ອວຍພອນ 62 ປີແຫ່ງວັນປົດປ່ອຍນະຄອນຫລວງ ຮ່າໂນ້ຍ

ໃນ​ອາທິດ​ຜ່ານ​ມາ, ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ແຫ່ງ​ຊາດ, ວິທະຍຸ​ກະຈາຍສຽງ ຫວຽດນາມ ໄດ້​ຮັບ​ໂທລະສັບ, ອີ​ແມວ, ຈົດໝາຍ​ 200 ສະບັບຈາກ​ຜູ້​ຟັງຢູ່ຫລາຍ​ປະ​ເທດ​ໃນ​ໂລກ. ​ໃນ​ນັ້ນ, ລາຍການ​ກະຈາຍສຽງ​ພາກ​ພາສາລາ​ວ ​ໄດ້ຮັບ​ໂທລະສັບ, ອີ​ແມວ​, ຈົດໝາຍ 7 ສະບັບ​ຈາກ​ຜູ້​ຟັງ​ລາວ. ​ໃນ​ລາຍ​ການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ບາງເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ. ​ເຊີນທ່ານ​ຕິດຕາມ​ຮັບ​ຟັງ.

​*****

ເພື່ອນ ຈັນທະວີ ​ແຂວງ ຫົວພັນ; ເພື່​ອນ ພູ​ຄຳ ​ແລະ ​ເພື່ອນ ປີ​ສະ​ມອນ ​ແກ້ວ​ດວງ​​ເດີ ​ແຂວງ ວຽງ​ຈັນ ​ໄດ້​ໂທລະສັບມາລາ​ຍການ ອວຍພອນ 62 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫລວງ ຮ່າ​ໂນ້ຍ (10/10). ​ໂດຍ​ຜ່ານ​ທາງ​ລາຍການ ຜູ້​ຟັງ​ຫລາຍ​ທ່ານ​ໄດ້​ອວຍພອນ​ໃຫ້ກຳລັງ​ປະກອບ​ອາວຸ​ດ, ຊາວ ຮ່າ​ໂນ້ຍ ກໍ່​ຄື​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ບັນລຸ​ໄດ້ຜົນ​ງານ​ຫລາຍ​ຢ່າງ​ໃນ​ພາລະ​ກິດ​ພັດທະນາ​ເສດຖະກິດ - ສັງຄົມ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ, ສົມ​ເປັນ​ນະຄອນ​ເພື່ອ​ສັນ​ຕິ​ພາບ.
ອວຍພອນ 62 ປີແຫ່ງວັນປົດປ່ອຍນະຄອນຫລວງ ຮ່າໂນ້ຍ  - ảnh 1
(ນະຄອນຫລວງ ຮ່າໂນ້ຍ)

        ລາຍກາ​ນພາກ​ພາສາ​ລາວ, VOV5 ຂໍ​ຂອບ​ໃຈ​​ຜູ້​ຟັງ​ທຸກໆ​ທ່ານ​​ທີ່​ມີ​ຄວາມເອົາ​ໃຈ​ໃສ່, ​ໂທລະສັບ, ສົ່ງ​ຂໍ້ຄວາມ​ມາລາ​ຍການ ອວຍພອນ​ວັນ​ປົກ​ປ່ອຍ​ນະຄອນຫລວງ. ​ເພື່ອຕອບ​ສະ​ໜອງ​ຄວາມ​ສົນ​ໃຈ​ຂອງ​ຜູ້​ຟັງ, ​ໃນ​ລາຍການ​ດົນຕີ​ຕາມ​ຄຳ​ຂໍ​ເດືອນ 10, ພວກ​ເຮົາ​ຈະ​​ຈັດບັນດາບົດ​ເພງກ່ຽວ​ກັບ ຮ່າ​ໂນ້ຍ ຄື​​ດັ່ງຄຳ​ຂອ​ບ​ອົກ​ຂອບ​ໃຈຢ່າງ​ຈິງ​ໃຈ​​ເພື່ອມອບ​ໃຫ້ທ່ານ​ຜູ້​ຟັງ, ​ເຊີນ​ທ່ານ​ຕິ​ດຕາມຮັບ​ຟັງ.

*****

        ​ເພື່ອນ ບຸນທະວີ ອິນ​ທະ​ວົງ ຢູ່​ນະຄອນຫລວງ ວຽງ​ຈັນ ​ໂທລະ​ສັບ​ມາຍັງລາ​ຍ​ການ​ໂດຍຖາມ​ວ່າ: ​ຫວ່າງ​ແລ້ວນີ້, ສະຖານທູດ ຫວຽດນາມ ປະຈຳ ລາວ ຈັດ​ຕັ້ງ​ພິທີ​ມອບ​ຫຼຽນ​ໄຊ, ຫຼຽນ​ກາ​ມິດຕະພາບ​ຂອງ ສສ. ຫວຽດນາມ ທີ່​ສະຫງວນ​ໃຫ້​ພະນັກງານ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ? ຂ້າພະ​ເຈົ້າ​ຢາກ​ຮູ້​ວ່າ ມີ​ຜູ້​ໃດ​ໄດ້​ຮັບ​ຫຼຽນ​ໄຊ​ໃນ​ຄັ້ງ​ນີ້?

ອວຍພອນ 62 ປີແຫ່ງວັນປົດປ່ອຍນະຄອນຫລວງ ຮ່າໂນ້ຍ  - ảnh 2
(ພິທີມອບຫຼຽນໄຊ . ພາບ: TTXVN)

        ວັນ​ທີ 29/09 ຜ່ານ​ມາ, ​ໂດຍ​ຮັບ​ການ​ມອບ​​ໝາຍສິດ​ຈາກ​ປະທານ​ປະ​ເທດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ລາວ ​ໄດ້​ຈັດ​ຕັ້ງ​ພິທີ​ມອບ​ຫຼຽນ​ໄຊ, ຫຼຽນ​ກາ​ມິດຕະພາບ​ຂ​ອງສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ທີ່ສະຫງວນ​​ໃຫ້​ບັນດາ​ພະນັກງານ​​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ. ນີ້​ແມ່ນ​ລາງວັນອັນ​ສູງ​ສົ່ງ​ຂອງລັດ ຫວຽດນາມ ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນຕໍ່​​ການ​​ຜູ້​ທີ່​ໄດ້ປະກອບສ່ວນ​ຢ່າງ​ຕັ້ງໜ້າ​​ເຂົ້າໃນ​ການ​​ກໍ່ສ້າງ, ປັງ​ປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ, ​ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ ລາວ. ທີ່​ພິທີ, ທ່ານ ຫງວຽນ​ແມ້ງ​ຮຸ່ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ​ໄດ້​ມອບ​ຫຼຽນ​ໄຊມິດຕະພາບ​ໃຫ້​ທ່ານພັນ​ເອກ ກຽງຄຳ ອິນ​ເພງ​ທະ​ວົງ ຫົວໜ້າ​ອົງການ​ຕາງໜ້າ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບລາວ ປະຈຳ ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ ກໍ່​ມອບ​ຫຼຽນ​ໄຊ​ມິດຕະພາບ​ໃຫ້​ທ່ານພັນ​ຕີ ຄຳ​ເວີນ ​ໄຊ​ຍະ​ຈັກ ຮອງ​ຫົວໜ​້າອົງການ​ຕາງໜ້າ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ປະຈຳ ຫວຽດນາມ ​ແລະ ທ່ານ​ພັນ​ຕີ​ ແສງ​ພິລາ ພະນັກງານອົງການ​ຕາງໜ້າ​ກະຊວງປ້ອງ​ກັນ​ຄວາມ​ສະຫງົບ ລາວ ປະຈຳ ຫວຽດນາມ ​​ຍ້ອນ​ມີ​ການ​ປະກອບ​ສວ່ນຢ່າງ​ຕັ້ງໜ້າ​ເຂົ້າ​​ໃນ​ການ​ກໍ່ສ້າງ, ປັບປຸງ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ ລາວ.

*****

        ​ເພື່ອນ ມາລີ​ວົງ, ນັກ​ສຶກສາ​ມະຫາວິທະຍາ​ໄລສັບພະ​ວິຊາ ຮ່າ​ໂນ​້ຍ ສົ່ງ​ຂໍ້ຄວາມ​ມາລາຍການໂດຍຖາມ​ວ່າ: ຂ້າພະ​ເຈົ້າ​ໄດ້​​ຮູ້​ວ່າ ຢູ່ ຫວຽດນາມ ​ໄດ້​ອອກ​ອາ​ກາດຊ່ອງ​ໂທລະພາບ​ແຫ່ງ​ຊາດ ລາວ, ​ແຕ່ຂ້າພະ​ເຈົ້າບໍ່​ຮູ້​​​ຈະ​​ອອກ​ອາ​ກາດ​ໃນຊ່ອງ​ໃດ? ​ນອກ​ນັ້ນຊ່ອງ​ໂທລະພາບ ລາວ ກໍ່​ມີ​ລາຍ​ການຂ່າວ​​ເປັນພາສາ ຫວຽດນາມ ​ແຕ່​ຂ້າພະ​ເຈ​ົ້າບໍ່​ຮູ້​ເວ​ລາ​ອອກ​ອາ​ກາດລາຍ​ການນີ້, ​ດັ່ງ​ນັ້ນ​ຈຶ່ງຂໍ​​ທາງວິ​ທະ​ຍຸ​ແນະ​ນຳ​ໃຫ້​ແດ່?

        ​ເພື່ອ​ນ ມາລີ​ວົງ ທີ່​ຮັກ​ແພງ​, ນັບ​ແຕ່ເວ​ລາ 21 ​ໂມງ 00 ວັນ​ທີ 23/09/2016, ​ໂທລະພາບ SCTV ຫວຽດນາມ ​ໄດ້​ອອກ​ອາ​ກາດຊ່ອງ​ໂທລະພາບ​ແຫ່ງ​ຊາດ ລາວ - LNTV1 ​ໃນ​ລະບົບ​ໂທລະພາບ​ດິຈິ​ຕອນ SCTV. ຕາມ​ນັ້ນ​ແລ້ວ, SCTV ອອກ​ອາ​ກາດຊ່ອງ​ໂທລະພາບ​​ແຫ່ງ​ຊາດ ລາວ ​ໃນ​ຊ່ອງ SCTV5 ຂອງລະບົບ​ໂທລະພາບ​ດິຈິ​ຕອນ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 02/09/2015 ​ໂທລະພາບ​ແຫ່ງ​ຊາດ ລາວ ​ໄດ​​້ ​ອອກ​ອາ​ກາດ​ລາຍ​ການຂ່າວ​​ເປັນພາສາ ຫວຽດນາມ.ໂດຍ​ ໂທລະພາບ​ແຫ່ງ​ຊາດ ລາວ ຈັດ​ທຳ ​ແລະ ​ໄດ້​​ຖ່າຍ​ທອດ​ສົດ​ໃນເວ​ລາ 18 ​ໂມງ 00 – 18 ​ໂມງ 15 ​ແຕ່​ວັນ​ຈັນ​ມາ​ຮອດ​ວັນ​ສຸກ. ນີ້​ແມ່ນ​ຊ່ອງ​ສື່​​ຂ່າວ​ທີ່ມີ​ປະສິດທິ​ຜົນ ​ເພື່ອ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ລາວ ​​ມີ​ຄວາມເຂົ້າ​ໃຈ​ກ່ຽວ​ກັບ​ແນວທາງ ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ​ແລະ ລັດ ລາວ ຢ່າງ​ເລິກ​ເຊິ່ງກ່ວາ​ອີກ.

*****

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ຂອງພວກ​ເຮົາ​ໄດ້​ເລີຍ ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ເຮືອນ​ເລກທີ 45 ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼື ໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ ຕາມ​ເບີ​ໂທ 0084​.438.256.631 ຫຼື ອີແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ່ສາມາດ Comment ​ໃນ​ເວັບ​ໄຊ vovworld.vn ຂອງ​ພວກ​ເຮົາ.

 

ຂ່າວ/ບົດ​ອື່ນ