ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ, ຄຳແນະນຳ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຮັບຈົດ​ໝາຍ, ອີ​ແມວ ໂທ​ລະ​ສັບ​ 194 ສະ​ບັບຈາກທ່ານ​ຜູ້​ຝັງຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ. ໃນ​ນັ້ນ​ລາຍ​ກະ​ຈາຍ​ສ​ຽງ​ພາກ​ພາ​ສາ​ລາວ ໄດ້​ຮັບອີ​ແມວ, ໂທ​ລະ​ສັບ 4 ສະ​ບັບຈາກ​ທ່ານ​ຜູ້​ຟັງ​ລາວ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ, ​ຄຳ​ແນະ​ນຳ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ.


ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ, ຄຳແນະນຳ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1
(ງານ​ບຸນ​ໄຫວ້​ພະຈັນ)

ເພື່ອນຈິດ​ຕະ​ວົງ, ແຂວງ ອັດ​ຕະ​ປື ໄດ້​ໂທ​ລະ​ສັບ​ມາ​ລ​າຍ​ກາ​ນ​ໂດຍແບ່ງ​ປັນ​ວ່າ: ຂ້າ​ພະ​ເຂົ້າ​​ພ້ອ​ມ​ກັບ​ຄອບ​ຄົວຫາກໍ່​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ກົ​ງ​ກັບ​ໂອ​ກາດງານ​ບຸນ​ໄຫວ້​ພະຈັນຂອງ​ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ໄດ້​ພ້ອມ​ກັບ​ລູກ​ເຂົ້າ​ຮ່ວມຕ້ອນ​ຮັບງານ​ບຸນ ພ້ອມ​ກັບ​ບັນ​ດາ​ເພື່ອນ​ຫວຽດ​ນາມ ແລະ ໄດ້​ເຂ​ົ້​າ​ຮ່ວມບັນ​ດາ​ການ​​ລະ​ຫຼີ້ນ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ, ຜ່ານ​ນີ້​ຂ້າ​ພະ​ເຂົ້າກໍ່​ຢາກ​ໃຫ້​ລູກ​ຂອງ​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ງານ​ບຸນ ໄຫວ້​ພະຈັນ. ຜ່ານ​ລາຍ​ການ, ຂາ້​ພະ​ເຈົ້າ​ຂໍ​ອວຍ​ພອນ​ໃຫ້​ບັນ​ດາ​ລູກ​​ຫຼານ​ຊາວ​ຫວຽດ​ນາມ, ຕ້ອນ​ຮັບ​ບຸ​ນໄຫວ້​ພະຈັນຢ່າງ​​ເບີກ​ບານມ່ວນ​ຊື່ນ, ​ມີ​ຄວາມອົບ​ອຸ່ນ​ພ້ອມ​ກັບ​ຄອບ​ຄົວ​ຂອງ​ຕົນ.

        ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ຈາກ​ບັນ​ດາ​ປະ​ເທດ​ລາວ, ອິນ​ໂດ​ເນ​ເຊຍ, ເຢຍ​ລະ​ມັນ… ທ່ານ​ຜູ້​ຟັງກໍ່​ຍັງ​ສືບ​ຕໍ່​ຝາກ​​ຈົດ​ໝາຍ, ໂທ​ລະ​ສັບ​ມາ​ຫາລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, VOV ອວຍ​ພອນຜົນ​ສຳ​ເລັດ​ໃນ​ທຸກ​ຂົງ​ເຂດ​ຂອງ​ລັດ​ຫວຽດ​ນາມຄື: ໝາກ​ຜົນ​ຂອງກອງ​ປະ​ຊຸ​ມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 1 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 14, ບັນ​ດາ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ​ກໍ່​ຄື​ກິ​ລາ. ສຳ​ລັບ​ແວັບ​ໄຊ​ຂ​ອງ VOV5, ມີ​ຜູ້​ຟັງ​ບາງ​ທ່ານ​ໄດ້​ແບ່ງ​ປັນ​ວ່າ ມັກ​ອ່ານ​ບັນ​ດາ​ບົດ​ຂຽນ​ໃນ​ລາຍ​ການ​ຊົນ​ນະ​ບົດ​ໃໝ່​ສຸດ ດ້ວຍ​ຫຼາຍ​ຮູບ​ແບບ​ທີ່​ດີ, ວິ​ທີ​ປະ​ຕິ​ບັດ​ໃໝ່; ສ່ວນ​ໃນ​ລາຍ​ການສີ​ສັນ 54 ຊົນ​ເຜົ່າ​ຫວຽດ​ນາມ, ທ່ານ​ຜູ້​ຟັງ​ໃຫ້​ຮູ້​ວ່າ ສາ​ມາດ​ຄົ້ນ​ຫາ​ສິ່ງ​ທີ່​ປະ​ທັບ​ໃຈ​ໄດ້​ຫຼາຍ​ຢ່າງ​ກ່ຽວ​ກັບ​ປະ​ເທດ​ຊາດ​ຫວຽດ​ນາມ ຄື, ອາ​ຫານ​ການ​ກິນ, ວັດ​ທະ​ນະ​ທຳ, ​ຊາວ​ຫວຽດ​ນາມ…

        ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ, ຍັງມີ​ຂ່າວ​ໜຶ່ງ​​ຄາດ​ວ່ານັກ​ທ່ອງ​ທ່ຽວ ແລະ ​ຜູ້​ຟັງ​ຫຼາຍ​ຄົນມີ​ຄວາມ​ສົນ​ໃຈ​ນັ້ນ​ແມ່ນ: ນັບ​ແຕ່​ວັນ​ທີ 01/09, ຢູ່ອ​້ອມ​ໜອງ ຮ່​ວານ​ກ໋ຽມ ແລະ ເຂດ​ອ​້ອມ​ຂ້າງ ຈະ​ມີ wifi ໂດຍບໍ່​ເສຍ​ຄ່າ ເພື່ອ​​ຮັບ​ໃຊ້ນັກ​ທ່​ອງ​ທ່ຽວ​ເມື່ອ​ມາ​ຢ້ຽມ​ຢາມ​ແຫ່ງນີ້. ຄາດ​ວ່າ, ແຕ່​ລະ​ເທື່ອ​ເມື່ອໃຊ້ wifi ໂດຍບໍ່​ເສຍ​ຄ່າ​ນີ້, ​ພຽງ​ແຕ່​ເຂົ້າ​ອີນ​ເຕີິ​ແນັດ​ໄດ້​​ເວ​ລາ 30 ນາ​ທີ​ເທົ່າ​ນັ້ນ. ຫຼັງ​ຈາກນັ້ນ wifi ຈະ​ຖືກ​ຕັດ​ອັດ​ຕະ​ໂນ​ມັດ ແລະ ຜູ້​ໃຊ້​ຕ້ອງ​ເຂົ້າ​ໃໝ່​​ຈຶງ​ສືບ​ຕໍ່​ນຳ​ໃຊ້​ຕໍ່​ໄປ​ອີກ. ປະ​ຊາ​ຊົນ ແລະ ນັກ​ທ່ອງ​ທ່ຽວ​​ເຂ​ົ້າ wifi ແມ່ນ “Free wifi UBNDTP HANOI”, ຫຼັງ​ຈາກນັ້ນ​ກົດ​ເບີ​ໂທ​ລະ​ສັບ​ສ່ວນ​ຕົວ​ໃສ່ ແລ້ວ​ກໍ່​ສາ​ມາດນ​ຳ​ໃຊ້​ໄດ້​ເລີຍ.

ເພື່ອນ ສຸກ​ມະ​ລີ​ວົງ ​ແຂວງ ​ໄຊ​ຍະ​ບຸລີ ​ໄດ້​ສົ່ງ​ຈົດໝາຍ​ຫາ​ລາຍການ​​ໂດຍຖາມ​ວ່າ: ​ໃນ​ລາຍການ​ຊົນນະບົດ​ໃໝ່, ຂ້າພະ​ເຈົ້າ​ໄດ້​ຮັບ​ຟັງ​ກ່ຽວ​ກັບ​ການ​ພັດທະນາ​ບັນດາ​ຂະ​ແໜງອາຊີບ, ທາງ​ຄົມ​ມະ​ນາ​ຄົມ, ວິທີ​ປ່ຽນ​ໃໝ່​ໃນ​ການ​ພັດທະນາ​ກະສິກຳ. ​ແຕ່​ຂ້າພະ​ເຈົ້າ​ຍັງ​ບໍ່​ທັນ​ເຂົ້າ​ໃຈ​ວ່າ ​​ໂດຍອີ​ງ​ໃສ່​ມາດຖານ​ໃດ​ເພື່ອ​ຕີ​ລາຄາ​ວ່າ​ແມ່ນ​ຕາ​ແສງ​​ບັນລຸ​ໄດ້​ມາດຖານ​ ຊົນນະບົດ​ໃໝ່?

ເພື່ອນ ສຸກ​ມະ​ລີ​ວົງ ທີ່​ຮັກ​ແພງ, ບັນດາ​ມາດຖານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ຊົນນະບົດ​ໃໝ່, ​ເຊິ່ງ​​ທ່ານ​ນາຍົກລັດຖະມົນຕີ​ໄດ້​ເຊັນ​ຂໍ້​ຕົກລົງປະກາດ​ໃນ​ເດືອນ 4/2009, ​ໄດ້​ແບ່ງ​ເປັນ 5 ໝວດຄື: ໝວດ​ທີ 1 ​ແມ່ນ​ມາດຖານ​ກ່ຽວ​ກັບ “​ແຜນ​ກຳ​ນົດ ​ແລະ ປະຕິບັດ​ແຜນກຳນົດ”. ໝວດ​ທີ 2 ​ແມ່ນ “ພື້ນຖານ​ໂຄງ​ລ່າງ​ເສດຖະກິດ - ສັງຄົມ” ດ້ວຍ​ບັນດາ​ມາດຖານ​ຄົມມະນາຄົມ, ຊົນລະປະທານ, ​ໄພ​ຟ້າ, ​ໂຮງຮຽນ, ພື້ນຖານ​ດ້ານ​ວັດຖຸ​, ວັດທະນະທຳ, ​ຕະຫຼາດ​ຊົນນະບົດ, ໄປສະນີ, ​ເຮືອນ​ຢູ່​ຂອງ​ປະຊາຊົນ. ໝວດ​ທີ 3 ​ແມ່ນ “​ເສດຖະກິດ ​ແລະ ຈັດ​ຕັ້ງ​ການ​ຜະລິດ”, ​ເຊິ່ງລວມມີ​ມາດຕະຖານ​ດ້ານ​ລາຍ​ຮັບ, ຄອບຄົວ​ທຸກ​ຍາກ, ​ໂຄງ​ປະກອບ​​ແຮງ​ງານ ​ແລະ ຮູບ​ການ​ຈັດ​ຕັ້ງ​ການ​ຜະລິດ. ໝວດ​ທີ 4 ​ແມ່ນ “ວັດທະນະທຳ - ສັງຄົມ - ສິ່ງ​ແວດ​ລ້ອມ” ​ເຊິ່ງລວມມີ​ການ​ສຶກສາ, ສາທາລະນະ​ສຸກ, ວັດ​ທະ​ນະ​ທຳ ​ແລະ ສິ່ງ​ແວດ​ລ້ອມ. ​ແລະ ມາດຖານ​ສຸດ​ທ້າຍ​ແມ່ນ​ໝວດ​ກ່ຽວ​ກັບ “ລະບົບ​ການ​ເມືອງ” ດ້ວຍ 2 ມາດຖານ: ລະບົບ​ອົງການ​ການ​ເມືອງ​ສັງຄົມ​ໝັ້ນ​ຂົງເຂັ້ມ​ແຂງ ​ແລະ

ມີ​ຄວາມ​ສະຫງົບ, ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງ​ຄົມ. ມາດຖານ​ແຫ່ງ​ຊາດ​ໄດ້​ກຳນົດ​ບັນດາຄາດໝາຍ​ຢ່າງ​ລະອຽດທີ່​ສຸດ​ໃນ​ຊີວິດ​ສັງຄົມ, ການ​ຜະລິດ, ການ​ດຳລົງ​ຊີວິດ​ຢູ່​ເຂດ​ຊົນນະບົດ. ​ມີ​ບັນດາ​ມາດຖານ​ທີ່​ມີ​ລັກສະນະ​​ເປັນ​ຮູບ​ຮ່າງ​ຄື: ລະບົບ​ຕາໜ່າງ​ໄພ​ຟ້າ, ທາງ​ຄົມມະນາຄົມ, ​ສຸກສາລາ, ລາຍ​ຮັບ, ​ເຮືອນ​ຢູ່, ​ແຕ່​ກໍ​ມີ​ບັນດາ​ມາດຖານ​ກໍ​ມີ​ລັກສະນະ​ບໍ່​ເປັນ​ຮູບ​ຮ່າງ​ຄື: ອັດຕາສ່ວນ​ສຳ​ເລດການ​ສຶກສາພາກ​ບັງຄັບ, ຄົນງານ​ໄດ້​ຮັບ​ການ​ບຳລຸງສ້າງ, ການເຂົ້າ​ຮ່ວມ​​ປະກັນ​ສຸຂະພາບ, ບັນດາໝູ່ບ້ານບັນລຸ​ມາດຖານ​​ບ້ານ​ວັດທະນະທຳ...

ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການ ເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື​້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com.

ຂ່າວ/ບົດ​ອື່ນ