ສູນບໍລິການເຕັກນິກກະສິກຳ ແຂວງ ຫົວພັນ

(vovworld)  ອາ​ທິດ​ຜ່ານ​ມາ, ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍສຽງ ຫວຽດ​ນາມ ໄດ້​ຮັບ​ຈົດ​ໝາຍ, ອີ​ແມວ, ໂທ​ລະ​ສັບ 11 ສ​ະ​ບັບ​ທີ່​ທ່ານ​ຜູ້​ຟັງ​ລາວ ແລະ ຫວຽດ​ນາມ ຝາ​ກ​ເຖິງ​ລາຍ​ການ. ໃນ​ນັ້ນ, ​ທ່ານ​ຜູ້​ຟັງ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ໂຄງ​ການ​ຮ່ວມ​ມື​ກະ​ສິ​ກຳ​ລະ​ຫວ່າງ 2 ປະ​ເທດ, ວັດ​ທ​ະ​ນະ​ທຳ ຫວຽດ​ນາມ. ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ເຮົາ​ຂໍ​ຕອບ​ບາງ​ເນື້ອ​ໃນ​ຈົດ​ໝາຍ​ທີ່​ທ່ານ​ຜູ້​ຟັງ​ມີ​ຄວາມສົນ​ໃ​ຈ.

        ເພື່ອນ ເຈີ່ນ​ບີ່ງ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍ​າ​ໄລ ແຫ່ງ​ຊາດ ລາວ ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສິ​ກຳລະ​ຫວ່າງ ຫວຽດ​ນາມ - ລ​າວ, ໃນ​ອີ​ແມວ​ຝາກ​ເຖິງ​ລາຍ​ການ, ເພື່ອນ​ໄດ້​ຂຽນ​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຟັ​ງ​ໝູ່​ໃນ​ຫ້ອງ​ດຽວ​ ເຊິ່ງ​ເປັນ​ຊາວ​ແຂວງ​ຫົວ​ພັນເວົ້າ​ວ່າ, ​ອາ​ທິດ​ຜ່ານ​ມາ, ຢູ່​ແຂວງ ໄດ້​ຈັ​ດ​ຕັ້ງພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ​ສູນ​ເຕັກ​ນິກ​ກະ​ສິ​ກຳ. ພິ​ເສດ, ນີ້​ແມ່ນ​ກິດ​ຈະ​ກຳ​ໂດຍ ຫວຽດ​ນາມ ແລະ ລາວ​ສົມ​ທົບ​ກັນ​ກໍ່​ສ້າງ. ຜ່ານ​ລາຍ​ການ, ຂ້າ​ພະ​ເຈົ້າ​ຢາກ​ຮູ້​ແຈ້ງ​ກ່​ວາ​ກ່ຽວ​ກັບ​ກິດ​ຈະ​ກຳ​ນີ້​ໄດ້​ບໍ່? ”

ສູນບໍລິການເຕັກນິກກະສິກຳ ແຂວງ ຫົວພັນ - ảnh 1
ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງສູນບໍລິການເຕັກນິກກະສິກຳ ແຂວງ ຫົວພັນ

        ເພື່​ອນ​ເຈີ່ນ​ບີ່ງ ທີ່​ຮັກ​ແພງ, ຕອ​ນ​ເຊົ້າ​ວັນ​ທີ 18/2 ຢ​ູ່​ແຂວງ ຫົວ​ພັນ, ໄດ້​ຈັດ​ຕັ້ງ​ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ​ສູນ​ບໍ​ລິ​ການ​ເຕັກ​ນິກ​ກະ​ສິ​ກຳ ແຂ​ວງ ຫົວ​ພັນ, ນີ້​ແມ່ນ​ໂຄງ​ການ​​ທີ່ມີ​ຂ​ອບ​ຂະ​ໜາດ​ໃຫຍ່​ໃນ​ຂົງ​ເຂດ​ຮ່ວມ​ມື​​ດ້ານ​ກ​ະ​ສິ​ກຳ​ລະ​ຫວ່າງ 2 ປະ​ເທດ​ຫວຽດ​ນາມ ແລະ ລາວ ຢູ່​ແຂວງ ຫົວ​ພັນ. ເພື່ອ​ແນ​ໃສ່​ເພີ່​ມ​ທະ​ວີວຽກ​ງານ​ສົ່ງ​ເສີມ​ກະ​ສິ​ກຳ ແລະ ຖ່າຍ​ທອ​ດ​ຄວາມ​ກ້າວ​ໜ້າ​ດ້ານ​ເຕັກ​ນິກ​ໃຫ້​ແກ່​ຊາວ​ກະ​ສິ​ກອນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ກະ​ສິ​ກຳ - ປ່າ​ໄມ້, ປັ​ບ​ປຸງ​ຊີ​ວິ​ດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢູ່​ແຂວງ ຫົວ​ພັນ, ເຊິ່ງ​ແມ່ນ​​ຖານ​ທີ່​ໝັ້ນຂອງ​ການ​ປະ​ຕິ​ວັດ ລາວ ແລະ ບັນ​ດາ​ແຂວງ​ໃກ້​ຄຽງ. ໂດຍນອນ​ໃນ​ເນື້ອ​ທີ 12 ເຮັກ​ຕາ ຢູ່​ບ້ານ ອົງ​, ເມືອງ ຊຳ​ເໜືອ, ສູ​ນ​ບໍ​ລິ​ການ​ເຕັກ​ນິກ​ກະ​ສິ​ກຳ​ແຂວງ ຫົວ​ພັນ ມີ​ຍອດ​ເງິນ​ລົງ​ທຶນ 43,6 ຕື້​ດົ່ງ (ເທົ່າ​ກັບ​ເກືອບ 2 ລ້ານ USD), ໃນ​ນັ້ນ​ມີ​ທຶນ​ຊ່ວຍ​ເຫຼືອ​ລ້າ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ ທີ່ສະ​ຫງວນ​ໃຫ້​ລັດ​ຖະ​ບານ​ລາວ​ແມ່ນ 39,4 ຕື້​ດົ່ງ, ​ສ່ວນ​ຍັງ​ເຫຼືອ​ແມ່ນທຶນ​ສົມ​ທົບຂອງ​ລັດ​ຖະ​ບານ​ລາວ. ໂຄງ​ການ​ລວມ​ມີ 2 ພາກ​ສ່ວນ​ແມ່ນ​ການກໍ່​ສ້າງກິດ​ຈະ​ກຳ​ສຳ​ນັກ​ງານ​ສູນ​ບໍ​ລິ​ການ​ກະ​ສິ​ກຳ ແຂວງ ຫົວ​ພັນ ແລະ ການເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ພະ​ນັກ​ງາ​ນ​ສົ່ງ​ເສີມ​ກະ​ສິ​ກຳ ແລະ ຊາວ​ກະ​ສິ​ກອນ​ທ້ອງ​ຖິ່ນ. ສູນ​ບໍ​ລິ​ການ​ກະ​ສິ​ກຳ ແຂວງ ຫົວ​ພັນ ລວມ​​ມີ​ອາ​ຄານ​ເຮັດ​ວຽກ 2 ຊັ້ນ, ຫໍ​ປະ​ຊຸມ 100 ທີ່​ນັ່ງ, ຫໍ​ວາງ​ສະ​ແດງ ແລະ ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນກະ​ສິ​ກຳ​ຂອງ​ທ້ອງ​ຖິ່ນ, ​ຫໍ​ພັກ 2 ຊັ້ນຫຼັງ​ໜຶ່ງ, ສາງ​ວັດ​ຖຸ​ອຸ​ປະ​ກອນ​ກະ​ສິ​ກຳຫຼັງ​ໜຶ່ງ, ຟາມ​ລ້ຽງ​ໄກ່​ສາ​ມາດ​ລ້ຽງ​ໄກ່​ແຕ່ 800 – 1000 ໂຕ, ຟາມ​ລ້ຽງ​ງົວ ແລະ ບັນ​ດາ​ກິດ​ຈະ​ກຳ​ສຳ​ຮອງ​ອື່ນໆ ເພື່ອ​ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ຂອງ​ສູນ.

+++

        ໃນ​ອີ​ແມວ​ສົ່ງ​ເຖິງ​ລາຍ​ການ, ເພື່ອນ​ ທິ​ດາ ໄດ້​ແບ່ງ​ປັນ​ວ່າ: ກ່ອນນີ້ 2, 3 ວັນ, ມີ​ເພື່ອ​ນ ຫວຽດ​ນາມ ຜູ້​ໜຶ່ງ​​ໄດ້​ຝາກ​ແຜ່ນ​ ຊີ​ດີບັນ​ດາ​ບົດ​ເພງ​ຂອງ ຫວຽດ​ນາມ ​ໃຫ້​ຂ້າ​ພະ​ເຈົ້າ, ໃນ​ນັ້ນ​, ຂ້າ​ພະ​ເຈົ້າຮູ້​ສຶກ​ປະ​ທັບ​ໃຈ​ທີ່​ສຸດ​ທີ່​ແຜ່ນ​ຊີ​ດີ​​ບົ​ດ​ຂັບ​ກ່ອມ​ຂອງ ຫວຽດ​ນາມ, ຍ້ອນ​ວ່າ​ຂ້າ​ພະ​ເຈົ້າ​ແມ່ນ​ຄົນ​ລາວ​ເຊື້ອ​ຊາດ ຫວຽດ​ນາມ, ພໍ່​ແມ່​ຂ້າ​ພະ​ເຈົ້າ​ເຄີຍ​ຍ້າຍ​ໄປ​ດຳ​ລົງ​ຊີ​ວິດ ແລະ ທຳ​ມາ​ຫາ​ກິນ ຢູ່ ປາກ​ເຊ ແຕ່​​ຄາ​ວ​ຍັງ​ໜຸ່ມ. ເຖິງວ່າ​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ດິນ​ແດນ ລາວ ແລະ ມີ​ຄວາມ​ລື້ື້ງ​ເຄີຍ​ກັບ​ວັດ​ທະ​ນະ​ທຳ ລາວ ກໍ່​ຕາມແຕ່​ຍາມ​ໃດ​ຂ້າ​ພະ​ເຈົ້າ​ກໍ່​ເຄົາ​ລົບ ແລະ ​ຢາກຮັກ​ສາ​ບັນ​ດາ​ມູ​ນ​ເຊື້ອ​ວັດ​ທະ​ນະ​ທຳ​ຂອງ​ຊາດໄວ້. ແມ່​ຍ່າ​ ແມ່ນ​ຜູ້​ລ້ຽງ​ດູ​ຂ້າ​ພະ​ເຈົ້າ​ແຕ່​ຄາວ​ຍັງ​ນ້ອຍ, ສຽງ​ຂັບ​ກ່ອມ​ຂອງ​ແມ່​ຍ່າ ໄດ້​ຝັງ​ເລິກ​ໃນ​ໃຈ​ຂ້າ​ພະ​ເຈົ້າ​ນັບ​ແຕ່​ຄາວ​ນັ້ນ​ເຖິງ​ປະ​ຈຸ​ບັນ​. ​ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ສຽງ​ຂັບ​ກ່ອມ​ຂອງ​ແມ່​ຍ່າ ຄ​ື​ດັ່ງ​ກຳ​ລັງໜູນ​ປຸກ​ລະ​ດົມ​ຂ້າ​ພະ​ເຈົ້າ​ໃນ​ຍາມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ແຕ່​ເປັນ​ໜ້າ​ວິ​ຕົກ​ວັງ​ວົນຫຼາຍ​​ເມື່ອ​ເຫັນ​ວ່າປະ​ຈຸ​ບັນ, ມີ​ຫຼາຍ​ຄົນ​ໄດ້​ກ່ອມ​ລູກດ້ວຍ​ການ​ເປີດ​ແຜ​ນ​ຊີ​ດີ​ຟັງ ແທນ​ທີ​​ຈະຂັບ​ກ່ອມ​​ໃຫ້​ລູກ​ຟັງ. ​ຂ້າ​ພະ​ເຈົ້າ​ກໍ່​ຮູ້​ແລ້ວ​ວ່າ​ການ​ເຊື່ອມ​ໂຍງ ແລະ ​ພັດ​ທະ​ນາ​ແມ່ນ​ຈຳ​ເປັນ, ແຕ່​​ພວກ​ເຮົາ​ກໍ່​ຕ້ອງ​ຮັກ​ສາ​ໄດ້​ບັນ​ດາ​ສີ​ສັ​ນ​​ອັນ​ດີ​ງາມ​ຂອງ​ຊາດ​ໄວ້​ເພື່ອຖ່າຍ​ທອດ​ໃຫ້​ຄົນ​ລຸ້ນຫຼັງ.

        ເພື່ອນ ທິ​ດາ ທີ່​ຮັກ​ແພງ, ພວກ​ເຮົາ​​ເຄີຍມີ​ຄຳ​ເວົ້​າ​ທີ່​ວ່າ “ເຊື່ອມ​ໂຍງ ແຕ່ບໍ່​ໄດ້​ລະ​ລາຍ”, ​ໃນ​ໄລ​ຍະ​ແຫ່ງ​ການ​ເຊື່ອມ​ໂຍງພວກ​ເຮົາ​​ຈະຮ່ຳ​ຮຽນ​ເອົາ​ບັນ​ດາ​ສິ່​ງ​ທີ່​ດີ​ງາມ​ຂອງ​ໂລກ ແຕ​່​​ໄປຄ​ຽງ​ຄູ່​ກັ​ນນັ້ນ​ກໍ່​​ຕ້ອງ​ຮັກ​ສາບັນ​ດາ​ສີ​ສັນ​​ອັນ​ດີ​ງາມ​ຂອງຊາດ​ໄວ້ ແລະ ເລື່ອງ​ຮັກ​ສາວັດ​ທະ​ນະ​ທຳ​ອັນ​ດີ​ງາມຂອງ​ຊາດ ນັ້ນ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ໄວ​ໜຸ່ມ​ແຕ່​ລະ​ຄົນ. ​ປະ​ຈຸ​ບັນ, ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ​ທ່ອງ​ທ່ຽວ ຫວຽດ​ນາມ ໄດ້ ແລະ ພວມ​ສົມ​ທົບ​ກັບຫຼາຍ​ທ້ອງ​ຖິ່ນ, ບັນ​ດາ​ເຂດ​ພາກ​ຈັດ​ຕັ້ງ​ງານ​ມະ​ໂຫລານ, ໂຄ​ສະ​ນາ​ເພື່ອ​ແນ​ໃສ່​ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ ຫວຽດ​ນາມ ໄວ້, ໃນ​ນັ້ນ​ມີຂັບ​ກ່ອມ. ເນື່ອງ​ໃນ​ໂອ​ກາດນີ້, ຜູ້​ຈັດ​ທຳ​ລາ​ຍ​ການ​ຂໍ​ຝາກ​ໃຫ້​ເພື່ອ​ນ​ທິ​ດາ​ ແລະ ບັນ​ດາ​ທ່ານ​ຜູ້​ຟັງ​ທັງຫຼາຍບົດ​ກ່ອມ​ທີ່​ເວົ້າ​ເຖິງ: ບຸນ​ຄຸນ​​ອັນ​ໃຫຍ່ຫຼວງຂອງ​ພໍ່​. ຫວັງ​ວ່າ, ບົດ​ກ່ອມນີ້​ຈະ​ຊ່ວຍ​ໃຫ້​ເພື່ອນ ​ທິ​​ດາ ຫວນ​ຄືນ​ໄລ​ຍະ​ທີ່​ຕົນ​ຍັງ​ເປັນ​ເດັກ​ນ້ອຍ.

ບົດ​ກ່ອມ ເວົ້າ​ເຖິງບຸນ​ຄຸນ​​ອັນ​ໃຫຍ່ຫຼວງຂອງ​ພໍ່

        ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ຂອງພວກ​ເຮົາ​ໄດ້​ເລີຍ ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼື ໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ ຕາມ​ເບີ​ໂທ 0084​.438.256.631 ຫຼື ອີແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ່ສາມາດ Comment ​ໃນ​ເວັບ​ໄຊ vovworld.vn ຂອງ​ພວກ​ເຮົາ.


ຕອບກັບ

ຂ່າວ/ບົດ​ອື່ນ