ສະເຫຼີມສະຫຼອງ 70 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັດຊາດຫວຽດນາມ ທີ 2 ກັນຍາ

ສະເຫຼີມສະຫຼອງ 70 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັດຊາດຫວຽດນາມ ທີ 2 ກັນຍາ - ảnh 1
ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນການປະຕິວັດເດືອນສິງຫາ
ແລະ ວັດຊາດຫວຽດນາມ ທີ 2 ກັນຍາ
(ພາບ: VTV)


(vovworld) – ​ໃນ​ອາ​ທິດ​ຜ່ານ​ມາ, ລາຍ​ການ​ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ໄດ້​ຮັບ​​ໂທ​ລະ​ສັບ, ອີ​ແມວ, ຈົດ​ໝາຍຫຼາຍ​ສະ​ບັບ​ຈ​າກ​ຜູ້​ຟັງ​ລາວທີ່ຝາກ​ມາອວຍ​ພອນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງ​ວັນການ​ປະ​ຕິ​ວັດ​ເດືອ​ນ​ສິງ​ຫາ ແລະ ວັດ​ຊາດ​ຫວຽດ​ນາມ ທີ 2 ກັນ​ຍາ. ນອກນັ້ນ, ຜູ້​ຟັງ​ບາງ​ທ່ານຍັງ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ການ​ເຄື່ອນ​ໄຫວທີ່​ພົ້ນ​ເດັ່ນ​ໃນ​ວັນ​ບຸນ​​ໃຫຍ່​ນີ້.

        ຂໍ​ຂອບ​ໃຈບັນ​ດາ​ທ່ານ​ຜູ້​ຟັງ​ທີ່​ໄດ້​ຝາກ​ຄຳ​ອວຍ​ພອນ​ອັນ​ດີ​ງາມ​ເຖິງ​ລາຍ​ການ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງ​ວັນການ​ປະ​ຕິ​ວັດ​ເດືອ​ນ​ສິງ​ຫາ ແລະ ວັດ​ຊາດ​ຫວຽດ​ນາມ ທີ 2 ກັນ​ຍາ. ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ, ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ເຫດ​ການ​ປະ​​ຫວັດ​ສາດ​ອັນ​ຍິ່ງ​ໃຫຍ່ນີ້, ຢູ່​ທ້ອງ​​ຖີ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຫຼາຍ​ຢ່າງ​ຄື: ຢື້​ຢາມ​ຖາມ​ຂ່າວ​ຄອບ​ຄົວ​ຜູ້ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ, ບັນ​ດາ​ການ​ເຄື່ອນ​ໄຫວ​ຕອບ​ບຸນ​ແທນ​ຄຸນ; ຈັດ​ຕັ້ງ​ການ​ປາຖະກະຖາ​ເພື່ອ​ຫວນ​ຄືນ​ມູນ​ເຊື້ອ​ຕໍ່​ສູ້​ ອັນ​ພິລະ​ອາດ​ຫານ​ເພື່ອຍາ​ດ​ເອົາ​ເອ​ກະ​ລາດ​ມາໃຫ້​ປະ​ເທດ​ຊາດ; ຈັດ​ງານ​ວາງ​ສະ​ແດງ, ການສະ​ແດງ​ສີ​ລະ​ປະ… ພິ​ເສດ, ໃນ​ວັນ​ທີ 02/09, ເຊິ່ງ​ແມ່ນ​ວັນ​ປະ​ທານ​ໂຮ່​ຈິ​ມິນ ອ່ານ​ ​ຖະ​ແຫຼງ​ປະ​ກາດ​ເອ​ກະ​ລາດນັ້ນ. ຢູ່​ນະ​ຄອນ​ຫຼວ​ງ​ຮ່າ​ໂນ້ຍ ໄດ້​ຈັດ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນຫຼາຍ​ຢ່າງ​ເພື່ອ​ຂ່ຳ​ນັບ​ຕ້ອນຄື; ພິ​ທີ​ໂຮມ​ຊຸມ​ນຸມ, ສວນ​ສະໜາມ, ​ເດີນ​ຂະ​ບວນ (ດ້ວຍ​ການເຂົ້າ​ຮ່ວມ​ຂຶ້ນ​ກັບ​ບັນ​ດາກຳ​ລັງທັບ, ຕຳ​ຫຼວດ, ຂອງ​ກ້ອນ​ກຳລັງ​ປະກອບ​ອາວຸດປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ກ້ອນ​ມວນ​ຊົນ​ຂອງ​ບັນດາ​ຂະ​ແໜງ​ການ ​ແລະ ນະຄອນ​ຫຼວງ ລວມປະມານ 30.000 ຄົນ) ເຊິ່ງ​ໄດ້​ຮັບ​ກາ​ນ​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ຢູ່​ສະ​ໜາມ​ຫຼວງ​ບາ​ດິ່ງ ແລະ ຖະ​ໜົນ​ສາຍ​ຕ່າງໆໃນ​ບໍ​ລິ​ເວັນ. ພ້ອນ​ກັນ​ນັ້ນ, ຢູ່​ພະ​ລາ​ຊະ​ວັງ ຮ່​ວາງ​ແທ່ງທັງ​ລອງ ໄດ້​ຍິງ​ລູກ​ປືນ​ໃຫຍ່ 21 ຄັ້ງ. ​ຕອນ​ຄ່ຳ​ຂອງວັນ​ດຽວ​ກັນ, ຢູ່​ສະ​ຖານ​ທີ່​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ ກໍ​ ​ຍິງບັ້ງ​ໄຟ​ດອກ​ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ​ວັນ​ບຸນນີ້.

        ເນື່ອງ​ໃນ​ໂອ​ກາດ​ສຳ​ຄັນ​ຍິ່ງນີ້, VOV ໄດ້​ລົງ​ຂ່າວ, ​ບົດກ່ຽວ​ກັບ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງ​ວັນການ​ປະ​ຕິ​ວັດ​ເດືອ​ນ​ສິງ​ຫາ ແລະ ວັດ​ຊາດ​ຫວຽດ​ນາມ ທີ 2 ກັນ​ຍາ ທີ່​ແວບ​ໄຊ vovworld.vn ຖ້າ​ຫາກ​ທ່ານ​​ສົນ​ໃຈ​ສາ​ມາດ​ເຂົ້າ​ອ່ານ​ຄືນ​ໄດ້.

        ເພື່ອນ​ວຽງ​ໄຊ, ແຂວງ​ຫົວ​ພັນ ​ສົ່ງ​ອີ​ແມວ​ມາ​ຍັງ​ລາຍ​ການ​ໃຫ້​ຮູ້​ວ່າ: ໃນ​ເດືອນ 07 ຜ່ານ​ມາ, ຢູ່​ລາວ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສູນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່​ລາວ. ຂ້າ​ພະ​ເຈົ້າ​ຢາກ​​ຊອກຮູ້​ຕື່ມ​ກ່ຽວ​ກັບ​ສູນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່​ລາວ, ມັນ​ມີຄວາມ​ໝາຍ​ຄື​ແນວ​ໃດ​ສຳ​ລັບ​ປະ​ຊາ​ຊົນ 2 ປະ​ເທດ​ຫວຽດ​ນາມ - ລາວ.

        ເພື່ອນ​ວຽງ​ໄຊ, ທີ່​ຮັກ​ແພງ, ໃນ​ເວ​ລາ​ທ້າຍ​ເດືອນ 07 ຜ່ານ​ມາ, ຢູ່​ສູນ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ​ລາວ, ທີ່​ນະ​ຄອນ​ຫຼວງວຽງ​ຈັນ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສູນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່​ລາວ (1995 - 2015). ໃນ​ຕະ​ຫຼ​ວດ 2 ທົດ​ສະ​ວັດ​ຜ່ານ​ມາ, ສູນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່​ລາວ ຍາມ​ໃດ​ກໍ​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ທັງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ, ຢືນ​ຢັນ​ບົດ​ບາດ​ທີ່​ຕັ້ງ​ແມ່ນ​ຂົວ​​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ ແລະ ລາວ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ, ທ່ານ ບົວ​ເງິນ ຊາ​ພູ​ວົງ, ​ລັດຖະມົນ​ຕີ​ຊ່ວຍ​ວ່າການ ກະຊວງຖະ​ແຫຼ​ງ​ຂ່າວ, ​ວັດທະນະທຳ ​ແລະ ທ່​ອງທ່ຽວ​ລາວ ຢືນຢັນ​ວ່າ, ໃນ​ຕະ​ຫຼອດ​ໄລ​ຍະ 20 ປີ​ຜ່ານ​ມາ, ສູນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່​ລາວ ໄດ້​ປະ​ກອບ​ສ່ວນ​ສຳ​ຄ​ັນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄຸນ​ສ້າງຄວາມສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ 2 ຊາດ ຫວຽດ​ນາມ - ລາວ.

 

(ທ່ານ ບົວ​ເງິນ ຊາ​ພູ​ວົງ, ​ລັດຖະມົນ​ຕີ​ຊ່ວຍ​ວ່າການ

ກະຊວງຖະ​ແຫຼ​ງ​ຂ່າວ, ​ວັດທະນະທຳ ​ແລະ ທ່​ອງທ່ຽວ​ລາວ)

 

       ເພື່ອນ​ຈິດ​ຕະ​ວົງ, ແຂວງ​ຊຽງ​ຂວາງ, ສົ່ງ​ອີ​ແມວ​ມາ​ຍັງ​ລາຍ​ການ​ໃຫ້​ຮູ້​ວ່າ: ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງວັນ​ຂະ​ແໜງ​ການ​ທູດ​ຫວຽດ​ນາມ ຢູ່​ນະ​ຄອນ​ຄອນ​ຫຼວງວຽງ​ຈັນ ຜ່ານ​ມາ ​ໄດ້​ຈັດ​ງານ​ວາງ​ສະ​ແດ​ງຮູບ​ພາບ​​ເພື່ອສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງວັນ​ຂະ​ແໜງ​ການ​ທູດ​ຫວຽດ​ນາມ. ຂ້າ​ພະ​ເຈົາ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ງານ​ວາງ​ສະ​ແດງນີ້.

        ເພື່ອນ​ຈິດ​ຕະ​ວົງ​ທີ່​ຮັກ​ແພງ, ດ້ວຍ​ຮູບຖ່າຍເອກະສານກ່ວາ 60 ​ແຜ່ນ, ງານ​ວາງສະ​ແດງ ​ໄດ້​ແນະນຳໃຫ້ມວນ​ຊົນ​ລາວ ​ກ່ຽວ​ກັບ 2 ​ໄລຍະ​ພັດທະຍາ​ຂອງ​ຂະ​ແໜງ​ການ​ທູດ​ຫວຽດນາມ ​ໃນ​ຕະຫຼອດ 70 ປີຜ່ານມາ. ນັ້ນ​ແມ່ນ​ໄລຍະ​ຕໍ່​ສູ່​ປົດ​ປ່ອຍ​ຊາດ ​ແລະ ​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (1945 - 1975) ​ແລະ ​ໄລຍະ​ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຮ່ວມ​ມື ​ແລະ ພັດທະນາ, ຫັນ​ການ​ພົວພັນເປັນ​ຫຼາຍ​ຮູ​ບຫຼາຍ​ແບບຫຼາຍ​ຝ່າຍ, ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຫວຽດ​ນາມ ແມ່ນ​ເພື່ອນ, ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ແມ່ນ​ສະ​ມາ​ຊິກ​ມີ​ຄວາມ​ຮັບ​ຜິ​ດ​ຊອບ​ໃນ​ປະ​ຊາ​ຄົມ​ໂລກ (ແຕ່​ປີ 1975 ມາ​ຮອດ​ປະ​ຈຸ​ບັນ). ທີ່​ພິ​ທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ​ໃຫ້​ຮູ້​ວ່າ. “ບັນດາ​ຮູບ​ຖ່າຍ​ໃນ​ງານ​ວາງສະ​ແດງ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ​​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ. ຜ່ານ​ນີ້, ພວກ​ເຮົາ​ກໍ​ເຂົ້າ​ໃຈ​ແຈ້ງ​ການ​ປະກອບສ່ວນ​ສຳຄັນ​ຂອງ​ຂະ​​ແໜງ​ການ​ທູດ​ຫວຽດນາມ ​​ເຂົ້າໃນ​ການ​ຍາດ​ແຍ່ງ​ເງື່ອນ​ໄຂ​ພາຍ​ນອກ​ທີ່​ສະດວກ​ໃຫ້​ພາລະກິດ​ພັດທະນາ​ປະ​ເທດ​ຊາດ, ປົກ​ປັກ​ຮັກສາ​​ອະທິປະ​ໄຕ​ຢ່າງ​ຄົບ​ຖ​້ວນ ​ແລະ ​ຕັ້ງໜ້າ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ສາກົນ… ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ມວນຊົນ​ລາວ ​ແລະ ສາກົນ​ຈະ​ເຫັນ​​ໄດ້​ການ​ພັດທະນາ​ສາຍ​ພົວພັນແບບ​ພິ​ເສດ​ຢ່າງ​ບໍ່​ຢຸດ​ຢັ້ງລະຫວ່າງ​ຫວຽດນາມ - ລາວ”. 

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com

ຂ່າວ/ບົດ​ອື່ນ