ເພື່ອ ຫວຽດນາມ, ກູບາ ພ້ອມແລ້ວທີ່ຈະສະຫງວນທັງເລືອດເນື້ອຂອງຕົນ

ໃນ​ອາທິດ​ຜ່ານ​ມາ, ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ແຫ່ງ​ຊາດ, ວິທະຍຸ​ກະຈາຍສຽງ ຫວຽດນາມ ໄດ້​ຮັບ​ໂທລະສັບ, ອີ​ແມວ, ຈົດໝາຍ​ 142 ສະບັບຈາກ​ຜູ້​ຟັງຢູ່ຫລາຍ​ປະ​ເທດ​ໃນ​ໂລກ. ​ໃນ​ນັ້ນ, ລາຍການ​ກະຈາຍສຽງ​ພາກ​ພາສາລາ​ວ ​ໄດ້ຮັບ​ໂທລະສັບ, ອີ​ແມວ​, ຈົດໝາຍ 4 ສະບັບ​ຈາກ​ຜູ້​ຟັງ​ລາວ. ​ໃນ​ລາຍ​ການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ບາງເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ. ​ເຊີນທ່ານ​ຕິດຕາມ​ຮັບ​ຟັງ.

​*****

        ​ເພື່ອນ ວົງ​ໄຊ ທິບ​ປະ​ວົງ ​ຢູ່​ນະຄອນຫລວງ ວຽງ​ຈັນ ​ໄດ້​ສົ່ງ ອີ​ແມວມາ​ຍັງ​ລາຍ​ການ​ດ້ວຍ​ເນື້ອ​ໃນ​ວ່າ:  ຂ້າພະ​ເຈົ້າ​ຮູ້​ວ່າ, ສຳລັບ​ຊາວ ຫວຽດນາມ ເປັນ​ຈຳ​ນວນຫຼວງຫລາຍ​, ຜູ້ນຳ ກູ​ບາ Fidel Castro Ruz ​ໄດ້​ຮັບ​ຖື​​ເປັນສັນ​ຍາ​ລັກ​ແຫ່ງລັດທິ​ວິລະ​ຊົນ​ປະຕິວັດ, ​ເຈດ​ຈຳ​ນົງ​ອົງ​ອາດ​ກ້າ​ແກ່ນ ແລະ ຄວາມ​ມຸ້ງຫວັງ​​​ເພື່ອອິດ​ສະ​ລະ​ພາບ​ ແລະ ຄວາມ​ຜາ​ສຸກ. ການ​ຈາກ​ໄປ​ຂອງ​ປະທານ Fidel Castro Ruz ​ແມ່ນ​ຄວາມ​ເສຍ​ຫາຍອັນ​ໃຫຍ່​ຫລວງ​ ບໍ່​ພຽງ​ແຕ່​ສຳລັບ​ປະ​ເທດ ກູ​ບາ​ເທົ່າ​ນັ້ນ ຫາ​ກຍັງ​ສຳລັບ​ປະຊາຊົນ ຫວຽດນາມອີກ​ດ້ວຍ. ຜ່ານລາຍການ ຂ້າພະ​ເຈົ້າ​ຢາກ​ເຂົ້າ​ໃຈ​ເພີ່ມ​ກ່ຽວ​ກັບ​ນ້ຳ​ໃຈ​ພິ​ເສດ​ເຊິ່ງປະທານ Fidel Castro Ruz ສະຫງວຽນ​ໃຫ້​ແກ່ ຫວຽດນາມ.

ເພື່ອ ຫວຽດນາມ, ກູບາ ພ້ອມແລ້ວທີ່ຈະສະຫງວນທັງເລືອດເນື້ອຂອງຕົນ - ảnh 1
ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານ​ປະທານ Fidel Castro  
(ພາບ: TTXVN)

          
          ເພື່ອນ ວົງ​ໄຊ ທິບ​ປະ​ວົງ ທີ່​ຮັກ​​ແພງ! ເມື່ອ​ຍັງ​ມີ​ຊີວິດ, ທ່ານ​ປະທານ Fidel Castro ຍາມ​ໃດ​ກໍ່​ສະຫງວນ​ອາລົມ​ຈິດ​ພິ​ເສດ​ໃຫ້​ແກ່ ຫວຽດນາມ. ພາຍຫຼັງ​ການ​ປະຕິວັດ ກູ​ບາ ຍາດ​ໄດ້​ໄຊຊະນະ, ກູ​ບາ ​ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ໄດ້​ສ້າງ​ຕັ້ງ​ຄະນະ​ກຳມະການ​ສາມັກຄີ​ກັບ​ແນວ​ໂຮມ​ ປົດ​ປ່ອຍ​ຊາດ​ພາກ​ໃຕ້ ຫວຽດນາມ. ​ແລະ ​ໃນ​ຕະຫຼອດ​ໄລຍະ​ສົງຄາມ ກໍ່​ຄື​ພາຍຫຼັງ​ທີ່ ຫວຽດນາມ​ ຍາດ​ໄດ້​ໄຊຊະນະ​ເມື່ອ​ປີ 1975, ກູ​ບາ ຍັງ​ຄົງ​ສືບ​ຕໍ່​ໃຫ້ການ​ສະໜັບສະໜູນ ຫວຽດນາມ​ໃນ​ຫຼາຍ​ດ້ານ. ປີ 1973, Fidel Castro ​ແມ່ນ​ປະມຸກ​ລັດ​ຕ່າງປະ​ເທດຜູ້​ທຳ​ອິດ ​ແລະ ​ເປັນ​ຜູ້​ໜຶ່ງ​ດຽວ​ໄດ້​ມາ​ຢ້ຽມຢາມ​ເຂດ​ປົດ​ປ່ອຍ ຫວຽດນາມ. ຢູ່​ທີ່​ນີ້​ຮູບ​ພາບ​ທ່ານ​ຍົກ​ສູງ​ຄັນ​ທຸງ​ຂອງ​ແນວ​ໂຮມ​ປົດ​ປ່ອຍ​ຊາດ​ພາກ​ໃຕ້ ຫວຽດນາມ ​ໄດ້​ກາຍ​ເປັນ​ແຫຼ່ງປຸກລະດົມ​ກຳລັງ​ໃຈ​ໃຫ້​ບັນດາ​ນັກຮົບ​ປະຕິວັດ ຫວຽດນາມ ​ເວລາ​ນັ້ນ. ຄຳ​ເວົ້າ​ອະມະຕະ​ຂອງ Fidel Castro​ ທີ່​ວ່າ: “​ເພື່ອ ຫວຽດນາມ, ກູ​ບາ ​ພ້ອມ​ແລ້ວທີ່​ຈະ​ສະຫງວນ​ທັງ​ເລືອດ​ເນື້ອ​ຂອງ​ຕົນ” ​ໄດ້​ຮັບ​ການ​ພິສູດ ​ແລະ ກ້າວ​ເຂົ້າ​ສູ່​ປະຫວັດສາດ​ແຫ່ງ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ຫວຽດນາມ ​ແລະ ກູ​ບາ ມີ​ສາຍ​ພົວພັນ​ຖານ​ອ້າຍ​ນ້ອງ​ອັນ​ສະໜິດ​ຕິດ​ພັນ​ກັນ ​ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ໃນ​ຕະຫຼອດ 50 ປີຜ່ານມາ. ​ໃນ​ຕະຫຼອດ​ໄລຍະ​ສົງ​ຄາມ, ຍາມ​ໃດ ກູ​ບາ ກໍ່​ສະໜັບສະໜູນ ຫວຽດນາມ ທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ. ​ ປະ​ຊາ​ຊົນ ຫວຽດ​ນາມ ຮັກ​ແພງ ປະ​ທານ Fidel Castro ຄື​ດັ່ງ​ປະ​ຊາ​ຊົນ ກູ​ບາ ຮັກ​ແພງ​ປະ​ທານ ໂຮ່​ຈີ​ມິນ​.​ຫລາຍທົດ​ສະ​ວັດໄດ້​ຜ່ານ​ພົ້ນ​ໄປ​ແລ້ວ, ແຕ່​ຮູບ​ພາບ​ປະ​ເທດ ກູ​ບາ ທີ່​ຍາມ​ໃດ​ກໍ່ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ທຸກ​ແບ່ງ​ສຸກ​ໃຫ້​ແກ່​ປະຊາຊົນ ຫວຽດນາມ ​ແລະ ພິ​ເສດ​ແມ່ນ​ຮູບ​ພາບ​ຜູ້ນຳ​​ທີ່ຍິ່ງ​ໃຫຍ່ Fidel Castro, ​ເພື່ອນ​ມິດ​​ຜູ້​ສະ​ໜິດ​ສະ​ໜົມ​ຂອງ ຫວຽດນາມ ຍັງ​ຄົງ​ ຝັງ​ເລິກ​ໃນ​ດວງ​ໃຈ​ຂອງຊາວ​ຫວຽດ​ນາມ​ລຸ້ນ​ຕ່າງໆ​ຢູ່​.

*****

        ​ໃນ​ອາທິດ​ຜ່ານ​ມາ, ເພື່ອນ ​ແອນ​ລີ ສີ​ຫາ​ຈັກ ​ແລະ ​ເພື່ອນ ວິ​ຕາ​ຊີ ພົມປັນ​ຢາ ຢູ່​​ແຂວງ ອຸດົ​ມ​ໄຊ ສົ່ງ​ອີ​ແມວ​​ມາ​ຍັງລາຍ​ການ​ດ້ວຍ​ເນື້ອ​ໃນ​ວ່າ: ຫວ່າງ​ແລ້ວນ​ນີ້, ​ແຂວງ ອຸດົມ​ໄຊ ​ໄດ້​ດຳ​ເນີນ​ພິທີ​ມອບ​-ຮັບ​ສະຖານີວິທະຍຸ​ກະຈາຍສຽງ, ​ໂທລະພາບ​ແຂ​ວງ  ອຸດົມ​ໄຊ ​ໂດຍ​ລັດຖະບານ ຫວຽດນາມ ອຸປະຖຳ​ໃຫ້​ລັດຖະບານ ລາວ. ຂ້າພະ​ເຈົ້າ​ໄດ້​ຮັບ​ຮູ້​ວ່າ ກິດຈະກຳ​ດັ່ງກ່າວ ​ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າ​ທີ່​ດ້ານ​ການ​ເມືອງ ​ໂຄສະນາ​ບັນດາ​ນະ​ໂຍບາຍ​ກົດໝາຍ​ເຖິງ​ປະຊາຊົນ, ຜ່ານ​ທາງ​ລາຍການ ຂ້າພະ​ເຈົ້າ​ຢາກ​ຮູ້​ຕື່ມ​ອີກ​ກ່ຽນກັບ​ກິດຈະກຳ​ດັ່ງກ່າວ ?

        ​ເພື່ອນ​ ແອນ​ລີ ສີ​ຫາ​ຈັກ ​ແລະ ​ເພື່ອນ ວິ​ຕາ​ຊີ ພົມປັນ​ຢາ ທີ່​ຮັກ​ແພງ! ວັນທີ 30/11 ຢູ່​ແຊວ​ງ ອຸດົມ​ໄຊ ພາກ​ເໜືອ​ຂອງ ລາວ ​ໄດ້​ດຳ​ເນີນ​ພິທີ​ມອບ-​ຮັບ​ສະຖານີວິທະຍຸ​ກະຈາຍສຽງ, ​ໂທລະພາບ​ແຂວງ ອຸດົມ​ໄຊ. ນີ້​ແມ່ນໜຶ່ງ​ໃນ​ບັນດາ​ໂຄງການ​​ໄດ້​ຮັບ​ການ​ປະຕິບັດຕາມ​ສັນຍາ​​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ວິທະຍາສາດ​​ເຕັກນິກ​ປີ 2013 ທີ່​ໄດ້​ຮັບ​ການ​ລົ​ງນາມ​ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ ລາວ. ກິດຈະກຳ​ນີ້ ມີ​ຄວາມ​ໝາຍ​ສຳຄັນ​ໃນ​ປະຫວັດ​ແຫ່ງການ​ພົວພັນ​ມິດຕະພາບ ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລາວ - ຫວຽດນາມ ​ໃນ​ຂົງ​ເຂດ​ຖະ​ແຫຼ​ງຂ່າວ - ສື່​ສານ. ​ເລື່ອງ​ນຳ​ບັນດາ​ລະບົບ​ອຸປະກອນ​ຂອງ​ສະຖານີເຂົ້າ​ໃຊ້ການ ຈະ​​ສາ​ມາດ​ສົ່ງ​ຄື້ນກະຈາຍສຽງ ​ແລະ ​ໂທລະພາບ​ຂອງ​ສູນ​ກາງ​ຂອງລາວ, ​ແຂວງ ອຸດົມ​ໄຊ ​ແລະ ຂອງ ຫວຽດນາມ ໄດ້, ປະກອບສ່ວນ​ສຳຄັນ​ຍົກ​ສູງ​ຄຸນ​ນະພາ​ບການ​ສົ່ງ​ຄຶື້ນ​ບັນດາ​ລາຍການ​ກະຈາຍ​ສຽງ, ​ໂທລະພາບ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຜູ້​ຟັງ, ຜູ້​ຊົ​ມ. ກິດຈະກຳ​ກໍ່​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າ​ທີ່​ດ້ານ​ການ​ເມືອງ ​ໂຄສະນາ​ບັນດາ​ນະ​ໂຍບາຍ​ກົດໝາຍ​ເຖິງ​ປະຊາຊົນ. ກິດຈະກຳ​ກໍ່ສ້າງສະຖານີ​ວິທະຍຸ​ກະຈາຍສຽງ, ໂທລະພາບ​ແຂວງ ອຸດົມ​​ໄຊ ມີ​ມູນ​ຄ່າ​ກໍ່ສ້າງ 105 ຕື້ດົ່ງ ດ້ວຍ​ການ​ລົງທຶນ​ຄົບ​ຊຸດ, ​ກ້າວໜ້າ ​ເໝາະ​ສົມ​ກັບ​ແຜນ​ພັດທະນາ​ຕາໜ່າງກະຈາຍສຽງ - ​ໂທລະພາບ​ແຫ່ງ​ຊາດ ລາວ, ​ເໝາະ​ສົມ​ກັບ​ວິວັດທະນາ​ການ​ພັດທະນາ​ກະຈາຍສຽງ - ​ໂທລະພາບ ​ເຊິ່ງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ໃນ​ພາກ​ພື້ນ. 

*****

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ຂອງພວກ​ເຮົາ​ໄດ້​ເລີຍ ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ເຮືອນ​ເລກທີ 45 ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼື ໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ ຕາມ​ເບີ​ໂທ 0084​.438.256.631 ຫຼື ອີແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ່ສາມາດ Comment ​ໃນ​ເວັບ​ໄຊ vovworld.vn ຂອງ​ພວກ​ເຮົາ.

ຂ່າວ/ບົດ​ອື່ນ