ບັນດາມໍລະດົກຂອງຫວຽດນາມໄດ້ຮັບການຮັບຮອງຈາກ UNESCO


(vovworld) ປະ​ຈຸ​ບັນ, ຫວຽດ​ນາມ​ມີ 17ມໍ​ລະ​ດົກ​ໂລກ​ຊຶ່ງ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ອົງ​ການ UNESCO, ໃນ​ນັ້ນ, ມີ 2 ມໍ​ລະ​ດົກທຳ​ມະ​ຊາດ, 5 ມໍ​ລະ​ດົກ​ວັດ​ທະ​ນະ​ທຳ, 1 ມໍ​ລະ​ດົກ​ປະ​ສົ​ມ ແລະ ບັນ​ດາມໍ​ລະ​ດົກ​​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ, ມໍ​ລະ​ດົກ​ເອ​ກະ​ສານ. ສິ່ງນີ້ບໍ່​ພຽງ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ປະ​ເທດ​ຫວຽດ​ນາມ​ທີ່​ສວຍ​ສົດ​ງົດ​ງາມ, ມີ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ອຸ​ດົມ​ສົມ​ບູນ​ກ່ຽວ​ກັບ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ມາ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນຫຼວງຫຼາຍອີກ​ດ້ວຍ.

17 ປະ​ຊະ​ນີ​ຍະ​ສະ​ຖານ ແລະ ປະ​ເພດ​ສິ​ລະ​ປະ​ຂ​ອງ​ຫວຽດ​ນາມໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ອົງ​ການ UNESCO ວ່າ​ແມ່ນມໍ​ລະ​ດົກ​​ວັດ​ທະ​ນະ​ທຳ​ມີ​ຮູບ​ຮ່າງ ແລະ ມໍ​ລະ​ດົກ​​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງຂອງມວນ​ມະ​ນຸດ ແມ່ນ​ຖືກ​ຕັ້ງ​ຢູ່​ລຽບ​ຕາມ​ລວງ​ຍາວ​ຂອງ​ປະ​ເທດ​ຊາດ. 8 ມໍ​ລະ​ດົກ​​ວັດ​ທະ​ນະ​ທຳ​ມີ​ຮູບ​ຮ່າງຄື : ກຸ່ມ​ປູ​ຊະ​ນີ​ຍະ​ສະ​ຖານ​ກຸ່ງ​ເກົ່າ​ເຫ້ວ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ອົງ​ການ UNESCO ແມ່ນມໍ​ລະ​ດົກ​ວັດ​ທະ​ນະ​ທຳໂລກເມື່ອ​ປີ 1993. ອ່າວ​ຫ້າ​ລອງໄດ້​ຮັບ​ການ​ຮັບ​ຮອງ​ 2 ເທື່ອ. ເທື່ອ​ທີ 1 ແມ່ນມໍ​ລະ​ດົກ​ວັດ​ທະ​ນະ​ທຳໂລກ​ເມື່ອ​ປີ 1994. ເທື່ອ​ທີ 2 ແມ່ນມໍ​ລະ​ດົກ​ທໍ​ລະ​ນີໂລກເມື່ອ​ປີ 2000. ຄຸ້ມ​ເມືອງ​ເກົ່າ​ໂຫ້ຍ​ອານໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ອົງ​ການ UNESCO ແມ່ນມໍ​ລະ​ດົກ​ວັດ​ທະ​ນະ​ທຳໂລກເມື່ອ​ປີ 1999. ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ມີ້​ເຊີນ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ອົງ​ການ UNESCO ແມ່ນມໍ​ລະ​ດົກ​ວັດ​ທະ​ນະ​ທຳໂລກເມື່ອ​ປີ 1999. ເຂດ​ປ່າ​ສະ​ຫງວ​ນ ຟອງ​ຍາ​ແກ​ບາງໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ ມໍ​ລະ​ດົກ​ທຳມະ​ຊາດໂລກເມື່ອ​ປີ 2003. ເຂດປູ​ຊະ​ນີ​ຍະ​ສະ​ຖານພະ​ລາດ​ຊະ​ວັງ​ທັງ​ລອງ ໄດ້​ຮັບ​ການ​ຮັບ​ຮອງແມ່ນ ມໍ​ລະ​ດົກ​ວັດ​ທະ​ນະ​ທຳໂລກເມື່ອ​ປີ 2010 . ສະ​ເພາະ​ກຸ່ມ​ທັດ​ສະ​ນີ​ຍະ​ພາບ ຈາງ​ອານ ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ ມໍ​ລະ​ດົກທຳ​ມະ​ຊາດໂລກ ແລະ ມໍ​ລະ​ດົກ​ວັດ​ທະ​ນະ​ທຳໂລກເມື່ອ​ປີ 2014. ທ່ານ​ນາງດັ້ງ​ທິ​ບິກ​ລຽນ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ​ຫວຽດ​ນາມ​ໃຫ້​ຮູ້​ວ່າ :

 “ ບັນ​ດາ​ຜູ້​ຊ່ຽວ​ຊານ​ໄດ້​ຕີ​ລາ​ຄາ​ດ້ວຍ 25 ບົດ​ໜັງ​ສື​ພິມ​ທີ່​ລົງ​ພິມ​ໃນ​ບັນ​ດາ​ວາ​ລະ​ສານ​ທີ່​ມີ​ຊື່​ສຽງ​ໃນ​ໂລກ ໂດຍ​ຢືນ​ຢັນ​ຄຸນ​ຄ່າທາງ​ດ້ານວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ. ພ້ອມ​ກັບ​ຄຸນ​ຄ່າ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ບັນ​ດາ​ຜູ້​ຊ່ຽວ​ຊານ​ໄດ້​ຕີ​ລາ​ຄາ ກຸ່ມ​ທັດ​ສະ​ນີ​ຍະ​ພາບ ຈາງ​ອານ ແມ່ນ​ໜຶ່ງ​ໃນ​ບັນ​ດາກຸ່ມ​ທັດ​ສະ​ນີ​ຍະ​ພາບທີ່​ລື່​ຊື່​ໃນ​ໂລກ​ປະ​ຈຸ​ບັນ ທັງ​ມີ​ຄຸນ​ຄ່າ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ທັງ​ມີ​ຄຸນ​ຄ່າທຳ​ມະ​ຊາດ. 2 ອົງ​ການ​ໃຫ້​ຄຳ​ປຶກ​ສາ​ຂອງ UNESCO ກໍ​ໄດ້​ຕີ​ລາ​ຄາ​ສູງ​ທີີ່ສຸດ ແລະ ຖື​ວ່າ ກຸ່ມ​ທັດ​ສະ​ນີ​ຍະ​ພາບ ຈາງ​ອານ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ທັດ​ສະ​ນີ​ຍະ​ພາບທີ່​ສວຍ​ງາມກວ່າ​ໝູ່​ຢູ່​ອາ​ຊີ​ຕາ​ ເວັນ​ອອກ​ສ່ຽງ​ໃຕ້

ບັນດາມໍລະດົກຂອງຫວຽດນາມໄດ້ຮັບການຮັບຮອງຈາກ UNESCO - ảnh 1
ກຸ່ມ​ທັດ​ສະ​ນີ​ຍະ​ພາບ ຈ່າງ​ອານ

ສ່ວນ 9 ມໍ​ລະ​ດົກ​​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງຢູ່​ຫວຽດ​ນາມ ແມ່ນ​ມີຫຼາຍ​ຮູບຫຼາຍ​ສີ​ທີ່​ສຸດ. ດົນ​ຕ​ີ​ໃນ​ພະ​ລາດ​ຊະ​ວັງ​ເຫ້ວ ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ ມໍ​ລະ​ດົກ​​ວັດ​ທະ​ນະ​ທຳ​ໂລກບໍ່​ມີ​ຮູບ​ຮ່າງທຳ​ອິດ​ຂອງ​ຫວຽດ​ນາມ​ເມື່ອ​ປີ 2003. ນີ້​ແມ່ນ​ປະ​ເພດ​ດົນ​ຕີ​ທີ່​ມີ​ລັກ​ສະ​ນະ​ດີ​ເລີດ​ຂອງບັນ​ດາ​ສະ​ໄໝ​ລາດ​ຊະ​ ວົງລາ​ຊ​ທິ​ປະ​ໄຕ​ໃນ​ສັງ​ຄົມ​ຫວຽດ​ນາມ​ຕະຫຼອດກວ່າ 10 ສະ​ຕະ​ວັດ. ວັດ​ທະ​ນະ​ທຳ​ຄ້ອງ​ໄຕ​ງວຽນ ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ ມໍ​ລະ​ດົກ​​ວັດ​ທະ​ນະ​ທ​ຳໂລກ​ບໍ່​ມີ​ຮູບ​ຮ່າງ​ເມື່ອ​ປີ 2005. ຂັບ​ກວານ​ເຫາະ​ບັກ​ນິງ ແມ່ນ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ອົງ​ການ UNESCO ກ່ຽວ​ກັບ​ຄຸນ​ຄ່າວັດ​ທະ​ນະ​ທຳ, ພິ​ເສດ​ແມ່ນ​ປະ​ເພ​ນີ​ສັງ​ຄົມ, ສິ​ລະ​ປະ​ການ​ສະ​ແດງ, ການ​ປະ​ພຶດ​ວັດ​ທະ​ນະ​ທຳ, ການ​ນຸ່ງ​ຖື… ແລະ ກໍ​ໃນ​ປີ 2009 ຂັບ​ກາ​ຈູ​ກໍ ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ ມໍ​ລະ​ດົກ​​ວັດ​ທະ​ນະ​ທ​ຳໂລກ​ບໍ່​ມີ​ຮູບ​ຮ່າງ ແລະ ສືບ​ທອດ​ກັນ​ມາ​ຂອງມວນມ​ະ​ນຸດ​ຄວນ​ໄດ້​ຮັບ​ການ​ຮັກ​ສາ​ດ່ວນ. ປີ 2011, ງານ​ບຸນ​ຢ້ອງ​ຢູ່​ຟູ່​ດົງ ແລະ ວິ​ຫານ​ຊ​ອ໋ກ, ຂັບ​ຊວານ​ຂອງ​ແຂວງ​ຟູ້​ເຖາະ ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ ມໍ​ລະ​ດົກ​​ວັດ​ທະ​ນະ​ທ​ຳໂລກ​ບໍ່​ມີ​ຮູບ​ຮ່າງ​ ​ຄວນ​ໄດ້​ຮັບ​ການ​ຮັກ​ສາ​ດ່ວນ. ການ​ເຫຼື້ອມ​ໃສ​ບູ​ຊາເຈົ້າ​ຊີ​ວິດ​ຮຸ່ງໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ ມໍ​ລະ​ດົກ​​ວັດ​ທະ​ນະ​ທ​ຳໂລກ​ບໍ່​ມີ​ຮູບ​ຮ່າງ​ເມື່ອ​ປີ 2012. ສິ​ລະ​ປະ​ສະ​ແດງເດີນ​ກາ​ຕາຍ​ຕືເຂດ​ພາກ​ໃຕ້ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ ມໍ​ລະ​ດົກ​​ວັດ​ທະ​ນະ​ທ​ຳໂລກ​ບໍ່​ມີ​ຮູບ​ຮ່າງ​ເມື່ອ​ປີ 2013 ແລະ ຮອດ​ທ້າຍ​ປີ 2014, ​ອົງ​ການ UNESCO ໄດ້​ເຊີດ​ຊູ​ສິ​ລະ​ປະ​ຂັບ ຫວີຢ້ຳ ເງະ​ຕິ້ງ ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ ມໍ​ລະ​ດົກ​​ວັດ​ທະ​ນະ​ທ​ຳ​ບໍ່​ມີ​ຮູບ​ຮ່າງ​ ເປັນ​ຕົວ​ແທນ​ຂອງມວນ​ມະ​ນຸດ. ທ່ານ​ສາດ​ສະ​ດາ​ຈານ , ດ​ຣ ຫງວຽນ​ຈີ້​ເບັນ ໃຫ້​ຮູ້​ວ່າ :

   “ ຄຸນ​ຄ່າແມ່ນ​ພະ​ລັງ​ຊີ​ວິດ​ຂອງມໍ​ລະ​ດົກ​, ມັນ​ປະ​ກົດ​ຢູ່​ທຸກ​ແຫ່ງ, ທຸກ​ເວ​ລາ, ໃນ​ສະ​ພາ​ວະ​ຕ່າງໆ, ຈາກ​ສຽງ​ຂັບ​ກອມ​ລູກ​ຕະຫຼອດ​ຮອດ​ການ​ຫາ​ປາ​ບົນ​ລຳ​ແມ່​ນ້ຳ. ສິ່ງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແມ່ນ​ຂັບ ຫວີຢ້ຳ  ຕິດ​ພັນ​ກັບ​ພາ​ສາ​ສຳ​ນຽງເງະ​ຕິ້ງ. ນີ້​ກໍ​ແມ່ນ​ຈຸດ​ເປັນ​ເອ​ກະ​ລັກ​ສະ​ເພາະ​ເພື່ອ​ເຮັດ​ໃຫ້ ຂັບ ຫວີຢ້ຳ ຍືນ​ຍົງ​ຄົງ​ຕົວ​ໃນ​ວົງ​ຄະ​ນະ​ຍາດ ແຕ່​ພັດ​ກໍ​ແມ່ນຈຸດ​ອ່ອນ, ຍາກທີ່​ຈະ​ເຜີຍ​ແຜ່​ປະ​ເພດ​ສິ​ລະ​ປະ​ນີ້​ໃນ​ວົງ​ກວ້າງ. ສຳ​ລັບ​ບັນ​ດາ​ມາດ​ຕະ​ຖານ​ທີ່​ອົງ​ການ UNESCO ເຊີດ​ຊູ ແລະຮັບ​ຮອງ​ແມ່ນມໍ​ລະ​ດົກ​​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ ເປັນ​ຕົວ​ແທນ​ຂອງມວນ​ມະ​ນຸດນັ້ນ​, ຂັບ ຫວີຢ້ຳ ກໍ​ມີ​ບັນ​ດາ​ຄຸ​ນ​ຄ່າ​ສາ​ມາດ​ຕອບ​ສະ​ໜອງຕາມ​ມາດ​ຕະ​ຖານ​ເຫຼົ່າ​ນັ້ນ

    ນອກ​ຈາກນັ້ນ, ຢູ່​ຫວຽດ​ນາມ​ຍັງ​ມີ 3 ມໍ​ລະ​ດົກ​ເອ​ກະ​ສານ. ແມ່​ພິມ​ສະ​ໄໝ​ລາ​ດ​ຊະ​ວົງ ຫງວຽນ ແມ່ນ ມໍ​ລະ​ດົກ​ເອ​ກະ​ສານ​ໂລກ​ທຳ​ອິດ​ຢູ່​ຫວຽດ​ນາມ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ອົງ​ການ UNESCO ເມື່ອ​ປີ 2009. ດ້ວຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ ແລະ ປະ​ຫວັດ​ສາດ​ພິ​ເສດ, ໃນ​ປີ 2010, ແຜ່ນ​ສີ​ລາ 82 ແຜ່ນ​ຊຶ່ງ​ໄດ້​ຄວັດ​ຊື່​ບັນ​ດາ​ຜູ້​ເສັງ​ໄດ້​ລະ​ດັບ​ປະ​ລິນ​ຍາ​ເອກ​ໃນ​ສະ​ໄໝ ​ລາດ​ຊະ​ວົງ ເລ - ໝາກ (1442-1779) ຢູ່​ວັນ​ມ້ຽວ​ກ໋ວກ​ຕື​ຢ້າມ-ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ​ຫວຽດ​ນາມ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ອົງ​ການ UNESCO ແມ່ນ ມໍ​ລະ​ດົກ​​ເອ​ກະ​ສານໂລກ. ວັດ​ວິ້ງ​ງຽມ ຊຶ່ງ​ແມ່ນ​ສູນ​ກາງ​ສາ​ສະ​ໜາ​ພູດ​ໃຫຍ່​ທີ່​ສຸດ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ເຈີນ ເປັນ​ບ່ອນ​ມີ​ບັນ​ດາ​ເອ​ກະ​ສານ​ພາ​ສາ​ຫວຽດ​ເດີມ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ອົງ​ການ UNESCO ແມ່ນ ມໍ​ລະ​ດົກ​​ເອ​ກະ​ສານໂລກເມື່ອ​ປີ 2012.


ຂ່າວ/ບົດ​ອື່ນ