ປີທ່ອງທ່ຽວທ່ຽວແຫ່ງຊາດ 2015 ຂອງຫວຽດນາມ

ປີທ່ອງທ່ຽວທ່ຽວແຫ່ງຊາດ 2015 ຂອງຫວຽດນາມ - ảnh 1
ປີທ່ອງທ່ຽວທ່ຽວແຫ່ງຊາດ 2015 ຂອງຫວຽດນາມ
(ພາບປະກອບ)


(vovworld)- ​ການ​ເສັງ​ເພື່ອນ​ຮູ້​ຫຍັງ​ແດ່ກ່ຽວ​ກັບ​ຫວຽດນາມ, ​ໂດຍ​ VOV ປຸກລະດົມ​ໄດ້​ຜ່ານ 2/3 ​ໄລຍະ​ເວລາ​ແລ້ວ. ບັນດາ​ຂໍ້​ມູນ​ກ່ຽວ​ກັບ​ການ​ເສັ​ງ ກໍ່​ຄືການ​​ແນະ​ນຳບັນດາ​ຄຳ​ຕອບ ຕາມ​ຄຳ​ສະ​​ເໜີ​ຂອງ​ຜູ້​ຟັງ​, ພວກ​ເຮົາ​ໄດ້​ອອກ​ອາກາດ ​ແລະ ອັບ​ເດັດ​ທາງ​ອິນ​ເຕີ​ແນ​ດໃນ​ລາຍການ “​ໂອ້​ລົມ​ກັບ​ເພື່ອ​ລາວ” ​ແລະ ຕິດ​ຕໍ່​ພົວພັນ​ກັບ​ຜູ້​ຟັງ. ບັນດາ​ຂໍ້​ມູນ​ທີ່​ແນະນຳ​​ໃນລາຍການ​ນີ້ ​ບໍ່ພຽງ​ແຕ່​ຊ່ວຍ​ໃຫ້ຜູ້​ຟັງສຳ​ເລັດ​ບົດ​ເສ​ັງຂອງ​ຕົນ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບ​ຄວາມ​ຮູ້​ໃໝ່​ກ່ຽວ​ກັບປະ​ເທດ​ຊາດ, ຊາວ​ຫວຽດນາມ ​ເວົ້າ​ລວມ ​ແລະ VOV ​ເວົ້າ​ສະ​ເພາະອີກ​​ດ້ວຍ. ​ໃນ​ອາທິດ​ຜ່ານ​ມາ, ມີ​ຜູ້​ຝັງ​ບາງ​ທ່ານ​​ໄດ້​ສົ່ງ​ອີ​ແມວ​ມາ​ລາຍການຢາກຊອກຮູ້​ກ່ຽວ​ກັບ​ປີ​ທ່ອງ​ທ່ຽວ​ທ່ຽວ​ແຫ່ງ​ຊາດ 2015 ຂອງ​ຫວຽດນາມ.

​    ເພື່ອ​ຕອບ​ສະ​ໜອງ​ຄວາມ​ປະສົງ​ຂອງ​ທ່ານ, ​ໃນ​ລາຍການ​ຕິດ​ຕໍ່​ພົວພັນກັບທ່ານ​ຜູ້​ຟັງ​ມືນີ້, ບັນນາທິການ VOV ຈະ​ແນະນຳ​ບົດ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 ຂອງ​ຫວຽດນາມ ​ເຊື່ອມ​ຕໍ່​ບັນດາ​ມໍລະດົກ​ໂລກ.

    ປີ 2015, ແຂວງແທງ​ຮ້​ວາ ແມ່ນ​ແຫ່ງ​ເປັນ​ເຈົ້າ​ພາບ​ຈັດການ​ເຄື່ອນ​ໄຫວ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ. ທາງ​ແຂວງ​ໄດ້​ຂຶ້ນ​ແຜນ​ການ​ຈັດ​ຕັ້ງ​ບັນ​ດາ​ການ​ເຄ​ື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ ​ແນ​ໃສ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ເຊັ່ນ: ງານ​ມະ​ໂຫລານ​ບັນ​ດາ​ເຂດ​ມໍ​ລະ​ດົກ, ການ​ແຂ່ງ​ຂັນ​ກິ​ລາ, ງານ​ບຸນ​ອາ​ຫານ​ການ​ກິນ…ໃນ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015. ຄາດ​ວ່າແຂວງແທງ​ຮ້​ວາ ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 100.000 ຫາ 200.000 ເທື່ອ​ຄົນ, ສູ້​ຊົນ​ບັນ​ລຸ​ລາຍ​ຮັບ​ປະ​ມານ 160 ລ້ານ USD.  

​        ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 ດ້ວຍ​ຫົວ​ຂໍ້​ວ່າ “ເຊື່ອມ​ຕໍ່​ບັນ​ດາ​ມໍ​ລະ​ດົກ​ໂລກ ”. ຖະ​ໜົນ​ດອກ​ໄມ້ ເລ​ເລີ້ຍ ໄດ້​ຈັດ​ສັນ​ເປັນ 3 ເຂດ​ສິ​ລະ​ປະ ຊຶ່ງ​ໄດ້​ຈັດ​ວາງ​ບັນ​ດາ​ກຸ່ມດອກ​ໄມ້​ໃຫ້​ກາຍ​ເປັນ​ບັນ​ດາ ມໍ​ລະ​ດົກ​ໂລກ, ຮູບ​ພາ​ບ​ພິ​ເສດ​ສະ​ເພາະ​ຂອງ ແຂວງແທງ​ຮ້​ວາ ແລະ ສັນ​ຍາ​ລັກ​ຂອງ​ບັນ​ດາ​ແຂວງ, ນະ​ຄອນ​ທີ່​ມີ ມໍ​ລະ​ດົກ​​ວັດ​ທະ​ນະ​ທຳ. ທ່ານຫງວຽນ​ຊວນ​ຕ້​ວານ ຮອງ​ຜູ້​ອຳ​ນວຍ​ການ​ສູນ​ອະ​ນຸ​ລັກ​ຮັກ​ສາ ມໍ​ລະ​ດົກ​ໂລກກຳ​ແພງ​ລາດ​ຊະ​ວົງ​ໂຮ່, ແຂວງແທງ​ຮ້​ວາ ໃຫ້​ຮູ້​ວ່າ :

   “ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 ດ້ວຍ​ຫົວ​ຂໍ້ : ເຊື່ອມ​ຕໍ່​ບັນ​ດາ​ມໍ​ລະ​ດົກ​ໂລກ. ໃນ​ນັ້ນ​, ມໍ​ລະ​ດົກ​ກຳ​ແພງ​ລາດ​ຊະ​ວົງ​ໂຮ່ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ທ່ອງ​ທ່ຽວ​ທີ່​ສຳ​ ຄັນ, ຈຸດ​ເຊື່ອມ​ຕໍ່ຕາມ​ຫົວ​ເລື່ອງມໍ​ລະ​ດົກ​ໂລກ. ພວກ​ຂ້າ​ພະ​ເຈົ້າ​ກຳ​ນົດ​ວ່າ ມໍ​ລະ​ດົກ​ກຳ​ແພງ​ລາດ​ຊະ​ວົງ​ໂຮ່ແມ່ນ​ບ່ອນ​ທີ່​ພວກ​ຂ້າ​ພະ​ເຈົ້າ​ຮັບ​ໃຊ້​ ແຂກ​ເຂົ້າ​ມາ​ທັດ​ສະ​ນະ​ສຶກ​ສາ​ໂດຍ​ກົງ. ປະ​ຈຸ​ບັນ, ສູນ​ອະ​ນຸ​ລັກ​ຮັກ​ສາມໍ​ລະ​ດົກ​ໂລກກຳ​ແພງ​ລາດ​ຊະ​ວົງ​ໂຮ່ພວມ​ປະ​ຕ​ິ​ບັດ​ວຽກ ​ງານ​ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ມອບ​ໝາຍ​ໃຫ້. ພິ​ເສດ​ແມ່ນ​ໂຄງ​ການ​ຂຸດ​ຄົ້ນ​ຮ່ອງ​ຮອຍຂຸມ​ຄອງກຳ​ແພງ, ຍົກ​ລະ​ດັບ​ພາ​ຫ​ະ​ນະ​ອຸ​ປະ​ກອນ​ຢູ່​ເຂດ​ເຮືອນ​ວາງ​ສະ​ແດງ ມໍ​ລະ​ດົກ​ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ  ”

    ສັນ​ຍາ​ລັກ​ຂອງ ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 ແມ່ນ​ຮູບ​ພາບ​ກຸບໃບ​ຕານ, ຊຶ່ງ​ແມ່ນ​ສິ່ງ​ທີ່​ສະ​ໜິດ​ຕິດ​ພັນ​ກັບ​ຊາວ​ຫວຽດ​ນາມ​ເວົ້າ​ລວມ ແລະ ແຂວງແທງ​ຮ້​ວາເວົ້າ​ສະ​ເພາະ. ດ້ວຍ​ສານ​ທີ່​ວ່າ : ເຊື່ອມ​ຕໍ່​ບັນ​ດາ​ມໍ​ລະ​ດົກ​ໂລກ, ກຸບ 8 ອັນ​ໄດ້​ເຊື່ອມ​ຕໍ່​ກັນ​ເປັນ​ສັນ​ຍາ​ລັກ​ໃຫ້​ແກ່ ມໍ​ລະ​ດົກ​ໂລກ 8 ແຫ່ງ ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ຢູ່​ຫວຽດ​ນາມ . ຈຸດ​ທີ່​ພົ້​ນເດັ່ນຂອງ​ສັນ​ຍາ​ລັກ​ແມ່ນ​ຮູບ​ພາບ ກຳ​ແພງ​ລາດ​ຊະ​ວົງ​ໂຮ່, ຊຶ່ງ​ແມ່ນ​ທັດ​ສະ​ນີ​ຍະ​ພາບ​ທີ່​ລື່​ຊື່​ຂອງ ແຂວງແທງ​ຮ້​ວາ ແລະ ກໍ​ແມ່ນ​ໜຶ່ງ​ໃນ ມໍ​ລະ​ດົກ​ໂລກ 5 ແຫ່ງ​ຢູ່​ຫວຽດ​ນາມ ດ້ວຍ​ຄວາມ​ຫວັງ​ຢາກ​ສົ່ງ​ສານ​ກ່ຽວ​ກັບ   “ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ - ເຊື່ອມ​ຕໍ່​ບັນ​ດາ​ມໍ​ລະ​ດົກ​ໂລກ” ເຖິງ​ເພື່ອ​ນມິດທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ທ່ານ ໂດ້ກວາງ​ຈ້ອງ, ຜູ້​ອຳ​ນວຍ​ການ​​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ກຳ​ແພງ​ລາດ​ຊະ​ວົງ​ໂຮ່​ໃຫ້​ຮູ້ວ​່າ :

    “ ໃຈ​ກາງ ກຳ​ແພງ​ລາດ​ຊະ​ວົງ​ໂຮ່​ຈະ​ແມ່ນ​ຈຸດ​ເຊື່ອມ​ຕໍ່​ຕົ້ນ​ຕໍ​ຂອງ ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຢູ່​ຫວຽດ​ນາມ​ປີ 2015, ຕິດ​ພັນ​ກັບ​ນິງ​ບີງ, ທັງ​ລອງ…ສະ​ເພາະ ແຂວງແທງ​ຮ້​ວາ​ນັ້ນ, ກຳ​ແພງ​ລາດ​ຊະ​ວົງ​ໂຮ່ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ທ່ອງ​ທ່ຽວ​ໄດ້​ຖືກ​ກຳ​ນົດ​ ວ່າ​ແມ່ນ​ຈຸດ​ໃຈ​ກາງ​ຂອງ ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຢູ່ແຂວງແທງ​ຮ້​ວາ. ເຊື່ອມ​ຕໍ່​ນະ​ຄອນ​ແທງ​ຮ້​ວາ, ກຳ​ແພງ​ລາດ​ຊະ​ວົງ​ໂຮ່, ຫ້ວຍ​ປາ​ເກີມ​ເລືອງ ແລະ ກຸ່ງ​ເກົ່າ ນາມ​ກິງ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ທີ່​ສຳ​ຄັນ​ເພື່ອ​ໂຄ​ສະ​ນາ​ຄວາມ ​ສາ​ມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ​ທ່ອງ​ທ່ຽວ​ຂອງ ແຂວງແທງ​ຮ້​ວາ​ໃນ​ປີ 2015 ”

    ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 ແມ່ນ​ເຫດ​ການ​ວັດ​ທະ​ນະ​ທຳ, ເສດ​ຖະ​ກິດ, ສັງ​ຄົມ​ທີ່​ພົ້ນ​ເດັ່ນ, ຖືກ​ຈັດ​ຂຶ້ນ​ດ້ວຍ​ລະ​ດັບ​ຊາດ ແລະ ສາ​ກົນ, ປະ​ກອບ​ສ່ວນນ​ຳ​ການ​ທ່ອງທ່ຽວເຂດ​ມໍ​ລະ​ດົກ​ຂອງ​ບັນ​ດາ​ແຂວງ, ນະ​ຄອນ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ພິ​ເສດສະ​ເພາະຂອງ​ເຂດ​ແຄ້ວນ. ນີ້​ແມ່ນ​ໂອ​ກາດ​ທີ່​ດີ​ເພື່ອກໍ່​ສ້າງ ແລະ ຍົກ​ສູງ​ຮູບ​ພາບ​ທ່ອງ​ທ່ຽວ​ຫວຽດ​ນາມ, ຍູ້​ແຮງ​ການ​ຮ່ວມ​ສຳ​ພັນ​ດ້ານ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ແລະ ໂຄ​ສະ​ນາ​ໃຫ້​ແກ່​ບັນ​ດາ ມໍ​ລະ​ດົກ​ວ​ັດ​ທະ​ນະ​ທຳໂລກຢູ່​ຫວຽດ​ນາມ. ໃນຕະຫຼອດປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015, ມີກວ່າ 10 ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ຖືກ​ດຳ​ເນີນ​ຢູ່​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ. ທ່ານ ຝ້າມ​ດັງ​ກວຽນ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ແທງ​ຮ້​ວາ, ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 ໃຫ້​ຮູ້​ວ່າ ບັນ​ດາ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ໃນ ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ແມ່ນ​ພິ​ທີ​ໄຂ ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ; ງານ​ມະ​ໂຫລານມໍ​ລະ​ດົກ​ໂລກ, ງານ​ບຸນ​ທ່ອງທ່ຽວ​ທະ​ເລ, ງານ​ຕັ້ງ​ຄ້າຍ​ແກະ​ສະຫຼັ​ກ​ຫີນ​ສາ​ກົນ, ພິ​ທີ​ອັດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015… ທ່ານ ຝ້າມ​ດັງ​ກວຽນ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ແທງ​ຮ້​ວາ ກ່າວ​ວ່າ :

    “ ມາ​ຮອດ​ຈຸດ​ເວ​ລານີ້, ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ພິ​ທີ​ໄຂ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຖືກ​ຕ້ອງ​ ຕາມ​ແຜນ​ການ ຊຶ່ງ​ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຝຶກ​ແອບ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິ​ລະ​ປີນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ 800 ກວ່າຄົນ. ວຽກ​ງານ​ໂຄ​ສະ​ນາ​ໄດ້​ຮັບ​ການ​ຍູ້​ແຮງຜ່ານຫຼາຍ​ຮູບ​ການ, ວຽກ​ງານ​ຕ້ອນ​ຮັບ, ຮັບ​ໃຊ້, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຫຼັກ​ອ​ະ​ນາ​ໄມ​ສະ​ບຽງ​ອາ​ຫານ…ອາດ​ຈະ​ເວົ້າ​ໄດ້​ວ່າ ມາ​ຮອດ​ຈຸດ​ເວ​ລານີ້, ແຂວງແທງ​ຮ້​ວາໄດ້​ກຽມ​ພ້ອມ​ໃຫ້​ ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015”

    ໂດຍ​ຖືກ​ຕັ້ງຢູ່​ເຂດ​ຕອນ​ເໜືອ​ພາກ​ກາງ, ແຂວງແທງ​ຮ້​ວາມີ​ເງື່ອນ​ໄຂ​ຢ່າງ​ພຽງ​ພໍ​ເພື່​ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ. ແຂວງແທງ​ຮ້​ວາສູ້​ຊົນ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ໃຫ້​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ ກິດ​ປາຍ​ແຫຼມ, ສ້າງ​ກຳ​ລັງ​ຊຸກ​ຍູ້​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ. ແຂວງແທງ​ຮ້​ວາກໍ​ເລັ່ງ​ໃສ່​ຂຸດ​ຄົ້ນ​ຕະຫຼາດ​ແຂກ​ທ່ອງ​ທ່ຽວຢູ່​ພາຍ​ໃນ​ປະ​ເທດ ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພັດ​ທະ​ນາຕະຫຼາດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຕາມ​ທິດ​ທ່ອງ​ທ່ຽວ​ໝັ້ນ​ຄົງ​ຕິດ​ພັນ​ ກັບ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາ​ຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜ​ົ່າ, ເພີ່ມ​ທະ​ວ​ີ​ການ​ຮ່ວມ​ສຳ​ພັນ​ໃນ​ການ​ລົງ​ທຶນ​ຂຸດ​ຄົ້ນ​ພັດ​ທະ​ນາ​ການ​ທ່ອງ​ ທ່ຽວ.

   ຍັງມີ​​ເວລາພຽງກວ່າ 1 ​ເດືອນ​ອີກ ການ​ເສັ​ງເພື່ອນ​ຮູ້​ຫຍັງ​ແດ່ກ່ຽວ​ກັບ​ຫວຽດນາມ ຈະ​ສິ້ນ​ສຸດ​ລົງ. ພວກ​ຂ້າພະ​ເຈົ້າ​ຈະ​ຮັບ​ບົດ​ເສັ​ງຮອດ​ວັນ​ທີ 30/06/2015 (ໄລ່​ຕາມ​ກາ​ໃບ​ສະ​ນີບ່ອນ​ຝາກ). ສະ​ນັ້ນ, ພວກ​ເພື່ອ​ຈົງ​ສົ່ງ​ບົດ​ເສ​ງຂອງ​ຕົນ​ເຖິງ VOV ຫຼື​ສະຖານທູດ​ຫວຽດນາມ ປະຈຳ​ປະ​ເທດ​ຂອງ​ເພື່ອນ, ​ເພື່ອ​ຍາດ​ໄດ້​ລາງວັນ​ທີ່​ມີ​ຄວາມ​ໝາຍຈາກ​ຄະນະ​ຈັດ​ຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ