​ໂນ້ຍຢ່າງ​ລະອຽດ​ກວ່າ. ພວກ​ອ້າຍ​ເອື້ອຍ​​ໃນ​ພາກ​ພາສາ​ລາວຊ່ວຍ​ນ້ອງ​​ແດ່.

        ​ເພື່ອນ​ສົ​ມ​ສັກ ທີ່​ຮັກ​ແພງ! ຄຸ້ມ​ຖະ​ຫນົ​ນ ​ເກົ່າ​ຮ່າ​ໂນ້ຍ ​ແມ່ນ​ຊື່​ເອີ້ນ​ຂອງ​ເຂດ​ຕົວ​ເມືອງ​ຫນື່ງ​ ທີ່​ມີ​ມາ​ແຕ່​ດົນ​ນານ​ຢູ່ ຮ່າ​ໂນ້ຍ. ​ປຊຊ ຢູ່​ເຂດ​ນີ້ ສ່ວນ​ຫລາຍ​ແມ່ນຜະ​ລິດ​ເຄື່ອງ​ຫັດຖະກຳ ​ແລະ ຄ້າຂາຍ​ສິນຄ້າ, ສ້າງ​ເປັນ​ບັນດາ​ຖະໜົນ​ທີ່​ມີ​ອາຊີບ​ເປັນ​ເອກະລັກ​ສະ​ເພາະ. ຊື່​​ເອີ້ນຂອງ​​ຖະໜົນສາຍ​ຕ່າງ​ໆ​ຢູທີ່​ນີ້​​ແມ່ນຕິດ​ພັນ​ກັບ​ບັນດາ​ປະ​ເພດ​ ສິນຄ້າ​ທີ່​ໄດ້​ຮັບ​ການ​ຜະລິດ​, ຕົວຢ່າງ​ຄື: Hàng Đường (ຮ່າງ​ເດືອ​ງ) ​ແປວ່າ ຖະໜົນ​ນ້ຳຕານ​ ຂາຍ​ປະ​ເພດ​ສິນຄ້າ​ທີ່​ເຮັດ​ດ້ວຍ​ນ້ຳຕານ,  Hàng Gà (ຮ່າງກາ) ​ແປ​ວ່າ​ຖະໜົນ​ໄກ່, ປຊຊ ຢູ່​ທີ່​ນີ້​ຂາຍສັດ​ປີກ​, Hàng Lược (ຮ່າງ​ເລືອກ) ​ແປ​ວ່າ ຖະໜົນ​ຫວີ ຂາຍ​ຫວີ​​ຊະນິດຕ່າງໆ. ຄຸ້ມ​ເມືອງ​ເກົ່າ   ຮ່າ​ໂນ້ຍ ຂຶ້ນ​ກັບ​ບໍລິ​ເວນ​ເມືອງ ຮວານ​ກຽມ ດ້ວຍ​​ເນື້ອ​ທີ່ທັງ​ໝົດ​ປະມານ 100 ​ເຮັກຕາ, ມີ​ຖະໜົນ 76 ສາຍ. ​ເຖິງ​ວ່າ ບັນດາ​ຄຸ້ມຖະໜົນ​ເກົ່າ​ຂອງ​ຮ່າ​ໂນ້ຍ ຍັງ​ຕັ້ງຢູ່​ນອກ​ເຂດ​ນີ້​ກໍ​ຕາມ, ​ແຕ່​ຍ້ອນ​ວ່າ ​ເຂດ​ນີ້​​ມີ​ຖະໜົນ​ເກົ່າ​ຫລາຍ​ສຸດ ​ແລະ ຍັງ​ຮັກສາ​ໄດ້​ບັນດາ​ຈຸດ​ທີ່​ເປັນ​​ເອກະລັກ​ສະ​ເພາະ ສະ​ນັ້ນ ຄຸ້ມ​ຖະ​ຫນົ​ນເກົ່າພຽງ​ແຕ່​​ໄດ້​ຮັບ​ການ​ຮັກສາ, ປະຕິສັງຂອນ​ເທົ່າ​ນັ້ນ​. ​ຖ້າ​ມີ​ໂອກາດ​ມາ​ຢາມ​ຄຸ້ມ​​ຖະ​ຫນົນ​ເກົ່າ, ​ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ຊົມ​ບັນດາ​ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ບັນດາ​ຫລັງຄາ​ເຮືອນ​ບູຮານ ຢູ່ ຖະຫນົນ​ຮ່າງ​ເດືອ​ງ, ຮ່າງ​ບາກ, ໝາ​ໄມ… ​ຊື່​ງໄດ້​ຮັບ​ການ​ກໍ່ສ້າງ​ນັບ​ແຕ່​ສັດຕະວັດ​ທີ່ 19. ​ ​ຄຸ້ມ​ຖະ​ຫນົນເກົ່າ​ຮ່າ​ໂນ້ຍ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ນັບ​ແຕ່​ສະໄຫມລາຊະວົງຫລີ -​ເຈ​ີນ ​ແຕ່​ສັດຕະວັດ​ທີ 11 ຮອດ​ສັດຕະວັດ​ທີ່ 15. ​ເຂດ​ຊຸມ​ຊົນ​ດຳ​ລົງ​ຊີວິດ ​ແລະ ຄ້າຂາຍ​ຢ່າງ​ຄັບຄາ​ໜາ​ແຫນ້ນ​ນີ້ ຕັ້ງຢູ່​ທາງ​ທິດຕາ​ເວັນ​ອອກ​ຂອງກຸງ​​ເກົ່າ ທັງ​ລອງ ຈົນ​​ເຖິງໃກ້​ກັບ​ແມ່ນ້ຳ​ແດງ. ສະ​ໄຫມລາຊະວົງ ຫລີ ​ເຈີ​ນ, ປະຊາຊົນ ຈາກ​ບັນດາ​ໝູ່​ບ້ານ​ອ້ອມ​ຂ້າງ​ເຂດ​ທ່ົ່ງ​ພຽງ​ພາກ​ເໜືອ ​ໄດ້​ເຕົ້າ​ໂຮມ​ຢູ່​ເຂດ​ນີ້​ເພື່ອ​ດຳລົງ​ຊີວິດ, ສ້າງ​ເປັນ​ຄຸ້ມ​ເມືອງ​ທີ່​ຄັບຄາ​ຫນາ​ແຫນ້ນ​ທີ່​ສຸດ​ຢູ່​ເມືອງ​ຫລວງ ທັງ​ລອງ. ປະຈຸບັນ, ຄຸ້ມ​ຖະ​ຫນົ​ນ ​ເກົ່າ ຮ່າ​ໂນ້ຍ ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ອັນ​ດູດ​ດື່ມ ສຳລັບ​ນັກ​ທ່ອງ​ທ່ຽວ​ຜູ້​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ທັງ​ລອງ-​ດົງ​ໂດ​ຮ່າ​ ໂນ້ຍ.    

ພວກ​ຂ້າພະ​ເຈົ້າ​ຂໍ​ຂອບ​ໃຈ​ທ່ານຜູ້​ຟັງທີ່​ໄດ້​ຮັບ​ຟັງ​ລາຍ​ການ​ພາກ​ພາສາ ​ລາວ​ເປັນ​ປະຈຳ ​ແລະ ​ປະ​ກອບ​ຄຳ​ເຫັນ​ໃຫ້​ລາຍການ. ທ່ານ​ສາມາດ​ຮັບ​ຟັງ ​ແລະ ອ່ານ​ບັນດາ​ລາຍການ​ຂອງ​ພວກ​ເຮົາ ຜ່ານ​ຫນ້າ​ເວັບ: vov5.vn ຫລື vovworld.vn.

ທ່ານ​ຜູ້​ຟັງ​ສາມາດ​ສົ່ງ​ຈົດໝາຍ​ເຖິງ​ພວກ​ເຮົາ, ໂດຍ​ ຈ່າຫນ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ ເຮືອ​ນ​ເລກທີ 45 ຖະຫນົນ Ba Trieu Ha Noi, ຫລື​ໂທລະສັບມາ​ໂດຍ​ກົງ​ກໍ່​ໄດ້​ຕາມ​ເບີ: 0084-4-38256631. Email: Laovov5@gmail.com. ຂໍ​ຂອບ​ໃຈ​ຫລ່ວງ​ຫນ້າ​.

 ​ສຸດ​ທ້າຍ, ພວກ​ຂ້າພະ​ເຈົ້າ ຂໍ​ອວຍພອນ​​ໃຫ້​ທ່ານ​ຜູ້​ຟັງ​ຜູ້ອ່ານຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ວຽກ​ງານ​ຂອງ​ຕົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ