ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວມີ​ຄວາມ​ປິ​ຕິ​ຊົມ​ຊື່ນຍ້ອນ​ວ່າ​​ປະຈຳ​ອາທິດ​ລ້ວນ​ແຕ່​ໄດ້​ຮັບ​ຈົດໝາຍ​email

ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວມີ​ຄວາມ​ປິ​ຕິ​ຊົມ​ຊື່ນຍ້ອນ​ວ່າ​​ປະຈຳ​ອາທິດ​ລ້ວນ​ແຕ່​ໄດ້​ຮັບ​ຈົດໝາຍ​email ຫລາຍສະບັບ ​ແລະ ​ໂທລະສັບ​ຈາກ​ທ່ານ​ຜູ້​ຟັງ​ລາວ. ​​ເຖິງ​ວ່າ​ຖືກ​ຄ້າງຄາ​ກັບ​ວຽກງານ​ກໍ​ຕາມ ​ແຕ່ ບັນດາ​ ທ່ານ​ຜູ້​ຟັງ​ລ້ວນ​ແຕ່​ຍາດ​ເວລາ​ເພື່ອ​ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການ, ປະກອບ​ຄຳ​ຄິດ​ຄ​ຳ​ເຫັນ, ສະ​ແດງ​ຄວາມ​ຮູ້ສຶກ​ເມື່ອ​ໄດ້​ຮັບ​ຟັງບັນດາລາຍ​ການ ກໍ່​ຄື​ຢາກ​ຊອກ​ຮູ້​ບາງ​ບັນຫາ    ​ຊື່​ງທ່ານ​ຜູ້​ຟັງ​ມີ​ຄວາມ​ສົນ​ໃຈ​. ​ໃນ​ລາຍການ​  ໂອ້​ລົ​ມກັບ​ເພື່ອນ​ລາວ​ພາກ​ນີ້, ພວກ​ຂ້າພະ​ເຈົ້າ​ຂໍ​ຕອບ​ບາງຄຳ​ຖາມ​​​ຊື່​ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ຫາ​ລາຍການ​ໃນ​ອາທິດ​ຜ່ານ​ມາ. ​

ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວມີ​ຄວາມ​ປິ​ຕິ​ຊົມ​ຊື່ນຍ້ອນ​ວ່າ​​ປະຈຳ​ອາທິດ​ລ້ວນ​ແຕ່​ໄດ້​ຮັບ​ຈົດໝາຍ​email - ảnh 1
ນັກທ່ອງທ່ຽວຢ້ຽມຢາມບ້ານໂດນ
ພາບ:internet

        ເພື່ອນຈັນທະ​ຈອນ ຢູ່ ​ແຂວງ ບໍລິ​ຄຳ​ໄຊ ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການ​​ໂດຍ​ຖາມ​ວ່າ: ຂ້າພະ​ເຈົ້າ​ຄ້າງ​ຄາ​ກັບວຽກ​ງານ​ຫລາຍ,     ບໍ່​ມີ​ເວລາ​ເພື່ອ​ຮັບ​ຟັງ​ລາຍການ​ຜ່ານ​ວິທະຍຸ​ໄດ້, ຂ້າພະ​ເຈົ້າ​ຢາກ​ໄດ້​ຮັບ​ຟັງ​ ​ແລະ ອ່ານ​ລາຍການ​ພາກ​ພາສາ​ລາວຜ່ານ ອີ​ນ​ເຕີ​ແນດ ມັນ​ຈະ​ສະດວກ​ກວ່າ​. ສະ​ນັ້ນ ຂໍ​ໃຫ້​ພວກ​ອ້າຍ​ເອື້ອຍ​ບັນນາທິການ​ແນະນຳ​ໃຫ້​ຂ້າພະ​ເຈົ້າ​ວິທີ​ເຂົ້າ​ຫນ້າ​ເວັບ​ຂອງ​ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ​ແດ່.

        ​ເພື່ອນ ຈັນທະ​ຈອນ​ທີ່​ຮັກ​ແພງ! ​​​ເພື່ອນ​ສາມາດ​ຮັບ​ຟັງລາຍການ​ກະຈາຍສຽງ​ພາກ​ພາສາ​ລາວ​ກໍ​ຄື​ລາຍການ​ດ້ວຍ​ພາສາຕ່າງປະ​ເທດ​ອື່ນ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ​ຜ່ານ​ຫນ້າ​ເວັບ vovworld.vn ​ ຫລື vov5.vn. ພາຍຫລັງ​ເພື່ອນ​ເຂົ້າ​ຫນ້າ​​ເວັບ​ໄດ້​ແລ້ວ, ​ເພື່ອນ​ເລືອກ​ເຟັ້ນພາສາ​ຢູ່​​ເບື້ອງ​ຂວາເທິງ​ຫນ້າ​ເວັບ. ​ແລະ ​ເພື່ອນ​ຢາກ​ຮັບ​ຟັງ​ລາຍການ​ໃນ​ແຕ່ລະ​ມື້, ​ເພື່ອ​ນສາມາດ​ເລືອກ​ລາຍການ: ​ຟັງ​ລາຍການ​ໃນ​ສັບປະດາ. ຫວັງ​ວ່າ ​ເພື່ອນ​ຈະ​ເປັນ​ຜູ້​ຟັງ​ປະຈຳ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ.

        ເພື່ອນ ບຸນ​ທອງ ຢູ່ ​ແຂວງ ​ຄຳ​ມ່ວນໄດ້​ສົ່ງ​ຈົດໝາຍ​ມາ​ຫາ​ລາຍການ​ໂດຍ​ເວົ້າ​ວ່າ: ຫວ່າງ​ແລ້ວ​ນີ້ ນ້ອງ​ໄດ້​ອ່ານ​ວາລະສານ​​ແນະນຳ​ບັນດາ​ສະຖານ​ທີ​່ທ່ອງ​ທ່ຽວ​ທີ່​ລື​ຊື່​ຂອງ​ຫວຽດນາມ, ​ໃນ​ນັ້ນ​ ເວົ້າ​ເຖິງ​ບ້ານ​​ໂດນ ຢູ່ ​ແຂວງ​ດັກ​ລັກ. ນ້ອງ​​ເຫັນ​ວ່າ ຊື່​ບ້ານ​ໂດນ​ນັ້ນ ຄິດ​ວ່າ​ຄື​ຢູ່​ບ້ານ​ຂອງ​ຕົນ, ສະ​ນັ້ນ ນ້ອງສົ່ງ​ຈົດໝາຍ​ມາ​ຫາ​ລາຍການ​ຢາກ​​ພວກ​ອ້າຍ​ເອື້ອຍ​ໃນ​ລາຍການຊ່ວຍ​ໃຫ້​ນ້ອງ ຊອກ​ຮູ້​ລະອຽດ​ກ່ຽວ​ກັບ​ເຂດ​ດິນ​ແຫ່ງ​ນີ້.

        ​ເພື່ອນ​ ບຸນ​ທອງ ທີ່​ຮັ​ກ​ແພງ! ບ້ານ​ໂດນ​ແມ່ນ​ສະຖານ​ທີ່​ລື​ຊື່​ຂອງ​ຫວຽດນາມ ​ແລະ ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ຢູ່​ໃນ​ໂລກ​ກໍ່​ຮູ້ຈັກ​ເຖິງ ແມ່ນເຂດທີ່ມີມູນເຊື້ອ​ໃນ​ການ​ລ່າ​​ເນື້ອ ​ແລະ ເຝີກແອບຊ້າງ​ໃນ​ປ່າ. ປະຈຸ​ບັນ, ບ້ານ​ໂດນມີ 45 ຊົນ​ເຜົ່າ​ດຳລົງ​ຊີວິດຮ່ວມ ​ກັນ, ​ໃນ​ນັ້ນ ມີ 3 ຊົນ​ເຜົ່າ​ຕົ້ນຕໍ​ນັ້ນ​ແມ່ນ ເຜົ່າ​ລາວ, ​ເອ​ເດ ແລະ ​ເມີ​ນົງ (Mnong). ບ້ານ​ໂດນ ​ຕາມ​ພາສາ​ລາວ​ແມ່ນ ບ້ານ​ດອນ ໝາຍ​ຄວາມ​ວ່າ ​ແມ່ນ​ບ້ານ​​ແຫ່ງ​ຫນື່ງ​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ດອນ​ເກາະ​ຂ​ອງ​ແມ່​ນ້ຳ Serepok, ສ່ວນ​ຊາວ ​ເອ​ເດ ​ແລະ  ​ເມີ​ນົງ (Mnong ​)ເອີ້ນ​ວ່າ ບວນ​ໂດນ. ​ແຕ່​ກ່ອນ​ ບ້ານ​​ໂດນ ແມ່ນ​ສະຖານ​ທີ່​ພົວພັນ​ແລກປ່ຽນ​ການ​ຄ້າ ທາງ​ນ້ຳ​ທີ່​ສຳຄັນ​ລະຫວ່າງ​ສາມ​ປະ​ເທດ​ອີນດູ​ຈີນ ​. ຄົນ​ລາວ​ໃນ​ຄາວ​ນັ້ນ, ​​ເມື່ອ​ລົງ​ແມ່​ນ້ຳ​ເພື່ອ​ຄ້າຂາຍ​ສິນຄ້າ ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ເຂດ​ດິນ​ແດນ​ທີ່​ສວຍ​ງາມ​ນີ້ ​ແລະ ຕັດສິນ​ໃຈ​ດຳລົງ​ຊີວິດ​ຢູ່​ທີ່​ນີ້​ຮ່ວມກັບ​ຊາວ ​ເອ​ເດ ປະຈຳ​ຖິ່ນ ​ແລະ ພ້ອມ​ກັນ​ກໍ່ສ້າງ​ໝູ່​ບ້ານ​​ແຫ່ງຫນື່ງທີ່​ຫນາ​ແຫນ້ນ​, ອຸດົມ​ສົມບູນ  ​ແລະ​ເຕັມ​ໄປ​ດ້ວຍ​ສີສັນ​ຊົນ​ເຜ່ົາ. ບ້ານ​ໂດນ ກ່ອນ​ນີ້ ​ແມ່ນ​​ເມືອງ​ເອກ​ຂອງ​ແຂວງ ດັກ​ລັກ. ປະຈຸ​ບັນ, ບ້ານ​ໂດນ ​ແມ່ນ​ສະຖານ​ທີ​່ທ່ອງ​ທ່ຽວ​ນອນ​ໃນ​ບໍລິ​ເວນຕາ​ແສງ Ea Wer ​ເມືອງ ບວນ​ໂດນ ແຂວງ ດັກ​ລັກ, ຫ່າງ​ຈາກ ບວນມາ​ທວດ  ປະມານ 40 Km ທາງ​ທິດຕາ​ເວັນ​ຕົກ​ສຽງ​ເຫນືອ. ບ້ານ​ໂດນ​ແມ່ນ​ຊື່​ເອີ້ນ​ລວມ​ເພື່ອ​ເວົ້າ​ເຖິງ​​ກຸ່ມ​ທ່ອງ​ທ່ຽວ​ຂອງ​ເມືອງ ບວນ​ໂດນ. ຢູ່ ບ້ານ​ໂດນ ມີ​ເຂດ​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​ທີ່​ສວຍ​ງາມຄື: ຊາຍ​ຕາດ​ນ້ຳຕົກ ​​ໃບ໋​ແຍງ(Bay Nhanh), ຫນອງດືກມີ​ງ, ​ເຮືອນ​ຮ້ານ​ບູຮານ, ທາ​ບຈຳ Yang Prong Ea Sup, ປ່າ​ສະຫງວນ​ແຫ່ງ​ຊາດ Yok don ທີ່​ລື​ຊື່ ຊື່​ງ​ແມ່ນ​ປ່າ​ສະຫງວນ​ທີ່​ກວ້າງ​ກວ່າ​ໝູ່ຢູ່ ຫວຽດນາມ ​ແລະ ພິ​ເສດ​ແມ່ນ​ສີສັນບັນດາ​ເຜົ່າ​ ດ້ວຍ​ທ່າ​​ເຮືອຕ່າງໆ​ທີ່​ຍັງ​ຮັກສາ​ຄວາມ​ງາມ​ແບບ​ຮົກ​ເຮື້ອ​ເປົ່າ​ຫວ່າງ ​ແລະ ​ເທບ​ນິຍາຍ​ກ່ຽວ​ກັບ​ຊ້າງ. ​

        ເພື່ອນ ​ພອນ​ທະວີ ຢູ່​ແຂວງ ຫລວງ​ພະ​ບາງ ​ໄດ້​ສົ່ງ​ຈົດໝາຍ​​           ເຖິງລາ​ຍການກະຈາຍ​ສຽງ​ພາກ​ພາສາ​ລາວ ​ໂດຍ​ເວົ້າ​ວ່າ: ຂ້າພະ​ເຈົ້າ​ໄດ້​​ຮັບ​ຟັງ​ລາຍ​ການກະຈາຍສຽງ​ ພາກ​ພາລາ​ວ​ເປັນ​ປະຈຳ, ບັນດາ​ຄໍລຳ​ໃນລາຍການ​ ຂ້າພະ​ເຈົ້າ​ລ້ວນ​ແຕ່​ມັກ​ຮັບ​ຟັງ ​ແຕ່ຂ້າພະ​ເຈົ້າ​ສົນ​ໃຈ​ສຸດ​ແມ່ນ​ລາຍການ​ “ສີສັນ 54 ຊົນ​ເຜົ່າ​ຫວຽດນາມ”, ​ເພາະວ່າ ຜ່ານ​ລາຍການ ຂ້າພະ​ເຈົ້າເຂົ້າ​ໃຈ​ໄດ້​ຫລາຍ​ສິ່ງ​ຫລາຍ​ຢ່າງ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ ຂອງບັນດາ​ເຂດ​ບ້ານ​ນາ​ຢູ່​ຫວຽດນາມ. ​ໃນ​ຈຳນວນ​ບັນດາ​ ຊົນເຜົ່າ​ຢູ່ ຫວຽດນາມ ນັ້ນ ຂ້າພະ​ເຈົ້າ​ເຫັນ​ວ່າ ມີ​ບາງ​ຊົນ​ເຜົ່າ​ມີ​ຫລາຍ​ຈຸດ​ຄ້າຍຄື​ກັນ​ກັບ​ບາງຊົນ​ເຜົ່າ​ຢູ່ລາວ, ຕົວຢ່າງ​ຄື: ຊົນ​ເຜົ່າ ມົ້ງ ຢູ່ ຫວຽດນາມ ​. ນອງ້​ຢາກ​ໃຫ້ອ້າຍ​ເອື້ອຍ​ບັນນາທິການ​ຊ່ວຍ​​ໃຫ້ນ້ອງ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ຊົນ​ເຜົ່າ ມົ້ງຢູ່​ຫວຽດນາມ​ແດ່.

ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວມີ​ຄວາມ​ປິ​ຕິ​ຊົມ​ຊື່ນຍ້ອນ​ວ່າ​​ປະຈຳ​ອາທິດ​ລ້ວນ​ແຕ່​ໄດ້​ຮັບ​ຈົດໝາຍ​email - ảnh 2
ຊາວເຜົ່າມົ້ງຢູ່ຫວຽດນາມ
photo:internet

         ​ເພື່ອນ​ ພອນ​ທະວີ ​ທີ່​ຮັ​ກ​ແພງ! ຜ່ານ​ການ​ຊອກ​ຮູ້​ພວກ​ຂ້າພະ​ເຈົ້າ​ອາດ​ຈະ​ແຈ້ງ​ໃຫ້​ເພື່ອນ​ຊາບ​ຄື​ດັ່ງ​ນີ້: ຊົນ​ເຜົ່າ ມົ້ງ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ສະມາຊິກ​ອັນ​ສຳຄັນ​ໃນ​ວົງ​ຄະນາ​ຍາດ​ບັນດາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່ ຫວຽດນາມ, ມີ​ຈຳນວນພົນລະ​ເມືອງ​ຢືນ​ອັນ​ດັບ​ທີ 8 ​ໃນ​ຕາຕະລາງ​ບັນຊີ​ລາຍ​ຊື່​ 54 ​ຊົນ​ເຜົ່າ​ຢູ່ ຫວຽດນາມ.  ເຜົ່າ​ມົ້ງ ອາ​ໃສ​ຢູ່​​​ເຂດ​ພູ​ສູງໃນ​ຄວາມ​ສູງ 800 ຫາ 1500 ​ແມັດ ​ເມື່ອ​ທຽບ​ກັບຫນ້າ​ນ້ຳ​ທະ​ເລ ​ແລະ​ສ່ວນ​ຫລາຍ​ແມ່ນ​ຢູ່​ບັນດາ​ແຂວງ​ພູດ​ອຍທາງ​ພາກ​ເໜືອ​ຫວຽດນາມ ​ໃນ​ບໍລິ​ເວນ​ທີ່ີກ້ວາງ​ໃຫຍ່, ລຽບ​ຕາມ​ຊາຍ​ແດນ ຫວຽດນາມ - ຈີ​ນ ​ແລະ ຫວຽດນາມ -ລາວ ຈາກ​ແຂວງ ລ້າງ​ເຊີນ ຮອດ ​ເຫ​ງ້ອານ, ​ໃນ​ນັ້ນ​ເຕົ້າ​ໂຮມ​ຢູ່​ບັນດາ​ແຂວງ​ທາງ​ທິດຕາ​ເວັນ​ອອກ- ຕາ​ເວັນ​ຕົກ​ສຽງ​ເຫນືອ​ຂອງ​ຫວຽດນາມ​ຄື: ຮ່າ​ຢາງ, ລ່າວ​ກາຍ, ລາຍ​ເຈົາ, ​ເຊີນ​ລາ ​ແລະ​ອື່ນໆ. ​ຍ້ອນ​ປະ​ເພນີ​​ການ​ດຳລົງ​ຊີວິດ​ມັກ​ເຄື່ອນ​ຍ້າຍ ສະ​ນັ້ນ ໃນ​ຊຸມ​ປີ 1980, 1990 ​ຊາວ​​ເຜົ່າ​ມົ້ງຈຳນວນ​ຫນື່ງ ​ ​ໄດ້​ຍົກຍ້າຍ​​ເຂົ້າ​ມາດຳລົງ​ຊີວິດ​​ແບບ ກະ​ແຈກ​ກະຈາຍ ​ຢູ່ແຂວງ ຢາ​ລາຍ ​ແລະ ກອນ​ຕູມ. ​ອາຊີບ​ຕົ້ນຕໍ​ຂອງ ຊາວ​ເຜົ່າ​ມົ້ງ ​ແມ່ນ​ເຮັດ​ໄຮ່​, ປູກ​ສາລີ, ​ເຮັດນາ​ຂັ້ນ​ໄດ. ນອກ​ນັ້ນ ​ເຂົາ​ເຈົ້າ​ຍັງ​ຕຳ່​ແຜນ​ແພ ​ແລະ ປູກ​ຕົ້ນ​ຢາສະ​ຫມູນ​ໄພ. ບຸນ​ເຕັດປະ​ເພນີ​ຊາວ​ເຜົ່າ​ມົ້ງ​ແມ່ນ​ຖືກ​ຈັດ​ຂຶ້ນ​ໃນ​ເດືອນ​ທັນວາ. ຫວັງ​ວ່າ ບັນດາ​ຂໍ້ມູນ​ຂ່າວ​ທີ່​ກ່າວ​ມາ​ຂ້າງ​ເທ​ິງນີ້ ຈະ​ຊ່ວຍ​ໃຫ້​ເພື່ອນ​ພອນ​ທະວີ ສາມາດ​ປຽບທຽບ​ກັບ​ຊາວ​​ເຜົ່າ​ມົ້ງຢູ່​ລາວ ຈະ​ແຈ້ງ​ກວ່າ.

   ພວກ​ຂ້າພະ​ເຈົ້າ​ຂໍ​ຂອບ​ໃຈ​ທ່ານຜູ້​ຟັງທີ່​ໄດ້​ຮັບ​ຟັງ​ລາຍ​ຂອງ​ພາກ​ພາສາ​ລາວ​ເປັນ​ປະຈຳ ​ແລະ ​ປະ​ກອບ​ຄຳ​ເຫັນ​ໃຫ້​ລາຍການ. ຍ້ອນ​ເວລາ​ອອກ​ອາກາດ​ຍັງ​ຈຳກັດ​ຢູ່ ສະ​ນັ້ນ​ພວກ​ຂ້າພະ​ເຈົ້າບໍ່​ທັນ​ຕອບ​ຄຳ​ຖາມທັງ​ໝົດ​ທີ່​ທ່ານ​ຜູ້​ຟັງ​ຝາ​ກມາລາ​ຍການ. ​ໃນ​ໄລຍະ​ຈະ​ມາ​ເຖິງ ພວກ​ຂ້າພະ​ເຈົ້າ​ຈະ​ພະຍາຍາມຕອບ​ທັງ​ໝົດ​ຄຳ​ຖາມຊື່​ງທ່ານ​ຜູ້​ຟັງ​ມີ​ຄວາ​ສົນ​ໃຈ.

ທ່ານ​ຢ່າ​ລືມ​ຂຽນ​ຈົດໝາຍ​ມາ​​ໃຫ້​ລາຍການ​ເດີ!

​ໂດຍ​ຈ່າຫນ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ ​ເຮືອ​ນ​ເລກທີ 45 ຖະຫນົນ Ba Trieu Ha Noi, ຫລື​ໂທ​ມາ​ໂດຍ​ກົງ​ກໍ່​ໄດ້ ຕາມ​ເບີໂທລະສັບ 0084-4-38256631. Email: Laovov@yahoo.com.

 

ສຸດ​ທ້າຍ, ພວກ​ຂ້າພະ​ເຈົ້າ ຂໍ​ອວຍພອນ​​ໃຫ້​ທ່ານ​ຜູ້​ຟັງ, ຜູ້ອ່ານ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ວຽກ​ງານ​ຂອງ​ຕົນ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ