ທົບທວນຄືນການພົວພັນ ຫວຽດນາມ - ລາວໃນປີ 2016


(vovworld) – ​​ໃນປີ 2016, ເຖິງວ່າສະພາບການຢູ່ໃນໂລກ ແລະ ພາກພື້ນມີການປ່ຽນແປງ, ສະພາບການພາຍ​ໃນປະເທດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ກໍ່ຕາມ ແຕ່ຄວາມສາມັກຄີ, ມິດຕະພາບແບບພິເສດລະຫວ່າງສອງ ປະເທດ ຫວຽດນາມ - ລາວກໍ່ບໍ່ສາມາດປ່ຽນແປງໄດ້, ຊຳ້ບໍ່ໜຳ ຍັງໄດ້ຮັບການພັດທະນາທັງລວງກ້ວາງ ແລະ ລວງເລິກ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ບັນນາທິການ ວິທະຍຸກະຈາຍສຽງ ຫວຽດນາມ ຢ້ຽວຮົ່ງ ຂໍທົບທວນຄືນການພົວພັນ ລະຫວ່າງ ຫວຽດນາມ ແລະ ລາວ ໃນປີຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

ທົບທວນຄືນການພົວພັນ ຫວຽດນາມ - ລາວໃນປີ 2016 - ảnh 1


        ກ່ຽວ​ກັບການພົວພັນທາງດ້ານການເມືອງ: ​ແມ່ນໄດ້ຮັບການຊຸກຍູ້ຢ່າງແຮງ, ນັບມື້ນັບສະໜິດ ຕິດພັນ ແລະ ມີຄວາມໄວ້ເນື້ອເຊື່ອໃຈກັນກ່ວາ. ສອງຝ່າຍໄດ້ສົມທົບກັນຈັດຕັ້ງບັນດາ ການຢ້ຽມຢາມ, ການພົບປະລະຫວ່າງການ ນຳຂັ້ນສູງຂອງ 2 ພັກ, 2 ລັດ, ເປີດຊຸດຝຶກອົບຮົມໃຫ້ບັນດາພະນັກງານຂັ້ນສູງ ຂອງລາວ, ເພີ່ມທະວີການແລກປ່ຽນຂໍ້ ມູນຂ່າວສານ, ຈັດກອງປະຊຸມສຳມະນາ ທິດສະດີ ແລະ ແລກປ່ຽນບົດຮຽນຕົວຈິງກ່ຽວກັບວຽກງານກໍ່ສ້າງພັກ, ຄຸ້ມຄອງ ເສດຖະກິດ - ສັງຄົມ, ສົມທົບກັນໃນການ ໂຄສະນາກ່ຽວກັບມູນເຊື້ອແຫ່ງ ການພົວພັນແບບພິເສດ ຫວຽດນາມ - ລາວຢ່າງເລິກເຊິ່ງ, ກ້ວາງຂວາງ, ສົມທົບກັນຈັດຕັ້ງບັນດາວັນບຸນສຳຄັນຂອງ 2 ພັກ, 2 ລັດ... ສອງຝ່າຍ​ໄດ້ ຕັ້ງໜ້າກະກຽມໃຫ້ການຈັດຕັ້ງບັນດາການເຄື່ຶອນໄຫວສະເຫຼີມສະຫຼອງ 55 ປີແຫ່ງວັນ ສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ໃນປີ 2017.

        ​ກ່ຽວ​ກັບການພົວພັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ: ສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ມີ​ປະ​ສິດ​ທິ​ຜົນຢ່າງ ແທດຈິງ. ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນສະຖຽນລະພາບ ທາງດ້ານ ການເມືອງ, ຄວາມໝັ້ນ​ຄົງ, ຄວາມເປັນລະບຽບຮຽບຮ້ອຍທາງ ສັງຄົມ ຢູ່ແຕ່ລະປະເທດ, ສົມທົບກັນປະຕິບັດບັນດາ​ສົນ​ທິ​ສັນ​ຍາຂອງກະຊວງ ປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ, ສັນຍາກ່ຽວກັບກົດລະບຽບ ການຄຸ້ມຄອງເຂດຊາຍແດນ, ​ການຮ່ວມມືກໍ່ສ້າງເສັ້ນຊາຍແດນ ຫວຽດນາມ - ລາວ ​ໃຫ້​ມີສະຖຽນລະພາບ ແລະ ພັດທະນາແບບຍືນຍົງ, ສອງຝ່າຍໄດ້ປະຕິບັດສຳເລັດ ໂຄງການ ປັກຫຼັກໝາຍຖີ່ ແລະ ບູລະນະປະຕິສັງຂອນລະບົບຫຼັກໝາຍຊາຍແດນ ຫວຽດນາມ - ລາວ ແລະ ເຊັນເອກະສານນິຕິກຳສຳຄັນ 2 ສະບັບນັ້ນແມ່ນ “ສົນທິສັນຍາ ກ່ຽວກັບຊາຍແດນ ແລະ ຫຼັກໝາຍຊາຍແດນ” ແລະ “ສັນຍາກ່ຽວກັບກົດລະບຽບ ການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນທາງບົກລະຫວ່າງລັດຖະບານ ຫວຽດນາມ ແລະ ລາວ”, ແກ້ໄຂສະພາບການອົບພະຍົບເສລີ ແລະ ການສົມລົດ ໂດຍບໍ່ມີການຈົດທະບຽນໃນເຂດຊາຍແດນ 2 ປະເທດເທື່ອລະກ້າວ, ສືບຕໍ່ສົມທົບກັນ ຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ກັບເມືອປະເທດ.

        ກ່ຽວກັບການຮ່ວມມືດ້ານການຄ້າ, ການລົງທຶນ: ສອງຝ່າຍໄດ້ເປັນເຈົ້າການ, ຕັ້ງໜ້າ ຜັນຂະຫຍາຍບັນດາສັນຍາຮ່ວມມືລະຫວ່າງລັດຖະບານ 2 ປະເທດ ແລະ ບັນດາເນື້ອໃນຂອງກອງປະຊຸມຄັ້ງທີ 38 ກຳມາທິການລະຫວ່າງລັດຖະບານ ຢ່າງມີປະສິດທິຜົນ. ສອງຝ່າຍໄດ້ເຊັນສັນຍາການຄ້າ 2 ຝ່າຍສະບັບໃໝ່, ສັນຍາການຄ້າຊາຍແດນ, ຜັນຂະຫຍາຍກົນໄກ “ປະຕູດຽວ” ຢູ່ດ່ານ ຊາຍແດນສາກົນ ລາວບ໋າວ - ແດນສະຫວັນ. ມາຮອດປະຈຸບັນ, ມີ 266 ໂຄງການໄດ້ຮັບໃບ ອະນຸຍາດ ລົງທຶນດ້ວຍຍອດຈຳນວນທຶນປະມານ 5,5 ຕື້ໂດລາສະຫະລັດ.

        ກ່ຽວກັບໄຟຟ້ານຳ້ຕົກ: ຫວຽດນາມ ໄດ້ສະໜອງໃບອະນຸຍາດລົງທຶນຢູ່ລາວ ​ໃຫ້ ໂຄງການ ໄຟຟ້ານຳ້ຕົກ 7 ໂຄງ​ການດ້ວຍຈຳນວນທຶນຈົດທະບຽນແມ່ນ 1,27 ຕື້ໂດລາສະຫະລັດ. ມາຮອດປະຈຸບັຍ, ໂຄງການ ເຊກະໜາມ 3 (250 MW) ໂດຍບໍລິສັດຫຸ້ນສ່ວນໄຟຟ້າ ຫວຽດ - ລາວ ​ເປັນ​ເຈົ້າ​ຂອງລົງທຶນໄດ້ນຳເຂົ້າເຄື່ອນໄຫວ.

        ກ່ຽວກັບບໍ່ແຮ່: ຫວຽດນາມ ມີ 63 ໂຄງການລົງທຶນຢູ່ລາວ, ໃນນັ້ນມີ 33 ໂຄງການພວມໃນ ໄລຍະຊອກຫາ, 21 ໂຄງການພວມໃນໄລຍະສຳຫຼວດ, 2 ໂຄງການຄົ້ນຄ້ວາຄວາມເປັນໄປໄດ້ ແລະ ມີ 7 ໂຄງການພວມຢູ່ໃນໄລຍະຂຸດຄົ້ນ. ປີ 2015, ໄດ້ເລີ່ມນຳໂຄງການຂຸດຄົ້ນ ແລະ ປຸງແຕ່ງເກື້ອບໍ່ແຮ່ ກາລີ ຢູ່ຄຳມ່ວນ ເຄື່ອນໄຫວດ້ວຍຍອດຈຳນວນທຶນຈົດທະບຽນຂຶ້ນເຖິງ 522 ລ້ານໂດລາສະຫະລັດ.

        ກ່ຽວກັບການສຶກສາ - ບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ: ສອງຝ່າຍ ເອົາໃຈໃສ່ພິເສດເຖິງການຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືໃນ ຂົງເຂດສຶກສາ - ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ. ສອງຝ່າຍ ຕັ້ັ້ງໜ້າຜັນຂະຫຍາຍແຜນ​ຮ່າງຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມື ຫວຽດນາມ - ລາວ ໃນຂົງເຂດສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນ ມະນຸດໃນໄລຍະ 2011 – 2020, ດຳເນີນການສະຫລຸບຕີລາຄາ ການຮ່ວມມືສຶກສາ - ບຳລຸງສ້າງໄລຍະ 2011 – 2015 ແລະ ກຳນົດທິດທາງຮ່ວມມືໃນໄລຍະ 2016 – 2020, ສົມທົບກັນຍູ້ແຮງຂະບວນການສອນພາສາ ຫວຽດ ຢູ່ບັນດາໂຮງຮຽນ ແລະ ບັນດາອົງການສຳ​ນັກ​ງານຂອງລາວ. ປະຈຸບັນ, ມີພະນັກງານ, ນັກສຶກສາ ລາວ 12.187 ຄົນພວມຮຳ່ຮຽນຢູ່ ຫວຽດນາມ ແລະ ມີພະນັກງານ, ນັກສຶກສາ ຫວຽດນາມ 425 ຄົນພວມຮຳ່ຮຽນຢູ່ລາວ. ໃນແຕ່ລະປີ, ຝ່າຍ ຫວຽດນາມ ໄດ້ສົ່ງນັກຊ່ຽວຊານ 40 ຄົນໄປສອນ ແລະ ບຳລຸງສ້າງວິຊາຊີບ, ວິຊາສະເພາະໃຫ້ຝ່າຍລາວ.

        ນອກຈາກນັ້ນ, ບັນດາແຂວງ, ນະຄອນຂອງ ຫວຽດນາມ ສືບຕໍ່ໄດ້ເປີດກ້ວາງ ການພົວພັນຮ່ວມມືຢູ່ລາວ, ຊ່ວຍບັນດາທ້ອງຖິ່ນຂອງລາວໃນການກໍ່ສ້າງພື້ນຖານ ໂຄງລ່າງ, ສົ່ງເສີມສຸຂະພາບ, ບຳລຸງສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ. ບັນດາວິສາຫະກິດລົງທຶນຢູ່ລາວໄດ້ສ້າງວຽກເຮັດງານທຳໃຫ້ຄົນງານ 35.000 ຄົນຢູ່ລາວ ແລະ ບາງວິສາຫະກິດເອົາໃຈໃສ່ທີ່ສຸດເຖິງ ວຽກງານຮັບປະກັນຊີວິດສັງຄົມ, ໜູນຊ່ວຍບັນດາອົງການ, ອົງການຈັດຕັ້ງມະຫາຊົນ, ປະຊາຊົນເຂດ​ທີ່ມີໂຄງການ ແລະ ໄດ້ຮັບການຕີລາຄາສູງ​ຈາກ​ປະ​ເທດ​ລາວ.


ຕອບກັບ

ຂ່າວ/ບົດ​ອື່ນ