​ພິທີ​ມອບຮັບ​​ອຸປະກອນ​ການ​ແພດ​​ຈຳນວນ​ໜຶ່ງໃຫ້ລາວເພື່ອ​ຊ່ວຍລາວປະຕິບັດ​ບົດບາດ​​​ເປັນປະທານອາ​ຊຽນ

(vovworld) - ອາທິດ​ຜ່ານ​ມາ, ​ໃນ​ຈົດໝາຍ​ຝາກ​ມາລາ​ຍການ​ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ ຫວຽດນາມ ​ຜູ້​ຟັງວິທະຍຸ​ກະຈາຍສຽງ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ​ຫລາຍ​ທ່ານ​ໄດ້​ແບ່ງປັນ​ວ່າ: ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ​ທີ່​ສຸດ ​ເມື່ອ​ໄດ້​ຮັບ​ຟັງ​ບັນດາ​ລາຍການ​ຂອງ​ພາກ​ພາສາລາວວິທະຍຸ​ກະຈາຍສຽງ ຫວຽດນາມ. ບັນດາ​ຂ່າວ, ບົດ​​ໃນ​​ລາຍການ ດ້ວຍຫລາຍຄໍລຳທີ່ສ້າງ​ຄວາມ​ດູດ​ດີື່ມ​ ໄດ້​ຊ່ວຍ​ໃຫ້​ທ່ານ​ຜູ້​ຟັງ​ເຂົ້າ​ໃຈ​ກວ່າກ່ຽວ​ກັບ​ປະ​ເທດ​ຊາດ ​ແລະ​ຊາວ ຫວຽດນາມ, ກໍ່​ຄື​ບົນ​ດາ​ຜົນ​ງານ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ. ​ໃນ​ລາຍ​ການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ຂອງ​ຜູ້​ຟັງ​ບາງ​ທ່ານທີ່​ໄດ້​ຝາກ​ມາລາ​ຍການ. ​ເຊີນທ່ານ​ຕິດຕາມ​ຮັບ​ຟັງ.

        ​ໃນ​ຈົດໝາຍ​ຝາກ​ມາລາ​ຍການ, ​ເພື່ອນ ຈັນ​ດອນ, ​ແຂວງ​ບໍ່​ແກ້ວ​ຖາມ​ວ່າ, ຫວ່າງ​ແລ້ວ​ນີ້​ຂ້າພະ​ເຈົ້າ​ໄດ້​ອ່ານ​ຫຼາຍ​ບົດ ກ່ຽວ​ກັບ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຢູ່​ປະ​ເທດ​ຈຳນວນ​ໜຶ່ງ​ໃນ​ອາ​ຊຽນ ທາງ​ເວັບ​ໄຊ vovworld, ຂ້າພະ​ເຈົ້າ​ເຫັນ​ວ່າ​ບັນດາ​ບົດ​ຂຽນ​ນີ້​ທັງ​ມ່ວນ ​ແລະ ມີ​ປະ​ໂຫຍ​ດຫຼາຍ ​ໃຫ້​ແກ່​ຜູ້​ນິຍົມ​ທ່ອງ​ທ່ຽວ ​ແລະ ຄົ້ນ​ຫາ​ຄື​ຂ້າພະ​ເຈົ້າ. ບັນດາ​ບົດ​ຂຽນ​ໄດ້​ພັນ​ລະນາ​ຢ່າງ​ຈະ​ແຈ້ງ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່​ຂອງ​ຫຼາຍ​ປະ​ເທດ. ​ເມື່ອ​ອ່ານ​ບົດ​ຂຽນ​ດັ່ງກ່າວ​ແລ້ວ, ຂ້າພະ​ເຈົ້າ​ກໍ່​ຢາກ​ມາ​ຢ້ຽມຢາມ​ສະຖານ​ທີ່​ເຫຼົ່າ​ນັ້ນ​ໃນ​ທັນທີ. ຂໍຂອບ​ໃຈ​ພວກ​ເພື່ອ​ທີ່​ໄດ້​ມີບັນດາ​ບົດ​ຂຽນ​ທີ່ມ່ວນ​ໆເພື່ອ​ແນະນຳ​ໃຫ້​ແກ່​ທ່ານ​ຜູ້​ຟັງ

***

        ສ່ວນ​ເພື່ອ​ນ ພັນ​ນີ ຢູ່ນະຄອນຫລວງ ວຽງ​ຈັນ ສົ່ງ​ອີ​ແມວ​ມາ​ຍັງ​ລາຍການ​ດ້ວຍ​ເນື້ອ​ໃນ​ວ່າ: “ຂ້າພ​ະເຈົ້າ​ໄດ້​ຮັບ​ຮູ້​ວ່າ ຫວ່າງ​ແລ້ວ​ນີ້, ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ມອບຮັບ​ບາງ​ອຸປະກອນ​ການ​ແພດ​​ຈຳນວນ​ໜຶ່ງໃຫ້ ລາວ ​ເພື່ອ​ຊ່ວຍ ລາວ ປະຕິບັດ​ບົດບາດ​​​ເປັນປະທານ ອາ​ຊຽນ 2016 ​ເປັນ​ຢ່າງ​ດີ. ຂ້າພະ​ເຈົ້າ​ຢາກ​​ຮູ້​ແຈ້ງ​ກ່ວາ​ ກ່ຽວ​ກັບ​ບັນດາ​ອຸປະກອນໜູນ​ຊ່ວຍ ລາວ ​ໃນ​ຄັ້ງ​ນີ້​ໄດ້​ບໍ, ຂໍ​ຂອບ​ໃຈ​ລາຍການ.”

        ​ພິທີ​ມອບຮັບ​​ອຸປະກອນ​ການ​ແພດ​​ຈຳນວນ​ໜຶ່ງໃຫ້ລາວເພື່ອ​ຊ່ວຍລາວປະຕິບັດ​ບົດບາດ​​​ເປັນປະທານອາ​ຊຽນ - ảnh 1
(ພາບປະກອບ)

        ​ເພື່ອນ ພັນ​ນີ ທີ່​ຮັກ​​ແພງ, ພວກ​ເຮົາ​ຂໍ​ຂອບ​ໃຈ​​ເພື່ອນ​ທີ່​ມີ​ຄວາມ​ສົນ​ໃຈຕໍ່​ບັນຫາ​ນີ້. ວັນ​ທີ 9/3, ຢູ່​ດ່ານ​ສາກົນ ​ເກົ່າ​ແຈວ, ​ແຂວງ ຮ່າ​ຕິ້ງ, ກະຊວງ​ປ້ອງ​ກັນປະ​ເທດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ມອບ​ຮັບ​ບັນດາ​ອຸປະກອນ​ ເພື່ອ​ຊ່ວຍ​ລາວ​ປະຕິບັດ​ບົດບາດ​ເປັນ​ປະທານ​ຜັດປ່ຽນ​ ​ອາ​ຊຽນ​ໃນ​ປີ 2016. ບັນດາ​ອຸປະ​ກອນ​ມອບ​ຮັບ​ໃນ​ຄັ້ງ​ນີ້ ນອນ​ໃນ​ແຜນການ​ຮ່ວມ​ມື​ປີ 2016 ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ - ລາວ, ຕາມ​ຂໍ້​ຕົກລົງ​ນີ້, ຝ່າຍ ຫວຽດນາມ​ຈະ​ໜູນ​ຊ່ວຍ​ ລາວຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ປ້ອງ​ກັນຊາ​ດ​ໃນ​ປີ​ທີ່​ ລາວ​ຮັບ​ບົດບາດ​ເປັນ​ປະທານ ອາ​ຊຽນ 2016. ຕາ​ມນັ້ນ​ແລ້ວ, ບັນດາ​ອຸປະກອນ​ໄດ້​ຊ່ວຍ​ໃນ​ຄັ້ງ​ນີ້ ລວມມີ: ລົດ​ໂຮງໝໍ 4 ຄັນ; ​ເຄື່ອງ​ຄອມ​ພິວ​ເຕີ​ຕັ້ງ​ໂຕະ 5 ຊຸດ, Laptop 5 ຊຸດ; ​ເຄື່ອງ​ແທກ​ຫົວ​ໃຈ​ມື​ຖື 2 ​ເຄື່ອງ; ​ເຄື່ອງ​ເອ​ໂກ​ມື​ຖື 2 ​ເຄື່ອງ; 2 ​ເຄື່ອງ​ກວດ​ສານ​ຜິດ​ໃນອາຫານ ພ້ອມ​ກັບ​ອຸປະກອນ​ ​ສຳຮອງ​ອື່ນໆອີກ.

***

        . ​ແລະ​ໃນ​ອີ​ແມວ​ສົ່ງ​ມາລາ​ຍການ, ​ເພື່ອນ ຮ່ວາງ​ວັນ​ເຈື່ອງ ພວມ​ເຮັດ​ວຽກ​ຢູ່​ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ ຂຽນ​ວ່າ: ສະບາຍດີ​ບັນດາ​ອ້າຍ​ເອື້ອຍ​ໃນ​ລາຍການ​ພາກ​ພາສາລາວ​ວິທະຍຸ​ກະຈາຍສຽງ ຫວຽດນາມ vov5. ​ຂ້າພະ​ເຈົ້າ​ແມ່ນ​ຜູ້​ຟັງຄົນ​ໃໝ່, ຂ້າພ​ະເຈົ້າ​ໄດ້ຮັບ​ຟັງ ​ແລະ ອ່ານ​ຂ່າວ​ໃນ​ເວັບ​ໄຊ vovworld.vn ຂອງ​ລາຍການ​ພາກ​ພາສາ​ລາວ, ຂ້າພະ​ເຈົ້າ​ເຫັນ​ວ່າ ​ຂ່າວ, ບົດ​ມີ​ຄວາມ​ອຸດົມສົມ​ບຸນ ​ແລະ ຫລາຍ​ຮູບ​ຫລາຍ​ແບບ​ທີ່​ສຸດ ທັງ​ດ້ານ​ເນື້ອ​ໃນ ​ແລະ ຮູບ​ການ​ ​ເຊິ່ງ​ໄດ້​ແນະນຳ​ທຸກ​ຂົງ​ເຂດ​​ເຊັ່ນ​ເສດຖະກິດ - ການ​ເມືອງ, ວັດທະນະທຳ, ສັງຄົມ ກໍ່​ຄື​ຂ່າວ​ສາກົນ. ​​ໂດຍແມ່ນ​ຜູ້​ຟັງ​ໃໝ່​ຂອງ​ລາຍການ ຂ້າພະ​ເຈົ້າ​ຢາກ​ຮູ້​ແຈ້ງ​ກ່ວາ​ອີກ ກ່ຽວ​ກັບ​ເວລາ​ອອກ​ອາກາດ​ຂອງ​ລາຍການ, ​ເພື່ອ​ສ​້າງຄວາມ​ສະດວກໃຫ້​ຂ້າພະ​ເຈົ້າ​ໃນ​ການ​ຕິດຕາມ​ລາຍການ, ຂໍ​ຂອບ​ໃຈ​.

        ​ເພື່ອນ ​ເຈື່ອງ ທີ່​ຮັກ​ແພງ! ລາຍການ ​ກະຈາຍສຽງ​ພາກ​ພາສາ​ລາວອອກ​ອາກາດ​​ໃນລະບົບ AM ຄື້ນ 7285 KHz ​ເວລາ 18 ໂມງ - 19​ ໂມງ; ​ແລະ ຄື້ນ 1242 KHz ​ໃນ​ເວລາ 20 ​ໂມງ 30 - 21 ​ໂມງ 30. ນອກ​ນັ້ນ​ຍັງອອກ​ອາກາດ​ລະບົບ FM ຄື້ນ 105,5 MHz ​ໃນ​ເວລາ 14​ ໂມງ - 14 ​ໂມງ 30 ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່ວົງ​ຄະນາ​ຍາດ​ຊາວ​ລາວ​ທີ່​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແລະ​ຊາວຫວຽດນາມ​ຮູ້​ພາສາ​ລາວ. ​ກໍ່ສາມາດ​ຮັບ​ຟັງ​ໄດ້​ຢູ່ຮ່າ​ໂນ້ຍ, ກວາງ​ນິງ, ນະຄອນໂຮ່ຈີ​ມິນ ​ແລະ ບັນດາ​ເຂດ​ອ້ອມ​ຂ້າງ. ​ເພື່ອ​ຢາກ​ຮູ້​ລະອຽດ​  ​ເຊີນ​ເພື່ອນ​ເຂົ້າ​ເວັບ​ໄຊ vovworld - ສ່ວນ​ແນະນຳ​ດ້ວຍ​ພາສາ ລາວ.

+++

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com

ຂ່າວ/ບົດ​ອື່ນ