ແບ່ງເບົາຄວາມໂສກເສົ້າຕໍ່ຄວາມເສຍກັບທາງດ້ານຈິດໃຈແລະວັດຖຸຂອງພໍ່ແມ່ປະຊາຊົນບັນດາແຂວງພາກກາງ

       ໃນ​ອາທິດ​ຜ່ານ​ມາ, ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ແຫ່ງ​ຊາດ, ວິທະຍຸ​ກະຈາຍສຽງ ຫວຽດນາມ ໄດ້​ຮັບ​ໂທລະສັບ, ອີ​ແມວ, ຈົດໝາຍ​ 166 ສະບັບຈາກ​ຜູ້​ຟັງຢູ່ຫລາຍ​ປະ​ເທດ​ໃນ​ໂລກ. ​ໃນ​ນັ້ນ, ລາຍການ​ກະຈາຍສຽງ​ພາກ​ພາສາລາ​ວ ​ໄດ້ຮັບ​ໂທລະສັບ, ອີ​ແມວ​, ຈົດໝາຍ 5 ສະບັບ​ຈາກ​ຜູ້​ຟັງ​ລາວ. ​ໃນ​ລາຍ​ການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ບາງເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ. ​ເຊີນທ່ານ​ຕິດຕາມ​ຮັບ​ຟັງ.

ແບ່ງເບົາຄວາມໂສກເສົ້າຕໍ່ຄວາມເສຍກັບທາງດ້ານຈິດໃຈແລະວັດຖຸຂອງພໍ່ແມ່ປະຊາຊົນບັນດາແຂວງພາກກາງ - ảnh 1
ນ້ຳ​ແກ່ງ​ໃຫຍ່​ໃນ​ເນື້ອ​ທີ່​ກ້ວາງ​ຂວາງ

        ​​ໃນ​ອາທິດ​ຜ່ານ​ມາ, ເພື່ອນ ​ແອນ​ລີ ສີ​ຫາ​ຈັກ, ​ເພື່ອນ ອຸດົມ​ໄຊ ຈັນທະ​ວົງ ​ແຂວງ ບໍລິ​ຄຳ​ໄຊ ​ແລະ ​ເພື່ອນ ວິຕາ​ໄຊ ​ແຂວງ ວຽງ​ຈັນ ​ໄດ້ສົ່ງ ອີ​ແມວ​ມາ​ຍັງ​ລາຍ​ການດ້ວຍ​ເນື້ອ​ໃນ​ວ່າ: ໄລຍະ​ຜ່ານ​ມາ, ​ໃນ​ບໍລິ​ເວ​ນບັນ​ດາ​ແຂວງ​ພາກ​ກາງຂອງ ຫວຽດນາມ, ​ໄດ້​​ເກີດ​ນ້ຳ​ແກ່ງ​ໃຫຍ່​ໃນ​ເນື້ອ​ທີ່​ກ້ວາງ​ຂວາງ. ພວກ​ຂ້າພະ​ເຈົ້າ​ຂໍ​ແບ່ງ​ເບົາຄວາມ​ໂສກ​ເສົ້າ​ຕໍ່​ຄວາມເສຍ​ກັບ​ທາງດ້ານ​ຈິດ​ໃຈ ​ແລະ ວັດຖຸ​ຂອງ​ພໍ່​ແມ່​ປະຊາຊົນ​ບັນດາ​ແຂວງ​ພາກ​ກາງ​ທີ່ຖືກປະສົມ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ໂດຍ​​ນ້ຳ​ແກ່ງ​ເກີດ​ຂຶ້ນ. ພວກ​ຂ້າພະ​ເຈົ້າ ຫວັງ​ວ່າ: ພໍ່​ແມ່​ປະຊາຊົນ​ບັນດາ​ແຂວງ​ພາກ​ກາງ ຈະມານະ​ພະຍາຍາມ​ສ້າງ​ຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ, ຜ່ານ​ຜ່າຄວາມທຸກ​ຍາກ, ບືນ​ຕົວ​ຂຶ້ນ​ໃນ​ຊີວິດ​ເພື່ອ​ຮັບ​ມື​ກັບໄພ​ທຳ​ມະ​ຊາດ​ນ້ຳ​ແກ່ງ​​ໂດຍ​ໄວ.

*****

        ​ເພື່ອນ ຮ່ວາງ​ວັນ​ເຈື່ອງ ​ເປັນ​ຊາວ ຫວຽດນາມ ​ອາ​ໄສ ຢູ່​ນະຄອນຫລວງ ວຽງ​ຈັນ, ລາວ ​ໂທລະ​ສັບ​ມາຍັງລາ​ຍ​ການ​ໂດຍຖາມ​ວ່າ: ​ຫວ່າງ​ແລ້ວ​ນີ້, ຄະນະ​ພັກ​ປະຈຳ ລາວ ​ໄດ້​ຈັດ​ຕັ້ງ​ພິທີ​ມອບ​ກາ​ໝາຍ 65 ປີທີ່​ເປັນສະມາຊິກ​ພັກ ໃຫ້​ແກ່​ທ່ານ ​ເຈີ່ນ​ວັນ​ໝີ. ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ ທ່ານ ​ເຈີ່ນ​ວັນ​ໝີ ​ເປັນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ ລາວ ​ຄົນ​ທຳ​ອິດທີ່​ມີ​ຄວາມ​ເປັນ​ກຽດ​​ໄດ້ຮັບກາ​ໝາຍອັນ​ສູງ​ສົ່ງນີ້ ຜ່ານ​ທາງ​ລາຍການ ຂ້າພະ​ເຈົ້າ​ຢາກ​ຮູ້​ແຈ້ງ​ກ່ຽວ​ກັບ​ທ່ານ ​ເຈີ່ນ​ວັນ​ໝີ ​ ?

        ​ເພື່ອນ ຮ່ວາງ​ວັນ​ເຈື່ອງ ທີ່​ຮັກ​ແພງ ! ວັນ​ທີ 05/11 ຜ່ານ​ມາ, ຢູ່​ນະຄອນຫລວງ ວຽງ​ຈັນ, ລາວ, ຄະນະ​ພັກ​ປະຈຳ ລາວ ​ໄດ້​ຈັດ​ຕັ້ງ​ພິທີມອບ​ກາ​ໝາຍ​ 65 ປີ​ທີ່​ເປັນສະມາຊິກ​ພັກ ໃຫ້​ແກ່​ທ່ານ ​ເຈີ່ນ​ວັນ​ໝີ. ທ່ານ ​ເຈີ່ນ​ວັນ​ໝີ ​ເປັນ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ ຄົນ​ທຳ​ອິດ​ທີ່ມີ​ຄວາມ​ເປັນ​ກຽດ​ໄດ້​ຮັບ​ກາ​ໝາຍ​ອັນ​ສູງ​ສົ່ງ​ນີ້. ທ່ານ ​ເຈີ່ນວັນ​ໝີ ​ໄດ້​ປະກອບສ່ວນ​ຫລາຍ​ຢ່າງ​ໃຫ້​ປະຊາ​ຄົມ ​ແລະ ສາຍ​ພົວພັນ​ຄວາມ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ກໍ່​ຄື​ບັນດາ​ການ​ປະກອບສ່ວນ​ໃຫ້​ອົງຄະນະ​ພັກ​ຢູ່ ລາວ; ​ເລື່ອງ​ມອບ​ກາ​ໝາຍ​ດັ່ງກ່າວ ສະ​ແດງ​​ໃຫ້​ເຫັນຄວາມ​ຈົດ​ຈຳ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ສຳລັບ​ບັນດາ​ການ​ປະກອບ​ສ່ວນ​ຂອງ​ທ່ານ ​ເຈີ່​ນວັນ​ໝີ. ທ່ານ ເຈີ່​ນວັນ​ໝີ ​ເກີດ​ປີ 1930 ຢູ່​ນະຄອນ​ຫລວງ ວຽງ​ຈັນ, ບ້ານ​ເກີດ​ເມືອງ​ນອນ​ຢູ່​ຕາ​​ແສງ ກວາງ​ລຽນ, ​ເມືອງ ກວາງ​ແຈກ, ​ແຂວງ ກວາງ​ບີ​ງ. ປີ 1944 ທ່ານ ເຈີ່​ນວັນ​ໝີ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ໃນ​ສຳພັນ​ທະ​ມິດສູ້ຮົບ ຫວຽດນາມ - ລາວ, ​ຮອດ​ປີ 1950 ທ່ານ​ ເຈີ່ນ​ວັນ​ໝີ ​ໄດ້ຮັບ​ເຂົ້າ​ເປັນ​ສະມາຊິກ​ພັກ​ກອມ​ມູນິດອິນ​ດູ​ຈີນ. ທ່ານ​ ເຈີ່ນ​ວັນ​ໝີ ​ແມ່ນ​ໜຶ່ງ​ໃນ​ບັນດາ​ນັກ​ຊ່ຽວຊານ ຫວຽດນາມ ​ເຄີຍ​ປະຕິບັດ​ງານ​ຢູ່ ລາວ; ມີ​ການ​ປະກອບສ່ວນ​ຫລາຍ​ຢ່າງ​ເຂົ້າ​ໃນ​ການ ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ ​ແລະ ​ໄດ້ຮັບ​ຫຼຽນ​ໄຊ, ຫຼຽນ​ກາ​ຫລາຍດວງ​ຈາກ 2 ພັກ, 2 ລັດ ຫວຽດນາມ - ລາວ. ປີ 2000 ທ່ານ​ ເຈີ່ນ​ວັນ​ໝີ ​ໄດ້ຮັບ​ກາໝາຍ 50 ປີ​ທີ່​ເປັນ​ສະມາຊິກ​ພັກ​ຈາກພັກ​ປະຊາຊົນ​ປະຕິວັດ ລາວ.

*****

        ​ເພື່ອນ ວິ​ໄລ​ສະຫ​ວັນ ​ແກ້ວ​ພິລາຫວັນ ​ແຂ​ວງ ຜົ້ງສາລີ ​ໂທລະສັບ​ມາ​ຍັງ​ລາຍການ​ໂດຍ​ຖາມ​​ວ່າ: ຫວ່າງ​ແລ້ວ​ນີ້ ຢູ່​ແຂວງ ຜົ້ງສາລີ ​ໄດ້​ດຳ​ເນີນ​ພິທີ​ມອບ-​ຮັບໂຮງ​ຮຽນ​ອະ​ນຸ​ບາ​ນ​ໂດຍ​ສະຖານທູດ ຫວຽດນາມ ກໍ່ສ້າງ, ຂ້າພະ​ເຈົ້າ​ຢາກ​​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ໂຄງການ​ດັ່ງກ່າວ ?  

ແບ່ງເບົາຄວາມໂສກເສົ້າຕໍ່ຄວາມເສຍກັບທາງດ້ານຈິດໃຈແລະວັດຖຸຂອງພໍ່ແມ່ປະຊາຊົນບັນດາແຂວງພາກກາງ - ảnh 2
ພິທີ​ມອບ-​ຮັບໂຮງ​ຮຽນ​ອະ​ນຸ​ບາ​ນ​ໂດຍ​ສະຖານທູດ ຫວຽດນາມ ກໍ່ສ້າງ

ເພື່ອນ ວິ​ໄລ​ສະຫ​ວັນ ​ແກ້ວ​ພິລາຫວັນ ທີ່​ຮັກ​ແພງ ! ​ ​ກິດຈະກຳ​ໂຮງຮຽນ​ອະນຸບານ​ດັ່ງກ່າວ​ແມ່ນ​ຂອງຂວັນ​ໂດຍສະຖານທູດ ຫວຽດນາມ ປະຈຳ ລາວ ​ແລະ ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ PV OIL ລາວ ​ມອບ​ໃຫ້​ລູກ​ຫຼານ​ປະຊາຊົນ​ບັນດາ​ເຜົ່າ​ບ້ານ​ເຢາະ, ​ເມືອງ ບຸນ​ເໜືອ, ​ແຂວງ​ຜົ້ງ​ສາລີ. ​ໂຄງການ​ກໍ່ສ້າງ​ໂຮງຮຽນ​ອະນຸບານ​ບ້ານ​ເຢາະ​ໃນ​ເນື້ອ​ທີ່​ລວມ​ເກືອບ 350m2. ​ໂຄງການ​ລວມມີຫ້ອງ​ຮຽນ 3 ຫ້ອງ, ຫ້ອງ​ພັກ​ຂອງ​ຄູ 1 ຫ້ອງ, ບັນດາ​ຫ້ອງ​ນ້ຳ, ​ເຂດ​ລະ​ຫຼິ້ນ​ກາງ​ແຈ້ງພ້ອມ​ດ້ວຍ​ອຸປະກອນສຳຮອງ​ສະຫງວນ​ໃຫ້​ຄູ ​ແລ​ະ ​ເດັກ​ຄື: ​ໂຕະ​ຕັ່ງ, ກະດານ, ຊຸດ​ເຄື່ອງ​ຫຼິ້ນ…ດ້ວຍ​ຍອດ​ເງິນ​ລົງທຶນ 100.000 USD. ​ໂຄງການ​ປະກອບສ່ວນ​ເພີ່​ມທະວີ​ນ້ຳ​ໃຈ​ມິດຕະພາບ ​ແລະ ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ ​ເວົ້າ​ລວມ ກໍ່ຄື​ລະຫວ່າງ​ແຂວງ ຜົ້ງ​ສາລີ ​ແລະ ສະຖານທູດ ຫວຽດນາມ ປະ​ຈຳ ລາວ ​ເວົ້າ​ສະ​ເພາະ. ນີ້​ແມ່ນ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​, ​ແຫຼ່ງຊັບພະຍາກອນ​ມະນຸດ​ຂອງ​ແຂວງ ຜົ້ງ​ສາລີ.

*****

          ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ຂອງພວກ​ເຮົາ​ໄດ້​ເລີຍ ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ເຮືອນ​ເລກທີ 45 ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼື ໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ ຕາມ​ເບີ​ໂທ 0084​.438.256.631 ຫຼື ອີແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ່ສາມາດ Comment ​ໃນ​ເວັບ​ໄຊ vovworld.vn ຂອງ​ພວກ​ເຮົາ.

 


ຂ່າວ/ບົດ​ອື່ນ